ຄວາມເຫັນ ກ່ຽວກັບ ຄົນຈີນ ປະກອບອາຊີພ ຢູ່ລາວ

0:00 / 0:00

ຄວາມຄຶດຄວາມເຫັນ ກ່ຽວກັບຂ່າວ ຄຳເຫັນ ຕໍ່ບົດຣາຍງານ ຂອງ ສປປ ລາວ ໃນເວທີສາກົລ, ມີຄົນງານລາວ ຂຶ້ນ​ທະ​ບຽນເຮັດ​ວຽກ​ຢູ່ໄທຍ 200,000 ປາຍຄົນແລ້ວ, ຄົນຈີນ ປະກອບອາຊີພ ຜິດກົດໝາຍ ຫຼາຍຂຶ້ນ ຢູ່ບໍ່ແກ້ວ ແລະ ຂ່າວອື່ນໆ.

ກ່ຽວ​ກັບ ຂ່າວ "ຄົນຈີນ ປະກອບອາຊີພ ຜິດກົດໝາຍ ຫຼາຍຂຶ້ນ ຢູ່ບໍ່ແກ້ວ"

“ຢ່າວ່າ ແຕ່ຈີນ. ຫວຽດ ແຫ່ງເຕັມທຸກບ້ານ ມີທຸກເມືອງທຸກແຂວງ ມາເປີດຮ້ານເສີມສວຍແຂ່ງຄົນລາວ ເກືອບທຸກອາຊິບ. ຂາຍເຄື່ອງເຕັມຕະຫລາດ, ຢ່າຫາວ່າ ແຕ່ຈີນເທາະ. ຈີນຍັງວ່າ ບາງຄົນ ມາສ້າງມາສາ ໄຫ້ຄົນລາວ ມີວຽກເຮັດງານທຳ ສ່ວນໃຫຍ່ ແຕ່ສ່ວນນ້ອຍດອກ ມາເຮັດຜິດກົດຫມາຍ ແຕ່ຫວຽດຕິ ເຕັມທຸກຕະຫລາດ. ຕາມທະນົນຫົນທາງ ກະມີແຕ່ຫວຽດ. ຊື່ງມີມາ ດົນນານແລ້ວ ທີ່ແກ້ໄຂຍັງບໍ່ໄດ້ ຄົນລາວຂາຍຫຍັງ ກະມາຂາຍນຳຫມົດ ຖືພັສປອດ ທ່ອງທ່ຽວ ແຕ່ມາເປີດຮ້ານ ໄດ້ສະບາຍ. ລອງຄົນລາວໄປເປີດ ຢູ່ບ້ານເຂົາດຸ ຊິບໍ່ຖືກຈັບໂລດ. ເອົາປຽບຄົນລາວແທ້. ທຸກມື້ນີ້ ແຫ່ງຫາເງີນຍາກອີກ.”

“ເພີ່ນສະງວນວຽກໄວ້ ໃຫ້ຄົນລາວ ເຈົ້າຂອງປະເທດ ກະຄື່ ຊີແມ່ນ ວຽກຈັກສານ, ດຳນາ ກຽ່ວເຂົ້າ ນີ້ບໍ? ເພາະບໍ່ເຫັນຄົນຈີນ ຄົນຫວຽດເຮັດ, ນອກນັ້ນ ໃຫ້ເຮັດໝົດ ເພາະເງີນ ລັດເປັນຝາຍໄດ້. ສວ່ນປະຊາຊົນ ຄ້າຂາຍຫັຍງ ກໍສູ້ເຂົາບໍ່ໄດ້. ເພາະເຮົາຊື້ ຈາກເຂົາ ມາຂາຍຕໍ່. ຈີນຫວຽດ ພັດຂາຍ ຖືກກ່ວາ ຄົນລາວອີກ....”

( ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)

ໝາຍເຫດ: ຄວາມຄິດຄວາມເຫັນ ຂອງຜູ່ອ່ານ ທີ່ສະແດງອອກ ໃນເວັບໄຊທ໌ ແລະ ເຟສບຸກຄ໌ ຂອງວິ​ທ​ຍຸ ເອ​ເຊັຽ ເສ​ຣີ, ພວກເຮົາ ທິມງານ ວິທຍຸເອເຊັຽເສຣີ ໃຫ້ຄວາມສຳຄັນ ແລະ ຂອບໃຈ ນຳທຸກໆຖ້ອຍຄຳ, ແລະ ມີໜ້າທີ່ ນຳມາອ່ານໃຫ້ທ່ານ ໄດ້ຮັບຟັງກັນ ແລະ ບໍ່ໄດ້ເສກສັນປັ້ນແຕ່ງໃດໆ, ມີພຽງແຕ່ ປ່ຽນຄຳສັພ ທີ່ບໍ່ສຸພາບ ໃຫ້ເບົາລົງ ເທົ່ານັ້ນ. ດັ່ງນັ້ນ ຂໍໃຫ້ທ່ານຜູ່ຟັງ ຈົ່ງຕັດສິນໃຈເອົາເອງ ວ່າ ຄວາມຄິດເຫັນນັ້ນ ເປັນໜ້າເຊື່ອຖື ແລະ ຄວາມຈິງ ຫລາຍ-ໜ້ອຍ ປານໃດ. ພ້ອມ​ດຽວ​ກັນ​ນັ້ນ​, ພວກ​ເຮົາ ຍັງ​ໄດ້​ຮັກ​ສາ ການສະກົດຄຳສັ​ພ ສ່ວນຫຼາຍ ເອົາ​ໄວ້ ເພື່ອບໍ່ໃຫ້ ຄວາມໝາຍປ່ຽນໄປຫຼາຍ. ຂອບໃຈ!