ຈ.ມ ຈາກຜູ້ຟັງ 10/12/19
2019.10.12

ຮິບໂຮມ ຄວາມຄຶດຄວາມເຫັນ--ຄຳແນະນຳ, ຂໍ້ສເນີ, ຄວາມເປັນຫ່ວງ, ຄຳຮ້ອງທຸກ, ຈຸດບົກຜ່ອງ ຂອງພາກສ່ວນກ່ຽວຂ້ອງ, ການເອົາລັດເອົາປຽບ ແລະ ຄວາມເຫລື່ອມລ້ຳ ໃນສັງຄົມ ເພື່ອໃຫ້ພາກສ່ວນກ່ຽວຂ້ອງ ນຳໄປແກ້ໄຂ…
ເຊີນທ່ານ ຄລິກຟັງສຽງ ຣາຍການໄດ້ ແລະ ອ່ານຄວາມຄຶດຄວາມເຫັນບາງຕອນ ຕໍ່ລົງໄປນີ້.
ຄວາມຄຶດຄວາມເຫັນ ກ່ຽວກັບຂ່າວ ຊາວລາວ ອາເມຣິກັນ ຮຽກຮ້ອງໃຫ້ ທາງການລາວ ປ່ອຍ ນາງໝວຍ.
ຜູ່ຟັງ ທີ່ໃສ່ຊື່ວ່າ ຄົນລາວ ບໍ່ຖິ້ມກັນ ຂຽນວ່າ:
“ຄົນລາວ ບໍ່ຖິ້ມກັນແທ້ໆ ກະ ເຫັນແຕ່ ຄົນລາວນອກ ນີ້ແລ້ວ ກະ ຂໍເພິ່ງແດ່ ເພາະ ຄົນລາວໃນ ເຮັດຫຍັງ ບໍ່ໄດ້ແລ້ວ ອ້າ ປາກຊື່ໆ ກະຜິດແລ້ວ. ເປັນແນວໃດ ກະ ໃຫ້ເບິ່ງກັນ ແດ່ເດີ. ພວກ ລູກຫລານ ທຸກ ມື້ນີ້ ອົດກັ້ນ ບໍ່ໄຫວ ກະ ຕ້ອງໄດ້ ຫລຸດອອກມາ ຄຳ ເວົ້າຄຳວ່າ ກະ ຄື ພັກລັດ ເວົ້າໃນ ຕອນຮຽນ ການເມືອງ ນັ້ນ ແຫລະ ວ່າ ບ່ອນໃດ ມີ ການ ກົດຂີ່ ຂົມເຫັງ ບ່ອນນັ້ນ ຈະມີ ການ ລຸກຮືຂຶ້ນ ບາດຖືກ ທີ່ເພິ່ນ ປາບເອົາ ປາບເອົາ, ມາເຖິງຍຸກນີ້ ກະແມ່ນວ່າ ມີການ (corruption) ຢູ່ບ່ອນໃດ ກໍ ມີການ ທ້ວງ ຢູ່ ບ່ອນນັ້ນ. ຈົ່ງ ຮຽກຮ້ອງ ໃຫ້ສາກົນຊ່ວຍ ລາວແດ່ ນາງໝວຍ ຫັ້ນນາ. ຕາອີຕົນ, ລາວເປັນ ຄົນດີ ຂອງສັງຄົມ ກ້າເວົ້າ ກ້າວ່າ ເພື່ອສັງຄົມ. ທຸກມື້ນີ້ ພັກລັດ ຢ້ານຫລາຍ ລະແມ່ນ ສື່ ສັງຄົມອອນລາຍ ຢ້ານ ການອອກ ຄຳຄິດ ຄຳເຫັນ ຢ້ານ ການ ເຕົ້າໂຮມກັນ ທາງ ອອນລາຍ ຢ້ານ ການເປີດໂປ່ງ ຄວາມຂີ້ຮ້າຍ ຂອງ ພັກລັດ. ດຽວນີ້ ຄົນລາວ ພົບປະກັນ ໂອ້ ລົມກັນ ແລະ ແລກປ່ຽນ ຄວາມຄິດ ຄວາມເຫັນ ທາງອອນລາຍ ຫລາຍແລ້ວ ເຖິງເວລາແລ້ວ ທີ່ ຈະຕ້ອງໄດ້ ຮັບຄວາມຈິງ. ຖ້າເບິ່ງໄປ ຄັກໆແລ້ວ ພັກລັດ ກະ ຮັບຮູ້ ຄວາມ ຂີ້ຮ້າຍ ຂອງຕົນເອງ ແລ້ວ ແຕ່ວ່າ ເຮັດແບບ ຊູຊີຢູ່ ເພື່ອກຳ ຕຳແໜ່ງ ກອບໂກຍ ເອົາເງິນ.”
ກ່ຽວກັບ ຂ່າວ ເຣື້ອງນໍ້າຖ້ວມ ຊາວລາວຄິດຕ່າງຈາກ ທ່ານຣັຖມົນຕຣີ.
ທ່ານນຶ່ງ ທີ່ບໍ່ປະສົງອອກຊື່:
“ຕາມທີ່ໄດ້ຟັງ ແລະ ໄດ້ຍີນຄໍາຄິດເຫັນ ຫຼື ຄໍາຕອບຂອງ ພວກນັກວິຊາການ ຫຼື ນັກວິໄຈຄົ້ນຄ້ວາ ຂອງ ລັດທະບານລາວ ຕໍ່ ນັກຂ່າວນັ້ນ, ຟັງແລ້ວ ຈັ່ງແມ່ນ ຕອບແບບ ບໍ່ມີ ສັດຈະຍາບັນ ແລະ ແບບບໍ່ມີ ຄວາມຮູ້ ແລະ ຄວາມເຂົ້າໃຈ ບັນຫາຂອງ ເຂື່ອນເລີຍ, ຕົວຢ່າງ: ບາງຄົນຕອບວ່າ ຢູ່ ພາກໄຕ້ເຂື່ອນ ບໍ່ ມີຈັກເຂື່ອນ ນໍ້າ ກໍຍັງຖ້ວມ ແລະ ເພີ່ນວ່າ ໄພທໍາມະຊາດລ້ວນໆ, ເພີ່ນ ບໍ່ໄດ້ຄິດວ່າ ລະດູຝົນມາ ນໍ້າມັນຈະຢູ່ໃສ ຫຼາຍກ່ວາໝູ່, ແລະ ເມື່ອເປີດ ປະຕູນໍ້າ ແລ້ວ ນໍ້າມັນຈະໄຫຼ ໄປໃສ? ຫຼື ເພີ່ນເຂົ້າໃຈວ່າ ນໍ້ານັ້ນມັນໄຫຼຂື້ນ ໄປ ທາງເໜືອ ວ່າຊັ້ນບໍ, ແລະ ອີກທ່ານນື່ງເວົ້າວ່າ ການເຮັດເຂື່ອນໃສ່ ແມ່ນໍ້າຂອງ ນັ້ນ ພວກເຮົາໄດ້ເຮັດ ຢູ່ ໃນປະເທດລາວທັງໝົດ ມັນ ບໍ່ໄດ້ຮັບຜົນກະທົບ ຕໍ່ປະເທດເພື່ອນບ້ານ ແຕ່ຢ່າງໃດວ່າຊັ້ນ… ອັນນີ້ ກະອີກ ຄໍາຕອບນື່ງ ຂອງຜູ້ ທີ ສະລາດໜ້ອຍ ແລະ ຜູ້ດ້ອຍແນວຄິດ, ຫຼືວ່າ ນັກວິຊາການຜູ້ນີ້ ອາດຈະບໍ່ ເຄີຍອ່ານ ແລະ ເຫັນແຜນທີ ແມ່ນໍ້າຂອງຈັກເທື່ອ ໃນຊີວິດເນາະ, ຫຼືວ່າ ເພີ່ນຄິດວ່າ ນໍ້າຂອງ ໄຫຼຜ່ານໃຈກາງ ຂອງລາວ ແລ້ວ ກໍຕົກໃສ່ທະເລເລີຍ,ໂດຍ ບໍ່ໄດ້ຜ່ານໄທ, ຂເມນ ແລະ ວຽດນາມ ຊັ້ນບໍ!”
ກ່ຽວກັບຂ່າວ ນ້ຳງື່ມບົກແຫ້ງ ໂດຍ ສເພາະ ເມືອງແກ້ວອຸດົມ ໄປ ຫາບ້ານເກີນ ເມືອງ ທຸລະຄົມ ແຂວງວຽງຈັນ ຍ້ອນ ເຂື່ອນ ຫລາຍ ແຫ່ງ ກັ້ນນ້ຳໄວ້ ເພື່ອຜລິດກະແສໄຟຟ້າ.
ຄວາມເຫັນຈາກ ເຟສບຸກຄ໌ ໑:
“ມັນກະສົມຄວນ ແຫ້ງແທ້ ສ້າງເຂື່ອນ ປິດຕົ້ນ ນ້ຳລຳທານ ກັ້ນ ຍອດນ້ຳໄວ້ໝົດແລ້ວ ເຂື່ອນ ນ້ຳງື່ມ 1,2,3,4,5,6,7,8 ປ່າໄມ້ ທີ່ເປັນບ່ອນເກັບ ກັກນ້ຳກະ ບໍ່ມີແລ້ວ.”
ເຟສບຸກຄ໌ ໒:
“ດີແລ້ວ ຖ້າມີຝົນຫລາຍ ແຕ່ລະ ເຂື່ອນ ກໍຈະປ່ອຍນຳອອກ ໃນປະລິມານ ຫລາຍຈະເຮັດໃຫ້ ນໍ້າຖ້ວມ ຄື ປີກາຍນີ້ ເຂື່ອນນໍ້າ ງື່ມແຮ່ງໃຫຍ່ ແຮ່ງ ເກົ່າແກ່ ມັນ ແຮ່ງ ເປັນຕາຢານ້ ຖ້າ ມີຝົນຫລາຍ.”
ເຟສບຸກຄ໌ ໓:
“ໃນປະເທດ ທີ່ ຈະເລີນ ຖ້າໂຄງການ ໄປ ຖືກຕົ້ນໄມ້ ເຂົາຈະຍ້າຍ ອອກໄປ ປູກບ່ອນອື່ນ ບໍ່ ໃຫ້ຕົ້ນໄມ້ຕາຍ ກ່ອນມັນຈະ ໃຫຍ່ ກໍ່ໃຊ້ເວລາ ຫຼາຍປີ.”
ເຟສບຸກຄ໌ ໔ ຢາກຖາມວ່າ:
“ຖ້ານໍ້າ ຂອງ ບໍ່ມີນ້ໍາ ພວກທ່ານ ຍັງຈະສ້າງ ເຄື່ອນ (ເຂື່ອນ) ຕໍ່ໄປເພື່ອຫຍັງ ມັນຄູ້ມຄ່າບໍ່? ໃນການລົງທຶນ ສ້າງເຂື່ອນ ແຫ້ງແທ້ງ ທັງໆທີ່ ຮູ້ວ່າ ມັນ ບໍ່ມີນ້ໍາ ຢຸດຕັດໄມ້ ທໍາລາຍປ່າ ຍຸຕິ ການສ້າງເຂື່ອນ ນ້ອຍ ເຂື່ອນໃຫຍ່ ທຸກຊະນິດ ທຸກຂນາດ ເກີນຄວາມ ຈໍາເປັນ ກາຍ ຄວາມຕ້ອງການ ຍຸຕິ ໄດ້ແລ້ວທ່ານ!”
ເຟສບຸກຄ໌ ໕:
“ຝົນຕົກ ບໍ່ຫຼາຍ ນໍ້າກໍແຫ້ງ ຝົນແລ້ງ ນໍ້າບໍ່ມີຫຼາຍ ທັມມະຊາດ ຖືກທຳລາຍ ຍ້ອນຄວາມຢາກ ໂລບມາກ ຂອງ ມະນຸດບາງກຸ່ມ ທີ່ກອບໂກຍ ສໍ້ໂກງ ແລ້ວ ອ້າງຕົນເອງວ່າ ສລາດ ສ່ອງໃສ ຮູ້ ໝູນໃຊ້ທັມມະຊາດ ເຫັນແຈ້ງ ນຳກັນ ບໍນໍ ພີ່ນ້ອງ????”
ເຟສບຸກຄ໌ ໖:
“ມີເຂື່ອນ ກະສ້າງຫາຍະນະ ຕາມມາ ບໍ່ຮູ້ຈົບ ນໍ້າຖ້ວມ-ແລ້ງ ເພາະ ຊັບພະຍາກອນ ຖືກນາຍທືນ ຄອບຄອງບໍລິຫານ ເອງ ພວກເຂົາ ບໍ່ໄດ້ຮັບຜົນ ກະທົບດອກ ແຕ່ ປະຊາຊົນລາວນັ້ນລະ ໄດ້ ຮັບຜົນກະທົບໄປເຕັມໆ.”
ເຟສບຸກຄ໌ ໗:
“ນໍ້າງື່ມບົກແຫ້ງ ມັນບໍ່ເປັນ ເຣື້ອງ ເຂົ້າໃຈຍາກ ດ້ານເທີງກັກ ນໍ້າໄວ້ ດ້ານລຸ່ມກະບົກ ແຫ້ງຊັ້ນຕວ໋ະ!”
ກ່ຽວກັບຂ່າວ ເຂື່ອນແກ້ງຄວັນແຕກ ຜູ້ເສັຽຫາຍ ລໍຖ້າ ຄ່າຊົດເຊີຍ, ຊຶ່ງຂ່າວ ຣາຍງານວ່າ: ປະຊາຊົນ ບ້ານບວກ ບ້ານຂຸຊົງ ບ້ານເປີບ ເມືອງແປກ ແຂວງຊຽງຂວາງ ທັງໝົດ 26 ຄອບຄົວ ທີ່ໄດ້ຮັບຜົນກະທົບ ຈາກນ້ຳຖ້ວມ ເນື້ອ ທີ່ນາເສັຽຫາຍ ທັງໝົດ 12 ເຮັກຕ້າ ສາເຫດມາຈາກ ເຂື່ອນໄຟຟ້າ ຂນາດນ້ອຍແກ້ງຄວັນ ແຕກນັ້ນ ຍັງລໍຖ້າຄ່າຊົດເຊີຍ ຢູ່.
ຄວາມເຫັນຈາກ ເຟສບຸກຄ໌ ໑:
“ເຂື່ອນໂຕນີ້ ແຕກແມ່ນຍ້ອນ ການຕັດໄມ້ທຳລາຍປ່າ ເຮັດໃຫ້ຄວາມສົມດຸນຂອງ ລະບົບນີເວດບໍມີ ຈິ່ງເຮັດໃຫ້ນ້ຳໄຫຼ ມາແຮງຈົນລົ້ນ ຄູກັນນ້ຳ ເຮັດໃຫ້ສັນເຄື່ອນແຕກ ແຕ່ ຜູ້ເສຍຫາຍ ແມ່ນບໍລິສັດ ແລະ ສັດນ້ຳກຳລັງ ແພ່ພັນ”
ກ່ຽວກັບຂ່າວ ໂຮງງານຊີມັງ ຣະເບິດຫິນ ຢູ່ເມືອງນໍ້າບາກ ແຂວງຫລວງ ພຣະບາງ ເຮັດໃຫ້ມີຜູ້ເສັຍຊີວິດ ແລະບາດເຈັບ.
ທ່ານຄໍາເພັດ ຈາກ ນໍ້າບາກ ຂຽນວ່າ:
“ລັດຖະບານ ສປປລ ຕ້ອງຮັບຜິດຊອບ ເຕັມຯ ເພາະລັດຖະບານລາວ ເປັນຜູ້ ອານຸຍາດ ໃຫ້ພວກຈີນ ມາທຳລາຍ ພູຜາ ແລະ ປ່າໄມ້ ແຕ່ ເໜືອຕລອດໄຕ້. ເຂື່ອນແຕກ ຢຸ່ພາກໃຕ້ ກາຍ້ອນ ທາງລັດ ຢາກແຕ່ໄດ້ບໍ່ຄຳເນີງເຖືງການສູນເສັຽທີ່ຈະມີຕໍ່ປຊຊລາວ.”
ທ່ານ ຄໍາແສງ ຫລວງພຣະບາງ ຂຽນວ່າ:
“ເປັນແນວໃດແທ້ນໍ່, ລັດຖະບານ ສປປລາວ ຈິ່ງອະນຸຍາດ ໃຫ້ຈິນ ມາຕັ້ງ ລະເບີດໃສ່ຫີນ ໃຕ້ດີນ ເພື່ອທຳລາຍ ປະຊາຊົນລາວ ແບບຄືວ່າ ປະເທດລາວ ບໍ່ມິ ລັດຖະບານ. ເບີ່ງ ລະເບີດຫີນແຕກ ນັ້ນແມ່ນເປັນ ອັນຕະລາຍ ທີ່ສຸດ ຕໍ່ການເສັຍຊີວິດ ຂອງປະຊາຊົນລາວ.”
ໜຸ່ມລາວ ພາກເໜືອ ຂຽນວ່າ:
ທໍາລາຍສິ່ງແວດລ້ອມ ແລະ ແຫລ່ງທໍາມະຊາດ ກໍຍັງບໍ່ພໍ ຍັງມາທໍາລາຍຊີວິດ ແລະ ບ້ານເຮືອນ ຂອງປະຊາຊົນ ຜູ້ທີ່ ເປັນເຈົ້າຂອງ ປະເທດນໍາອີກ, ກະທໍາໄປ ໂດຍບໍ່ໄດ້ ສຶກສາວິໄຈ ແລະ ພິຈາລະນາ ຫັຽງເລີຍ ວ່າ ມັນຈະເປັນຜົນ ກະທົບ ຫຼືເສັຽຫາຍ ຕໍ່ປະເທດຊາດ ຫຼືບໍ່, ໂອ້ຍ ບໍ່ຈັກສິເວົ້າ ແລະ ອະທິບາຍ ໃຫ້ພວກເພີ່ນ ໄດ້ເຂົ້າໃຈ ອີກຕໍ່ໄປແລ້ວ ຕໍ່ໄປສິຫາເອົາ ອີຫັຽງມາແກ້ ໜ້າອີກ ຫຼືວ່າສິ ອ້າງວ່າ ການຜິດພາດຂອງ ນັກວິຊາການ ຫັ້ນບໍ ອອກມາ ແກ້ໜ້າ,ອັນນີ້ ມັນບໍ່ແມ່ນການ ແກ້ໜ້າ ທີ່ຖືກຕ້ອງດອກ, ຄັນນັກວິຊາການ ທີ່ມີລະດັບ ແລ້ວ ເຂົາບໍ່ເຮັດແບບນີ້ດອກ ອັນນີ້ມັນແມ່ນ ການທໍາລາຍ ແລະ ດັບສູນປະຊາຊົນ ຢ່າງແທ່ຈິງ ແລະ ພໍ່ແມ່ພີ່ນ້ອງ ສິຄິດແນວ.ໃດ?”
ທ່ານ ລາວ ລາວ ເພີ່ນວ່າ:
“ລະເບິດ ໃນສະໄໝສົງຄາມ ອິນໂດຈີນນັ້ນ ຜ່ານມາ ຕັ້ງຫຼາຍສິບປີແລ້ວ ຍັງ ຖືເອົາມາເປັນ ບັນຫາອັນໄຫ່ຽຫຼວງ, ບາດ ອ້າຍນ້ອງຈີນ ເຮັດ ລະເບີດ ເຂົ້າໄປເປັນ 10 ຕັນຫາ 20ຕັນ ແລະ ບໍ່ຫ່າງໄກ ຈາກບ້ານເຮືອນ ຂອງ ພໍ່ແມ່ປະຊາຊົນ ພໍຮ້ອຍແມດ ຄັກປານຫັຽງ, ແລ້ວ ສິຄິດວ່າແນວໃດ ຍັງສິປ່ອຍ ໃຫ້ເຮັດໄປຕາມ ແບບເປັນ ກັນເອັງຢູ່ບໍ, ອັນນີ້ ມັນແມ່ນເຈດຕະນາ ຂ້າກັນທາງອ້ອມ ແລະ ເຮັດໄປ ໂດຍບໍ່ໄດ້ ໄຕ່ຕອງ ບໍ່ມີການ ພິຈາລະນາເລີຍ, ຕາມທີ່ໄດ້ຍີນມາວ່າ ເຂົາ ບໍ່ໄດ້ເຮັດ ແຕ່ ເທື່ອດຽວ ມັນຫຼາຍເທື່ອ ແລ້ວ ແລະ ເທື່ອ ນີ້ມັນຮ້າຍແຮງ ທີສຸດ, ຂ້າພະເຈົ້າ ຄິດວ່າ ເຣື້ອງແບບນີ້ ມັນຍັງຈະມີ ສືບຕໍ່ໄປ ຢ່າງແນ່ນອນ ຈະບໍ່ຢຸດ ພຽງເທົ່ານີ້ ດອກ….”
…………………
ໝາຍເຫດ: ຄວາມຄິດເຫັນ ຂອງທ່ານຜູ່ອ່ານ ທີ່ສະແດງອອກ ໃນເວັບໄຊທ໌ ແລະ ເຟສບຸກຄ໌ ຂອງວິທຍຸ ເອເຊັຽ ເສຣີ ນັ້ນ, ພວກເຮົາ ທິມງານ ວິທຍຸ ເອເຊັຽ ເສຣີ ໃຫ້ຄວາມສຳຄັນ ແລະ ຂອບໃຈ ນຳທຸກໆຖ້ອຍຄຳ, ແລະ ມີໜ້າທີ່ ນຳມາອ່ານໃຫ້ທ່ານ ໄດ້ຮັບຟັງກັນ ແລະ ບໍ່ໄດ້ເສກສັນປັ້ນແຕ່ງໃດໆ, ມີພຽງແຕ່ ປ່ຽນຄຳສັພ ທີ່ບໍ່ສຸພາບ ໃຫ້ເບົາລົງ ເທົ່ານັ້ນ. ດັ່ງນັ້ນ ຂໍໃຫ້ທ່ານຜູ່ຟັງ ຈົ່ງຕັດສິນໃຈເອົາເອງ ວ່າ ຄວາມຄຶດຄວາມເຫັນນັ້ນ ເປັນໜ້າເຊື່ອຖື ແລະ ຄວາມຈິງ ຫຼາຍໜ້ອຍປານໃດ.
(ເພື່ອຮັກສາ ຄວາມໝາຍ ແລະ ຄວາມຄຶດຄວາມເຫັນ ຂອງຜູ່ທີ່ສະແດງອອກມານັ້ນ, ວິທຍຸ ເອເຊັຽ ເສຣີ ໄດ້ຮັກສາ ຕົ້ນສະບັບ ຂອງ ການຂຽນ ແລະ ການສະກົດ ເອົາໄວ້ ເຖິງແມ່ນວ່າ ຈະມີການຜິດພ້ຽນ ໄປແດ່ ກໍຕາມ)