ກອງປະຊຸມຣັຖສະພາອາຊຽນ ເລີ້ມແລ້ວ
2014.09.16

ກອງປະຊຸມ ຣັຖສະພາ ຣະຫວ່າງ ກຸ່ມປະເທດ ອາຊຽນ ຄັ້ງທີ 35 ທີ່ ສປປລາວ ເປັນເຈົ້າພາບ ໄດ້ເປີດຂຶ້ນ ຢ່າງເປັນ ທາງການ ໃນວັນ ອັງຄານ ວັນທີ 16 ກັນຍາ ປີ 2014 ໃນ ຄຳຂວັນ ທີ່ວ່າ ເພິ້ມຄວາມ ແຂງແກ່ນ ແລະ ຄວາມຮ່ວມມື ໃນ ການສ້າງຕັ້ງ ປະຊາຄົມ ອາຊຽນ ໃນ ກອງປະຊຸມ ເທື່ອນີ້.
ຍານາງ ປານີ ຢາທຸຕູ ປະທານ ສະພາ ແຫ່ງຊາດ ລາວ ແລະ ກໍເປັນ ປະທານ ໃນ ກອງປະຊຸມ ຣັຖສະພາ ອາຊຽນ ເທຶ່ອນີ້ ໄດ້ເນັ້ນເຖິງ ສຳຄັນ ໃນການ ສ້າງຕັ້ງ ປະຊາຄົມ ອາຊຽນ ການສົ່ງເສີມ ຄວາມສງົບ ສະເຖັຽ ຣະພາບ ແລະ ຄວາມຮ່ວມມື ໃນການ ພັທນາ ທາງດ້ານ ເສຖກິດ ແລະ ສັງຄົມ ໃນ ຄຳປາສັຍ ເປີດ ກອງປະຊຸມ ຂອງ ຍານາງ ໃນ ວັນອັງຄານ.
ກອງປະຊຸມ ຄັ້ງນີ້ ຍັງຈະໄດ້ ປຶກສາ ຫາຣືກັນ ໃນການ ຫລຸດຜ່ອນ ຊ່ອງວ່າງ ການພັທນາ ໃນບັນດາ ປະເທດ ອາຊຽນ ດ້ວຍການ ສົ່ງ ເສີມ ສັກກະຍະພາບ ຄວາມສາມາດ ໃຫ້ແກ່ ກຸ່ມ ທຸຣະກິດ ສົ່ງເສີມ ການພັທນາ ທີ່ ຍືນຍົງ ສົ່ງເສີມ ການພັທນາ ຊັພຍາກອນ ມະນຸດ ແລະ ແຮງງານ ໃຫ້ມີສີມື ເພື່ອ ເຂົ້າຮ່ວມ ປະຊາຄົມ ເສຖກິດ ອາຊຽນ ປ້ອງກັນ ແລະ ຄວບຄຸມ ໂຣຄຣະບາດ ປະເພດ ຕ່າງໆ.
ມີຕົວແທນ ຈາກ ປະເທດ ຣັຖສະພາ ອາຊຽນ ຄູ່ຮ່ວມ ພັທນາ ແລະ ແຂກຮັບເຊີນ ກວ່າ 300 ທ່ານ ເຂົ້າຮ່ວມ ກອງປະຊຸມ ເທື່ອນີ້ ຊຶ່ງ ຈະສິ້ນສຸດ ລົງ ໃນວັນທີ 20 ກັນຍາ 2014.