ເຂື່ອນຫຼວງພຣະບາງ ແຈ້ງ​ ​ເປັນ​ທາງ​ການ

ໄມຊຸລີ
2019.11.06
ກອງປະຊຸມ ແຈ້ງການຮັບຮູ້ ໂຄງການສ້າງເຂື່ອນໄຟຟ້າ ຫລວງພຣະບາງ ຕໍ່ປະເທດ ສະມາຊິກ ລຸ່ມແມ່ນໍ້າຂອງ 4 ປະເທດ ຄື: ໄທຍ, ວຽດນາມ, ລາວ ແລະ ຜູ້ມີສ່ວນໄດ້ສ່ວນເສັຽ ຕໍ່ໂຄງການດັ່ງກ່າວ ເປັນຄັ້ງທໍາອິດ ໃນວັນທີ 6 ພຶສຈິການີ້ ທີ່ນະຄອນຫລວງ ວຽງຈັນ.
RFA

ຄນະກັມມາທິການ ແມ່ນໍ້າຂອງ ຫຼື (MRC) ຈັດກອງປະຊຸມ ແຈ້ງການຮັບຮູ້ ໂຄງການ ສ້າງເຂື່ອນໄຟຟ້າ ຫລວງພຣະບາງ ຕໍ່ປະເທດ ສມາຊິກ ລຸ່ມແມ່ນໍ້າຂອງ 4 ປະເທດ ຄື: ໄທຍ, ວຽດນາມ, ລາວ ແລະ ຜູ້ມີສ່ວນໄດ້ສ່ວນເສັຽ ຕໍ່ໂຄງການ ດັ່ງກ່າວ ເປັນຄັ້ງທໍາອິດ ໃນວັນທີ 6 ພຶສຈິການີ້ ທີ່ນະຄອນຫຼວງ ວຽງຈັນ.

ທ່ານ ອະນຸລັກ ກິດຕິຄຸນ, ເຈົ້າໜ້າທີ່ຂັ້ນສູງ ຄນະກັມມາທິການ ແມ່ນໍ້າຂອງ, ໃຫ້ສັມພາດຕໍ່ ວິທຍຸ ເອເຊັຽ ເສຣີ ໃນວັນທີ 6 ພຶສຈິການີ້ວ່າ ໂຄງການພັທນາ ເຂື່ອນໄຟຟ້າ ຫລວງພຣະບາງ ເຣີ່ມເຂົ້າສູ່ ຂະບວນ ການປຶກສາຫາຣື ລ່ວງໜ້າ ມາແຕ່ວັນທີ 8 ຕຸລາ 2019 ແລະ ຈະສິ້ນສຸດລົງ ໃນວັນທີ 7 ເມສາ 2020. ໃນ​ໄລຍະເວລາ ປຶກສາຫາຣືກັນ 6 ເດືອນນີ້ ຈະຕ້ອງໄດ້ສຶກສາຜົລກະທົບ ຂອງເຂື່ອນໄຟຟ້າ ນີ້ໃຫ້ດີ ເພື່ອບໍ່ໃຫ້ ມີຜົລກະທົບຮ້າຍແຮງ ດັ່ງທ່ານກ່າວວ່າ:

“MRC ກໍຕ້ອງມີ ການແລກປ່ຽນຂໍ້ມູນ ແລ້ວກໍມີການຫາຣື ສິເຮັດແນວໃດ ເພື່ອບໍ່ໃຫ້ມີ ຜົລກະທົບ ຮ້າຍແຮງ ແຕ່ວ່າ ເຮົາກໍຕ້ອງ ສຶກສາດີໆ ວ່າມັນສິມີ ຜົລກະທົບ ແນວໃດ.”

ແລະທ່ານ ສົມກຽດ ປະຈໍາວົງ, ເລຂາທິການ ສໍານັກງານ ຊັພຍາກອນນໍ້າ ແຫ່ງຊາດໄທຍ, ກໍໄດ້ໃຫ້ຄໍາເຫັນ ຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ ດຽວກັນນີ້ວ່າ: ບໍຣິສັດ ຜູ້ລົງທຶນ ພັທນາ ເຂື່ອນໄຟຟ້າ ແລະ ຣັຖບານລາວ ໃນຖານະເປັນ ຜູ້ໃຫ້ ສັມປະທານນັ້ນ ຕ້ອງເອົາໃຈໃສ່ ດ້ານຜົລກະທົບ ຕໍ່ສິ່ງແວດລ້ອມ ແລະ ສັງຄົມຫຼາຍຂຶ້ນ ເພື່ອຫຼຸດຜ່ອນ ຜົລກະທົບ ທີ່ຈະເກີດຂຶ້ນ ແລະ ທີ່ສໍາຄັນກໍຄື ຄວນແຈ້ງຂໍ້ມູນ ຕ່າງໆ ກ່ຽວກັບ ເຂື່ອນໄຟຟ້າ ຫຼວງພຣະບາງ ໃຫ້ກັບທຸກປະເທດ ລຸ່ມນໍ້າຂອງ ຮັບຮູ້ ເພື່ອຮັບມື ກັບຜົລກະທົບ ທີ່ຈະເກີດຂຶ້ນ ໃນໄລ​ຍະສັ້ນ ແລະ ໄລຍະຍາວ:

“ການພັ​ທນາເຂື່ອນ ໃນລໍາແມ່ນໍ້າຂອງ ຈະຕ້ອງເກີດຜົລກະທົບ ໜ້ອຍທີ່ສຸດ ໂດຍສະເພາະຢ່າງຍິ່ງ ທາງດ້ານສິ່ງແວດລ້ອມ ຫຼື ກະທົບກັບ ປະຊາຊົນ ໃນພື້ນທີ່ ໃຫ້ໜ້ອຍລົງທີ່ສຸດ ຊຶ່ງຕົງນີ້ ກໍໄດ້ມີ ການເຈຣະຈາ ຫາຣືຮ່ວມກັນ ເຣື້ອງຂອງ ການກໍ່ສ້າງ ເຂື່ອນຫລວງພຣະບາງ ໃນການ ທີ່ຈະໃຫ້ ຂໍ້ມູນຂ່າວສານ ກັບທຸກປະເທດ ທີ່ເໝືອນກັນ.”

ແລະ ດຣ. ໄຊຍຸດ ສຸກສີ, ນັກວິຊາການ ແລະ ອະດີດ ອາຈານດ້ານພະລັງງານນໍ້າ ຄນະວິສວະກັມ ຈຸລາລົງກອນ ມະຫາວິທຍາລັຍ, ໃຫ້ສັມພາດຕໍ່ ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນວ່າ ເຂື່ອນໄຟຟ້າ ຫລວງພຣະບາງ ເປັນໂຄງການພັທນາ ຂນາດໃຫຍ່ ໃນແມ່ນໍ້າຂອງ, ສະນັ້ນ ບໍຣິສັດຜູ້ພັ​ທນາ ໂຄງການ ແລະ ຣັຖບານລາວ ຄວນສຶກສາ ຜົລກະທົບ ດ້ານສິ່ງແວດລ້ອມ ແລະ ສັງຄົມຢ່າງລະອຽດ ກ່ອນຈະ ເຣີ່ມລົງມືກໍ່ສ້າງ:

“ມັນເປັນແມ່ນໍ້າສາຍໃຫຍ່ ມັນຫລີກລ່ຽງບໍ່ໄດ້ ທີ່ຈະຕ້ອງມີ ຜົລກະທົບ ດ້ວຍຂນາດຂອງໂຄງການ ມັນຢູ່ທີ່ການຕຽມການ ຫຼາຍກວ່າ ການສຶກສາ ເວົ້າງ່ຽຍໆ ກໍຕ້ອງລົງທຶນລົງແຮງ ໃນເຣື້ອງ ການສຶກສາ ໃຫ້ຫຼາຍ ມັນເຖິງຈະໄດ້ ຄໍາຕອບ ທີ່ມັນເປັນຂໍ້ເທດຈິງ ແລ້ວຈະມີຜົລກະທົບ ໜ້ອຍສໍ່າໃດ.”

ໂຄງການ ເຂື່ອນໄຟຟ້າ ຫລວງພຣະບາງ ມີຂນາດ 1,460 ເມກາວັດ, ແມ່ນຈະເຣີ່ມກໍ່ສ້າງ ພາຍໃນປີ 2020 ນີ້ ແລະ ຄາດວ່າ ຈະສ້າງ ສໍາເຣັດໃນປີ 2027. ໂຄງການນີ້ ເປັນໂຄງການຮ່ວມລົງທຶນ ຣະຫວ່າງ ຣັຖບານລາວ, ບໍຣິສັດ Petro Vietnam Power Corporation ຂອງວຽດນາມ ແລະ ບໍຣິສັດ ຊ.ການສ້າງປະເທດໄທຍ. ໄຟຟ້າທີ່ຜລິດໄດ້ ຈະສົ່ງຂາຍ ໃຫ້ປະເທດ ໄທຍ ແລະ ວຽດນາມ.

ສ່ວນຣາຍລະອຽດ ເຣື່ອງການຖືຫຸ້ນນັ້ນ ທາງການລາວ ເວົ້າວ່າ ຕ້ອງລໍຖ້າ ຂະບວນການ ປຶກສາຫາຣື ລ່ວງໜ້າ ຂອງຄນະກັມມທິການ ແມ່ນໍ້າຂອງ 6 ເດືອນ ສໍາເຣັດເສັຽກ່ອນ ຈິ່ງຈະເປີດເຜີຽໄດ້.

ເຖິງຢ່າງໃດກໍຕາມ, ຕາມການສຶກສາ ເບື້ອງຕົ້ນ ໂຄງການດັ່ງກ່າວນີ້ ຈະສົ່ງຜົລກະທົບຕໍ່ ປະຊາຊົນລາວ ທັງໝົດ 1,077 ຄອບຄົວ ຈໍານວນ 4,600 ຄົນ ຢູ່ 3 ເມືອງ ໃນ 3 ແຂວງ ຂອງລາວ ຄື: ເມືອງຈອມເພັດ ແຂວງຫລວງພຣະບາງ, ເມືອງປາກອູ ແຂວງອຸດົມໄຊ ແລະ ເມືອງຫົງສາ ແຂວງໄຊຍະບູຣີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.