ຕຳຣວດນອກເຄື່ອງແບບ ຈັບຄົນ ຮຽກຄ່າໄຖ່
2020.09.10

ເຈົ້າໜ້າທີ່ ໜ່ວຍສະເພາະກິດ ແຂວງບໍ່ແກ້ວ ສົມທົບກັບ ເຈົ້າໜ້າທີ່ຕຳຣວດ ເຂດບ້ານນ້ຳເກີງ ເມືອງຕົ້ນເຜິ້ງ ໄດ້ຈັບຕົວ ເຈົ້າໜ້າທີ່ ຕຳຣວດສັນຕິບານ ຫລື ຕຳຣວດນອກເຄື່ອງແບບ 2 ຄົນ ຊັ້ນຮ້ອຍເອກ ແລະ ຮ້ອຍໂທ ກັບ ປະຊາຊົນອີກ 1 ຄົນ ໃນຂໍ້ຫາຈັບຄົນ ຮຽກຄ່າໄຖ່.
ອີງຕາມຂໍ້ມູນຈາກເຈົ້າໜ້າທີ່ຕຳຣວດ ປກສ ແຂວງບໍ່ແກ້ວ, ຜູ້ຖືກກ່າວຫາ 3 ຄົນ ຖືກຈັບຕົວ ໃນວັນທີ 7 ກັນຍາ ເວລາ 23 ໂມງ 45 ນາທີ, ຊຶ່ງໃນນັ້ນຕຳຣວດນອກເຄື່ອງແບບ 2 ຄົນ ສັງກັດ ຢູ່ຫ້ອງການສັນຕິບານ ແຂວງບໍ່ແກ້ວ.
ຜູ້ຖືກກ່າວຫາທັງ 3 ໄດ້ກໍ່ເຫດຈັບປະຊາຊົນ ເປັນຕົວປະກັນ ເພື່ອຮຽກຄ່າໄຖ່ເປັນເງິນ 5 ແສນບາດ ຢູ່ໂຮງແຮມຫ້ວຍຊາຍ Riverside ທີ່ຕັ້ງ ຢູ່ບ້ານໃຫຍ່ຫ້ວຍຊາຍເໜືອ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.
ປັດຈຸບັນຜູ້ຖືກກ່າວຫາທັງ 3 ຄົນ ຖືກຂັງຄຸກ ຢູ່ແຂວງບໍ່ແກ້ວ ແລະກຳລັງຖືກເຈົ້າໜ້າທີ່ສືບສວນ-ສອບສວນ ຢູ່ ເພື່ອປະກອບເອກກະສານ ສົ່ງຟ້ອງສານ. ເຈົ້າໜ້າທີ່ຫ້ອງການ ປກສ ແຂວງບໍ່ແກ້ວ ໄດ້ກ່າວໃນວັນທີ 10 ກັນຍາ ວ່າ:
"ຈັບຕຳຣວດ 2 ຄົນ ປະຊາຊົນ 1 ຄົນ ຜູ້ກໍ່ເຫດ ກຳລັງເອົາເຂົ້າຫ້ອງການ ຍັງສືບສວນ-ສອບສວນ ຢູ່ ຂໍ້ມູນບໍ່ທັນຈະແຈ້ງເທື່ອເນາະ ເຮົາກຳລັງ ເກັບກຳ ຕ້ອງປະຕິບັດຕາມນັ້ນແຫຼະ ມາຫາວັນທີ 9."
ອີງຕາມການຣາຍງານ ຂອງຫ້ອງການ ປກສ ແຂວງບໍ່ແກ້ວ, ຜູ້ຖືກກ່າວຫາລວມມີ 1- ທ້າວ ເລ ພວງສີສອນເພັດ ອາຍຸ 40 ປີ ເປັນ ເຈົ້າໜ້າທີ່ຕຳຣວດ ຊັ້ນຮ້ອຍເອກ ຢູ່ຫ້ອງການ ສັນຕິບານ ປກສ ແຂວງບໍ່ແກ້ວ. 2- ທ້າວ ແສງແກ້ວ ສີຊົງເລີດ ອາຍຸ 33 ປີ ເປັນ ເຈົ້າໜ້າທີ່ຕຳຣວດ ຊັ້ນຮ້ອຍໂທ ສັງກັດຫ້ອງການ ສັນຕິບານ ປກສ ແຂວງບໍ່ແກ້ວ, 3- ທ້າວ ທອງດຳ ອາຍຸ 38 ປີ ເປັນປະຊາຊົນ ທີ່ບໍ່ມີວຽກເຮັດງານທຳ.
ຜູ້້ເຄາະຮ້າຍທີ່ຖືກຈັບຮຽກຄ່າໄຖ່ ຊື່ ນາງ ດາລາທິບ ຜານະສີ ອາຍຸ 35 ປີ ອາຊີບຄ້າຂາຍ ແລະ ເຈົ້າໜ້າທີ່ ໄດ້ອະນຸຍາດໃຫ້ຜູ້ປົກຄອງ ມາຮັບເອົາຜູ້ກ່ຽວ ກັບເມື່ອບ້ານແລ້ວ ໃນວັນທີ 8 ກັນຍາ.
ຜູ້ຖືກເຄາະຮ້າຍ ຍັງຖືກທຳຮ້າຍຮ່າງກາຍ ໃນເວລາທີ່ຖືກຈັບເປັນຕົວປະກັນ ຢູ່ໂຮງແຮມ ແລະ ຖືກອັດຄລິບວີດີໂອ ສົ່ງໃຫ້ຍາດພີ່ນ້ອງ. ເຈົ້າໜ້າທີີ ຕຳຣວດ ແຂວງບໍ່ແກ້ວ ກ່າວວ່າ:
"ໂອ້ ນາງ ອັນນັ້ນຫັ້ນ ຖືວ່າເຮົາຊ່ວຍມາໄດ້ແລ້ວ ໄດ້ມອບໃຫ້ທາງຍາດພີ່ນ້ອງເຂົາເຈົ້າແລ້ວ, ກໍຖືກທີ່ເຂົາເອົາລົງຄລິບ ຫັ້ນເນາະ ກໍເບິ່ງ ກໍແມ່ນແບບເຂົາເຈົ້າໄດ້ຕີທ້ອງ ຕີຫຍັງລາວແທ້ ແລ້ວເຮົາກໍຖາມ ຊິຈັບໄປຮຽກເອົາເງິນ ນຳພີ່ນ້ອງເຂົາຫັ້ນນະ ເຂົາກໍເວົ້າເທົ່ານັ້ນ."
ກ່ຽວກັບເລື່ອງນີ້, ນັກວິຊາການກົດໝາຍ ຢູ່ແຂວງຫລວງພຣະບາງ ກ່າວວ່າ ໃນໄລຍະຜ່ານມາ ບໍ່ເຄີຍມີກໍຣະນີແບບນີ້ ເຈົ້າໜ້າທີ່ຕຳຣວດ ຈັບຄົນຮຽກຄ່າໄຖ່ ຊຶ່ງຖືວ່າເປັນຄະດີທຳອິດ:
"ບໍ່ເຄີຍເຫັນຈັກເທື່ອ ຫາກໍ່ເຫັນຄະດີດຽວນີ້, ກໍໜັກກວ່າ ປະຊາຊົນ ຫຼືວ່າ ຖ້າວ່າ ການສືບສວນ-ສອບສວນ ຖ້າວ່າ ປະຊາຊົນ ມີການ ກໍ່ການວາງແຜນ ກັນເນາະ ກໍປະຊາຊົນໜັກກວ່າ ແຕ່ຢ່າງໃດ ກໍໜັກກວ່າແຫລ້ວ ເຈົ້າໜ້າທີ່, ແຕ່ກໍຂຶ້ນກັບການພິຈາຣະນາ ຂອງ ການຕັ້ງຂໍ້ຫາ ຂອງການຖະແຫຼງຟ້ອງອັຍການ ມາຫາສານ ແຕ່ຂໍ້ມູນຕົວຈິງ ແມ່ນເຈົ້າໜ້າທີ່ ເປັນຜູ້ເກັບກໍາ ລະແມ່ນຜູ້ໃດ ໂຕການ ລະແມ່ນຜູ້ໃດເປັນຜູ້ສົມຮູ້ຮ່ວມຄິດ."
ຊາວບ້ານໃຫຍ່ຫ້ວຍຊາຍເໜືອ ເມືອງຫ້ວຍຊາຍ ໄດ້ກ່າວວ່າ ໃຫ້ລົງໂທດເຈົ້າໜ້າທີ່ ຜູ້ທີ່ປະຕິບັດແບບນີ້ ໃຫ້ໜັກກວ່າຄົນທົ່ວໄປ:
"ກໍມາແປກໃຈຢູ່ເນາະ ກໍບໍ່ເຄີຍໄດ້ຍິນ ກໍດົນໆ ກໍໄດ້ຍິນ ອັນນີ້ ກໍຕ້ອງປະຕິບັດ ໃຫ້ມັນໜັກກວ່າປະຊາຊົນຫັ້ນແຫຼະ ໜັກກວ່າ, ໜ້າທີ່ເຮົາເປັນ ເຈົ້າໜ້າທີ່ ເຮົາກໍຕ້ອງບໍ່ຄວນໄປໃນຮູບ ການນີ້ເນາະ ເປັນເຈົ້າໜ້າທີ່ຂອງບ້ານເມືອງ ເປັນທີ່ໄວ້ວາງໃຈຂອງພໍ່ແມ່ ປະຊາຊົນຫັ້ນນາ."
ຊາວບ້ານນ້ຳຕ້ອຍ ເມືອງຫ້ວຍຊາຍ ເວົ້າກ່າວ ຕ້ອງປະຕິບັດຕາມກົດໝາຍ ແລະ ຜູ້ທຳຜິດຕ້ອງຮັບກັມ:
"ເອີ ກໍຮູ້ສຶກບໍ່ດີຫັ້ນແຫຼະເນາະ ເພາະວ່າ ເຈົ້າໜ້າທີ່ຂອງຕຳຣວດເນາະ ເພາະວ່າ ປະຊາຊົນພວກເຮົາ ກໍທຸກຄົນນີ້ ກໍຄືທີ່ເຮົາຮູ້ນີ້ແຫຼະວ່າ ເປັນທີ່ອາໃສເນາະ ກັບຕຳຣວດນັ້ນແຫຼະເນາະ ເປັນຄວາມອຸ່ນ ໃນເປັນຄວາມປອດພັຍ ກັບປະຊາຊົນຫັ້ນແຫຼະເນາະ ຖ້າວ່າເກີດຂຶ້ນແນວນີ້ ຄົງຈະໄດ້ຄົງຈະເໝາະສົມ ທີ່ສຸດກໍຄື ປະຕິບັດຕາມລະບຽບກົດໝາຍຫັ້ນແຫຼະ, ກໍຮັບກັມ ເຂົາເຈົ້າສາເນາະ."
ຊາວບ້ານນ້ຳເກີງເກົ່າ ໄດ້ກ່າວວ່າ ຕຳຣວດບໍ່ຄວນໄປກ່ຽວຂ້ອງ ກໍ່ຄະດີແບບນີ້ ເພາະມັນເຮັດໃຫ້ເສັຽພາບພົດຂອງຕຳຣວດ:
"ຄັນໂຕນີ້ ຄັນວ່າເວົ້າແທ້ເຈົ້າໜ້າທີ່ ຂອງເຮົານີ້ກໍບໍ່ຄວນໄປກ່ຽວຂ້ອງ ເຮັດຄືແນວນັ້ນເນາະ ບໍ່ຄວນໄປກ່ຽວຂ້ອງ ເຮັດແນວນັ້ນເຮັດໃຫ້ ເສັຽພາບພົດ ກໍເສັຽໃຈ ກໍເສັຽໃຈນຳ ບັນດາທ່ານຢູ່ ທີ່ຮູ້ເທົ່າບໍ່ເຖິງການ."
ສ່ວນວ່າແຮງຈູງໃຈ ທີ່ເຮັດຜູ້ຖືກກ່າວຫາ ໄປກໍ່ເຫດໃນເທື່ອນີ້ ຍັງຢູ່ໃນຂັ້ນຕອນສືບສວນ-ສອບສວນ ຂອງ ເຈົ້າໜ້າທີ່ຕຳຣວດ, ແຕ່ໃນ ເບື້ອງຕົ້ນເຈົ້າໜ້າທີ່ ຕຳຣວດສືບສວນ-ສອບສວນ ແຂວງ ໄດ້ຕັ້ງຂໍ້ຫາ ຜູ້ກ່ຽວທັງ 3 ຄົນ ຄື ການຈັບຕົວປະກັນ ຮຽກຄ່າໄຖ່, ແລະ ບໍ່ອະນຸຍາດ ໃຫ້ປະກັນຕົວ.