ຮິບໂຮມ ຄວາມຄຶດຄວາມເຫັນ--ຄຳແນະນຳ, ຂໍ້ສເນີ, ຄວາມເປັນຫ່ວງ, ຄຳຮ້ອງທຸກ, ຈຸດບົກຜ່ອງ ຂອງພາກສ່ວນກ່ຽວຂ້ອງ, ການເອົາລັດເອົາປຽບ ແລະ ຄວາມເຫລື່ອມລ້ຳ ໃນສັງຄົມ ເພື່ອໃຫ້ພາກສ່ວນກ່ຽວຂ້ອງ ນຳໄປແກ້ໄຂ…
ເຊີນທ່ານ ຄລິກຟັງສຽງ ຣາຍການໄດ້ ແລະ ອ່ານຄວາມຄຶດຄວາມເຫັນບາງຕອນ ຕໍ່ລົງໄປນີ້.
ຄວາມຄຶດຄວາມເຫັນ ກ່ຽວກັບ ຂ່າວ ນັກວິຊາການເວົ້າວ່າ: ໂຄງການເຂື່ອນ ຫລວງພຣະບາງ ທີ່ລາວ, ໄທ ແລະ ວຽດນາມ ຈະຮ່ວມຮຸ້ນກັນສ້າງ ແລະ ອີກຫຼາຍເຂື່ອນ ທີ່ຈະສ້າງ ຂຶ້ນໃໝ່ ຢູ່ປະເທດລາວ ນັ້ນ ສົ່ງຜົນກະທົບ ຢ່າງຮຸນແຮງຕໍ່ຣະບົບ ນິເວດ ໃນແມ່ນ້ຳຂອງ ເກີນຄວາມຄາດໝາຍ.
ເຟສບຸກຄ໌ ທ່ານນຶ່ງ ຂຽນວ່າ:
“ຮູ້ແລ້ວ ແຕ່ກະຍັງເດີນນ້າເຮັດຕໍ່ໄປນໍ ນີ້ຫວາ ນັກທຸລະກິດ ນັກວິສະວະກອນ ຜູ້ສະລາດ ສ່ຽວຊານ ທິ່ແທ້ ກະເຊັນສໍາປະທານ ໂດຍ ບໍ່ມີເຫດຜົນ. ຮູ້ແລ້ວ ກໍ່ຍັງສືບຕໍ່ ໂອ້ຍເນາະ ເຫັນແກ່ ເງິນບໍ່ຄິດ ຖຶງຜົນກະທົບ ຜົນເສຍຫາຍ ທີ່ຈະຕາມມາ ພາຍຫນ້າ ມັນຊິຮຸນແຮງ ແລະ ເສຍຫາຍຊ່ຳໃດ.”
ກ່ຽວກັບຂ່າວ ຊາວບ້ານ ລັກຂຸດຄຳ ເສັຽຊີວິດຍ້ອນ ໔ ຄົນ, ຊຶ່ງຂ່າວ ຣາຍງານວ່າ: ເມື່ອຕອນແລງ ຂອງວັນທີ ໒໓ ກັນຍາ ໒໐໑໙ ທີ່ຜ່ານມາ ມີ ຊາວບ້ານ ທີ່ໄປລັກຂຸດຄໍາ ຢູ່ເຂດຜາປົ່ນ ເມືອງປາກອູ ແຂວງ ຫຼວງພຣະບາງ ເສັຽຊີວິດ ໔ ຄົນ ຍ້ອນ ເອົາຈັກດູດນໍ້າ ລົງໄປຂຸດຄໍາໃຕ້ດິນ. ຈັກດູດນໍ້າ ມີ ຄວັນໄອເສັຽ ຈຶ່ງຂາດ ອາກາດ.
ເຟສບຸກຄ໌ ຜູ່ທີ ໑:
“ປະຊາຊົນ ບໍ່ມີລົດຈົກເນີ້ ເຂົາໃຊ້ແຕ່ ຊ້ວນ ແຕ່ ສຽມ ຂຸດເປັນ ໑໐ ເປັນ ໒໐ ມື້ ໄດ້ດ້າມເລັກ ດ້າມນ້ອຍ ພໍມາລ້ຽງລູກ ລ້ຽງເມຍ ແກ້ທຸກ ແກ້ຈົນ ກໍ່ຍັງຜິດກົດຫມາຍ ແຕ່ບາດ ໃຫ້ຫວຽດ ໃຫ້ຈິນຂຸດ ຂົນກັບປະເທດ ເຂົາແລ້ວ ໃຫ້ປະຊາຊົນໂຕເອງ ອົດຫິວ ຢືນເບີ່ງນີ້ ບໍ່ມີຜິດ.”
ຜູ່ທີ ໒:
“ຍ້ອນເຈົ້ານາຍ ທ້ອງຖິນ ເຫັນແກ່ຜົນປະໂຫຍດ ສ່ວນຕົວ ມັນ ຈິ່ງເປັນແບບນີ້ ຄັນວ່າ ບໍ່ໄດ້ຮັບ ປະໂຫຍດ ຫລື ສິລບົນ ຈາກພວກເຂົາ ກໍ ສັ່ງຈັບໄດ້ແລ້ວ ແບບນີ້ ຄວນໄລ່ ເຈົ້າທີ່ລັດອອກຈາກການ ມັນຈັ່ງຊິຖືກ ຈະບໍ່ ມີພະນັກງານລັດ ຄົນໃດ ກ້າ ອະນຸຍາດ ແບບນີ້ອີກ.”
ຜູ່ທີ ໓:
"ບໍ່ຄໍາ ເຫລົ່ານີ້ ພວກຈີນແດງ ກັບຫວຽດ ຈ່າຍເງິນ ໃຫ້ເຈົ້າເມືອງ ເຈົ້າແຂວງ ແລ້ວ ກໍ່ຂຸດ ໂດຍທີ່ ບໍ່ມີການກວດສອບ ດ້ານສະພາບ ແວບລ້ອມ ລວມເຖີງ ຈຳນວນຄຳ ທີ່ຂຸດໄດ້ແລ້ວ ຕ້ອງເສຍພາສີ ເຂົ້າລັດ ອັນນີ້ ເກິດຂື້ນຫລາຍແຂວງ ຄ້າຍ ຄືກັບກໍລະນີ ຫ້າມຕັດໄມ້ ສົ່ງອອກ ແຕ່ ພວກການນຳ ທ້ອງຖີ່ນບໍ່ສົນໃຈ ແລະ ຍັງສືບຕໍ່ ຮ່ວມມືກັບ ນາຍທືນເຮັດຜິດ ກົດຫມາຍ ຫັ້ນແຫລະ "
ກ່ຽວກັບຂ່າວ ໂຮມລາວເພື່ອສັນຕິພາບ ແລະ ປະຊາທິປະໄຕ ຢູ່ເມືອງ ເຊນທ໌ ພອລ, ຣັຖ ມິນິໂຊຕາ (St. Paul, Minnesota)
ທ່ານ ແສງຈັນ (ຫລວງພະບາງ) ໃຫ້ຄວາມເຫັນ ວ່າ:
“ການຈັດກອງປະຊູມ ຂອງບັນດາ ທ່ານ ຄົນລາວ ດວ້ຍກັນ ແຕ່ ຍັງປະກອບດວ້ຍ ໑໑ ອົງການ ຈະເອົາຕົວລອດບໍ່? ບັນດາ ທ່ານທຸກຄົນ. ຄຳຂັວນ ຂອງລາວ ໄດ້ຂຽນວ່າ “ຫລາຍເສືອເສຍສັດ, ຫລາຍເຈົ້າເສຍບ້ານເມືອງ." ປະເທດລາວ ໄດ້ຕົກເປັນ ເມືອງຂື້ນ ໃຫ້ພັກປະຊາຊົນປະຕິວັດລາວ ທີ່ມີ ສະຫາຍໄກສອນ ເປັນຫົວໂປ່ໃຫຍ່ ໂດຍພວກ ແນວລາວຮັກຊາດ ບໍ່ນຶກບໍ່ຝັນ.ຫລາຍປີມາແລ້ວ ພວກເຮົາລາວໃນ ເຫັນວ່າ ລາວນອກ ອາດ ບໍ່ເອົາຊະນະໄດ້, ເພາະບໍ່ ສາມາດເປັນ ນຳນື່ງໃຈດຽວ ແລະ ຍັງຖືກ ສປປລາວ ໂຄສະນາ ຊວນເຊືອ ໄດ້ ຢ່າງງ່າຍໆ. ຂ້າພະເຈົ້າ ຄິດວ່າ ກອງປະຊູມຄັ້ງນີ້ ແນ່ນອນ ຈະບໍ່ມີ ຄວາມໝາຍ ແລະ ຄວາມຄຶບໜ້າ ຫຍັງດອກ ໃນການທີ່ຈະເຕົ້າໂຮມລາວນອກ. ນັ້ນ ກໍແມ່ນຄໍາເຫັນ ຂອງ ທ່ານ ແສງຈັນ ຈາກ ຫລວງພຣະບາງ”.
ສຳລັບຂ່າວ ໂຄງການເກັບກູ້ຣະເບີດ ແຂວງຫລວງພຣະບາງ ຕ້ອງການທຶນ ເພື່ອຂຍາຍ ທິມເກັບກູ້ຣະເບີດ ບໍ່ທັນແຕກຕື່ມ ອີກ ໓ ທິມ.
ເຟສບຸກຄ໌ ທ່ານນຶ່ງ:
“ທຶນການເກັບກູ້ລະເບີດ ກໍຫຽ້ນໃປ ຫຽ້ນໃປ ພະນັກງານ ກໍໜອ້ຍລົງ.ລາວນອກ ກໍຂັດຄ້າ ນການເພີ້ມເງີນກູ້ລະເບີດໃຫ້ (ສປປລ) ອີກ. ຕາຍເລີຍ ບັດນີີ້.”
ກ່ຽວກັບຂ່າວ ພະນັກງານສັນຍາຈ້າງ ການເງິນ ບໍ່ມີໂຄຕ້າ ເປັນຣັຖກອນ, ຊຶ່ງຂ່າວ ຣາຍງານ ວ່າ: ກະຊວງການເງິນ ສປປລາວ ແນະນໍາໃຫ້ ອາສາສມັກ ໃນຂແນງການ ຂອງຕົນ ທັງຢູ່ສູນກາງ ແລະ ທ້ອງຖິ່ນ ທົ່ວປະເທດ ໄປຊອກວຽກ ໃໝ່ເຮັດ ຫຼື ໄປຍົກຣະດັບ ການສຶກສາຂຶ້ນຕື່ມ.
ເຟສບຸກຄ໌ ຜູ່ທີ ໑:
“ສະເພາະ ພວກສັນຍາຈ້າງ ທໍ່ນັ້ນ ບາງຄົນ ສັນຍາຈ້າງຫ້າປີແລ້ວ ຍັງບໍໄດ້ເງີນເດືອນ ຊໍ້າ ພັດວ່າ ໃຫ້ໄປປະກອບອາຊີບໃຫມ່ ມັນກໍຕົວະ ໃຊ້ກັນ ຄັກ ລະແມ້.”
ເຟສບຸກຄ໌ ຜູ່ທີ ໒:
“ຄົນຫາເງິນ ເຂົ້າງົບປະມານ ແຫ່ງລັດ ກໍ່ມີແຕ່ ຂະແຫນງການເງິນ ນີ້ແຫລະ ອັນເກັບບໍ່ໄດ້ ກໍ່ຍ້ອນທ່ານ ວາງລະບຽບ ກົດຫມາຍ ບໍ່ສອດຄ່ອງ ກັບການຂະຫຍາຍຕົວ ຂອງເສດຖະກິດ ທ່ານກໍ່ໄປຕິວ່າ ພຽງ ການເງິນອ່ອນ ເກັບບໍ່ໄດ້ເງິນ. ພຽງ ອາສາ ໑,໕໐໐ ຊີໄລ່ ໃຫ້ເຂົາອອກຫມົດ. ຄັນ ຊັ້ນ ສະຖາບັນ ການເງິນຂອງ ທ່ານ ໃຫ້ປິດສາ ບໍ່ຕ້ອງ ມາຕົວະ ໃຫ້ລູກຫລານ ຂອງປະຊາຊົນ ໄປຮຽນ, ຮຽນຈົບ ກໍ່ວ່າງງານ ຄືພວກອາສານີ້ແຫລະ!”
ກ່ຽວກັບຂ່າວ ແຂວງຫົວພັນ ຢາກຍົກເລີກ ໂຄງການໄຟຟ້າຖ່ານຫີນ, ຊຶ່ງຂ່າວຣາຍງານ ວ່າ: ໂຄງການໄຟຟ້າຖ່ານຫີນ ຢູ່ ເມືອງຊໍາເໜືອ ແຂວງຫົວພັນ ສ້າງຄວາມ ເສັຽຫາຍ ໃຫ້ແກ່ປະຊາຊົນ ໂດຍສະເພາະ ການສ້າງເສັ້ນທາງ ຕັດຜ່ານ ໄຮ່ນາ ດິນ ເຈື່ອນຖົມນາ ຂອງປະຊາຊົນ.
ເຟສບຸກຄ໌ ທ່ານນຶ່ງ:
“ປະເທດທີ່ມີ ເຕັກໂນໂລຊີ ລຳຍຸກ ໃນເລື່ອງພະລັງງານ ຖ່ານຫີນເຂົາຍັງຢຸດຕິການນຳໃຊ້ແລ້ວ ເພາະ ມັນສົ່ງຜົນກະທົບ ຢ່າງກ້ວາງຂວາງ ຫລາຍຢ່າງ ຕໍ່ສະພາບແວດລ້ອມໂລກແລະ ປະຊາຊົນ ທີ່ຢູ່ອ້ອມຂ້າງ ແຕ່ ລາວບໍ່ສົນ ເພາະລາວ ມີເຕັກນິກ ທີ່ດີກ່ວາເຂົາ.”
………..
ໝາຍເຫດ: ຄວາມຄິດເຫັນ ຂອງທ່ານຜູ່ອ່ານ ທີ່ສະແດງອອກ ໃນເວັບໄຊທ໌ ແລະ ເຟສບຸກຄ໌ ຂອງວິທຍຸ ເອເຊັຽ ເສຣີ ນັ້ນ, ພວກເຮົາ ທິມງານ ວິທຍຸ ເອເຊັຽ ເສຣີ ໃຫ້ຄວາມສຳຄັນ ແລະ ຂອບໃຈ ນຳທຸກໆຖ້ອຍຄຳ, ແລະ ມີໜ້າທີ່ ນຳມາອ່ານໃຫ້ທ່ານ ໄດ້ຮັບຟັງກັນ ແລະ ບໍ່ໄດ້ເສກສັນປັ້ນແຕ່ງໃດໆ, ມີພຽງແຕ່ ປ່ຽນຄຳສັພ ທີ່ບໍ່ສຸພາບ ໃຫ້ເບົາລົງ ເທົ່ານັ້ນ. ດັ່ງນັ້ນ ຂໍໃຫ້ທ່ານຜູ່ຟັງ ຈົ່ງຕັດສິນໃຈເອົາເອງ ວ່າ ຄວາມຄຶດຄວາມເຫັນນັ້ນ ເປັນໜ້າເຊື່ອຖື ແລະ ຄວາມຈິງ ຫຼາຍໜ້ອຍປານໃດ.
(ເພື່ອຮັກສາ ຄວາມໝາຍ ແລະ ຄວາມຄຶດຄວາມເຫັນ ຂອງຜູ່ທີ່ສະແດງອອກມານັ້ນ, ວິທຍຸ ເອເຊັຽ ເສຣີ ໄດ້ຮັກສາ ຕົ້ນສະບັບ ຂອງ ການຂຽນ ແລະ ການສະກົດ ເອົາໄວ້ ເຖິງແມ່ນວ່າ ຈະມີການຜິດພ້ຽນ ໄປແດ່ ກໍຕາມ)