ການສໍາພາດສະມາຄົມ ລາວຮ່ວມມິດ

ຍານາງ ແກ້ວວຽງໄຊ ທັມວົງສາ ປະທານ ສະມາຄົມ ລາວຮ່ວມມິດ ໃນເຂດ ວໍຊິງຕັນ ດີ ຊີ
ຍານາງ ແກ້ວວຽງໄຊ ທັມວົງສາ ປະທານ ສະມາຄົມ ລາວຮ່ວມມິດ ໃນເຂດ ວໍຊິງຕັນ ດີ ຊີ (RFA)

0:00 / 0:00

ສະມາຄົມ ລາວຮ່ວມມິດ ຫຼື ກ່ອນໜ້າ ນີ້ ມີຊື່ວ່າ ສະມາຄົມ ລາວທ່າແຂກ ໃນຂົງເຂດ Whashington DC ຈັດງານ ຣາຕຣີ ສະໂມສອນ ປະຈໍາປີ ເພື່ອ ພົບປະ ສັງສັນ ແລະ ຫາ ຣາຍໄດ້ ເຂົ້າ ສະມາຄົມ ໃນ ຕອນຄໍ່າ ຂອງ ວັນສຸກ ທີ່ 25 ເມສາ ປີ 2014 ຜ່ານມາ ຢູ່ທີ່ ຮ້ານ ອາຫານ Harvest Moon Falls Church. ກ່ຽວກັບ ວ່າ ຄວາມເປັນມາ ຂອງ ສະມາຄົມ ລາວຮ່ວມມິດ ເກິດຂື້ນໄດ້ ແນວໃດ ແລະ ຈັດຕັ້ງ ເພີື່ອ ຮັບໃຊ້ ສັງຄົມ ລາວ ແນວໃດ ນັ້ນ Maysoly ຈະນໍາ ສເນີ ທ່ານ ໃນຣາຍການ ຊາວລາວ ໃນ ຕ່າງ ປະເທດ ປະຈໍາ ສັປດາ ນີ້.