ຄົນງານລາວໄປໄທໄດ້ ເມື່ອດ່ານເປີດ

ອຸ່ນແກ້ວ ສຸກສະຫວັນ
2020.05.15
F-Lao-Thai-Bridge ຂົວຂ້າມ ແມ່ນໍ້າຂອງ ຣະຫວ່າງ ລາວ-ໄທ
RFA

ໃນຂນະທີ່ ຣັຖບານລາວ ກຳລັງຂຶ້ນທະບຽນ ກຳມະກອນລາວ ທີ່ຍັງບໍ່ມີວຽກເຮັດງານທຳ ຢູ່ໃນປະເທດ ເພື່ອໃຫ້ການຊ່ວຍເຫລືອເຂົາເຈົ້າ, ສ່ວນວ່າຄົນງານທີ່ກັບມາຈາກ ປະເທດໄທ ຣັຖບານຈະອະນຸຍາດໃຫ້ ກັບຄືນໄປເຮັດວຽກ ຢູ່ປະເທດໄທໄດ້.

ສະເພາະ ຢູ່ແຂວງສວັນນະເຂດ ເຈົ້າໜ້າທີ່ຈະອະນຸຍາດໃຫ້ ຄົນງານລາວກັບໄປເຮັດວຽກຢູ່ ປະເທດໄທໄດ້ ຖ້າມີການເປີດດ່ານ, ແຕ່ເຈົ້າ ໜ້າທີ່ຈະມີການກວດເຊື້ອໂວຄິດ19 ຢ່າງເຄັ່ງຄັດ ກ່ອນທີ່ຄົນງານລາວ ຈະກັບກັບໄປ ປະເທດໄທ. ເຈົ້າໜ້າທີ່ແຮງງານ ແລະ ສວັດດີການ ສັງຄົມ ແຂວງສວັນນະເຂດ ກ່າວຕໍ່ເອເຊັຽເສຣີ ວ່າ:

"ໂຕເລື່ອງກວດເຮົາກະກວດ ກວດທີ່ວ່າເຄີຍກວດ ກວດສຸຂພາບ ກວດຮ່າງກາຍ ກະຄື ຢູ່ໄທແຫຼະ ໄທເຮົາກະກວດກ່ອນຈຶ່ງປ່ອຍ ຄືແຈ້ງ ການຂອງຣັຖບານໄທ ນີ້ແມ່ນວ່າເພິ່ນກະກຽມ ຄືຄົນລາວທີ່ມາຈາກໄທ ກັບໄປທຳງານຢູ່ໄທ ລະແມ່ນຄ່າໃຊ້ຈ່າຍແມ່ນວ່າ ຜູ້ກ່ຽວຮັບຜິດ ຊອບເອງໝົດ."

ຄົນງານລາວທີ່ເຄີຍເຮັດວຽກຢູ່ເຂດປະຕູນ້ຳ ບາງກອກປະເທດໄທ ໄດ້ກ່າວຕໍ່ເອເຊັຽເສຣີວ່າ, ລາວກັບໝູ່ຂອງລາວ ລໍຖ້າໃຫ້ດ່ານເປີດ ເພື່ອ ຈະກັບໄປເຮັດວຽກຢູ່ປະເທດໄທ.

"ຢູ່ຊື່ໆນີ້ແຫຼະ ບໍ່ມີວຽກເຮັດ ເອີກໍເລີຍວ່າຟ້າວຢາກໄປແດ່ ເພາະວ່າ ເຈ້ກໍໂທນຳເດ້ ເປີດແລ້ວ ລູກຄ້າມານັ່ງກິນແລ້ວ ມັນເລີ້ມຫຍຸ້ງມັນເລີ້ມ ຫຼາຍແລ້ວຫັ້ນນ່າ ບໍ່ມີຜູ້ຊ່ວຍເພີ່ນ ລໍດ່ານເປີດຟ້າວມາເດີ."

ເພາະຢູ່ແຂວງມຸກດາຫານ ປະເທດໄທ ທີ່ຕິດກັບແຂວງສວັນນະເຂດ ໄດ້ປະຊຸມປຶກສາຫາລືກັນ ໃນວັນທີ 14 ພຶສພາ ກ່ຽວກັບມາຕການ ຮັບມື ກັບຄົນງານລາວ ທີ່ຈະກັບມາເຮັດວຽກຢູ່ປະເທດໄທ ຖ້າຣັຖບານ ໄທສັ່ງເປີດປະເທດ ເຊິ່ງຈະມີຄົນງານລາວ ເດີນທາງກັບໄປເຮັດ ວຽກຢູ່ໄທ ປະມານ 30,000 ຄົນ.

ສໍາລັບຄົນງານລາວ ທີ່ຈະເດີນທາງກັບໄປປະເທດໄທ ຜ່ານຂົວມິຕພາບແຫ່ງທີ 2 ສວັນນະເຂດ ມຸກດາຫານ, ຮອງເຈົ້າແຂວງມຸກດາຫານ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 15 ພຶສພາ ວ່າ:

"ຄົນງານທີ່ຂ້າມມາໄປຢູ່ທາງແຂວງສວັນນະເຂດນີ້ ທີ່ຂ້າມຈາກຂົວມິຕພາບ ແຫ່ງທີ່ສອງ ຄິດວ່າຖ້າສະຖານະການ ໂຄວິດ ມັນດີຂຶ້ນແລ້ວ ນີ້ຄົນງານລາວກໍຄົງຢາກກັບ ຄິດວ່າຈະມີປະມານ 30,000 ຄົນ ທີ່ຈະເດີນທາງເຂົ້າມາ ທາງເຮົາກໍຢາກໃຫ້ຣາຍງານ ເຂົ້າມາຖືກຕ້ອງ ຕາມກົດໝາຍ."

ທ່ານຮອງເຈົ້າແຂວງມຸກດາຫານ ກ່າວຕື່ມວ່າ ສ່ວນການເປີດດ່ານຂົວມິຕພາບ ໄທ-ລາວ ແຫ່ງທີ 2 ທີ່ຕິດກັບ ແຂວງສວັນນະເຂດຍັງບໍ່ຮູ້ ວ່າເມື່ອໃດ ແຕ່ຕ້ອງຖ້າຣັຖບານແຈ້ງການອອກມາ ຊຶ່ງທາງແຂວງກໍໄດ້ ປຶກສາຫາລືກັບເຈົ້າໜ້າທີ່ ກ່ຽວຂ້ອງ ໃນເບື້ອງຕົ້ນວ່າ ຈະຮັບເອົາ ຄົນລາວທີ່ມີນາຍຈ້າງແລ້ວ ແລະມີການບັນທຶກ MOU ເທົ່ານັ້ນ ແລະຕ້ອງມີໃບຮັບຮອງແພດ ໃນການກວດຮ່າງກາຍບໍ່ເກີນ 72 ຂົ່ວໂມງ ສ່ວນວ່າ ຄົນງານລາວທີ່ບໍ່ມີນາຍຈ້າງ ຈະຖືກຫ້າມເຂົ້າມາປະເທດໄທ ເດັດຂາດ ເພື່ອປ້ອງກັນເຊື້ອ ໂຄວິດ19.

ສ່ວນການກັກຕົວ 14 ມື້ ຄົນງານລາວ ທີ່ຈະເຂົ້າມາປະເທດໄທ ນັ້ນ ເຈົ້າໜ້າທີ່ທາງການໄທ ຈະປະຊຸມກັນອີກເທື່ອນຶ່ງ ວ່າຈະບໍ່ໃຫ້ມີການ ກັກຕົວ ຍ້ອນວ່າບໍ່ມີສະຖານທີ່ພຽງພໍ. ດັ່ງຮອງເຈົ້າແຂວງມຸກດາຫານ ໄດ້ກ່າວວ່າ:

"ເຮົາກໍໄດ້ມີການປະຊຸມກັນຢູ່ ວ່າຈະມີການກັ່ນຕອງ ການບູຣະນະການ ການໃຊ້ອຸປກອນ ໃນການກວດເຊື້ອໃຫ້ໄວ ແລະ ປະຢັດແນວໃດ ຊຶ່ງຈະມາກັກໂຕ 14 ວັນ ຄົງບໍ່ແມ່ນວິທີຮອງຮັບ ແຮງງານລາວທີ່ຈະ ເຂົ້າມານັ້ນໄດ້ ຖ້າເຂົ້າມາມື້ລະ 100 ຄົນ 14 ວັນ ຖ້າມາທຸກວັນ ສົມທົບກັນມາເລື້ອຍໆ ເປັນພັນຫ້ອງພັກ ຊຶ່ງມັນຄົງບໍ່ໄຫວ ເພາະຕ້ອງລ້ຽງເຂົ້າ 3 ຄາບຕໍ່ວັນ."

ເຈົ້າໜ້າທີ່ມຸກດາຫານ ກ່າວວ່າ ຖ້າຣັຖບານໄທ ສັ່ງເປີດດ່ານແນ່ນອນ ຕ້ອງມີຄວາມພ້ອມໃນການເປີດດ່ານ ແລະກຽມພ້ອມກວດກາຄົນ ງານລາວທີ່ຈະເຂົ້າມາເຮັດວຽກ ຢູ່ປະເທດໄທ ຢ່າງເຂັ້ມງວດ ຕາມນະໂຍບາຍ.

"ທາງດ່ານ ມີຄວາມພ້ອມຢູ່ແລ້ວ ຂໍໃຫ້ມີນະໂຍບາຍ ແລະ ຄຳສັ່ງລົງມາຢ່າງເປັນທາງການ  ເຮົາກໍມີມາຕການ ໃນການກວດກາຕາມ ມາຕຖານຂອງກະຊວງສາທາຣະນະສຸຂ ເຂົາວາງໄວ້ ນີ້ກໍແລ້ວ ແຕ່ນະໂຍບາຍ ຂອງກົມຄວບຄຸມໂຣກ ກະຊວງສາທາລະນະສຸກ."

ນັບແຕ່ມີການຣະບາດຂອງພຍາດໂຄວິດ19 ເປັນຕົ້ນມາ, ມີຄົນງານລາວເດີນທາງມາຈາກປະເທດໄທ ຜ່ານດ່ານສາກົນ ປະມານ 1 ຮ້ອຍ ພັນຄົນອີງຕາມຂໍ້ມູນ ຈາກຄະນະສະເພາະກິດ ຄວບຄຸມໂຄວິດ19.

ນອກຈາກນີ້ ແຈ້ງການຂອງສຳນັກງານ ນາຍົກຣັຖມົນຕຼີ ອອກມາໃນວັນທີ 15 ພຶສພາ 2020 ແມ່ນອະນຸຍາດໃຫ້ຄົນງານລາວ ກັບຄືນໄປ ເຮັດວຽກຢູ່ຕ່າງປະເທດໄດ້.

ແຈ້ງການດັ່ງກ່າວໄດ້ຣະບຸວ່າ; ອະນຸຍາດໃຫ້ຊາວຕ່າງປະເທດ ທີ່ໄດ້ເຮັດວຽກ, ອອກແຮງງານ ແລະສຶກສາ ຢູ່ ສປປລາວ ກັບຄືນປະເທດ ຂອງຕົນຕາມຈຸດປະສົງ.

ສຳລັບນັກສຶກສາລາວ ແລະ ແຮງງານລາວ ທີ່ຕ້ອງການກັບຄືນໄປຮຽນ ຫຼື ອອກແຮງງານຢູ່ຕ່າງປະເທດກໍສາມາດ ເດີນທາງໄປໄດ້ ແຕ່ຕ້ອງປະຕິບັດຕາມ ລະບຽບການຂອງປະເທດ ທີ່ຈະເດີນທາງໄປນັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.