ລຶບລ້າງຄວາມທຸກຍາກ ໃນປີ 2030 ອາຈຍັງບໍ່ໄດ້

ໄຊຍາ
2020.07.21
F-Poverty ທາງການລາວ ໂຈະວຽກງານການລຶບລ້າງ ຄວາມທຸກຍາກ ຍ້ອນຜົລກະທົບ ຈາກການຣະບາດ ຂອງເຊື້ອພຍາດໂຄວິດ-19 ແລະ ອາດຂັດສົນ ງົບປະມານ
Citizen journalist/SS

ຊາວລາວຍັງບໍ່ເຊື່ອຫມັ້ນວ່າ ປະເທດລາວ ຈະສາມາດລຶບລ້າງຄວາມທຸກຍາກໄດ້ ພາຍໃນປີ 2030 ໂດຍສະເພາະແມ່ນ ປະຊາຊົນໃນເຂດຊົນນະບົດ ການພັທນາພື້ນຖານໂຄງຮ່າງ ຍັງເຂົ້າບໍ່ເຖິງ ດັ່ງຖນົນຫົນທາງ, ໄຟຟ້າ, ນໍ້າປະປາ, ໂຮງຮຽນ, ໂຮງຫມໍ ແລະ ສີ່ງທີ່ຈຳເປັນ ຕໍ່ການດຳລົງຊີວິດ. ພ້ອມນີ້ຄົນຊະນະບົດ ກໍຍັງບໍ່ມີອາຊີບທີ່ໝັ້ນຄົງ ຍັງທຳມາຫາກິນ ໂດຍອາສັຍທັມຊາດ ຈາກແມ່ນໍ້າ ແລະ ປ່າດົງ.  ດັ່ງຊາວບ້ານ ທີ່ເມືອງງອຍ ແຂວງຫຼວງພຣະບາງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 21 ກໍຣະກະດາ ວ່າ: ການລຶບລ້າງຄວາມທຸກຍາກຍັງບໍ່ໄດ້ຜົລ.

"ການພັທນາ ເພີ່ນກໍເວົ້າຢູ່ວ່າ 2020 ເພິ່ນຈະລົບລ້າງຄວາມທຸກຍາກ ຂອງປະຊາຊົນ ຢູ່ພູດອຍ ເຂດໃດກະຢ່າເນາະ ຊິລົບລ້າງຫມົດ. ບາດສຸດທ້າຍ 2020 ຍັງບໍ່ໄດ້ເຫັນຜົລ ບາດນີ້ ເພີ່ນຍາວຕື່ມໄປ 2030 ຄວາມຈິງ ປະຊຊົນກໍຢາກຂາດຄວາມເຊື່ອໝັ້ນ. ໄຟຟ້ານີ້ ບາງຄົນກໍເອົາແສງສວ່າງມາໄຕ້ ນໍ້າກໍໄດ້ໄປຕັກເອົາຢູ່ໃນຫ້ວຍພຸ້ນແຫຼະ ຍາກນ້ອຍນຶ່ງ ເພາະມັນຫ່າງໄກສອກຫລີກ ທາງຣົດກາໄປບໍ່ເຖິງ."

ຊາວບ້ານກ່າວຕື່ມວ່າ ກໍຕ້ອງການໃຫ້ການປະຕິບັດ ໄດ້ຕາມເປົ້າໝາຍ ຕາມການພັທນາ ແບບຍືນຍົງ ໂດຍສະເພາະ ການລຶບລ້າງຄວາມທຸກຍາກ ເພາະປະຊາຊົນເຂດຫ່າງໄກສອກຫຼີກ ຍັງຕ້ອງການການພັທນາ ໃຫ້ດີຂື້ນ ທັງເຣື່ອງຂອງໄຟຟ້າ ນໍ້າປະປາ ຖນົນຫົນທາງ ແລະ ອາຊີບທີ່ໝັ້ນຄົງ.

"ເຂດພູດອຍເຮົາ ກາເຣື່ອງເສັ້ນທາງເນາະ ໃຫ້ມັນໄປມາຫາກັນສະດວກ ຊີວິດການເປັນຢູ່ ການຊື້ການຂາຍກາຍາກ. ກາເຣື່ອງໄຟ ໃຫ້ມີແຕ່ລະບ້ານ ໃຫ້ມັນມີນໍ້າລິນ ນໍ້າກອກຫັ້ນນ່າ ກາເຣື່ອງການປູກຝັງລ້ຽງສັດເນາະ ການທຳມາຫາກິນ ເພິ່ນຈະຟື້ນຟູອາຊີບ ໃຫ້ປະຊຊົນ ປັດຈຸບັນນີ້ ກາຍັງບໍ່ທັນເຫັນຫຍັງ."

ຂະນະທີ່ຊາວບ້ານ ບ້ານເມືອງຫົວເມືອງ ແຂວງຜົງສາລີ ກ່າວໃຫ້ຄຳເຫັນວ່າ ຊາວບ້ານຫຼາຍຄົນ ຍັງຫຍຸ້ງຍາກກັນຫລາຍ ບໍ່ໄດ້ມີອາຊີບທີ່ໝັ້ນຄົງ ສ່ວນຫລາຍບໍ່ມີດິນເຮັດນາ ຣະບົບນໍ້າລິນ ໃນປັດຈຸບັນ ກໍເຂົ້າບໍ່ເຖິງ. ຖ້າເຂົ້າຣະດູແລ້ງຫຍຸ້ງຍາກຫຼາຍ ຍັງຕ້ອງອາສັຍນໍ້າ ຈາກຫ້ວຍໃຊ້ ໃນຊີວິດປະຈຳວັນ.

"ໂອອັນນີ້ ເຣື່ອງຂາດນີ້ເດີ້ ເປັນຕົ້ນປັດຈຸບັນ ຟ້າແຫ້ງແລ້ງ ຂາດນໍ້າ ຂາດນໍ້າກິນ ນໍ້າລິນ ບໍ່ໄດ້ມີນໍ້າໃຊ້ແລ້ວບາດນີ້ ເປັນເຣື່ອງໃຫຍ່ທີ່ສຸດ. ຍ້ອນບໍ່ມີດິນນາ ເຮັດຕາມພູຜາ ປ່າດົງ. ອາຊີບຫາກິນແບບທັມຊາດ. ປັດຈຸບັນ ສ່ວນຫຼາຍກາຫາລ້ຽງກຸ້ມຕົນເອງ ຜູ້ລະເລັກລະໜ້ອຍໄປຊັ້ນ."

ຕໍ່ບັນຫາດັ່ງກ່າວ ເຈົ້າໜ້າທີ່ກ່ຽວຂ້ອງ ຂອງແຂວງຫົວພັນ ໄດ້ໃຫ້ຄວາມເຫັນວ່າ ການພັທນາຊຸມຊົນ ໃນແຕ່ລະເມືອງ ກໍຍັງມີຄວາມຫຍຸ້ງຍາກຢູ່ ເຖິງແມ່ນວ່າ ໄດ້ງົບປະມານ ໃນແຕ່ລະປີ ແຕ່ກໍບໍ່ສາມາດ ພັທນາໄດ້ທົ່ວທຸກບ້ານ ເພາະງົບປະມານ ມີຈຳກັດ ທີ່ໃຫ້ຈະໃຫ້ໄດ້ທຸກບ້ານ.

"ຊິຈັດສັນ ໃຫ້ຄົບທຸກບ້ານ ໂອ້ຍມັນກາບໍ່ຢາກພໍປານໃດເນາະ. ຜ່ານມາ ເຮົາຄາດຫວັງໄວ້ ຈະຈັດຕັ້ງປຕິບັດໂຄງການ 07 ບ້ານ ກາສ່ວນຫຼາຍ ກາສຳເຣັດຫມົດເດ້ ແບບນີ້ແຫຼະ ພວກເຮົາຈະລົງໄປ ວາງແຜນກ່ອນ ແລ້ວຈະຮູ້ວ່າ ຄອບຄົວໃດ ມີເຣື່ອງອັນທີ່ວ່ານີ້."

ຕໍ່ກັບແຜນພັທນາ ລຶບລ້າງຄວາມທຸກຍາກ ທີ່ຜ່ານມາ ແຜນການດຳເນີນງານ ຍັງມີຫລາຍປັດຈັຍ ທີ່ເຮັດໃຫ້ໂຄງການນີ້ ຍັງບໍ່ບັນລຸຕາມແຜນການ, ດັ່ງ ທ່ານ ຈັນສີ ແສງຊົມພູ, ສະມາຊິກ ສະພາເຂດ  02 ແຂວງຜົ້ງສາລີ ໄດ້ກ່າວໃນກອງປະຊຸມສະພາ ເມື່ອທ້າຍປີ 2019 ທີ່ຜ່ານມາວ່າ ເອົາສະເພາະແຕ່ຜລິຕເຂົ້າ ກໍບໍ່ສາມາດ ໄປແຂ່ງຂັນ ກັບປະເທດອື່ນໄດ້ ຊິເຮັດໃຫ້ລຶບລ້າງຄວາມທຸກຍາກ ໄດ້ບໍ່

"ດຽວນີ້ຣັຖບານ ນັບແຕ່ຣັຖຊຸດທີ 07 ຮອດຊຸດທີ 08 ພວກເຮົາກາເວົ້າ ເຣື່ອງການຜລິຕ ທີ່ກຳນົດວ່າ ເຮັດແນວໃດ ຈະຜລິຕເຂົ້າ ໃຫ້ໄດ້ 4.4 ລ້ານໂຕນ. ອັນນີ້ແມ່ນ ຍຸທສາດແລ້ວບໍ? ອັນນີ້ມັນຈຸດສຸມຂອງຣັຖບານແລ້ວບໍ? ຄັນວ່າປະເທດຊາດຜລິຕເຂົ້າໄດ້ສ່ຳນີ້ ຈະຫຼຸດພົ້ນອອກຈາກຄວາມທຸກຍາກບໍ? ອັນນີ້ກໍຢາກໃຫ້ເບີ່ງຕື່ມ ເພາະວ່າດຽວນີ້ ຄຸນນະພາບ ແລະ ປະສິຕິຜົລ ຂອງຜລິຕພັນເຮົານີ້ ໄປແຂ່ງກັບປະເທດອື່ນ ກາບໍ່ໄດ້. ການຜລິຕເຂົ້ານີ້ ທ່ານໄດ້ກ່າວຕື່ມວ່າ ບາງຄອບຄົວ ເຮັດນາຫມົດປີ ກໍຍັງອຶດເຂົ້າກິນຢູ່. ສະນັ້ນ, ພວກເຮົາຄວນເລືອກເອົາ ຂແນງການອື່ນ ຜັກດັນ ໃຫ້ໂຄງປະກອບເສຖກິຈ ຂອງເຮົາ ສາມາດກ້າວໄປໄດ້."

ສຳລັບປີ 2016-2030 ກອງທຶນຫຼຸດຜ່ອນຄວາມທຸກຍາກ, ທ່ານ ຈິດ ທະວີໃສ ຜູ້ອຳນວຍການກອງທຶນ ໄດ້ກ່າວຕໍ່ສື່ມວນຊົນ ວັນທີ 26 ພືສພາວ່າ ຣັຖບານລາວ ໄດ້ວາງເປົ້າຫມາຍ ສືບຕໍ່ໃຫ້ເປັນເອກະພາບ ກັບສາກົລ ທີ່ໃຫ້ໄດ້ເປົ້າໝາຍ ພັທນາແບບຍືນຍົງ ຈຶ່ງກຳນົດເອົາ 2 ບູຣິມະສິດ, ໂດຍແກ້ໄຂຄວາມທຸກຍາກ ແລະ ແກ້ໄຂບັນຫາ ຄໍ້າປະກັນສະບຽງອາຫານ ຫລື ລຶບລ້າງຄວາມອຶດຫິວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.