57 ຄົນຖືກຕັດສິນຈໍາຄຸກຖານ ສໍ້ໂກງ

ມະນີຈັນ
2014.08.07
f-default ພົລເຮືອນ 57 ຄົນຖືກຕັດສິນ ຈໍາຄຸກ ຖານສໍ້ໂກງ
RFA

 

ສານ ປະຊາຊົນ ແຂວງ ວຽງຈັນ ຕັດສິນ ລົງໂທດ ພົລເຮືອນ 49 ຄົນ ແລະ ພະນັກງານ ຣັດ 8 ຄົນ ໃຫ້ຈຳຄຸກ 10 ເດືອນ ຫລື ຫລາຍ ກວ່ານັ້ນ ຍ້ອນເຮັດ ຂໍ້ຕົກລົງຄ້າ ທີ່ດິນ ຂອງຣັດ ຫລາຍກວ່າ 2 ພັນ ເຮັກຕາ ແບບ ຜິດກົດໝາຍ ເຂດເມືອງ ໂພນໂຮງ ແຂວງວຽງຈັນ. ຄຳຕັດສິນ ຂອງສານ ເມື່ອວັນທີ 5 ມີຖຸນາ 2014 ຖືກເປີດເຜີຍ ໂດຍຝ່າຍ ກວດກາ ຂັ້ນແຂວງ ຕໍ່ ວຽງຈັນທາມ. ແລະວ່າ ຂໍ້ຕົກລົງ ແບບ ບໍ່ຖືກຕ້ອງ ນັ້ນມີຂຶ້ນ ໃນຊ່ວງທີ່ ທາງ ຣັຖບານລາວ ຕຣຽມຈະຍຸບ ອົງການ ຄຸ້ມຄອງ ທີ່ດິນ ຂນະທີ່ ກະຊວງ ຊັພຍາກອນ ທັມຊາດ ແລະ ສະພາບ ແວດລ້ອມ ຖືກຕັ້ງຂຶ້ນ.

ໃນຊ່ວງນັ້ນ ມີ ພະນັກງານ ຣັຖກອນ ຈຳນວນນຶ່ງ ສວຍໂອກາດ ຕົວະຕົ້ມ ພວກພໍ່ຄ້າ ທີ່ດິນ ແລະ ອຳນາດ ການປົກຄອງ ບ້ານ ໂດຍສ້າງ ເອກສານ ປອມຂຶ້ນມາ ເພື່ອໂອນ ທີ່ດິນ ຂອງຣັດ ໃຫ້ ສ່ວນບຸກຄົນ ເປັນເຈົ້າຂອງ ຢ່າງຖືກກົດໝາຍ ກ່ອນທີ່ ຈະຂາຍໃຫ້ ບໍຣິສັດ ຫລື ໃຫ້ ສ່ວນບຸກຄົນ.

ທ່ານ ບຸນເພັງ ໄຊໂນຣະດີ ຫົວໜ້າ ຝ່າຍກວດກາ ຂອງແຂວງ ເວົ້າວ່າ ດິນຕອນນຶ່ງ ຖືກຂາຍໃຫ້ ຫລາຍຄົນ ຊຶ່ງ ໝົດທຸກຄົນ ທີ່ວ່ານັ້ນ ຕ່າງກໍ ອອກມາອ້າງ ກັມມະສິດ ໃນທີ່ດິນ ຕອນດຽວ ກັນ ໃນເວລາ ດຽວກັນ.

ການສືບສວນ ສອບສວນ ຍັງພົບ ກໍຣະນີ ການໂອນ ທີ່ດິນຂອງຣັດ ໃຫ້ເປັນຂອງ ສ່ວນບຸກຄົນ, ການຈ່າຍ ອາກອນ ທີ່ດິນຄືນ ສຳລັບຜູ້ ອ້າງ ເປັນເຈົ້າຂອງ ທີ່ດິນນັ້ນ ເມື່ອຫລາຍ ປີກ່ອນ ແລະ ການຮັບສິນບົນ ສຳລັບ ເຈົ້າໜ້າທີ່ ແລະ ອຳນາດ ການປົກຄອງ ບ້ານ ນຳອີກ. ນີ້ເປັນການ ດຳເນີນ ຄະດີ ແລະ ຕັດສິນ ລົງໂທດ ທີ່ກ່ຽວຂ້ອງ ກັບການ ສໍ້ຣາສ ບັງຫລວງ ຄັ້ງທີ 3 ທີ່ ສື່ມວນຊົນ ລາວ ໄດ້ນໍາອອກ ເຜີຍແພ່ ໃນປີນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.