ສະພາສິດທິມະນຸດຈະດັດແກ້ ກົດໝາຍ

ຈໍາປາທອງ
2015.12.07
F-Bounthone (ຮູປຖ່າຍທີ່ ຫ້ອງປະຊຸມ ທີ່ນະຄອນ ເຈນີວາ 2-3 ທັນວາ 2015) ຈາກຊ້າຍມື ປະທານ ສະພາສິດທິມະນຸດ ສະຫະປະຊາຊາດ ດຣ.ບຸນທອນ ຈັນທະລາວົງ-ວີເຊີ ທ່ານ ວັນລັງ ຄໍາສຸກ
Courtesy of Alliance for democracy in Laos

ອົງການ ພັນທະມິດ ເພື່ອ ປະຊາທິປະຕັຍ ໃນລາວ ອັນມີ ດຣ. ບຸນທອນ ຈັນທະລາວົງ-ວີເຊີ ເປັນ ປະທານ ແລະ ຫລາຍ ອົງການ ສິດທິ ມະນຸດ ຂອງລາວ ໄດ້ຈັດ “ກອງປະຊຸມ ສາກົນ” ດ້ານ ສິດທິ ມະນຸດ ໃນລາວ ໂດຍ ມີປະທານ ສະພາ ສິດທິ ມະນຸດ ສະຫະ ປະຊາຊາຕ ເຂົ້າ ຮ່ວມນໍາ.

ໃນ ກອງປະຊຸມ ຜູ້ລາຍງານ ພິເສດ ດ້ານ ສິດທິ ມະນຸດ ຂອງ ສະຫະ ປະຊາຊາດ ກ່າວວ່າ ສະພາ ສິດທິ ມະນຸດ ສະຫະ ປະຊາຊາຕ ຈະດັດແກ້ ກົດໝາຍ ຕື່ມ ເພື່ອໃຫ້ ບຸກຄົນ ທີ່ໄດ້ຮັບ ເຄາະກັມ ຈາກການ ຖືກ ລະມີດ ສິດທິ ຢູ່ ປະເທດ ຂອງຕົນ ສາມາດ ຟ້ອງໄປຍັງ ສະພາ ສິດທິ ມະນຸດ ສະຫະ ປະຊາຊາຕ ໄດ້.

ໃນກອງປະຊຸມ ເມື່ອ ວັນທີ່ 3 ທັນວາ 2015 ດຣ. ບຸນທອນ ກ່າວວ່າ ນອກຈາກ ຊາວລາວ ໃນ ຕ່າງ ປະເທດ ທີ່ ຕາງໜ້າ ໃຫ້ ອົງການ ສິດທິ ມະນຸດ ແລະ ອົງການ ຕ່າງໆ ແລ້ວ ກໍມີທັງ ປະທານ ສະພາ ສິດທິ ມະນຸດ ສະຫະ ປະຊາ ຊາຕ, ເຈົ້າໜ້າທີ່ ສະພາ ສິດທິ ມະນຸດ ສະຫະ ປະຊາຊາຕ ຄົນສໍາຄັນ ຫລາຍໆ ທ່ານ ຮ່ວມທັງ ຜູ້ລາຍງານ ພິເສດ ດ້ານ ສິດທິ ມະນຸດ ສະຫະ ປະຊາຊາຕ ເຂົ້າຮ່ວມນໍາ.

ຜູ້ລາຍງານ ພິເສດ ດ້ານ ສິດທິ ມະນຸດ ຂອງ ສະຫະ ປະຊາຊາດ ຊຶ່ງ ເປັນທັງ ທະນາຍຄວາມ ສາກົນ ໄດ້ ກ່າວເຖິງ ວຽກງານ ຂອງ ທ່ານ ແລະ ຄນະ ທີ່ກຳລັງ ຮ່າງກົດໝາຍ ສາກົນ ທີ່ກ່ຽວກັບ ສຸດທິ ມະນຸດ ສຳລັບ ສະຫະ ປະຊາຊາດ ໃຊ້ ໃນຂັ້ນ ຕໍ່ໄປ.

ຮ່າງກົດໝາຍ ທີ່ວ່ານີ້ ແມ່ນ ສະບັບ ປັບປຸງ ຊຶ່ງ ເມື່ອກ່ອນ ຖ້າມີ ການລະເມີດ ສິດທິ ມະນຸດ ຢູ່ ປະເທສຕ່າງໆ ໃນໂລກ ຈະນຳຂຶ້ນ ສເນີຕໍ່ ກອງ ປະຊຸມ ທົບທວນ ເປັນຣະຍະ ຫລື UPR ຫລື ສເນີຕໍ່ ຣັຖລາລ ປະເທສນັ້ນໆ ໃຫ້ແກ້ໄຂ. ແຕ່ເມື່ອ ສເນີໄປແລ້ວ ປະເທສ ຕ່າງໆ ໂດຍສະເພາະ ຣັຖບາລ ຜະເດັດການ ບໍ່ຄ່ອຍ ສົນໃຈ ປະຕິບັດ ເທົ່າທີ່ຄວນ.

ສະນັ້ນ ທາງ ສະພາ ສິດທິ ມະນຸດ ຈຶ່ງ ຮ່າງ ກົດໝາຍ ໃໝ່ ສະບັບ ປັບປຸງ ນີ້ຂຶ້ນ ທີ່ຈະໃຫ້ ໂອກາດ ຜູ້ທີ່ຖືກ ຣະເມີດ ສິດທິ ມະນຸດ ມີສິດ ຟ້ອງຮ້ອງ ໂດຍສະເພາະ ຢູ່ ສປປລາວ ເພີ່ນ ກໍແຈ້ງ ໃຫ້ຊາບວ່າ ຖ້າຫາກ ກົດໝາຍ ສະບັບນີ້  ຖືກນຳໃຊ້ ຢ່າງເປັນ ທາງການ ແລ້ວ ຜູ້ຖືກ ລະເມີດ ສິດທິ ຢູ່ ສປປລາວ ກໍມີສິດ ຟ້ອງຂຶ້ນ ສານ ໄດ້. ເວົ້າເຖິງ ກອງປະຊຸມ ທີ່ມີ ຄວາມໝາຍ ສຳຄັນ ຄັ້ງນີ້, ດຣ. ບຸນທອນ ຈັນທະລາວົງ ວີເຊີ ໃຫ້ສຳພາດ ເອເຊັຽ ເສຣີ ໃນ ວັນທີ 6 ທັນວາ ນີ້ ດັ່ງມີເນື້ອ ໃນແບບ ສັງລວມ ຕອນນຶ່ງ ວ່າ:

"ສລຸບແລ້ວ ໃນ ກອງປະຊຸມ ຄັ້ງນີ່ເນາະ ພວກເຮົາ ພັນທະມິດ ເພື່ອ ປະຊາ ທິປະຕັຍ ໃນລາວ ສຸດທີ່ ພາກພູມໃຈ ທີ່ເຫັນ ບັນດາ ຄນະ ກັມການ ສະຫະ ປະຊາຊາດ ຫລາຍທ່ານ ຜູ້ສຳຄັນ ທີ່ ໄດ້ເຂົ້າຮ່ວມ ກອງປະຊຸມ ນີ້ ຕາມລາຍການ ທັງໝົດ ຢ່າງຄົບຊຸດ ແລະ ກະໄດ້ ມີໂອກາດ ໄດ້ ຍົກບັນຫາ ຂອງລາວ ຫລາຍດ້ານ ມາ ສົນທະນາ ເປັນໂອກາດ ທີ່ເຮັດໃຫ້ ທາງກັມການ ສະຫະ ປະຊາຊາດ ເຂົ້າໃຈ ຕໍ່ບັນຫາ ຂອງລາວ".

ໃນ ກອງປະຊຸມ ໄດ້ມີການ ຄົ້ນຄວ້າ ຫລາຍ ບັນຫາ ທີ່ພົວພັນ ເຖິງການ ຣະເມີດ ສິດທິ ມະນຸດ ຢູ່ ສປປລາວ ແລະ ກ່ຽວກັບ ການ ແກ້ໄຂ ບັນຫາ ສິດທິ ມະນຸດ ຢູ່ ສປປລາວ ເພື່ອເຮັດໃຫ້ ປວງຊົນລາວ ທັງຊາດ ມີ ສິດ ເສຣີພາບ ແລະ ປະຊາທິປະຕັຍ ຢ່າງ ແທ້ຈິງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.