ສື່ ທາງການລາວ ຂາດ ຄວາມນິຍົມ

ໄຊຍາ
2020.08.11
f-media ງານວາງສະແດງຜົລງານ ແລະ ວຽກງານ ຂອງສະຖາບັນສື່ມວນຊົນຕ່າງໆໃນລາວ ເນື່ອງໃນວັນສື່ມວນຊົນລາວ ຄົບຮອບ 65 ປີ (ຖ່າຍເມື່ອ: ເດືອນສິງຫາ 2015)
RFA

ຄົນລາວສ່ວນຫຼາຍ ບໍ່ນິຍົມຕິດຕາມຂ່າວສານ ຜ່ານທາງໂທຣະທັສຂອງລາວ ຍ້ອນການຣາຍງານຂ່າວ ຫຼ້າຊ້າບໍ່ທັນເຫດການ, ສ່ວນຫຼາຍ ຄົນຈະຫັນໄປ ຊົມຂ່າວສານຜ່ານ ສື່ສັງຄົມ ອອນລາຍ ຫຼາຍກວ່າ, ດັ່ງປະຊາຊົນລາວ ເມືອງປາກເຊ ແຂວງຈຳປາສັກ ໄດ້ກ່າວຕໍ່ ເອເຊັຽ ເສຣີ ໃນວັນທີ 11 ສິງຫາ 2020 ວ່າ:

"ສ່ວນຫຼາຍເຂົາກະເບິ່ງ ຢູທູບ ເບິ່ງເຟສບຸກນີ້ແຫຼະ ອອນລາຍຫຼາຍກວ່າ ເພາະວ່າມັນສະດວກຫັ້ນນ່າ ດຽວນີ້ສັນຍານກະດີ ໂທລະພາບນີ້ ສ່ວນຫຼາຍຈະເບິ່ງແຕ່ຍາມແລງ ແຕ່ວ່າສ່ວນຫຼາຍ ເຂົາມັກເບິ່ງຊ່ອງໄທຍ ໜັງໄທຍ ແລະ ຂ່າວໄທຍ ຫັ້ນນ່າ."

ສ່ວນປະຊາຊົນລາວ ໃນນະຄອນຫຼວງວຽງຈັນ ໄດ້ກ່າວຕໍ່ ເອເຊັຽເສຣີ ວ່າບໍ່ເຄີຍຕິດຕາມຂ່າວຂອງລາວ ຍ້ອນນຳສເນີຂ່າວຫຼ້າຊ້າ ຂ່າວໃດ ທີ່ຂັ້ນເທິງບໍ່ເຫັນດີ ກໍອອກບໍ່ໄດ້.

"ສື່ ລາວເຮົານີ້ ມັນບໍ່ທັນການນ່າຄົນເວົ້າກ່ອນໄດ໋ ຈັ່ງຄ່ອຍຮູ້ຈັກ, ຂ່າວມັນຊັກຊ້າຫຼາຍ ແລ້ວກະຂ່າວອັນໃດນີ້ ຖືວ່າທາງຂັ້ນເທິງ ເພິ່ນບໍ່ ເຫັນດີເຂົາກະບໍ່ເອົາອອກ, ບໍ່ແມ່ນ ສື່ ທີ່ວ່າເປັນ ປາກສຽງ ຂອງປະຊາຊົນຫັ້ນນ່າ."

ສ່ວນຊາວລາວ ຢູ່ແຂວງຫຼວງພຣະບາງ ໄດ້ກ່າວວ່າ ປັດຈຸບັນເລືອກຕິດຕາມຂ່າວສານ ຜ່ານໂທຣະທັສ ຊ່ອງ ລາວສຕາຣ ຊ່ອງທາງດຽວ ສ່ວນຂ່າວສານຜ່ານສື່ສັງຄົມອອນລາຍ ເປັນຕົ້ນ ເຟສບຸກ ນັ້ນ ບາງເທື່ອຂ່າວກະບໍ່ແຈ້ງ ຫຼື ວ່າເປັນຂ່າວປອມ.

"ທາງເຟສບຸກມັນບໍ່ຊັດເຈນເນາະ ບາງເທື່ອກະຂ່າວມົ້ວໄປ ບາງເທື່ອກະຂ່າວບໍ່ຈິງຫັ້ນນ່າ, ມີແຕ່ຊ່ອງດຽວ ລາວສຕາຣ ນີ້ມັນຊັດເຈນກວ່າ ຫັ້ນນ່າ ຂ່າວສານອີຫຍັງກາ ເຂົ້າ ລາວສຕາຣ ໂຕນີ້ມັນຊັດເຈນ."

ສ່ວນຊາວນະຄອນຫຼວງວຽງຈັນ ອີກທ່ານນຶ່ງກ່າວວ່າ ສ່ວນຫຼາຍໂທຣະທັສລາວ ເຂົາບໍ່ ຄ່ອຍເບິ່ງເຂົາເບິ່ງແຕ່ຊ່ອງໄທຍ ຢູ່ລາວ.

"ມັນກະຊິຄືກັນຫັ້ນແລ້ວ ເຂົາຫາກບໍ່ຄ່ອຍໄດ້ເບິ່ງກັນ ເຂົາກະມີແຕ່ເບິ່ງ ຊ່ອງ ໄທຍ."

ຕໍ່ເຣື່ອງດັ່ງກ່າວ ອາຈານສອນ ຢູ່ ມະຫາວິທຍາໄລ ສຸພານຸວົງ ແຂວງຫຼວງພຣະບາງ ໄດ້ໃຫ້ຄວາມເຫັນຕໍ່ ເອເຊັຽ ເສຣີ ວ່າ:

ດ້ວຍຣະບອບການ ປົກຄອງ ເຮັດໃຫ້ປະຊາຊົນສະແດງອອກ ບໍ່ໄດ້ທັງທາງກົງ ແລະທາງອ້ອມ ເຖິງວ່າປັຈຈຸບັນ ຣັຖບານລາວຈະອະນຸຍາດ ໃຫ້ປະຊາຊົນສາມາດສະແດງອອກ ໃນຄວາມຄິດຢ່າງເສຣີ ແຕ່ສ່ວນຫຼາຍປະຊາຊົນ ຍັງບໍ່ກ້າສະແດງອອກ ຢ່າງຊັດເຈນ.

"ເວລາເວົ້າໄປແລ້ວເຮັດໃຫ້ປະຊາຊົນ ຢ້ານກົວ ມັນບໍ່ມີແລ້ວອັນນີ້ນ່າ ຂະເຈົ້າກະມີສິດຫຼາຍເຕີບແລ້ວ ສາມາດເວົ້າໄດ້ວ່າໄດ້ ແຕ່ວ່າກະຍັງ ຫຼາຍຄົນບໍ່ກ້າຄິດວ່າຍັງຊິເປັນ ແບບເກົ່າ ຢາກໃຫ້ແກ້ບັນຫາ ທີ່ບໍ່ໃຫ້ເປັນທິສດີ ຢາກໃຫ້ມັນເປັນລັກສນະ ປະຕິບັດເຫັນຈິງຫັ້ນນ່າ."

ທ່ານໄດ້ກ່າວຕື່ມວ່າ ໃນການນຳສເນີຂ່າວ ຂອງໂທຣະທັດລາວ ຈະຕ້ອງປ່ຽນແນວຄິດບໍ່ແມ່ນ ນໍາສເນີຕາມຄຳສັ່ງ ພຽງດ້ານດຽວ ແຕ່ຕ້ອງ ນຳສເນີ ຫຼາຍຮູບແບບ ເປັນສາກົລ ຈຶ່ງເຮັດໃຫ້ ຂ່າວໜ້າສົນໃຈຂຶ້ນ.

ທາງດ້ານ ທ່ານ Phil Robertson ຮອງຜູ້ອຳນວຍການອົງການສິດທິມະນຸດ ປະຈຳພູມີພາກ ເອເຊັຽ ຕາເວັນອອກ ໃຫ້ຄວາມເຫັນວ່າ ເຖິງຄົນລາວຈະຕິດຕາມຂ່າວສານ ຜ່ານ ສື່ອອນລາຍ ຫຼາຍຂຶ້ນແຕ່ຍັງບໍ່ສະແດງ ຄວາມຄິດຄວາມເຫັນ ໄດ້ຢ່າງອິສຣະ.

"ຣັຖບານລາວ ກໍເປັນພັກດຽວ ບໍ່ຄ່ອຍມີຫຼັກການ ປະຊາທິປະຕັຍ ແລ້ວ ການນໍາສເນີຂອງສື່ ກໍຖືກຣັຖຄວບຄຸມ ບໍ່ເປັນອິສຣະໃນການນຳ ສເນີບັນຫາຄວາມເດືອດຮ້ອນ ຂອງປະຊາຊົນ ຖ້າໃຜວິພາກວິຈານ ຫຼື ເຫັນຕ່າງຈະຖືກຄວບຄຸມທັນທີ."

ເນື່ອງໃນໂອກາດວັນສ້າງຕັ້ງ ສື່ມວລຊົນລາວ ຄົບຮອບ 70 ປີ ທ່ານ ບຸນເຈົ້າ ພິຈິດ ຜູ້ອຳນວຍການໃຫຍ່ ຂອງ ໂທລະທັດແຫ່ງຊາດລາວ ໄດ້ໃຫ້ສັມພາດ ຕໍ່ຂ່າວສານປະເທດລາວ ໃນວັນທີ 11 ສິງຫາ ໂດຍບາງຕອນ ທ່ານໄດ້ກ່າວວ່າ:

ຜົລສຳເຣັດຂອງໂທຣະທັດ ແຫ່ງຊາດລາວ ໄລຍະຜ່ານມາຈົນເຖິງປັຈຈຸບັນ ແມ່ນໄດ້ເປັນກະບອກສຽງ ອັນສຳຄັນໃນການໂຄສະນາເຜີຍແຜ່ ແນວທາງຂອງພັກ ແລະ ໂຄສະນາ ຂ່າວສານທັງພາຍໃນແລະຕ່າງປະເທດ ອອກສູ່ສັງຄົມ ໄດ້ຮັບຮູ້ຢ່າງທົ່ວເຖິງ ແລະ ທັນການ.

ໃນຂນະທີ່ ທ່ານ ຈະເລີນ ເຢັຽປາວເຮີ ຣັຖມົນຕຼີ ປະຈຳສຳນັກງານນາຍົກ ແລະ ໂຄສົກຣັຖບານ ກ່າວຕໍ່ສື່ໃນລາວ ເມື່ອວັນທີ 07 ສິງຫາ ບາງຕອນທ່ານໄດ້ກ່າວວ່າ:

ສື່ມວລຊົນອອນລາຍ ຍັງມີການນໍາສເນີເນື້ອຫາທີ່ເປັນຈຸດອ່ອນ ແລະ ເປັນການໃສ່ຮ້າຍປ້າຍສີ ຣັຖບານ ດັ່ງມີຄົນໂພສ ວີດີໂອ ທາງເປ່ເພ ໃນລາວ ແລ້ວເຜີຍແຜ່ ຜ່ານ ຢູທູບ ແລ້ວຕັ້ງ ຄຳຖາມວ່າການພັທນາໃນລາວ ຢູ່ບ່ອນໃດ ສະນັ້ນ ສື່ທາງການລາວ ມີໜ້າທີ່ຈະຕ້ອງນຳ ສເນີຂ່າວ ແລະ ອະທິບາຍ ຂໍ້ເທັດຈິງ ຕໍ່ສັງຄົມຢ່າງຈະແຈ້ງ.

ອົງການສຳນັກຂ່າວໄຮ້ພົມແດນ ຫຼື Reporters without borders ໄດ້ຣາຍງານ ເສຣີພາບ ຂອງ ສື່ ປະຈຳປີ 2020 ຣະບຸວ່າ ທາງການລາວ ຍັງຄວບຄຸມສື່ມວລຊົນ ຢ່າງເຂັ້ມງວດ ບໍ່ໃຫ້ສິດ ແລະ ເສຣີພາບ ໃນການນຳສເນີຂ່າວ ໂດຍຖືກຈັດຢູ່ອັນດັບທີ 172 ຈາກທັງ ໝົດ 180 ປະເທດ ທົ່ວໂລກ ຂນະທີ່ ໃນປີ 2019 ຢູ່ອັນດັບທີ 171.

ຣັຖບານລາວ ໄດ້ອອກດຳຣັຖ ວ່າດ້ວຍການຄຸ້ມຄອງ ຂໍ້ມູນຜ່ານອິນເຕີເນັດ ເລກທີ 327 ທີ່ອອກມາໃນ ເດືອນ ກັນຍາ ປີ 2014 ເພື່ອ ຄວບຄຸມຜູ້ທີ່ໃຊ້ ສື່ສັງຄົມອອນລາຍ ສະເພາະ ຫຼື ຜູ້ທີ່ສະແດງຄຳເຫັນ ແລະ ຈັບໂຕ ຜູ້ວິພາກວິຈານ ຣັຖບານ ຜ່ານສື່ສັງຄົມອອນລາຍ. ນອກຈາກນີ້ ຍັງມີກົດ ໝາຍວ່າດ້ວຍສື່ມວລຊົນ ສະບັບປັບປຸງທີ່ອອກມາ ໃນເດືອນ ພືສຈິກາ ປີ 2016.

ປັຈຈຸບັນສື່ມວລຊົນ ຂອງປະເທດລາວ ປະກອບມີ ສື່ ສິ່ງພິມ, ໂທຣະທັດ ແລະວິທຍຸ ທັງສາມສື່ມວລຊົນນີ້ ສ່ວນຫຼາຍແມ່ນຂຶ້ນກັບພາກຣັຖ ພະນັກງານແມ່ນສັງກັດຣັຖ ໄດ້ຮັບສວັດດີການຈາກຣັຖ ສ່ວນສື່ ເອກກະຊົນມີນ້ອຍ ແລະຢູ່ໃນການຄວບຄຸມ ຫຼືເຊັນເຊີຈາກທາງການລາວ.

ການເກີດຂຶ້ນຂອງສື່ສັງຄົມອອນລາຍ ເຮັດໃຫ້ສື່ຍຸກເກົ່າຢ່າງໜັງສືພີມ ໂທຣະທັດ ແລະວິທຍຸຂອງລາວ ສະຖິຕິຂອງຜູ້ບໍຣິໂພກ ສ່ວນຫຼາຍ ຈະຫັນໄປ ບໍຣິໂພກຂ່າວສານຈາກຊື່ສັງຄົມ ອອນລາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.