ຮິບໂຮມ ຄວາມຄຶດຄວາມເຫັນ--ຄຳແນະນຳ, ຂໍ້ສເນີ, ຄວາມເປັນຫ່ວງ, ຄຳຮ້ອງທຸກ, ຈຸດບົກຜ່ອງ ຂອງພາກສ່ວນກ່ຽວຂ້ອງ, ການເອົາລັດເອົາປຽບ ແລະ ຄວາມເຫລື່ອມລ້ຳ ໃນສັງຄົມ ເພື່ອໃຫ້ພາກສ່ວນກ່ຽວຂ້ອງ ນຳໄປແກ້ໄຂ…
ເຊີນທ່ານ ຄລິກຟັງສຽງ ຣາຍການໄດ້ ແລະ ອ່ານຄວາມຄຶດຄວາມເຫັນບາງຕອນ ຕໍ່ລົງໄປນີ້.
ຄວາມຄຶດຄວາມເຫັນ ກ່ຽວກັບ ຂ່າວ ເສຖກິດພິເສດບໍ່ເຕັນ ບໍ່ຮ່ວມມື ທາງການ ເທົ່າທີ່ຄວນ:
ຜູ່ຟັງ ທີ່ບໍ່ປະສົງອອກຊື່ ທ່ານນຶ່ງ ຂຽນວ່າ:
“ເຈົ້າໜ້າທີ່ ກໍເປັນຂອງລາວ ແລະ ເສຖກິດພິເສດບໍ່ເຕັນ ກໍຢັງຕັ້ງຢູ່ ໃນແຜ່ນດີນລາວ ແທ້ງໆ ກໍຢັງບໍ່ ມີສິດເຮັດຫັຽງ ທັງໝົດເລີຍນໍ້; ແລ້ວ ພວກຜູ້ນໍາ ຍັງສິເວົ້າວ່າ ຈີນເປັນມິດ ທີ່ດີ ເປັນປະເທດ ເພື່ອນບ້ານ ທີ່ດີອີກຕໍ່ໄປ ຢູ່ບໍ, ຂ້ອຍເອັງ ປະຊາຊົນ ສາມັນທໍາມະດາ ຊື່ໆ ກໍຍັງແນມເຫັນ ອານາຄົດ ຂອງຊາດອ້າຍລາວເຮົາ ໄດ້ຢູ່ໜ້ອຍນຶ່ງວ່າ ມັນສິເກີດ ຫັຽງຂື້ນ ອີກຕໍ່ໄປ ໃນຂ້າງໜ້າ, ຄວາມໝາຍ ກໍມີຢູ່ວ່າ ຜູ້ນໍາຜະເດັດການ ເຂົາເບິ່ງສາຍຕາ ເຊີ່ງກັນ ແລະ ກັນ ເຂົາກໍ ເຂົ້າໃຈ ກັນໂລດນໍ້, ແລະ ເຂົ້າໃຈ ຄວາມໝາຍງ່າຍໆ, ກໍຄື ຕະກູນສີທັນດອນ ຫຼື ສີພັນດອນ ຂ້ອຍກໍຍັງ ບໍ່ເຂົ້າໃຈແນ່ນອນວ່າ ແມ່ນສີໃດ ກັນແທ້; ທີ່ໄດ້ຖືກແຕ່ງຕັ້ງ ໃຫ້ເປັນ ຣັຖມົນຕີ ເສຖກິດ ແລະ ການລົງທຶນ ຢ່າງກະໂດດ ຂັ້ນ ແລະ ອາດຈະໄດ້ ເປັນນາຍຍົກ ໃນຂັ້ນ ຕໍ່ໄປວ່າຊັ້ນ, ຂ້ອຍບອກ ໄດ້ເລີຍວ່າ ຕາຍຄັກໆ, ຕະກູນ ທໍາມະວົງ ໄຜໆ ກໍເຂົ້າໃຈດີຢູ່ແລ້ວ ຕະກູນນີ້ ໜັກກ່ວາອີກ ເພາະວ່າ ຕະກູນນີ້ ກັບສປຈີນ ເຂົາເຫັນກັນ ເຂົ້າໃຈທັນທີໂລດ, ສຸດທ້າຍຢາກ ຝາກເຖີງ ຜູ້ນໍາລາວເຮົາ ຕັ້ງແຕ່ ຂັ້ນເທີງ ລົງຮອດຂັ້ນລຸ່ມວ່າ ການຫຼົງສເໜ່ ໄຟແສງສີ ແບບຈີນໆນັ້ນ ຂ້ອຍຄິດວ່າ ມັນຄືສິບໍ່ດີ ຕໍ່ບ້ານເມືອງ ສະນັ້ນ ເຮັດໄຟແສງສີ ແບບລາວໆ ເຮົາ ຈະດີກ່ວາ.”
ຂ່າວ ຕໍ່ໄປ ຊາວບ້ານ ຖືກຈັບ ຍ້ອນບໍ່ຍອມເຊັນ ມອບທີ່ດິນ, ຊຶ່ງຂ່າວ ຣາຍງານ ວ່າ ທ່ານທິດໄພ ບໍ່ຍອມເຊັນ ມອບດິນ ໃຫ້ເຈົ້າໜ້າທີ່ ທ້ອງຖິ່ນ, ເນື່ອງຈາກວ່າ ທ່ານທິດໄພ ຕ້ອງການ ຄ່າຊົດເຊີຍ ເພາະວ່າ ຄອບຄົວ ບໍ່ມີບ່ອນທຳມາຫາກິນ, ເພື່ອມອບໃຫ້ ບໍຣິສັດ ສ້າງສຸຂສາລາ (ຊຶ່ງເຈົ້າໜ້າທີ່ລາວ ກໍບອກຕໍ່ມາວ່າ ຈະໄປສ້າງໂຮງໝໍ).
ຜູ່ອ່ານທີ່ ບໍ່່ປະສົງອອກຊື່ ຂຽນວ່າ:
"ຖືກຈັບຍ້ອນ ບໍ່ເຊັນໃບຕາດິນ ໄຫ້ລັດ ໝາຍຄວາມວ່າ ແນວໃດ? ອັນນີ້ ກໍແມ່ນການ ລະເມີດສິດທິ ມະນຸດຊົນ ຫຼື ສິດທິພື້ນຖານ ຂອງປະຊາຊົນ ຢ່າງແທ້ຈິງ ຂອງຜູ້ທີ່ ບໍ່ເຂົ້າໃຈ ແລະ ບໍ່ຮັບຮູ້ ເລື້ອງສິດທິມະນຸດ ນັ້ນເອັງ, ເຖີງແມ່ນວ່າ ຜູ້ຖືກກ່າວຫາ ມັນຈະຜິດ ຫຼືຖືກ, ຈະເຂົ້າໃຈ ຫຼືບໍ່ ເຂົ້າໃຈ ຂອງໃບ ເຊື້ອເຊີນ ຂອງທາງການລັດ ກໍຕາມ ບໍ່ຄວນ ໃສ່ກັບມື ລາວເລີຍ, ເບິ່ງແລ້ວ ຄືວ່າໂຫດຮ້າຍ ທີ່ສຸດ, ບາດຄົນອື່ນ ທີ່ເຮັດສິ່ງບບໍ່ດີ ແລະ ຮ້າຍແຮງ ກ່ວາພໍ່ລຸງໄພນີ້ ຄື ມິດໄປເລີຍ ບໍ່ເຫັນ ມີຂ່າວຄືບໜ້າຫັຽງ ເອົາຕົວຢ່າງ ນັກຄ້າຢາ ລາຍໄຫ່ຽ ຄື ສີສຸກດາວເຮືອງ ນັ້ນ ບໍ່ຮູ້ວ່າ ມັນໄປຈົບ ຢູ່ໃສ ແລະ ລະຄອນເລື້ອງນີ້ ໄດ້ຢຸດຕິ ການສະແດງ ໄປແລ້ວຕີ? ແລະບໍ່ມີໄຜ ຮູ້ເລີຍ, ສິດຂອງລາວ ເຈົ້າໜ້າທີ່ ເຮັດແບບນີ້ ແມ່ນບໍ່ຖືກຕ້ອງ ແລະ ບໍ່ປະຕິບັດຕາມ ກົດ ຂອງສິດທິມະນຸດ ເລີຍ, ສະນັ້ນ ພວກເຮົາ ປະຊາຊົນ ໃຫ້ ພາກັນອອກມາຄັດຄ້ານ, ຕໍານິ ແລະ ຂັດຂວາງ ການກະທໍາ ແບບນີ້ ບໍ່ໄຫ້ ເກີດຂື້ນ ອີກຕໍ່ໄປ ຫຼືວ່າ ພວກພໍ່ແມ່ ພີ່ນ້ອງບໍ່ ສົງສານ ຄົນລາວ ຄືກັນ ແລະ ສາຍເລືອດລາວ ຄືກັນເລີຍບໍ, ຫຼື ວ່າພວກທ່ານ ຫຼົງໄຫຼ ແລະໄຝ່ ຫາແຕ່ ຈີນ ແຕ່ ວຽດ ກັນໄປໝົດ ແລ້ວຊັ້ນບໍ, ຄິດດີໆ ແລ້ວ ພາກັນອອກມາໂລດ ແລະ ອອກມາດ້ວຍຄວາມເຕັມໃຈ ຂອງພວກ ພໍ່ແມ່ ພີ່ນ້ອງລາວເຮົາ … ., ໄຫ້ພາກລັດ ອ່ອນເພັຽເປັ້ຽລ່ອຍ ຕື່ມອີກ."
ກ່ຽວກັບ ຂ່າວ ເຈົ້າຫນ້າທີ່ລາວ ຈັບຄົນຈີນ ທີ່ເຮັດຜິດກົດຫມາຍໃນລາວ 100 ປາຍຄົນ ສົ່ງກັບຄືນປະເທດ.
ຄວາມເຫັນ ຈາກ ເຟສບຸກຄ໌ ໑:
“ຄົນລາວ ຫນ້າຊິເຮັດ ກົດໝາຍແບບໄທ ຄົນຕ່າງດ້າວ ບໍ່ມີສິດຄ້າຂາຍໃນ ປະເທດ ຍາດເອົາອາຊີບ ຄົນລາວເມິດ ສວ່ນຄົນລາວເຮົາ ກະບໍ່ມີອາຊີບ ຈື່ງພາກັນ ໄປເຮັດວຽ ກຢູ່ໄທ ຍ້ອນ ຫວຽດ ຈີນ ຍາດເອົາອາຊີບ ຕົວເອງເມິດ.”
ຄວາມເຫັນ ໒:
“ໂຈຣ ເຕັມບ້ານເຕັມເມືອງ ມັນ ໄດ້ສ້າງບັນຫາ ຄວາມ ກະທົບ ກະເທືອນ ໃຫ້ ປະຊາຊົນລາວ ເຮົາ ຜູ້ ທີ່ເປັນເຈົ້າຂອງ ປະເທສ ນໍາອີກ ຈັບສົ່ງ ນັກຕົ້ມຕູນຄົນ ຈີນກັບຄືນ ທີ່ ພາກັນເລ້ລ້ອນ ຢູ່ທົ່ວໄປໃນລາວ ຂັ້ນຕອນຕໍ່ໄປ ອາດຈະແມ່ນ ຄົນວຽຕນາມ ທີ່ ລັກເຂົ້າມາອາ ສັຍຄ້າຂາຍ ໂດຍບໍ່ ຖືກຕາມຣະບຽບ ກົດຫມາຍ ຢູ່ໃນແຜ່ນດີນລາວເຮົາ ໃນປັດຈຸບັນມີ ທົ່ວປະເທດແລ້ວ.”
ຄວາມເຫັນ ໓:
“ຖ້າເລື່ອງນີ້ ມີຄວມຈິງແທ້ ຂໍໃຫ່ພາກສ່ວນ ທີ່ກ່ຽວຂ້ອງ ຈົ່ງອອກແຈ້ງການ ໃຫັພໍ່ແມ່ປະຊາຊົນລາວ ທົ່ວປະເທດໄດ້ ຮັບຮູ້ໄວ້ ເພື່ອໃຫັທຸກຄົນ ມີສະຕິ ລະວັງຕົວ ເພື່ອບໍ່ໃຫັຖືກ ກົນອຸບາຍຂອງເຂົາ ຂໍຂອບໃຈ.”
ຄວາມເຫັນ ໔:
"ຊົມເຊີຍເດີ ເຈົ້າຫນ້າທີ່ ທີ່ເຮັດໄດ້ ແຕ່ ຂໍຫນ້ອຍຫນືງ ຢາກໃຫ້ເຮັດນໍາ ຫມົດທຸກຊາດ ບໍ່ແມ່ນແຕ່ ຫວຽດນາມ ແລະ ຈີນ ຊາດໃດກາ ເຮັດ ຄື ກັນເດີ ມີບາງຊາດ ຂົ່ມເຫັງຄົນລາວ ດ່າຄົນລາວ ຍາດວຽກຄົນລາວ ແລ້ວ ບໍມີຫຍັງເກີດຂື້ນ ເລີຍ ບໍ່ ເຂົ້າໃຈ ບາດ ຫວຽດ, ຈີນ ເຮັດຫນ້ອຍຫນືງ ເປັນອັນຜີດ ບບໍ່ແມ່ນ ໃສ່ຮ້າຍ ເດີ … ແລະ ແນວໃດກໍ ຍັງເຊື່ອຫມັ້ນ ການນຳ ແລະ ເຈົ້າຫນ້າທີຢູ່ ຊົມເຊີຍ."
ຄວາມເຫັນ ໕:
“ລັຖບານ ທີ່ບໍ່ມີເອກລາດ ແລະ ອະທິປະໄຕ ເປັນຂອງຕົນເອງ ກໍເຮັດແນວນີ້ລະ ເຮັດຕາມ ຄໍາສັ່ງຂອງລັຖບານຈີນ ຢູ່ປັກກິ່ງ *** ຄົນຕ່າງປະເທດ ມາສ້າງຄະດີ ອາດຍາຢູປະເທດຕົນເອງ ເມື່ອ ຈັບໄດ້ ພັດ ສົ່ງໃຫ້ ສະຖານທູດເຂົາ ຈັດຝູງຍົນມາຮັບ ໄປລົງໂທດ ທີ່ປະທດຈີນ ຟັງແລ້ວ ມັນຄື ບໍ່ຂື້ນເລີຍ..ສໍາຫລັບ ສ່ວນຂ້າພະເຈົ້າ ແລ້ວ ຄິດວ່າ ໃຜ ໃຜ ກໍ່ຕາມ ທໍາຜິດ ທີ່ປະເທດລາວ ກໍຕ້ອງຖືກ ຜ່ານຂະບວນການ ຍຸຕິທັມຢູ່ລາວ ຕັດສີນ ລົງໂທດຢູ່ລາວ ແມ່ນຢູ່ ປະເທດລາວອາດ ມີກົດຫມາຍ ສົ່ງຜູ້ຮ້າຍຂ້າມແດນ ຮ່ວມກັບຈີນ (extradition treaty) ແຕ່ ບໍ່ມີປະເທດໃດ ຈະສົ່ງຜູ້ຮ້າຍ ເປັນ ຂະໂຫຍງ ຂ້າມແດນ ແນວນີ້ດອກ ນອກຈາກ ຄົນຮ້າຍນັ້ນ ຈະມີຄະດີ ຮ້າຍແຮງທາງການເມືອງ ຫລືຄະດີໂຫດຮ້າຍ ອື່ນໆ ແລະກໍ ແລກປ່ຽນກັນ ຄົນນື່ງສອງຄົນ ທໍ່ນັ້ນ.”
ທ່ານຜູ້ຟັງ ທີ່ກ່າວມາ ທັງໝົດນີ້ ກໍແມ່ນ ຄໍາເຫັນ ຈາກຜູ້ ຟັງ ກ່ຽວກັບຂ່າວ ທາງການລາວ ສົ່ງ ຄົນຈີນ ທີ່ຜິດກົດ ໝາຍ ກັບຄືນປະເທດ….
ກ່ຽວກັບ ຂ່າວ ປະຊາຊົນ ບ້ານທ່າເຮຶອ ເມືອງບໍຣິຄັນ ແຂວງ ບໍຣິຄັນໄຊ ກັງວົນນໍາ ສວນກ້ວຍຈີນ ໃຊ້ສານເຄມີ ອັນຕລາຍ ທີ່ ຈະ ສົ່ງຜົລກະທົບ ຕໍ່ ຄົນ, ສັດລ້ຽງ, ແລະ ສິ່ງແວດລ້ອມ.
ຄວາມເຫັນ ໑:
“ສີ່ງທີ່ເສຍໄປກັບ ສີ່ງທີ່ໃດ້ມາ ມັນຄຸ້ມຄ່າ ກັນຢູ່ບໍ່ ? ປະຈຸບັນ ເຫັດແລະພືດ ປະເພດຕ່າງໆ ທີ່ເຄີຍເກີດຂື້ນ ຕາມທຳມະຊາດ ກໍເຈືອປົນ ພວກສານເບື່ອ ໄປຫມົດແລ້ວ.”
ຄວາມເຫັນ ໒:
“ພວກທ່ານ ຄວນກ່າວ ບອກເຕືອນ ໃຫ້ຄວາມຮູ້ ຊອ່ງທາງ ແກ່ ປະຊາຊົນ ຄວນທຳຢ່າງໃດ ເຊັ່ນເຣື້ອງການຮອ້ງ ສະເໜີ ຕໍ່ຂັ້ນເທີງ ແລະ ຕໍ່ໆໄປ ຫາກບໍ່ໄດ້ຮັບການ ພິຈາຣະນາ, ນີ້ແມ່ນ ກຽ່ວກັບຊີວິດ ປະຊາຊົນ ແລະ ຜົລຮ້າຍ ຕໍ່ ປະເທດຊາດ.”
ຄວາມເຫັນ ໓:
“ສ່ວນ ຂ້ອຍກັງວົນວ່າ ຖ້າເປັນເຊັ່ນນີ້ແທ້ ອານະຄົດນີ້ ລູກຫລານລາວ ອາດຈະ ເປັນພະຍາດ ແປກໆເກີດຂື້ນ ເນື່ອງຈາກ ສານເຄມີ ຂອງຈີນ ໃນທົ່ວປະເທດ.”
ຄວາມເຫັນ ໔:
"ພຽງກັງວົນ ນໍາຂ່າວ ທີ່ຍັງບໍ່ທັນຮູ້ ເລື້ອງ ຮູ້ລາວ ກ່ຽວກັບ ການປູກ ຈີນເຂົາໄຊ້ປຸ່ຍ ຫຍັງຢາຂ້າແມງໄມ້ ຊະນິດໃດ ເພື່ອຈະເຮັດໃຫ້ ກັງວົນ ແຕ່ກະສິກຳຈີນ ກໍປູກສົ່ງຂາຍ ໄປທົ່ວໂລກ, ບາດຝົນເຫຼືອງ ໃຊ້ປາງສົງຄາມ ປູປາ ແລະ ມະນຸດເກີດມາ ເສັຍອົງຄະ ເປັນຈຳນວນ ຫຼວງຫຼາຍ ເທົ້າທຸກ ວັນນີ້ແລະ ລະເບີດ ບໍ່ທັນແຕກ ເປັນລ້ານໂຕນ ຄືບໍ່ມີໃຜ ຮ້ອງໂຮເປັນຂ່າວ ບໍ່ແມ່ນວ່າ ຝ່າຍຕົວເອັງ ເຮັດດີໝົດ ຄັນເປັນຂອງຈີນ ແມ່ນເປັນໄພ ຕໍ່ສຸຂະພາບ ຢູ່ຕ່າງປະເທດ ແຮ່ງ ໃຊ້ຍົນ ພົ່ນຢາ ປາບແມ້ງໄມ້ ກິນພືສ. "
……………..
ໝາຍເຫດ: ຄວາມຄິດເຫັນ ຂອງທ່ານຜູ່ອ່ານ ທີ່ສະແດງອອກ ໃນເວັບໄຊທ໌ ແລະ ເຟສບຸກຄ໌ ຂອງວິທຍຸ ເອເຊັຽ ເສຣີ ນັ້ນ, ພວກເຮົາ ທິມງານ ວິທຍຸ ເອເຊັຽ ເສຣີ ໃຫ້ຄວາມສຳຄັນ ແລະ ຂອບໃຈ ນຳທຸກໆຖ້ອຍຄຳ, ແລະ ມີໜ້າທີ່ ນຳມາອ່ານໃຫ້ທ່ານ ໄດ້ຮັບຟັງກັນ ແລະ ບໍ່ໄດ້ເສກສັນປັ້ນແຕ່ງໃດໆ, ມີພຽງແຕ່ ປ່ຽນຄຳສັພ ທີ່ບໍ່ສຸພາບ ໃຫ້ເບົາລົງ ເທົ່ານັ້ນ. ດັ່ງນັ້ນ ຂໍໃຫ້ທ່ານຜູ່ຟັງ ຈົ່ງຕັດສິນໃຈເອົາເອງ ວ່າ ຄວາມຄຶດຄວາມເຫັນນັ້ນ ເປັນໜ້າເຊື່ອຖື ແລະ ຄວາມຈິງ ຫຼາຍໜ້ອຍປານໃດ.
(ເພື່ອຮັກສາ ຄວາມໝາຍ ແລະ ຄວາມຄຶດຄວາມເຫັນ ຂອງຜູ່ທີ່ສະແດງອອກມານັ້ນ, ວິທຍຸ ເອເຊັຽ ເສຣີ ໄດ້ຮັກສາ ຕົ້ນສະບັບ ຂອງ ການຂຽນ ແລະ ການສະກົດ ເອົາໄວ້ ເຖິງແມ່ນວ່າ ຈະມີການຜິດພ້ຽນ ໄປແດ່ ກໍຕາມ)