ກໍາລັງທະຫານເພີ້ມຂຶ້ນຢູ່ ມ.ກາສີ

ຈໍາປາທອງ
2016.05.22
F-Kasi ເສັ້ນທາງ ຈາກເມືອງກາສີ ໄປຫາ ຫລວງພຣະບາງ ທີ່ຍັງບໍ່ໄດ້ ປູຢາງ (ຮູປຖ່າຍ ເດືອນ ເມສາ ວັນທີ 20 ປີ 2013)
Screen captured from: Laos video

ປັດຈຸບັນ ກໍາລັງ ທະຫານ ແຂວງວຽງຈັນ ໄດ້ໄປ ປະຈໍາການ ຢູ່ ເມືອງກາສີ ຫຼາຍຂຶ້ນ ເພື່ອ ຮັກສາ ຄວາມສງົບ ຄວາມປອດພັຍ ໃຫ້ ປະຊາຊົນ ແລະ ນັກທ່ອງທ່ຽວ ຢ່າງເຂັ້ມງວດ ພາຍຫລັງ ທີ່ ມີເຫດການ ລັດຍິງຣົດ ເກີດຂຶ້ນ, ແຕ່ລະບ້ານ ຈະມີຄ້າຍ ທະຫານ ຕັ້ງຢູ່ 1 ແຫ່ງ ມີທະຫານ ປະຈໍາຢູ່ ກວ່າ 50 ຄົນ. ຕາມຄໍາເວົ້າ ຂອງ ຊາວບ້ານ ຕໍ່ ວິທຍຸ ເອເຊັຍເສຣີ ໃນ ວັນທີ 20 ພຶສພາ 2016:

"ດຽວນີ້ເຂົາ ເອົາທະຫານ ມາຍາມຫຼາຍຄົນ ຫົວໜ້າໃຫຍ່ ຢູ່ແຂວງ ເອົາຂຶ້ນຍົນ ລົງມາປ່ອຍ ແຕ່ລະບ້ານໝົດ ທະຫານ ຕັ້ງຢູ່ ແຄມທາງແດ່ ຢູ່ໃສກະຕັ້ງ ໝົດນະ".

ຊາວບ້ານ ເວົ້າຕື່ມວ່າ ໃນເຫດການ ທີ່ວ່ານັ້ນ ເຮັດໃຫ້ ປະຊາຊົນ ແລະ ນັກທ່ອງທ່ຽວ ເລີ້ມອອກເຮືອນ ແລະ ບ່ອນພັກເຊົາ ໃນຍາມ ກາງຄືນ ແດ່ແລ້ວ, ແຕ່ກໍບໍ່ຮອດ ເດິກດື່ນ. ແລະວ່າ ສໍາລັບຂ່າວ ເຫດການ ຍິງກັນຢູ່ ເມືອງກາສີ ໄປຫາ ເມືອງນານ ແຂວງ ຫຼວງພຣະບາງ ເມື່ອວັນທີ 6 ພຶສພາ 2016 ນັ້ນ ຕົນບໍ່ຮູ້.

ກ່ຽວກັບ ເຣຶ່ອງການ ຕັ້ງຄ້າຍທະຫານ ທີ່ວ່ານັ້ນ ວິທຍຸ ເອເຊັຽເສຣີ ໄດ້ຕິດຕໍ່ ໄປຫາ ເຈົ້າໜ້າທີ່ ເມືອງກາສີ ເພື່ອ ຂໍຣາຍລະອຽດ ແຕ່ທ່ານ ບອກວ່າ ບໍ່ທັນເຫັນ ກອງກໍາລັງ ທະຫານ ເຂົ້າມາຕັ້ງຄ້າຍ ເທື່ອ ເພາະບໍ່ໄດ້ ລົງໄປຕາມ ເຂດບ້ານຕ່າງໆ ແຕ່ຄິດວ່າ ເປັນການ ຮັກສາ ຄວາມສງົບຊື່ໆ, ເຫດການ ວຸ້ນວາຍ ທີ່ເກີດຂຶ້ນ ໄດ້ສງົບ ລົງແລ້ວ.

ຂ່າວວ່າ ນອກຈາກ ເມືອງກາສີ ແລ້ວ ປັດຈຸບັນ ທະຫານ ແລະ ຕໍາຣວດ ຈາກສູນກາງ ກໍໄປປະຈໍາ ຢູ່ແຂວງ ໄຊສົມບູນ ຕລອດມາ ເພື່ອ ຮັກສາ ຄວາມສງົບ ຈາກ ກອງກໍາລັງ ຕິດອາວຸດ ທີ່ ລັດຍິງຣົດ ປະຊາຊົນ ແລະ ເຈົ້າໜ້າທີ່ ທາງການ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.