5 ເຫດການໃຫຍ່ ປີ 2021 ເອເຊັຽເສຣີ ຕິດຕາມ
2022.01.04
ໃນປີ 2021 ທີ່ຫາກໍ່ຜ່ານພົ້ນໄປນັ້ນ, ວິທຍຸເອເຊັຽເສຣີ ກໍໄດ້ຕິດຕາມ ແລະ ຣາຍງານຂ່າວ ກ່ຽວກັບເຫດການໃຫຍ່ ແລະ ເດັ່ນ ທີ່ເກີດຂຶ້ນໃນປະເທດລາວ ຈຳນວນຫຼາຍເຫດການ, ແຕ່ໃນມື້ນີ້ ຂພຈ ໄດ້ເລືອກເຟັ້ນເອົາ 5 ເຫດການເດັ່ນ ທີ່ເກີດຂຶ້ນໃນຮອບປີ 2021 ມານຳສເນີທ່ານຜູ້ຟັງ ອີກຄັ້ງ ກ່ອນທີ່ຈະຕິດຕາມເຫດການອື່ນໆ ໃນປີ 2022.
ເຫດການທຳອິດ ທີ່ ຂພຈ ໄດ້ເລືອກ ກໍແມ່ນເຫດການອຸບັດຕິເຫດ ເຮືອທ່ອງທ່ຽວ ທີ່ມີຄອບຄົວ ຂອງທ່ານ ພົລໂທ ຈູມມາລີ ໄຊຍະສອນ ຫຼົ້ມ ທີ່ອ່າງນ້ຳງື່ມ ເມືອງທຸລະຄົມ ແຂວງວຽງຈັນ ໃນວັນທີ 4 ເມສາ 2021. ເຫດການດັ່ງກ່າວ ເຮັດໃຫ້ມີຜູ້ເສັຽຊີວິດທັງໝົດ 8 ຄົນ, ແຕ່ທ່ານ ຈູມມາລີ, ອະດີດປະທານປະເທດລາວ ລອດຊີວິດ. ໃນຈຳນວນ 8 ຄົນ ທີ່ເສັຽຊີວິດນັ້ນ, ຜູ້ສຳຄັນ 2 ຄົນ ທີ່ເສັຽຊີວິດ ແມ່ນ ຍານາງ ແກ້ວສາຍໃຈ ໄຊຍະສອນ, ພັລຍາ ທ່ານ ຈູມມາລີ ໄຊຍະສອນ ແລະ ທ່ານ ວີດົງ ໄຊຍະສອນ, ອະດີດເຈົ້າແຂວງ ແຂວງວຽງຈັນ ແລະ ເຄີຍເປັນຣັຖມົນຕຣີ ປະຈຳສຳນັກງານນາຍົກຣັຖມົນຕຣີ ແລະ ທັງເປັນລູກຊາຍ ຂອງທ່ານ ຈູມມາລີ ໄຊຍະສອນ ນຳດ້ວຍ. ທັນທີທີ່ເກີດເຫດການ ເຮືອຫຼົ້ມຄັ້ງນັ້ນ, ຊາວລາວໃນທົ່ວປະເທດ ຕ່າງກໍຮູ້ສຶກຕົກໃຈ ແລະ ບໍ່ນຶກບໍ່ຝັນວ່າ ເຫດການແບບນີ້ ຈະເກີດຂຶ້ນກັບຄອບຄົວ ຜູ້ນຳປະເທດໄດ້ ແລະ ຫຼາຍຄົນ ຕ່າງກໍຮຽກຮ້ອງ ໃຫ້ພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ເຣື່ອງຄວາມປອດພັຍ ໃນສະຖານທີ່ທ່ອງທ່ຽວ ໃຫ້ດີຂຶ້ນກວ່ານີ້ ແລະ ປ້ອງກັນ ບໍ່ໃຫ້ເຫດການແບບນີ້ ເກີດຊ້ຳອີກ ເພາະບໍ່ຢາກໃຫ້ເກີດ ກັບຄອບຄົວຜູ້ໃດ.
ເຫດການທີ 2 ແມ່ນເຫດການ ການປ່ອຍໂຕ ອາຈານ ສີທົນ ທິບພະວົງ, ຄຣູສອນສາສນາຄຣິສຕຽນ ຊາວລາວ ທີ່ບ້ານກະລຶມວັງແຂ້ ເມືອງຊົນນະບູຣີ ແຂວງສວັນນະເຂດ. ອາຈານ ສີທົນ ຖືກປ່ອຍໂຕໃນຕອນເຊົ້າ ຂອງວັນທີ 9 ເມສາ 2021 ພາຍຫຼັງທີ່ຖືກຂັງຄຸກ ທີ່ຄຸກຫຼັກ 6 ນະຄອນໄກສອນພົມວິຫານ ແຂວງສວັນນະເຂດ ເປັນເວລາ 1 ປີເຕັມ ດ້ວຍຂໍ້ຫາ ແບ່ງແຍກຄວາມສາມັກຄີ ແລະ ສ້າງຄວາມປັ່ນປ່ວນ ໃຫ້ແກ່ສັງຄົມ ພ້ອມທັງປັບໃໝ ເປັນເງິນ 4 ລ້ານກີບ ຂໍ້ຫາລະ 2 ລ້ານກີບ. ຕໍ່ການປ່ອຍໂຕອາຈານ ສີທົນ ທິບພະວົງ ນັ້ນ, ບັນດາຊາວຄຣິສຕຽນລາວ ໃນທົ່ວປະເທດ ຕ່າງກໍຮູ້ສຶກຍິນດີ ແລະ ໄດ້ປະກາດຂ່າວ ໃຫ້ໂບດຕ່າງໆ ຕັ້ງແຕ່ເໜືອຕລອດໃຕ້ ໄດ້ຮັບຊາບຮ່ວມກັນວ່າ ອາຈານ ສີທົນ ໄດ້ຖືກປ່ອຍໂຕແລ້ວ ດ້ວຍພາລະນາມັຍສົມບູນ ແຂງແຮງ ແລະ ຈິຕໃຈແຈ່ມໃສດີ.
ເຫດການທີ 3 ແມ່ນເຫດການ ການແຜ່ຣະບາດ ຂອງໂຄວິດ-19 ຮອບທີ 2 ທີ່ຖືເປັນການຣະບາດໃຫຍ່ ຕໍ່ເນື່ອງ ຈົນມາຮອດທຸກມື້ນີ້, ອັນມີສາເຫດມາຈາກ ການເຂົ້າມາປະເທດລາວ ຢ່າງບໍ່ຖືກຕ້ອງ ຂອງຄົນໄທຍ 2 ຄົນ ແລະ ມີແມ່ຍິງລາວ 2 ຄົນ ເປັນຜູ້ທີ່ມີສ່ວນກ່ຽວຂ້ອງ ໃນໄລຍະບຸນປີໃໝ່ລາວ ຈົນເຮັດໃຫ້ສັງຄົມລາວ ພາກັນປັ່ນປ່ວນ ແລະ ມີຜູ້ໂຄວິດ-19 ເປັນຈຳນວນຫຼາຍ ແຜ່ກະຈາຍໄປໃນທົ່ວປະເທດ ພ້ອມທັງມີຣາຍງານ ຜູ້ເສັຽຊີວິດ ຈຳນວນຫຼາຍຂຶ້ນເກືອບທຸກມື້.
ພາຍຫຼັງເຫດການດັ່ງກ່າວ, ໃນວັນທີ 15 ກໍຣະກະດາ, ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກໍໄດ້ດຳເນີນຄະດີ ແລະ ສົ່ງຟ້ອງສານ ໃຫ້ຕັດສິນລົງໂທສ ແມ່ຍິງລາວ 2 ຄົນ ຊື່ຍານາງ ພາວະດີ ວິພາກອນ ຫຼື ຕຸກຕິກ ຖືກສານຕັດສິນລົງໂທສ ໃຫ້ຈຳຄຸກເປັນເວລາ 5 ປີປາຍ ພ້ອມປັບໃໝເງິນ 50 ປາຍລ້ານກີບ ແລະ ຍານາງ ມອນມີນາ ສຸດທິດາ ຫຼື ຕິນ່າ ຖືກສານຕັດສິນລົງໂທສ ໃຫ້ຈຳຄຸກເປັນເວລາ 3 ປີ ແລະ 7 ເດືອນປາຍ ພ້ອມປັບໃໝເງິນ 27 ລ້ານປາຍກີບ. ທັງ 2 ຄົນ, ຖືກສານຕັດສິນ ໃນຂໍ້ຫາ ຂົນຂວາຍສົ່ງຄົນອອກ ຫຼື ການເອົາຄົນເຂົ້າປະເທດ ຢ່າງຜິດກົດໝາຍ, ການແຜ່ເຊື້ອພະຍາດ ທີ່ຮ້າຍແຮງ ແລະ ການປິດບັງການກະທຳຜິດ ຕາມປະມວນກົດໝາຍອາຍາ ມາດຕຣາ 128 ວັກ 2, ມາດຕຣາ 199 ວັກ 3 ແລະ ມາດຕຣາ 380 ວັກ 1. ນອກຈາກນີ້, ກໍຍັງມີອີກ 4 ຄົນ ທີ່ຖືກສານຕັດສິນລົງໂທສ ຈຳຄຸກ ແລະ ປັບໃໝເງິນ ດ້ວຍຂໍ້ຫາດຽວກັນນັ້ນ ເນື່ອງຈາກມີສ່ວນກ່ຽວຂ້ອງ ໃນເຫດການດຽວກັນ ກັບແມ່ຍິງທັງ 2 ຄົນ, ແຕ່ໂທສບໍ່ໜັກ ຄືກັບຍານາງ ພາວະດີ.
ເຫດການທີ 4 ແມ່ນເຫດການ ຊາວບ້ານ ບ້ານໂພນສີນວນ ເມືອງສີສັຕນາຄ ນະຄອນຫຼວງວຽງຈັນ 36 ຄອບຄົວ ພາກັນອອກມາຮ້ອງຂໍຄວາມເປັນທັມ ຕໍ່ດິນເຮືອນ ທີ່ພວກເຂົາອາສັຍຢູ່ ຈະຖືກຍຶດຄືນ ພາຍຫຼັງທີ່ມີເຈົ້າໜ້າທີ່ ຈາກພາກສ່ວນ ປະຕິບັດຄຳຕັດສິນ ຂອງສານ ໄດ້ມາແຈ້ງໃຫ້ອອກຈາກເຮືອນ ແລະ ຈະຂົນເຄື່ອງຂອງ ອອກຈາກເຮືອນຊານ ຂອງພວກເຂົາ ໃນຕອນເຊົ້າ ຂອງວັນທີ 23 ພຶສຈິກາ 2021 ຕາມເວລາທ້ອງຖິ່ນໃນລາວ. ໃນເຫດການຄັ້ງນັ້ນ, ບັນດາສະມາຊິກຄອບຄົວ ຜູ້ອັບປໂຍດ ກໍໄດ້ຮຽກຮ້ອງ ໃຫ້ມີການເຈຣະຈາ ແລະ ຂໍໃຫ້ມີການຈ່າຍຄ່າຊົດເຊີຍກ່ອນ ຖ້າຫາກຈະໃຫ້ໂຍກຍ້າຍອອກ ຈົນເກີດມີການຜິດຂ້ອງຕ້ອງຖຽງກັນ ແລະ ມີການຖ່າຍທອດສົດ ເຣື່ອງດັ່ງກ່າວ ເຜີຍແຜ່ຜ່ານສື່ສັງຄົມອອນລາຍ ເຟສບຸກຄ໌ ເຮັດໃຫ້ຫຼາຍຄົນໃນສັງຄົມ ຕ່າງກໍຮູ້ສຶກເຫັນໃຈ ແລະ ສະເທືອນໃຈ ທີ່ເຫັນເຫດການດັ່ງກ່າວ ແລະ ຢາກໃຫ້ທຸກຝ່າຍ ຕົກລົງກັນໃໝ່ ເພື່ອໃຫ້ມີທາງອອກ ທີ່ບໍ່ຕ້ອງໃຊ້ຄວາມຮຸນແຮງ ແລະ ເປັນທັມຕໍ່ທຸກຝ່າຍ.
ແລະ ເຫດການທີ 5 ກໍແມ່ນເຫດການ ການເປີດນຳໃຊ້ ຣົຖໄຟລາວ-ຈີນ ຢ່າງເປັນທາງການ ທີ່ທາງການລາວ ໄດ້ມີພຸທພິທີ ເປີດນຳໃຊ້ ໃນວັນທີ 2 ທັນວາ 2021, ເຊິ່ງກົງກັນວັນສະຖາປະນາ ສປປລາວ ແລະ ໃນວັນທີ 3 ທັນວາ 2021 ກໍເປັນມື້ເປີດນຳໃຊ້ຢ່າງເປັນທາງການ, ແຕ່ເປັນຮອບເປີດບໍຣິການ ໃຫ້ແກ່ຄະນະຜູ້ນຳລາວ ໄດ້ທົດລອງໃຊ້ ເປັນຖ້ຽວປະຖົມມະເລີກ. ໃນມື້ດັ່ງກ່າວ, ກໍມີທ່ານ ທອງລຸນ ສີສຸລິດ, ປະທານປະເທດລາວ ແລະ ທ່ານ ສີ ຈິ້ນຜິງ, ປະທານປະເທດຈີນ ໄດ້ກ່າວເປີດພິທີ ຜ່ານລະບົບທາງໄກ ແລະ ມີການຖ່າຍທອດສົດ ໄປທົ່ວປະເທດ, ອັນຖືເປັນການເປີດນຳໃຊ້ ຣົຖໄຟລາວ-ຈີນ ຢ່າງເປັນທາງການ.
ໃນວັນທີ 4 ທັນວາ 2021, ຈຶ່ງຖືເປັນມື້ ທີ່ເປີດບໍຣິການ ໃຫ້ແກ່ຊາວບ້ານທົ່ວໄປ ຢ່າງເປັນທາງການ, ເຊິ່ງມີການຈຳໜ່າຍປີ້ຣົຖໄຟລາວ-ຈີນ ໃຫ້ຜູ້ຄົນສາມາດຈັບຈອງ ເພື່ອເດີນທາງຂຶ້ນ-ລົງ ລະຫວ່າງນະຄອນຫຼວງວຽງຈັນ ໄປຫາແຂວງຫຼວງນ້ຳທາ ແລະ ຈາກແຂວງຫຼວງນ້ຳທາ ມາຍັງນະຄອນຫຼວງວຽງຈັນ ໄດ້.
ຂະນະດຽວກັນ, ກໍໄດ້ມີການເປີດຂະບວນຣົຖໄຟ ເພື່ອຂົນສົ່ງສິນຄ້ານຳດ້ວຍ, ແຕ່ໃນເບື້ອງຕົ້ນ ແມ່ນເປັນການຂົນສິນຄ້າຈາກຈີນມາລາວ ເນື່ອງຈາກສິນຄ້າຈາກລາວ ທີ່ຈະສົ່ງໄປຍັງປະເທດຈີນນັ້ນ ລະບົບຂົນສົ່ງຕ່າງໆ ຍັງບໍ່ທັນພ້ອມໃຫ້ບໍຣິການເທື່ອ ຈຶ່ງມີພຽງແຕ່ຂະບວນຣົຖໄຟ ຂົນສົ່ງສິນຄ້າຈາກຈີນມາລາວ.
ທັງໝົດນັ້ນ, ກໍແມ່ນ 5 ເຫດການໃຫຍ່ ແລະ ເດັ່ນ ທີ່ທິມງານຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໄດ້ຕິດຕາມ ແລະ ຣາຍງານ ແລ້ວໄດ້ເລືອກເຟັ້ນ ມານຳສເນີທ່ານ. ສບາຍດີ.