ການກວດສອບເຂື່ອນແຕກ ສາກົນ ບໍ່ໝັ້ນໃຈ

ຈໍາປາທອງ
2018.08.13
F-Xepian ແຜນທີ່ໂຄງຮ່າງກໍ່ສ້າງ ເຂື່ອນເຊປຽນ-ເຊນໍ້ານ້ອຍ
Screen captured : Sourioudong Sundara FB page

ເຈົ້າໜ້າທີ່ອົງການຈັດຕັ້ງສາກົນ ດ້ານຊັພຍາກອນທັມຊາດ ແລະສິ່ງແວດລ້ອມໃນລາວ ບໍ່ເຊື່ອວ່າ ການສືບສວນ-ສອບສວນ ຫາສາເຫດຂອງ ເຂື່ອນເຊປຽນ-ເຊນໍ້ານ້ອຍ ແຕກ ຈະເປັນໄປຢ່າງໂປ່ງໃສ ຍ້ອນຄນະກັມການກວດສອບ ລ້ວນແລ້ວແຕ່ເປັນ ເຈົ້າໜ້າທີ່ຣັຖ ແລະຣັຖບາລ ກໍບໍ່ເປີດໂອກາດ ໃຫ້ອົງການຈັດຕັ້ງສາກົນ ມີສ່ວນຮ່ວມ ໃນການກວດສອບ. ດັ່ງເຈົ້າໜ້າທີ່ ອົງການດັ່ງກ່າວ ເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ ວັນທີ 10 ສິງຫານີ້ວ່າ:

"ບໍ່ຮູ້ວ່າຄວາມໂປ່ງໃສມັນຢູ່ໃສນໍ, 1-ຄນະກັມການທີ່ແຕ່ງຕັ້ງ ຄວນທີ່ຈະມີໜ່ວຍງານອິສຣະມາດ້ວຍນໍ, ຖ້າວ່າບໍ່ມີ NGO ກໍໄດ້ ແຕ່ວ່າ ຄວນມີໜ່ວຍງານ ທີ່ເຮົາຄິດວ່າມັນເປັນກາງທີ່ສຸດ ເພາະວ່າບຸກຄົນທີ່ໄປຢູ່ ໃນຄນະກັມການຫັ້ນ ບໍ່ໄດ້ມີທຸກພາກສ່ວນນໍ, ໄປຮ່ວມຈັ່ງຊັ້ນນະ ກໍອາດຈະ ຖ້າເຂົາເຈົ້າ ພົບເຫັນວ່າ ເອີຄວາມຜິດພາດ ມັນຢູ່ພີ້ ແລ້ວບັງເອີນພັດວ່າ ມັນມີຜົລປໂຍດໃນນັ້ນນໍາຫັ້ນນະ ກໍອາຈເຮັດໃຫ້ ມີການປິດບັງເກີດຂຶ້ນ ອັນນີ້ເປັນບັນຫາເລີຍ."

ເຖິງຈະມີສ່ວນຮ່ວມ ແຕ່ອົງການຈັດຕັ້ງສາກົນ ກໍໄດ້ແຕ່ພຽງໃຫ້ຄໍາແນະນໍາ ດ້ານເທັກນິກ ແລະຊ່ອຍເຫລືອທາງດ້ານອຸປກອນທັນສມັຍ ເທົ່ານັ້ນ, ບໍ່ມີສິດມີສຽງ ບໍ່ໄດ້ເປັນນຶ່ງໃນທິມກວດສອບ ແລະບໍ່ໄດ້ປະຊຸມຮ່ວມ ກັບຕົວແທນບໍຣິສັດສ້າງເຂື່ອນ ນາງກ່າວ.

ມາເຖິງປັດຈຸບັນ ຣັຖບາລສປປລາວ ຍອມຣາຍງານກ່ຽວກັບການກວດສອບ ຕໍ່ສາທາຣະນະ ແຕ່ບໍ່ຍອມເປີດເຜີຍສັນຍາ ຣະຫວ່າງບໍຣິສັດ ສ້າງເຂື່ອນ ແລະຣັຖບາລເຣຶ່ອງຄວາມຮັບຜິດຊອບ ກໍຣະນີເຂື່ອນແຕກ ດັ່ງທີ່ນາງກ່າວວ່າ:

"ເອີມື້ນີ້ເຮົາໄປກວດສອບແລ້ວ ມັນເຈິອີ່ຫຍັງນໍ ຕອນນີ້ເຮົາຢາກວ່າໃນສັນຍາ ຣະຫວ່າງຣັຖບາລ ຣະຫວ່າງພາກຣັຖບາລ ກັບບໍຣິສັດ ຂະເຈົ້າຕົກລົງກັນແນວໃດນໍ ໂດຍສະເພາະໃນສ່ວນຂອງຄວາມຮັບຜິດຊອບ ຫັ້ນນະ ແລ້ວກໍມີກຸ່ມພິທັກ ແມ່ນໍ້າຂອງນໍ, ຂະເຈົ້າຮຽກຮ້ອງ ໃຫ້ຣັຖບາລລາວ ກັບບໍຣິສັດເປີດເຜີຍ ສັນຍາທີ່ເຂົາເອີ້ນວ່າ ສັນຍາພີທີເອນີ້ນໍ, ສັນຍາແບບກໍ່ສ້າງ ເຣຶ່ອງຄວາມຮັບຜິດຊອບຂອງບໍຣິສັດ."

ເຣຶ່ອງການສືບສວນສອບສວນ ຫາສາເຫດອັນແທ້ຈິງ ທີ່ເຮັດໃຫ້ເຂືື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ ແຕກນັ້ນ ເຈົ້າໜ້າທີ່ກ່ຽວຂ້ອງ ໄດ້ເວົ້າກັບ ວິທຍຸເອເຊັຍເສຣີ ໃນມື້ວັນທີ 9 ສິງຫານີ້ວ່າ ຣັຖບາລລາວ ໄດ້ແຕ່ງຕັ້ງຄນະຮັບຜິດຊອບ ສືບສວນ-ສອບສວນ ຄນະນຶ່ງຂຶ້ນໂດຍມີ ທ່ານ ບຸນທອງ ຈິດມະນີ ປະທານກວດກາສູນກາງພັກ, ຮອງນາຍົກຣັຖມົນຕຣີ ເປັນປະທານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.