ຮຽກຮ້ອງ ກອງປະຊຸມສະພາ ແກ້ໄຂບັນຫາ ເງິນເຟີ້, ສິນຄ້າແພງ

ໄມ​ຊູ​ລີ
2022.12.04
ຮຽກຮ້ອງ ກອງປະຊຸມສະພາ ແກ້ໄຂບັນຫາ ເງິນເຟີ້, ສິນຄ້າແພງ ຕໍ່ໜ້າ ສະພາແຫ່ງຊາຕ, ນະຄອນຫຼວງວຽງຈັນ, ວັນທີ 5 ພຶສຈິກາ 2022.
Photo: RFA

ຄວາມຄຶດຄວາມເຫັນ ກ່ຽວກັບຂ່າວ ທາງການລາວ ໃຫ້ບໍຣິສັດ ຈີນເຂົ້າ ມາສັມປະທານ ເຂດນ້ຳຕົກຕາດ ຄອນພະເພັງ ສົ່ງຜົລກະທົບຕໍ່ ຜູ້ຕັ້ງຮ້ານ ຂາຍເຄື່ອງ, ປະຊາຊົນ ຢາກໃຫ້ຣັຖບານ ແກ້ໄຂ ຫຼາຍບັນຫາ ໃນກອງປະຊຸມສະພາ ແຫ່ງຊາຕ ຊຸດທີ 9, ຊາວບ້ານຢ້ານ ບໍ່ໄດ້ຄ່າຊົດເຊີຍທີ່ດິນ ໂຄງການ ກໍ່ສ້າງ ເຂດໂລຈິສຕິກ ພາຣ໌ກ ແລະ ຂ່າວອື່ນໆ.

ຄວາມເຫັນບາງຕອນ ຈາກທ່ານຜູ້ຟັງ:

ກ່ຽວກັບ ຂ່າວ “ປະຊາຊົນ ຢາກໃຫ້ຣັຖບານ ແກ້ໄຂ ຫຼາຍບັນຫາ ໃນກອງປະຊຸມສະພາ ແຫ່ງຊາຕ ຊຸດທີ 9”

ແມ່ນ… ຢາກໃຫ້ແກ້ໄຂ ເງິນເຟີ້, ເຄື່ອງແພງ. ທູກມື້ນີ້ ລັດຖະບານ ບໍ່ເອົາໃຈໃສ່ເບີ່ງແຍງ ປະຊາຊົນເລີຍ. ຖ້າເຮັດບໍ່ໄດ້ ລາອອກ ທ່ານນາຍົກ, ປະຊາຊົນ ອົດມື້ກີນວັນໄປວັນໆ. ຜ່ານມາວ່າ ສີແກ້ໄຂເງີນເຟີ ໃຫ້ໄດ້, ບໍ່ເຫັນແກ້ຫຍັງເລີຍ. ເລື່ອງຢາບ້ານີ້ ຈັ່ງ ໃດ ກະແກ້ບໍ່ໄດ້ດອກ. ຖ້າແກ້ໄດ້ນັ້ນ ຕໍ່ໄປ ຜູ້ມີອຳນາດ ກະຄື ສິສິ້ນໃຈ, ພໍດີລະ ວ່າເລື່ອງຢາບ້ານີ້ ມັນຫລັ່ງໄຫລ ມາແບບໃດ ງ່າຍທີ່ສຸດ, ກະຮູ້ໆກັນຢູ່ ເພາະວ່າ ສະໄໝນີ້ ຜິດ ສິກາຍເປັນ ຖືກ ແລະ ຖືກ ສິກາຍເປັນ ຜິດ, ທຳນາຍ ເພິ່ນວ່າໄວ້ ພີ່ນ້ອງເອີຍ!”

ແມ່ນໆ… ຢາກໃຫ້ແກ້ໄຂ ຊີວິດການເປັນຢູ່ ຂອງປຊຊ (ປະຊາຊົນ) ແລະເບັ້ຽລຽ້ງ ຂອງຄົນຊາຣາ (ຄົນເຖົ້າ) ເພາະຄົນເຖົ້າ ໃນສະໃໝນີ້, ເວລາເຖົ້າແລ້ວ, ບາງທ່ານ ກໍ່ບໍ່ມີຜູ້ດູແລ. ອາໃສ ລູກເຕົ້າ ກໍ່ບໍ່ດູແລ ສ່ວນຜູ້ເຖົ້າ ທີ່ໄດ້ເຮັດ ການປະຕິວັດ ອາວແຄນ ໄດ້ກິນບຳນານ. ສວ່ນຜູ້ເຖົ້າ ທີ່ບໍ່ໄດ້ ເປັນພ/ງ (ພະນັກງານ) ຫລື ບໍ່ໄດ້ເຮັດ ການປະຕິວັດ ເດ.?ຄວນໃຫ້ມີ ເບັ້ຽລຽ້ງ ຄົນແກ່.”

ເພິ່ນກາແກ້ໄປ ເທື່ອລະນ້ອຍ ຄືກັບ ປະເທດອື່ນ ຫັ້ນລະ.. ປະເທດລາວເຮົາ ເປັນປະເທດ ທີ່ຍາກຈົນ ມາແຕ່ ດຶກດຳບັນ ມັນກາ ບໍ່ຄືປະເທດທີ່ ເພິ່ນພັດທະນາແລ້ວ ແຕ່ປະເທດ ພັດທະນາແລ້ວ ເຈົ້ານາຍ ກໍຍັງໂກງກິນ ຄື ເຫັນໃນຂ່າວນີ້ລະ.”

ຕິດ​ຕາມ​ດ້ວຍ ລຳ​ລ່ອງ "ຂ້າມ​ຂອງ"

(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)

ໝາຍເຫດ: ຄວາມຄິດຄວາມເຫັນ ຂອງຜູ່ອ່ານ ທີ່ສະແດງອອກ ໃນເວັບໄຊທ໌ ແລະ ເຟສບຸກຄ໌ ຂອງວິທຍຸ ເອເຊັຽ ເສຣີ, ພວກເຮົາ ທິມງານ ວິທຍຸເອເຊັຽເສຣີ ໃຫ້ຄວາມສຳຄັນ ແລະ ຂອບໃຈ ນຳທຸກໆຖ້ອຍຄຳ, ແລະ ມີໜ້າທີ່ ນຳມາອ່ານໃຫ້ທ່ານ ໄດ້ຮັບຟັງກັນ ແລະ ບໍ່ໄດ້ເສກສັນປັ້ນແຕ່ງໃດໆ, ມີພຽງແຕ່ ປ່ຽນຄຳສັພ ທີ່ບໍ່ສຸພາບ ໃຫ້ເບົາລົງ ເທົ່ານັ້ນ. ດັ່ງນັ້ນ ຂໍໃຫ້ທ່ານຜູ່ຟັງ ຈົ່ງຕັດສິນໃຈເອົາເອງ ວ່າ ຄວາມຄິດເຫັນນັ້ນ ເປັນໜ້າເຊື່ອຖື ແລະ ຄວາມຈິງ ຫລາຍ-ໜ້ອຍ ປານໃດ. ພ້ອມດຽວກັນນັ້ນ, ພວກເຮົາ ຍັງໄດ້ຮັກສາ ການສະກົດຄຳສັພ ສ່ວນຫຼາຍ ເອົາໄວ້ ເພື່ອບໍ່ໃຫ້ ຄວາມໝາຍປ່ຽນໄປຫຼາຍ. ຂອບໃຈ!

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.