ເຣື້ອງທີ່ເກັບບັນທຶກໄວ້
2023-01-24
ທ້າວ ອາລຸນ ພົມມະລາດ ອາຍຸ 23 ປີ ຊາວບ້ານ ບ້ານດອນສູງ ເມືອງສນາມໄຊ ແຂວງອັດຕະປື ໄປເຮັດວຽກ ຢູ່ສວນຢາງພາຣາ ທີ່ປະເທດມາເລເຊັຽ ໄດ້ປະມານ 4 ປີ ຖືກຈັບ ຍ້ອນໜັງສືເດີນທາງໝົດກໍານົດ ຕັ້ງແຕ່ວັນທີ 8 ເດືອນ 6 ປີ 2021 ມາຮອດປັດຈຸບັນ ທາງຄອບຄົວ ຍັງຮູ້ຊາຕາກັມ ວ່າມີຊີິວິດ ຫຼືບໍ່.
2023-01-22
ນະໂຍບາຍສາມສ້າງ ຍັງບໍ່ມີຫຍັງ ອອກມາເປັນຮູບປະທັມ, ເຈົ້າໜ້າທີ່ໄທຍ ຊ່ອຍເຫລືອ ແມ່ຍິງລາວ ຈາກຮ້ານອາຫານ ທີ່ທຳຮ້າຍຮ່າງກາຍນາງ, ສວນໝາກໂມ ຂອງນັກລົງທຶນຈີນ ສົ່ງຜົລກະທົບ ຕໍ່ຊາວບ້ານໃນຫຼາຍແຂວງ ຢູ່ເຂດພາກເໜືອ.
2023-01-16
ການປະກົດໂຕ ຂອງຜູ້ນໍາ ອັນແທ້ຈິງ ຂອງຂບວນການ ແນວລາວຮັກຊາຕ ແລະ ການສະຖາປະນາ ຣາຊອານາຈັກລາວ ເປັນສາທາຣະນະຣັຖ ປະຊາທິປະໄຕ ປະຊາຊົນລາວ.
2023-01-15
ປ່າສງວນຫ້ວຍງົວ ຢູ່ບໍຣິຄຳໄຊ ຖືກຊາວບ້ານ, ເຈົ້າໜ້າທີ່ທ້ອງຖິ່ນ ບຸກລຸກ, ຈີນ ແລະ ລາວ ຈະເປີດດ່ານຊາຍແດນ ແຕ່ ລາວຍັງບໍ່ມີມາຕການສະເພາະ ຕໍ່ຄົນຈີນ ທີ່ຈະເຂົ້າປະເທດລາວ, ປະທານ ສານປະຊາຊົນສູງສຸດ ຍອມຮັບວ່າ ຜູ້ພິພາກສາ ແລະເຈົ້າໜ້າທີ່ ສານຈໍານວນນຶ່ງ ມີການລະເມີດຈັນຍາທັມ.
2023-01-09
ຊີວິຕ ຂອງທ່ານ ວິຣະບູນ ໂສກັນທອງ ໃນໄລຍະກ່ອນ ແລະ ເບື້ອງຕົ້ນ ຂອງການຖືກເອົາໄປ ສັມນາ ຢູ່ແຂວງຊຽງຂວາງ ຊຶ່ງຂະນະນີ້ ກໍາລັງຂຽນປື້ມ “ທະຫານຄົນສຸດທ້າຍ ບົນສາຍທາງ ມໍຣະນະ ເລຂ 7”.
2023-01-08
ຍັງມີເຈົ້າໜ້າທີ່ສານ, ຜູ້ພິພາກສາ ລະເມີດກົດໝາຍ, ຂາດຈັນຍາທັມ, ເງິນເດືອນ ຣັຖກອນ ອອກຊ້າ, ບໍ່ກຸ້ມກິນ, ຖືກສໍ້ໂກງ ແລະ ນາຍົກຣັຖມົນຕຣີ ແຫ່ງ ສປປ ລາວ ອາດຖືກກົດດັນ ໃຫ້ພົ້ນຕຳແໜ່ງ.
2023-01-02
ຫຼັງຈາກ ທີ່ສາມາດ ເຂົ້າມາ ກໍາອໍານາດທຸກດ້ານ ໃນພຣະຣາຊອານາຈັກແລ້ວ, ພວກແນວລາວ ກໍເຣີ່ມເອົາວິທີການປົກຄອງ ແບບຄອມມູນິສ ເຂົ້າມາໃຊ້ ໃນປະເທດ.