ຂລສມ ຮຽກຮ້ອງ ທ່. ບ່ານກີ່ມູນ ດ້ານສິດທິ ມະນຸດ
2016.09.05

ສະຫະພັນສາກົນ ເພື່ອສິດທິມະນຸດ (FIDH) ແລະ ຂະບວນການລາວ ເພື່ອສິດທິມະນຸດ (LMHR) ໄດ້ອອກ ຖແລງການຮ່ວມ ໃນວັນທີ 3 ກັນຍານີ້ ທີ່ປະເທດ ຝຣັ່ງ ເພື່ອຮຽກຮ້ອງ ທ່ານ ບ່ານກີ່ມູນ ເລຂາທິການໃຫຍ່ ສະຫະປະຊາຊາດ ກົດດັນ ຣັຖບານລາວ ປ່ອຍນັກໂທດ ການເມືອງ ທີ່ຖືກກັກຂັງ ໃນລາວ ໃຫ້ເປັນອິສຣະ ແລະ ສືບສວນ ຢ່າງຈິງຈັງ ແລະ ເລັ່ງດ່ວນ ກ່ຽວກັບ ການບັງຄັບ ຄົນຫາຍສາບສູນ ໃນລາວ ໃນລະຫວ່າງ ການເຂົ້າຮ່ວມ ກອງປະຊຸມ ແລະ ຢ້ຽມຢາມລາວ ຂອງທ່ານ ທີ່ຈະມາເຖິງນີ້.
ຍານາງ ວະນິດາ ເທບສຸວັນ, ປະທານ ຂະບວນການລາວ ເພື່ອສິດທິມະນຸດ, ກ່າວໃນຕອນນຶ່ງວ່າ:
“ສະຫະພັນສາກົນ ເພື່ອສິດທິມະນຸດ (FIDH) ແລະ ຂະບວນການລາວ ເພື່ອສິດທິມະນຸດ ໄດ້ອອກຖແລງການຮ່ວມ ແລະ ຢື່ນເອກສານ ຫາເລຂາທິການໃຫຍ່ ຂອງສະຫະປະຊາຊາດ, ທ່ານ ບ່ານກີ່ມູນ, ຂໍໃຫ້ເພິ່ນ ໃຊ້ວິທີທາງ ທີ່ເພິ່ນມີ ເພື່ອຜັກດັນ ໃຫ້ຣັຖບານລາວ ປ່ອຍນັກໂທດ ການເມືອງ ແລະ ຂໍໃຫ້ສົ່ງ ຜູ້ທີ່ຫາຍສາບສູນ ໄປ ໃຫ້ຄືນມາຫາ ຄອບຄົວ.”
ຍານາງ ກ່າວຕື່ມວ່າ ໃນໂອກາດນີ້ ທາງ ສະຫະພັນ ສາກົນ ເພື່ອສິດທິມະນຸດ ແລະ ຂະບວນການລາວ ເພື່ອສິດທິມະນຸດ ຢາກໃຫ້ ຜູ້ນໍາສໍາຄັນ ເຫລົ່ານັ້ນ ຮູ້ວ່າ ຢູ່ໃນເມືອງລາວ ປະຊາຊົນລາວ ບໍ່ມີສິດ ປາກເວົ້າ, ຂີດຂຽນ, ຊຸມນຸມ ຫລື ອອກຄວາມຄິດຄວາມເຫັນ ທີ່ກົງກັນຂ້າມກັບ ເສັ້ນທາງ ພັກ-ຣັຖ. ເວລາໃດ ຄົນລາວ ຜູ້ໃດ ຢາກໃຊ້ສິດທິນີ້ ກໍຕ້ອງຖືກຈັບຖືກຂັງ ຫລື ຫາຍສາບສູນ ແບບຖືກບັງຄັບ. ແລະວ່າ ທີ່ຈິງແລ້ວ ສິດທິເຫລົ່ານີ້ ເປັນສິດທິພື້ນຖານ ທີ່ທຸກໆຄົນ ໃນໂລກຄວນມີ ຕາມທີ່ຣະບຸໄວ້ ໃນປະກາດສາກົນ ສິດທິມະນຸດ ແລະ ສົນທິສັນຍາສິດທິມະນຸດ ຂອງສະຫະປະຊາຊາດ, ຊຶ່ງ ສປປລາວເອງ ໄດ້ເຊັນຮັບຮູ້.
ພ້ອມດຽວກັນນັ້ນ, ຍານາງ ຍັງໄດ້ຍໍ້າຕື່ມວ່າ:
“ເຮົາ ຢາກໃຫ້ເພິ່ນປ່ອຍ ສົມພອນ, ສຸກັນ ໃຈທັດ, ນາງຫລອດຄໍາ ແລະ ທ່ານ ບຸນທັນ ທັມມະວົງ ທີ່ຖືກຈັບ ຍ້ອນຕິຄວາມບໍ່ຍຸຕິທັມ ຂອງຜູ້ນໍາລາວ ທາງອິນເທີແນັດ. ເຮົາ ຢາກໃຫ້ເພິ່ນປ່ອຍ ພວກທ່ານ ທອງປະເສີດ ເກື້ອກຸນ ແລະ ແສງອາລຸນ ແພງພັນ ທີ່ຖືກຂັງຢູ່ຄຸກ ຊໍາເຄ້ ເກືອບ 17 ປີແລ້ວ ຍ້ອນຮຽກຮ້ອງ ເອົາປະຊາທິປະໄຕ ແລະ ສິດທິມະນຸດ. ເຮົາບໍ່ຮູ້ວ່າ ພວກນີ້ ຍັງມີ ຊີິວິດຢູ່ ຫລື ບໍ່? ເຮົາ ຢາກໃຫ້ເພິ່ນຊ່ອຍ ທ່ານ ສົມບັດ ສົມພອນ ທີ່ຖືກລັກພາຕົວ ຫາຍສາບສູນໄປ ແບບຖືກບັງຄັບ ໃຫ້ໄດ້ຄືນມາຫາ ຄອບຄົວ ແບບປອດພັຍ.”
ເຖິງຢ່າງໃດກໍຕາມ, ຍານາງ ວະນິດາ ກ່າວຕື່ມວ່າ ອົງການ ຂອງຍານາງ ມີສິດ ແລະ ຫນ້າທີ່ ໃນການຮຽກຮ້ອງ ສິດທິ ດັ່ງກ່າວ ໃນໂອກາດ ທີ່ເຫມາະສົມ ເພື່ອຊ່ອຍໃຫ້ ປະຊາຊົນ ຜູ້ທີ່ຂາດ ສິດທິ ຂັ້ນພື້ນຖານ ໃນລາວ ໄດ້ຮັບ ສິດທິນັ້ນ ຄືນມາ.