ຄຣິສຕຽນລາວ ຖືກປ່ອຍແລ້ວ
ຊາວຄຣິສຕຽນລາວ ທີ່ຖືກຈັບ ເມື່ອທ້າຍເດືອນ ກໍຣະກະດາ ໃນຂໍ້ຫາ ເຜີຍແຜ່ ສາສນາ ຖືກປ່ອຍຕົວແລ້ວ ພາຍຫລັງ ຖືກອົບຮົມ.
-
ສິດນີ
2016-09-20 -
-
-
Your browser doesn’t support HTML5 audio
ທ້າວ ແສງດາວ, ອາຍຸ 50 ປາຍປີ, ຊາວຄຣິສຕຽນ ຖືກຈັບ ທີ່ເມືອງໂພນໂຮງ, ແຂວງວຽງຈັນ, ແຕ່ວັນທີ 29 ກໍຣະກະດາ ໃນຂໍ້ຫາ ເຜີຍແຜ່ ຄຳສອນ ສາສນາ ຄຣິສຕຽນ ໂດຍບໍ່ໄດ້ຮັບ ອະນຸຍາດນັ້ນ ຖືກປ່ອຍແລ້ວ, ພອ້ມທັງ ຖືກຕັກເຕືອນ ບໍ່ໃຫ້ລາວ ເຜີຍແຜ່ ສາສນາ ຄຣິສຕຽນ ອີກຕໍ່ໄປ. ເຈົ້າຫນ້າທີ່ ແຂວງວຽງຈັນ ທ່ານນິ່ງ ເວົ້າວ່າ ບໍ່ໄດ້ກັກຂັງລາວ ມີແຕ່ເອີ້ນມາ ອົບຮົບຊື່ໆ ແລ້ວປອ່ຍ ກັບບ້ານ ຍ້ອນລາວເຄື່ອນໄຫວ ທາງສາສນາ, ດັ່ງທ່ານກ່າວ ໃນວັນທີ 19 ກັນຍາວ່າ,
“ຂະເຈົ້າ ເຄື່ອນໄຫວ ດົນແລ້ວ ເຄື່ອນໄຫວ ແຕ່ກກ່ອນລະ ມັນເຮັດຢູ່ບ້ານ ນະມັດສະການ ຢູ່ບ້ານ ບາດນີ້ແລ້ວ ເພິ່ນໄປເຮັດຢູ່ນາ ໄປເຮັດຢູ່ ຖຽງໄຮ່, ບໍ່ໄດ້ຖືກຄຸກຖືກຕະລາງ ເອີ້ນມາ ຕັກເຕືອນ ແລ້ວ ກະບໍ່ໃຫ້ເຄື່ອນໄຫວ ເພາະວ່າ ເພິ່ນບໍ່ມີ ສາຍຕັ້ງ.
ທ່ານກ່າວຕື່ມວ່າ ຕາມປົກກະຕິແລ້ວ ຜູ້ນັບຖື ສາສນາ ທຸກສາສນາ ຕ້ອງໄດ້ຮັບ ອະນຸຍາດ ຈາກຣັຖບານ ກ່ອນທີ່ ຈະເຮັດກິຈກັມ ທາງສາສນາໄດ້ ແຕ່ຕ້ອງ ຢູ່ໃນຂອບ ທີ່ກົດຫມາຍ ກຳນົດໄວ້. ໃນກໍຣະນີ ທ້າວ ແສງດາວ, ນອກຈາກ ຈະບໍ່ມີ ໃບອະນຍາດແລ້ວ ຍັງເຮັດຜິດ ກົດໝາຍ ຮ້າຍແຮງອີກ ເປັນຕົ້ນ ເຜີຍແຜ່ສາສນາ ໃນທີ່ ສາທາຣະນະ ທີ່ທາງການລາວ ໄດ້ອອກ ກົດຣະບຽບ ຫ້າມຢ່າງຈະແຈ້ງ ຢູ່ແລ້ວ.
ທ່ານກ່າວວ່າ ທ້າວແສງດາວ ເປັນຄົນບ້ານນາມອນ ເມືອງໂພນໂຮງ ແຕ່ສັງກັດ ກຸ່ມຜູ້ນັບຖື ສາສນາ ຄຣິສຕຽນ ຢູ່ປະເທດໄທ ແລະ ພວກຂະເຈົ້າ ມັກເດີນທາງ ມາເຮັດພິທີ ຢູ່ໂບດ ໃນນະຄອນຫລວງວຽງຈັນເລື້ອຍໆ. ສຳລັບ ຂ່າວທີ່ວ່າ ຫົວຫນ້າໂບດ ຖືກຈັບ ຍ້ອນໄປຢາມ ທ້າວແສງດາວ ໃນຣະຫວ່າງ ຖືກອົບຮົມນັ້ນ ຕົນບໍ່ຮູ້ ກ່ຽວກັບ ເຣື້ອງນີ້.
ແຕ່ເຖິງຢ່າງໃດກໍຕາມ ກ່ອນຫນ້ານີ້ ທ່ານ ພາທຣິກຄ໌ ຄເລນ (Patrick Klein), ເຈົ້າໜ້າທີ່ ຈາກອົງການສາສນາ ຄຣິສຕຽນ (Vision Beyond Borders), ເວົ້າວ່າ ຫົວຫນ້າໂບດ ຜູ້ຍິງ ທີ່ໄປຢາມ ທ້າວແສງດາວ ໃນບ່ອນອົບຮົມນັ້ນ ກໍຖືກຈັບ ເໝືອນກັນ ໃນວັນທີ 31 ກໍຣະກະດາ ແລະ ຖືກກັກຂັງ ເປັນເວລາ 7 ມື້, ຊຶ່ງກ່ອນທີ່ນາງ ຈະຖືກປ່ອຍຕົວ ອອກມາໄດ້ ນາງ ຕ້ອງໄດ້ຈ່າຍ ຄ່າປັບໃໝ ໃຫ້ແກ່ ເຈົ້າໜ້າທີ່ ແລະ ຫລັງຈາກ ຖືກປ່ອຍຕົວແລ້ວ ນາງ ກໍຖືກນຳສົ່ງ ໂຮງພຍາບານ ຍ້ອນບັນຫາ ທາງສຸຂພາບ ຈາກການຈັບກຸມ.