ຈ.ມ ຈາກຜູ້ຟັງ 09/25/21

0:00 / 0:00

ຄວາມຄຶດຄວາມເຫັນ ກ່ຽວກັບ ຂ່າວ ເຊື້ອໂຄວິດ-19 ກັບມາ ຣະບາດ ໃນນະຄອນຫຼວງ ວຽງຈັນອີກ, ໂຮງງານຂຸດຄົ້ນແຮ່ທອງ ບໍຣິສັດ CNP ສຳຣວດ ແລະ ຂຸດຄົ້ນແຮ່ທາດ ຂອງຈີນ ສົ່ງຜົລກະທົບ ຕໍ່ຊາວບ້ານ ແລະ ຄົນ​ງານ​ສ້າງ​ລາງ​ຣົດ​ໄຟ ສ່ວນ​ນຶ່ງ ໄດ້​ຮັບ​ເງິນ​ເດືອນ​ແລ້ວ.

ຄວາມ​ເຫັນ​ບາງ​ຕອນ:

ກະຊວງແຮງງານລາວ ກໍ່ຄວນຄຸ້ມຄອງ ແລະ ຕິດຕາມກວດກາ ແຮງງານລາວ ພາຍໃນປະເທດ ເຮັດແນວໃດ ຄົນລາວ ຊິທຳງານ ຢູ່ພາຍໃນປະເທດ (ເພາະທຸກມື້ນີ້ ນັກລົງທືນຈາກຈີນ, ຫວຽດນາມ ແລະ ໄທ ມີທ່າເພີ່ມຂື້ນ ຫຼາຍກວ່າ 70% ແລ້ວ) ແລະ ຝາກໃຫ້ ຄົນລາວເຮົາ ທຸກຄົນ ເຂົ້າໃຈໃໝ່ ຄໍາວ່າ “ຜູ້ໃຊ້ແຮງງານ ແລະ ແຮງງານ"