ຈ.ມ ຈາກຜູ້ຟັງ 11/27/21

0:00 / 0:00

ຄວາມຄຶດຄວາມເຫັນ ກ່ຽວກັບ ຂ່າວ 36 ຄອບ​ຄົວ ທີ່​ບ້ານ​ໂພນ​ສີ​ນວນ ຂໍ​ຄວາມ​ເປັນ​ທັມ ພາຍ​ຫລັງ ທີ່​ໄລ່​ອອກ​ຈາກ​ທີ່​ດິນ, ກອງ​ປະ​ຊຸມ​ສະ​ພາ ສຳ​ເຣັດ​ລົງ ແຕ່​ບັ​ນ​ຫາປາກ​ທ້ອງ ຍັງ​ຍາກ ທີ່​ຈະ​ແກ້​ໄຂ​ໄດ້, ທາງການລາວ ຈະເຮັດໃຫ້ປະເທດ ຫຼຸດພົ້ນອອກຈາກ ຄວາມດ້ອຍພັທນາ ພາຍໃນປີ 2026 ແລະ ຂ່າວອື່ນໆ.

ຄວາມ ເຫັນ ບາງ ຕອນ:

ຂ່າວ “36 ຄອບ​ຄົວ ຂໍ​ຄວາມ​ເປັນ​ທັມ ພາຍ​ຫລັງ ທີ່​ໄລ່​ອອກ​ຈາກ​ທີ່​ດິນ”

“ບໍ່ໄດ້ດອກເງິນຊົດເຊີຍນະ. ຫລາຍຄົນ ເຈີມາຫລາຍແລ້ວ. ໃຜບໍ່ເຊືີ່ອ ມາເບີ່ງນຳຂ້ອຍເດີມີ ໃບຕາດິນ ພ້ອມໃບເສຍພາສີ ແຕ່ລະປີ, ດິນຂ້ອຍ ຢູ່ໃຈກາງເມືອງເລົ່າງາມ 176x150 ຕະລາງແມັດ ໄລ່ອອກແລ້ວ ຕັ້ງຫ້ອງການໃສ່ ເວົ້າວ່າ ຊິໄຫ້ເງີນຊົດເຊີຍ ແລະ ຫາທີ່ດິນໄຫ້ໃຫມ່. ສຸດທ້າຍຜ່ານມາ ກະໃດ້ 4-5 ປີແລ້ວ. ບໍ່ໄດ້ຫຍັງເລີຍ. ຂຽນຄຳຮ້ອງ ຂໍຄວາມເປັນທຳ ສົ່ງໃຫ້ເມືອງ ເຂົາກະບໍ່ສົ່ງ ເອກະສານໃຫ້. ສຸດທ້າຍງຽບຮອດ ມື້ນີ້.”

…..

(ເຊີນ​ທ່ານ ຟັງ​ຣາຍ​ລະ​ອຽດ ຈາກ​ສຽງ​ບັນ​ທຶກ​ໄວ້)