ເຈົ້າໜ້າທີ່ ຕຳຣວດ 11 ຄົນ ຖືກໄລ່ອອກ

0:00 / 0:00

ມີ​ຂ່າວ​ ​ຣາຍ​ງານ​ວ່າ ໄດ້​ມີ​ການປົດ​ພ​ະ​ນັກ​ງານຕຳ​ຫຼວດ 11 ຄົນ ຢູ່​ນະ​ຄອນ​ຫລວງວຽງ​ຈັນ ອອກ​ຈາກ​ໜ້າ​ທີ່ ຍ້ອນ​ການ​ສວຍ​ໃຊ້​ອຳ​ນາດ ເອົາ​ຜົ​ລ​ປ​ໂຍດ​ເຂົ້າ​ໂຕ​ເອງ, ແຕ່ ນັກ​ວິ​ຊາ​ການ ແລະ ປະ​ຊາ​ຊົນ​ເຫັນ​ວ່າ ຜູ້​ທີ່​ຖືກ​ໄລ່​ອອກ​ໄປ​ນັ້ນ ເປັນ​ເຈົ້າ​ໜ້າ​ທີ່ ທີບໍ່​ມີ​ເສັ້​ນ​ສາຍ ຫຼື ບໍ່ເປັນ​ຍາດ​ພີ່​ນ້ອງ​ ຂອງ​ຄົນ​ທີ່​ມີ​ອຳ​ນາດ. ເຈົ້າ​ໜ້າ​ທີ່​​ອົງ​ການ ພາກ​ປະ​ຊາ​ສັງ​ຄົມ ຂອງ​ລາວ ທ່ານ​ນຶ່ງ ໄດ້ໃຫ້​ສັມ​ພາດ​ຕໍ່ວິທຍຸ ​ເອ​ເຊັ​ຽ​ເສ​ຣີ ວ່າ.

ນັກ​ຂ່າວ: ອີກ​ທາງ​ນຶ່ງ ເຂົາ​ກະ​ວ່າ ບໍ່​ແມ່ນ​ຊິ​ໄລ່​ອອກ ແຕ່​ຜູ້​ທີ່ບໍ່​ມີ​ແບກ​ອັບ​ຫັ້ນ​ເບາະ ໂຕນີ້​ເຮົາ​ເຫັນ​ວ່າຈັງ​ໃດ?

ເຈົ້າ​ໜ້າທີ່ ​ພາກ​ປະ​ຊາ​ສັງ​ຄົມ:

" ຄັນ ​ຊິ​ເວົ້າ​ອີກ​ແນວ​ນຶ່ງ ກະ​ສາ​ມາດ​ຕັ້ງ​ຂໍ້​ສັງ​ເກດ​ໄດ້ ສົມ​ມຸດ​ວ່າ ຄື​ບ້ານ​ເຮົາ​ນີ້ ມັນ​ມີສອງ​ອັນ - ນຶ່ງ ຄົນ​ສ້າງ ເດັກ​ສ້າງ ເນາະ ຫຼື​ວ່າ ຄົນ​ທີ່​ເປັນ​ລູກ​ເຈົ້າ​ຫຼານນາຍ​ຫັ້ນ ລະ​ອັນ​ນັ້ນ​ສ່ວນ​ນຶ່ງ. ສ່ວນ​ທີ່ສອງ​ນັ້ນ ກະ​ເວົ້າ​ເລື່ອງ​ສົມ​ມຸດ​ວ່າ ຜູ້​ກ່ຽວອາ​ຈ​ມີ​ຈຸດ​ອ່ອນ ຫຼືວ່າ ປະ​ເມີນ​ຜົ​ລບໍ່​ຜ່ານ​ເບາະ ຫຼື​ວ່າ ມີຄວາມ​ຜິດ, ແຕ່ ກະ​ບໍ່​ປະ​ຖິ້ມດອກ ​ອັນ​ເວົ້າ​ເລື່ອງລູກ​ເຈົ້າ​ ຫຼາ​ນ​ຂ້ອຍ ຫຼືວ່າ ຄົນ​ທີ່ບໍ່​ມີ​ຜູ້​ຢູ່​ໜູນ​ຫຼັງ​ຫັ້ນ​ນ່າ ກະ​ຊິ​ມີ​ສ່ວນ​ເຮັດ​ໃຫ້​ໄປ​ບໍ່​ໄດ້​ສູງ. ກະ​ອາ​ຈ​ເປັນ​ໄປ​ໄດ້​ຄັນວ່າ ມີ​ການ​ສືບ​ສາວ​ລາວ​ເລື່ອງ​ດີໆ ຫັ້ນ​ນ່າ ຄັນ​ຖ້າ​ວ່າ ມີກ​ານ​ສືບ​ສາວ​ລາວ​ເລື່ອງ ​ທີ່​ໄປ​ທີ່​ມາຂອງ​ຄວາມ​ຜິດ​ຫັ້ນ ມັນ​ອາ​ຈ​ມີເລິກ​ແລບກວ່າ​ຫັ້ນ​ກະ​ມີ. ແຕ່​ວ່າ ຊາ​ເບິ່ງ​ປະ​ເດັນ​ທີ່​ອອກ​ຂ່າວ​ຫັ້ນ ກະ​ມີ​ແຕ່ ສ່ວນ​ຫຼາຍ​ກະ​ມີ​ແຕ່​ຂຽນ​ວ່າ ຜູ້​ກ່ຽວ​ປະ​ຕິ​ບັດ​ໜ້າ​ທີ່​ ເກີນ​ຂອບ​ເຂດ ໃຊ້​ອຳ​ນາດ​ໃຊ້​ໜ້າ​ເກີດ​ຂອບ​ເຂດ ອັນ​ນັ້ນ​ແມ່ນ​ຂໍ້​ມູນ​ ຄວາມ​ຜິດ​ທີ່​ຂຽນ​ໃສ່​ເອກ​ສານ. ຫາກ​ແຕ່​ວ່າ ບໍ່​ໄດ້​ຢູ່​ໃນ​ສາຍ ​ກໍ​ອາ​ຈ​ຫຼຸດ​ລອດ​ໄປ."

ນັກ​ຂ່າວ: ຂັ້ນ​ແມ່ນບໍ່​ ຢູ່​ໃນ​ສາຍ ຄົນ​ເຈົ້າ ຄົນ​ຂ້ອຍ ມັນ​ບໍ່​ແມ່ນເດັກ​ ສ້າງ​ຂອງ​ຂ້ອຍ ເອີ​ຜິດ​ຊ່ຳ​ນີ້ ກະ​ເອົາ​ອອກ​ຊາ ຖ້າ​ຖື​ໂອ​ກາດ​ເອົາ​ຄົນ​ຂອງ​ຕົວ​ເອງ ມາ​ສຽບ​ໃສ່​ເລີຍ ໂຕນີ້​ມັນ​ເປັນ​ໄປ​ໄດ້​ບໍ່?

ເຈົ້າ​ໜ້າ​ທີ່​ ພາກ​ປະ​ຊາ​ສັງ​ຄົມ:

" ຢູ່ ​ບ້ານ​ເຮົາ​ນີ້​ນະ ສັງ​ຄົມ​ລາວນີ້​ນະ ເປັນ​ໄປ​ໄດ້​ແທ້​ໃນ​ການ​ກັ່ນ​ແກ້ງ​ກັນ ນີ້​ກະ​ມີ​ຫຼາຍ​ຮູບ​ການ ເພາະ​ວ່າ ອັນ ຄັນ​ຖ້າ​ວ່າ ບໍ່​ສືບ​ສາວ​ລາວ​ເລື່ອງ​ອີ່​ຫຼີ ຄັນ​ຖ້າ​ວ່າ ຟັງ​ເບື້ອງ​ດຽວ ສົມ​ມຸດ​ວ່າ ທີ່​ຣາຍ​ງານ​ອອກ​ໄປ​ຫັ້ນ ກະ​ຂຶ້ນ​ຢູ່​ກັບ​ກອງ​ບັນ​ຊາ​ກາ​ ນະ​ຄອນ​ຫລວງ​ເນາະ. ກະ​ພະ​ນັກ​ງານ​ເມືງ ກອງ​ບັນ​ຊາ​ການ​ ເມືອງ​ສີ​ໂຄດ​ຈັ່ງ​ຊີ້ ຖືກ​ຂໍ້​ຫາ ຫຼາຍໆ ທ່ານ ຖືກ​ຂໍ້​ຫາ ເປັນ​ໄປ​ໄດ້​ຢູ່ ຄື ເວົ້າ​ຫັ້ນ​ແຫຼະ​ວ່າ ບໍ່​ຢູ່​ໃນ​ສາຍ ຕ້ອງ​ການ​ຈະໃສ່​ຮ້າຍ​ປ້າຍ​ສີ ຕ້ອງ​ການ​ທີ່​ຈະ​ກຳ​ຈັດ ​ປັດ​ເປົ່າ ຄົນ​ທີ່ບໍ່​ແມ່ນ​ຄົນ​ສ້າງ​ ຄົນ​ສາ ກໍ​ອາ​ຈະ​ປັນ​ໄປ​ໄດ້."

ພ້ອມ​ດຽວ​ກັນ​ນັ້ນ ປະ​ຊາ​ຊົນ ທ່ານ​ນຶ່ງ ກໍ​ກ່າວ​ວ່າ ຜູ້​ທີ່​ມີ​ຕຳ​ແໜ່ງ​ໃຫຍ່ ເມື່ອ​ທຳ​ຜິດ​ແລ້ວ ບໍ່​ໄດ້​ມີ​ການ​ເປີດ​ເຜີຍ ແຕ່ ພະ​ນັກ​ງານ​ຜູ້​ນ້ອຍ ຄື​ເອົາ​ແທ້​ເອົາ​ວ່າ:

“ເອີ ເວົ້າ​ເລື່ອງ​ຜິດ​ຫັ້ນ​ນ່າ ເຈົ້າ​ເຮັດ​ຫຍັງ​ສົມ​ມຸດ​ວ່າ ແມ່ນ​ເບາະ. ຄັນ​ວ່າ ກົດ​ໝາຍ​ສ​ເມີ​ພາບ​ກັນ ຊິ​ຊື່ ແລະ ນາມ​ສະ​ກຸນ​ ຫຍັງ​ກະ​ຢ່າ​ນ່າ ​ຜິດ ກະ​ຄື​ຜິດ.”

ນັກ​ຂ່າວ: ຄວາມ​ໝາຍ​ກໍ​ຄື​ວ່າ ບໍ່​ຢາກ​ໃຫ້​ມີ​ການ​ຍົກ​ເວັ້ນ ຢ່າ​ເອົາ​ແຕ່​ພວກ​ທີ່ບໍ່​ມີ ​ແບັກ​ອັບໃຫຍ່?

ປະ​ຊາ​ຊົນ:

" ພວກ ​ທີ່ບໍ່​ມີ​ເສັ້ນ​ມີ​ສາຍ ພວກ​ທີ່ບໍ່​ມີ​ພາວ​ເວີຣ໌. ຜູ້​ພາວ​ເວີຣ໌ ລະ​ເຮົາ​ດຳ​ລົງ​ໄວ້ ມັນ​ກະ​ບໍ່​ເປັນ​ແຫຼ​ເນາະ ທີ່​ຜ່ານ​ມາ​ແມ່ນ​ເບາະ ເຖິງ​ຂັ້ນ​ສູງ​ສຸດ ກໍ​ແລ້ວ​ແຕ່ ອາ​ດີດຣັ​ຖ​ມົນ​ຕ​ຣີ​ ການ​ເງິນ​ເຮົາ​ກະ​ຮູ້. ດຳ​ເນີນ​ຄະ​ດີ​ກະ​ມີ​ແຕ່​ຍຶດ​ຊັພ ​ແຕ່​ພຽງ​ບາງ​ສ່ວນ ມັນ​ກະ​ບໍ່​ໄດ້​ເຮັດ​ເອົາ​ຈິງ​ເອົາ​ຈັງ​ຫັ້ນ​ນ່າ ບາດນີ້ ບາດ​ພວກ​ຜູ້​ນ້ອຍ ລະ​ເຮັດ​ເອົາ​ຈິງ​ເອົາ​ຈັງ ມັນ​ກະ​ບໍ່​ເປັນ​ຫັ້ນ​ນ່າ."

ນັກ​ຂ່າວ: ຢູ່​ບ້ານ​ເຮົາ​ນີ້ ມັນ​ເປັນ​ຈັ່ງ​ຊັ້ນ​ຫວະ ກະ​ລົງ​ຢູ່ ລົງ​ຜູ້​ນ້ອຍ ປະ​ກາດ​ຢູ່​ແຕ່ວ່າ ເອົາ​ແທ້ໆ​ລະ​ກະ ຜູ້​ທີ່​ເຮັດ​ຜິດ​ຫຼາຍກວ່ານີ້ ເປັນ​ເຊື້ອ​ສາຍ​ຜູ້​ໃຫຍ່​ໄມ້​ສູງ​ ຈັ່ງ​ຊີ້​ກະ​ປ່ອຍ​ໄປ?

ປະ​ຊາ​ຊົນ:

" ກະ ​ປ່ອຍ​ ຫຼືບໍ່​ປ່ອຍ ກະ​ບໍ່​ເຫັນ​ວ່າ ເພິ່ນ​ຊິ​ລົງ​ດາບ ບາງ​ເທື່ອ​ກະ​ພຽງ​ແຕ່​ວ່າ ປົດ​ອອກ ຫາກ​ແຕ່​ວ່າ ຊັພກະ​ບໍ່​ເຫັນ​ຍຶດ ​ເປັນ​ຂອງ​ຣັຖ​ຫັ້​ນນ່າ ຄວາມ​ໝາຍ​ວ່າ ບໍ່​ເຫັນ​ຍຶດ​ເປັນ​ຂອງ​ຫລວງ​ຄືນ ຈະ​ເປັນ​ເຮືອນ​ເບາະ ເປັນ.

ເຮົາ ​ກໍ​ຮູ້ນີ້​ນ່າ ຣັ​ຖ​ມົນ​ຕ​ຣີ ​ຫຼາຍໆ ທີ່​ຜ່ານ​ມາເນາະ ຕອນ 2016 ກ​ະ​ມີ ກະ​ບໍ່​ເຫັນ​ເຮັດ​ຫຍັງ ເຮືອນ​ເຂົາ​ກະ​ຍັງ​ຢູ່ ຣົ​ຖ​ເຂົາ​ກະ​ຍັງຂີ່​ຢູ່​ຄື​ເກົ່າ ຊ້ຳ​ບໍ່​ໜໍາກະ​ໃຫ້​ໄປ​ກິນ​ບຳ​ນານ​ ກະ​ຄື​ເກົ່າ​ແຫຼະ."

ນັກ​ຂ່າວ: ຫຼື​ວ່າ ເພິ່ນ​ມີ​ຂໍ​ຍົກ​ເວັ້ນເບາະ ຕຳ​ແໜ່ງ​ລະ​ດັບ​ເຈົ້າ​ແຂວງ ຕຳ​ແໜ່ງ​ລະ​ດັບ ​ຣັ​ຖ​ມົນ​ຕ​ຣີ ​ຂຶ້ນ​ໄປ.

ປະ​ຊາ​ຊົນ:

" ຂັ້ນ ​ວ່າ ມີ​ຂໍ້​ຍົກ​ເວັ້ນ​ ກະ​ຂຽນ​ເລີຍ​ຊັ້ນ​ນ່າ ເວ​ລາ​ເລືອກ​ຕັ້ງ ເຈົ້າ​ເປັນ​ເມືອງ​ເດີ ເວ​ລາ​ເຮັດ​ຜິດ​ແລ້ວ ຍົກ​ເວັ້ນ​ຈັ່ງ​ຊີ້. ອັນ​ນີ້​ລະ​ວ່າ ສິດ​ສ​ເມີ​ພ​າບ ຕໍ່​ໜ້າ​ກົດ​ໝາຍ ເວົ້າ​ເຮັ​ດ​ຫຍັງ​ຊັ້ນ."

ນັ​ກ​ຂ່າວ: ໂຕ​ທີ່​ລົງ​ວິ​ໄນ ​ທີ່​ປະ​ກົດ​ເຫັນ​ຢູ່ນີ້ ຕາມ​ລາຍ​ຊື່ນີ້ ມີເຊື້ອ​ສາຍ​ຂອງ​ຜູ້​ໃຫຍ່​ ໄມ້​ສູງບໍ່?

ປະ​ຊາ​ຊົນ:

" ເທົ່າ ​ທີ່​ຟັງ​ນາມ​ສະ​ກຸນນີ້ ຄື​ວ່າ ບໍ່​ມີ ນ​າມ​ສະ​ກຸນ​ ປັດ​ຈຸ​ບັນ​ນີ້ ບໍ່​ມີ."

ປະ​ຊາ​ຊົນ​ອີກ​ທ່ານ​ນຶ່ງ ກໍ​ໃຫ້​ຄຳ​ເຫັນ​ວ່າ ຄັນ​ຖ້າ​ວ່າ​ເຮັດ ​ໃຫ້​ເຮັດ​ແທ້ ແຕ່ ບໍ່​ຄວນ​ເລື​ອກ​ປະ​ຕິ​ບັດ:

“ຄັນ​ຖ້າ​ວ່າ​ເຮັດ ​ລະ​ໃຫ້​ເຮັດ​ແທ້ ແຕ່​ວ່າ ເຮັດ​ລະ​ບໍ່​ແມ່ນ​ ເຮັດ​ພາກ​ສ່ວນ ລະ​ຄົນ​ຜູ້​ນັ້ນ ລະ​ຄົນ​ຜູ້ນີ້ ຄົນ​ຂ້ອຍ​ຄົນ​ເຈົ້າ​ຫັ້ນ​ນ່າ.”

ບາງ​ກໍ​ຄົນ​ກໍ​ເຫັນ​ວ່າ ມັນ​ເປັນ​ຈຸດ​ເຣີ່ມ​ຕົ້ນ ໃນ​ການ​ປາບ​ປາມ ເຈົ້າ​ໜ້າ​ທີ່​ຜູ້​ສວຍ​ໃຊ້ ​ຖາ​ນະ​ຕຳ​ແໜ່ງ​ ຕົນ​ເອງ ເພື່ອ​ເອົາ​ຜົ​ລ​ປ​ໂຍດ ​ເຂົ້າ​ໂຕ.

ນັກ​ທຸ​ຣະ​ກິຈ ທ່ານ​ນຶ່ງ ໄດ້​ໃຫ້​ສັມ​ພາດ ​ຕໍ່ວິທຍຸ ​ເອ​ເຊັຽ​ເສ​ຣີ ວ່າ:

" ​ປ່ຽນ​ແປງ​ຈິງ ປະ​ຕິ​ບັດ​ຈິງ ຄັນ​ວ່າ ເຮັດ​ໜັກ ກະ​ໜັກ​ໄປ​ເລື້ອຍໆ ບ້ານ​ເມືອງ​ກະ​ຊິ​ເຂົ້າ​ເຖິງ​ ຄວາມ​ຍຸ​ຕິ​ທັມ​ຢ່າງ​ແທ້​ຈິງ ອັນ​ທີ​ນຶ່ງ ອັນ​ທີ​ສອງ ກະ​ງົບ​ປະ​ມານ​ ຂອງ​ແຜ່ນ​ດິນ ກະ​ຊິ​ຍັງ​ເຫຼືອ​ຂຶ້ນ​ມາ ເຫຼືອ​ຂຶ້ນມ​າ​ເລື້ອຍໆ."

ນັກ​ຂ່າວ: ໃນ​ອີກ​ມຸມ​ນຶ່ງ ມັນ​ຈະ​ບໍ່​ເປັນ​ການ​ວ່າ ຈັບ​ແຕ່​ຜູ້​ເລັກ​ຜູ້​ນ້ອຍ ຈັບ​ແຕ່​ປາ​ສ້ອຍ​ ປາ​ຊິວ ​ເບາະ?

ນັກ​ທຸ​ຣະ​ກິຈ​:

" ດຽວນີ້ ບໍ່ ​ແມ່ນ​ປາ​ຊິວ​ແລ້ວ ເລີ່ມ​ເປັນ​ປ່າ​ຄໍ່ ປາ​ເຂັງ​ແລ້ວ ປາ​ສ້ອຍ​ປາ​ຊິວ​ ແຕ່​ດົນ​ມາ​ແລ້ວ ປາ​ຄໍ່​ປາ​ເຂັງ ເຣີ່ມ​ຈັບ​ແລ້ວ."

ໃນ​ວັນ​ທີ 22 ກັນ​ຍາ ທີ່​ຜ່ານ​ມາ, ຂ່າວ​ຣາຍ​ງານ​ວ່າ ກະ​ຊວງ ​ປ້ອງ​ກັນ​ຄວາມ​ສ​ງົບ ໄດ້​ອອກ​ຕົກ​ລົງ ວ່າ​ດ້ວຍ​ການ​ປະ​ຕິ​ບັດ​ວິ​ໄນ ນາຍ​ຕໍ​າ​ຣວດ 11 ຄົນ ໂດຍມີ​ລາຍ​ຊື່​ດັ່ງ​ນີ້:

  1. ພັນ​ໂທ ຄຳ​ປ່ຽນ ອຸ​ດົມ​ວິ​ໄລ ອາ​ຍຸ 47 ປີ, ສັງ​ກັດ​ຢູ່ ກອງ​ບັນ​ຊາ​ການ ປກ​ສ ເມືອງ​ສີ​ໂຄດ​ຕະ​ບອງ.
  2. ຮ້ອຍ​ເອກ ນາງ ສຸ​ລາ​ວັນ ອຸ​ປະ​ໄຊ ອາ​ຍຸ 31 ປີ, ສັງ​ກັດ​ຢູ່ ຫ້ອງ​ການ​ສັນ​ຕິ​ບານ ປກ​ສ ນະ​ຄອນ​ຫລວງວຽງ​ຈັນ.
  3. ພັນ​ໂທ ສົມ​ພອນ ວົງ​ຊາ​ຕີ ອາ​ຍຸ 57 ປີ ສັງ​ກັດ​ຢູ່ ກອງ​ບັນ​ຊາ​ການ ປກ​ສ ນະ​ຄອນ​ຫລວງວຽງ​ຈັນ.
  4. ພັນ​ໂທ ນາງ ພຸດ​ທອນ ແກ້ວ​ບຸນ​ຄົງ ອາ​ຍຸ 40 ປີ ສັງ​ກັດ​ຢູ່ ກອງ​ບັນ​ຊາ​ການ ປກ​ສ ນະ​ຄອນ​ຫລວງວຽງ​ຈັນ.
  5. ພັນ​ໂທ ສອນ​ເພັດ ພິ​ຈິດ ອາ​ຍຸ 49 ປີ ສັງ​ກັດ​ຢູ່ ກອງ​ບັນ​ຊາ​ການ ປກ​ສ ເມືອງ​ສີ​ໂຄດ​ຕະ​ບອງ.
  6. ພັນ​ໂທ ລັດ​ສະ​ໝີ ອຸ່ນດວງ​ພະ​ຈັນ ອາ​ຍຸ 44 ປີ ສັງ​ກັດ​ຢູ່ ກອງ​ບັນ​ຊາ​ການ ປກ​ສ ນະ​ຄອນ​ຫລວງວຽງ​ຈັນ.
  7. ພັນ​ໂທ ຄຳ​ຫຼ້າ ພົມ​ມະ​ສານ ອາ​ຍຸ 47 ປີ ສັງ​ກັດ​ຢູ່ ກອງ​ບັນ​ຊາ​ການ ປກ​ສ ເມືອງ​ສີ​ໂຄດ​ຕະ​ບອງ.
  8. ພັນ​ໂທ ນາງ​ ອຳ​ມະ​ລີ ຈັນ​ສະ​ຫວ່າງ ອາ​ຍຸ 50 ປີ ສັງ​ກັດ ຢູ່ ກອງ​ບັນ​ຊາ​ການ ປກ​ສ ນະ​ຄອນ​ຫລວງວຽງ​ຈັນ.
  9. ພັນ​ໂທ ຄຳ​ໄຊ ແກ້ວ​ວົງ​ສາ ອາ​ຍຸ 50 ປີ ສັງ​ກັດ​ຢູ່ ກອງ​ບັນ​ຊ​າ​ການ ປກ​ສ ເມືອງ​ສີ​ໂຄດ​ຕະ​ບອງ.
  10. ຮ້ອຍ​ເອກ ນາງ ສີ​ແພງ ອໍ​ລະ​ດົມ ອາ​ຍຸ 43 ປີ ສັງ​ກັດ​ຢູ່ ຫ້ອງ​ການ​ສັນ​ຕິ​ບານ ກອງ​ບັນ​ຊາ​ການ ປກ​ສ ນະ​ຄອນ​ຫລວງວຽງ​ຈັນ.
  11. ຮ້ອຍ​ໂທ ນາງ ພອນ​ທິບ ເພັງ​ພັກ​ດີ ອາ​ຍຸ 36 ປີ ສັງ​ກັດ​ຢູ່ ກອງ​ບັນ​ຊາ​ການ ປກ​ສ ນະ​ຄອນ​ຫລວງວຽງ​ຈັນ.