ຕັ້ງແຕ່ເດືອນເມສາ ທີ່ຜ່ານມາ ຊາວຄຣິສຕຽນລາວ ຊົນເຜົ່າມົ້ງ 6 ຄອບຄົວ ຈຳນວນສະມາຊິກທັງໝົດ ເກືອບ 30 ຄົນ ຢູ່ບ້ານໂພນສະອາດ, ເມືອງຄຳເກີດ ແຂວງບໍຣິຄຳໄຊ ຖືກຍາດພີ່ນ້ອງ, ເຊິ່ງເປັນຜູ້ອາວຸໂສກວ່າ ພາກັນຂົ່ມເຫງ ແລະ ລົບກວນການໃຊ້ຊີວິຕປະຈຳວັນ ຍ້ອນບໍ່ພໍໃຈ ທີ່ທັງ 6 ຄອບຄົວດັ່ງກ່າວ ບໍ່ຍອມປະລະການເຊື່ອຖື ສາສນາຄຣິສຕຽນ. ຊາວຄຣິສຕຽນລາວ ຢູ່ບ້ານໂພນສະອາດ, ເມືອງຄຳເກີດ ແຂວງບໍຣິຄຳໄຊ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 1 ຕຸລາ 2021 ນີ້ວ່າ:
“ຖືວ່າເປັນອາວຸໂສຢູ່ບ້ານນັ້ນ ບາດນີ້ ລາວກໍມາຂົ່ມເຫງ ລາວກໍໄລ່ອອກບ້ານ, ແຕ່ເຂົາບໍ່ອອກເລີຍ ລາວກະໄປຂົ່ມເຫງຂູ່ເອົາທີ່ດິນແນ່ ຂູ່ໃຫ້ຂະເຈົ້າມ້າງເຮືອນ ຂອງຂະເຈົ້າ ແລ້ວກໍຈະເອົາທີ່ດິນ ຂອງເຂົານັ້ນ ເຂົາບໍ່ພໍໃຈ ເລີຍມີບັນຫາອັນທີນຶ່ງ ຂະເຈົ້າມາຂົ່ມຂູ່ໃຫ້ເຊື່ອຖືສາສນາເດີມ ອັນທີສອງມາ ຄືຂົ່ມຂູ່ໃຫ້ອອກຈາກບ້ານ ອັນທີສາມມາ ກໍໄປນັບຖືສາສນາໃໝ່ ແລ້ວຂະເຈົ້າກໍຂູ່ເອົາໄດ໋, ຄອບຄົວນຶ່ງ ລ້ານນຶ່ງໄດ໋.”
ທ່ານກ່າວຕື່ມວ່າ ເມື່ອວັນທີ 30 ມິຖຸນາ ທີ່ຜ່ານມາ ເຈົ້າໜ້າທີ່ຂັ້ນບ້ານ ບ້ານໂພນສະອາດ ໄດ້ເຂົ້າມາຊ່ອຍໄກ່ເກັ່ຽບັນຫາຣະຫວ່າງຜູ້ອາວຸໂສ ແລະ ຄອບຄົວຊາວຄຣິສຕຽນ ຜູ້ຖືກຂົ່ມເຫງແລ້ວເທື່ອນຶ່ງ, ແຕ່ກໍຍັງບໍ່ສາມາດ ແກ້ໄຂບັນດັ່ງກ່າວໄດ້. ຈົນມາຮອດເດືອນກໍຣະກະດາ 2021 ຫ້ອງການພາຍໃນ ແລະ ຫ້ອງການແນວລາວສ້າງຊາຕ ເມືອງຄຳເກີດ ໄດ້ມາຊ່ອຍໄກ່ເກັ່ຽບັນຫາດັ່ງກ່າວນີ້ ອີກເທື່ອນຶ່ງ ດ້ວຍການສັ່ງໃຫ້ຍາດຕິພີ່ນ້ອງ ຍຸຕິການຂົ່ມເຫງ ຊາວຄຣິສຕຽນດັ່ງກ່າວ, ແຕ່ຍາດຕິພີ່ນ້ອງ ແລະ ຊາວບ້ານ ໃນບ້ານດຽວກັນ ກໍຍັງພາກັນຂົ່ມເຫງ ແລະ ໄລ່ຊາວຄຣິສຕຽນກຸ່ມດັ່ງກ່າວນີ້ ອອກຈາກບ້ານຢູ່ເລື້ອຍໆ.
ວິທຍຸເອເຊັຽເສຣີ ພະຍາຍາມຕິດຕໍ່ໄປຍັງຄອບຄົວ ຊາວຄຣິສຕຽນລາວ ຜູ້ທີ່ຖືກຂົ່ມເຫງ ເພື່ອສອບຖາມເຖິງສະພາບ ການຂົ່ມເຫງທີ່ຜ່ານມາ ແລະ ຊີວິຕການເປັນຢູ່ໃນປັດຈຸບັນ ລວມເຖິງຄວາມຊ່ອຍເຫຼືອທີ່ຕ້ອງການໄດ້ຮັບ, ພວກຂະເຈົ້າ ຍັງບໍ່ສະດວກໃຫ້ສັມພາດ.
ສຳລັບຊາວຄຣິສຕຽນລາວ ຊົນເຜົ່າມົ້ງ ຄົນອື່ນໆ ທີ່ຢູ່ບ້ານໂພນສະອາດ ກໍມັກຖືກຊາວບ້ານ ໃນບ້ານດຽວກັນ ຂັບໄລ່ໃຫ້ອອກຈາກບ້ານຄືກັນ ແລະ ໃຫ້ຍ້າຍໄປຢູ່ບ້ານອື່ນ ເນື່ອງຈາກມີປະເພນີ ແລະ ຄວາມເຊື່ອ ທີ່ແຕກຕ່າງຈາກຊາວບ້ານຄົນອື່ນໆ. ດັ່ງຊາວບ້ານ ຢູ່ບ້ານໂພນສະອາດ ນາງນຶ່ງ ກ່າວວ່າ:
“ຖ້າຜູ້ໃດຖືຄຣິສຕຽນ ເຂົາກໍຈະໃຫ້ຢູ່ບ້ານນຶ່ງ ຖ້າຫາກຖືຜີທັມມະດາ ກໍໃຫ້ຢູ່ອີກບ້ານນຶ່ງ, ຫັ້ນນ່າ. ແມ່ນແລ້ວ ໃຫ້ແຍກກັນຢູ່ ເພາະວ່າຮີກຄອງປະເພນີ ມັນບໍ່ຄືກັນເດ້. ການຖືສາສນາ ມັນຈະບໍ່ຄືກັນເດ້ ສ່ວນຫຼາຍແມ່ນເຂົາບໍ່ສບາຍ ແລ້ວເຂົາໄປເຂົ້າຄຣິສຕຽນ ແລ້ວເຂົາກໍສບາຍ ແລ້ວເຂົາກໍດີຂຶ້ນ, ບາງຄົນຫັ້ນນ່າ. ແມ່ນເຂົາກໍຍ້າຍໄປເຊື່ອຖືແນວນັ້ນ.”
ກ່ອນໜ້ານີ້, ເຈົ້າໜ້າທີ່ ຫ້ອງການແນວລາວສ້າງຊາຕ ເມືອງຄຳເກີດ ກໍໄດ້ລົງໄປໄກ່ເກັ່ຽ ຄວາມຂັດແຍ້ງທີ່ເກີດຂຶ້ນ ຣະຫວ່າງຜູ້ອາວຸໂສ ແລະ ຄອບຄົວຊາວຄຣິສຕຽນລາວ ຊົນເຜົ່າມົ້ງ ທັງ 6 ຄອບຄົວນັ້ນແລ້ວ, ແຕ່ກໍບໍ່ສາມາດຊ່ອຍເຫຼືອໄດ້ຫຼາຍປານໃດ ຍ້ອນວ່າ ເປັນບັນຫາພາຍໃນຄອບຄົວ ແລະ ຍາດຕິພີ່ນ້ອງ ຂອງພວກຂະເຈົ້າເອງ. ເຈົ້າໜ້າທີ່ ຫ້ອງການແນວລາວສ້າງຊາຕ ເມືອງຄຳເກີດ ກ່າວໃນມື້ດຽວກັນນີ້ວ່າ:
“ເພິ່ນບໍ່ຖືກ ບໍ່ເຂົ້າກັນກັບຍາດຕິພີ່ນ້ອງເພິ່ນຫັ້ນແຫຼະ ມັນຜິດກັນນຳຍາດຕິພີ່ນ້ອງຫັ້ນເນາະ ເພາະວ່າມັນມີຈຳນວນນຶ່ງ ເຊື່ອຖືບັນພະບຸຣຸດຄືເກົ່າດັ້ງເດີມມາຫັ້ນ ອັນນີ້ຊາວຄຣິສຕຽນ ເພິ່ນກະຫາມາເຊື່ອຖື. ເວລາເພິ່ນໄປຫາມາເຊື່ອຖື ພໍ່ແມ່ເວົ້າອີ່ສັງກໍບໍ່ຟັງ ຍ້ອນວ່າໄດ້ໄປເຊື່ອຖືຕຣົງນີ້ແລ້ວ, ຫັ້ນນ່າ. ກໍເລີຍເຮັດໃຫ້ມີຂໍ້ຂັດແຍ້ງເກີດຂຶ້ນ ຣະຫວ່າງຄອບຄົວຫັ້ນ.”
ໃນປີ 2020, ຫຼາຍແຂວງພາຍໃນປະເທດລາວ ໄດ້ມີການຈັດຕັ້ງກອງປະຊຸມ ເຜີຍແຜ່ທັມມະນູນ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງສາສນາຄຣິສຕຽນ ຂອງສູນລວມຄຣິສຕະຈັກຂ່າວປະເສີດ ແຫ່ງປະເທດລາວ ເພື່ອຄຸ້ມຄອງການນັບຖື ແລະ ການເຄື່ອນໄຫວ ທາງດ້ານສາສນາຄຣິສຕຽນໃນລາວ ໃຫ້ດີຂຶ້ນ, ແຕ່ມາຮອດປັດຈຸບັນ ກໍຍັງມີຊາວຄຣິສຕຽນລາວ ໃນພື້ນທີ່ຫ່າງໄກສອກຫຼີກ ຢູ່ຫຼາຍບ້ານ ແລະ ຫຼາຍເມືອງ ຖືກທັງອຳນາດການປົກຄອງຂັ້ນບ້ານ ແລະ ເມືອງ ລວມເຖິງຍາດຕິພີ່ນ້ອງ ຂອງພວກຂະເຈົ້າ ຂົ່ມເຫງດ້ວຍການເວົ້າທ້າທາຍ ມ້າງເຮືອນ ແລະ ໄລ່ອອກຈາກບ້ານ ຍ້ອນພວກຂະເຈົ້າບໍ່ຍອມ ປະລະການເຊື່ອຖືຄຣິສຕຽນ. ຜູ້ຕາງໜ້າເຄືອຂ່າຍຄຣິສຕຽນລາວ ຢູ່ເຂດຫ່າງໄກສອກຫຼີກ ທາງພາກໃຕ້ ທ່ານນຶ່ງ ກ່າວວ່າ:
“ສ່ວນຫຼາຍມັນເປັນກຸ່ມຄົນບ້ານນອກ ແລະ ເປັນຄົນຊົນເຜົ່າ ແລ້ວຂະເຈົ້າຢູ່ບ້ານນອກ ສ່ວນຫຼາຍເຂົາຈະຖືກການຂົ່ມເຫງ ຄົນບໍ່ຮູ້ຈັກ ບໍ່ໃກ້ຊິດເມືອງ ເຂົາກໍເລີຍຂົ່ມເຫງ ເຂົາຮູ້ຈັກວ່າ ເຮົາເປັນຄະນະຕ່ຳຕ້ອຍ. ນຶ່ງມາລະຂະເຈົ້າເປັນຄົນທຸກຍາກແມ່ນບໍ່ ເຂົາຄຶດວ່າ ໄປໃສບໍ່ໄດ້ ບໍ່ມີໃຜຊິເບິ່ງ ບໍ່ມີໃຜຊິດູແລ.”
ຈຳນວນຊາວຄຣິສຕຽນລາວ ສະເພາະໃນບ້ານໂພນສະອາດ, ເມືອງຄຳເກີດ ແຂວງບໍຣິຄຳໄຊນັ້ນ, ມີ 14 ຄອບຄົວ ທີ່ມີສະມາຊິກປະມານ 40 ປາຍຄົນ ແລະ ທັງໝົດ ເປັນຄົນລາວຊົນເຜົ່າມົ້ງ.
ນອກຈາກເຫດການດັ່ງກ່າວນີ້ແລ້ວ, ເມື່ອເດືອນກໍຣະກະດາ 2021 ທີ່ຜ່ານມາ, ກໍເຄີຍເກີດເຫດຊາວຄຣິສຕຽນລາວ ຄົນນຶ່ງ ຢູ່ບ້ານກໍໄຮ, ເມືອງຄຳເກີດ ຖືກຍາດຕິພີ່ນ້ອງ ຈັບໂຕສົ່ງເຈົ້າໜ້າທີ່ຕຳຣວດ ຍ້ອນບໍ່ພໍໃຈ ທີ່ຜູ້ກ່ຽວຫັນໄປເຊື່ອສາສນາຄຣິສຕຽນ ແລະ ຫຼັງຈາກເຫດການດັ່ງກ່າວ ເຈົ້າໜ້າທີ່ຫ້ອງການແນວລາວສ້າງຊາຕ ເມືອງຄຳເກີດ ກໍໄດ້ໄປໄກ່ເກັ່ຽ ໃຫ້ທັງສອງຝ່າຍ ມີຄວາມເຂົ້າໃຈກັນ ແລະ ຫຼັງຈາກນັ້ນເປັນຕົ້ນມາ ກໍບໍ່ມີຂໍ້ຂັດແຍ້ງຕື່ມ.
ບັນຫາຊາວຄຣິສຕຽນລາວ ຖືກກໍ່ກວນ ກໍມີຫຼາຍກໍຣະນີເກີດຂຶ້ນ, ແຕ່ນຶ່ງໃນກໍຣະນີ ທີ່ເດັ່ນທີ່ສຸດ ກໍແມ່ນກໍຣະນີ ຂອງອາຈານສີທົນ ທິບພະວົງ, ຄຣູສອນສາສນາຄຣິສຕຽນ ອາຍຸ 34 ປີ ຢູ່ບ້ານກະລຶມວັງແຂ້, ເມືອງຊົນນະບູຣີ ແຂວງສວັນນະເຂດ ທີ່ຖືກຈັບຕັ້ງແຕ່ວັນທີ 15 ມີນາ ປີ 2020 ໃນຂໍ້ຫາແບ່ງແຍກຄວາມສາມັກຄີ ແລະ ສ້າງຄວາມປັ່ນປ່ວນໃຫ້ແກ່ສັງຄົມ ຕາມກົດໝາຍອາຍາ ມາດຕຣາ 60 ແລະ ມາດຕຣາ 66, ແຕ່ຕໍ່ມາ ອາຈານ ສີທົນ ກໍຖືກປ່ອຍໂຕ ໃນວັນທີ 9 ເມສາ ທີ່ຜ່ານມານີ້.