ແອບອ້າງ ແລ່ນເອົາຄົນ ເຂົ້າເປັນ ຣັຖກອນ

ອ່ານຈົດໝາຍ, ຄວາມຄຶດຄວາມເຫັນ ຂອງທ່ານ ສູ່ກັນຟັງ ເພື່ອເຜີຍແຜ່ ທັສນະ, ແນວຄິດ ທີ່ສ້າງສັນ, ແບ່ງປັນ ຄວາມຮູ້ ສູ່ກັນຟັງ.
ອ່ານຈົດໝາຍ, ຄວາມຄຶດຄວາມເຫັນ ຂອງທ່ານ ສູ່ກັນຟັງ ເພື່ອເຜີຍແຜ່ ທັສນະ, ແນວຄິດ ທີ່ສ້າງສັນ, ແບ່ງປັນ ຄວາມຮູ້ ສູ່ກັນຟັງ. (Photo: RFA)

0:00 / 0:00

ຄວາມຄຶດຄວາມເຫັນ ກ່ຽວກັບຂ່າວ ຫຼວງພຣະບາງ ຫ້າມເກັບ ຄ່າທຳນຽມ ເຂົ້າໂຮງຮຽນ, ບັນຫາ ຄົນແອບອ້າງ ແລ່ນເອົາຄົນ ເຂົ້ ເປັນ ຣັຖກອນ, ປະເທດລາວ ມີປະຊາທິປະໄຕ ແບບຂອງລາວ ແລະ ຂ່າວອື່ນໆ.

ຄວາມເຫັນບາງຕອນ ຈາກຜູ້ຟັງ:

ກ່ຽວ​ກັບ ຂ່າວ "ບັນຫາ ຄົນແອບອ້າງ ແລ່ນເອົາຄົນ ເຂົ້າເປັນຣັຖກອນ"

“ໃນນະຄອນຫລວງວຽງຈັນ ໄທບ້ານໜອງໜ່ຽງ ເມືອງໄຊເສດຖາ ຫ້າປີຜ່ານມາ ເອົາເງີນຈ້າງ ມູນຄ່າ ສີບລ້ານກີບ ເພື່ອເຂົ້າທະຫານ ນີ້ເປັນເລື່ອງຈີງ”

" ໃນຄວາມພ້ອມ ເຂົ້າຮັບໃຊ້ຊາດ ເປັນສີ່ງ ທີ່ດີ ແຕ່ຄວນມີ ວຸດທິການສຶກສາ ທີ່ໃຊ້ໄດ້ ທຸກການບັນຈຸ ເຂົ້າຮັບໃຊ້ຊາດ ພວກເຂົາ ທຸກໜວ່ຍງານ ມີການສອບຂັດເລຶອກ ແລະ ນັ້ນ ເປັນບ່ອນ ທີ່ສາມາດ ຢື່ນເອກະສານ ຂໍເຂົ້າຂັດເລືອກໄດ້ ແຕ່ຫາກຄວາມຈຳເປັນ ບ້ານເມືອງ ອັນຮິບຮ້ອນ ສາມາດບັນຈຸ ໄດ້ກ່ອນ ເພຶ່ອແກ້ໄຂບັນທາ ບ້ານເມຶອງ ຂາດກຳລັງພົນ ນັ້ນ ຮັບໄປກ່ອນເລີຍ ."

( ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)

ໝາຍເຫດ: ຄວາມຄິດຄວາມເຫັນ ຂອງຜູ່ອ່ານ ທີ່ສະແດງອອກ ໃນເວັບໄຊທ໌ ແລະ ເຟສບຸກຄ໌ ຂອງວິ​ທ​ຍຸ ເອ​ເຊັຽ ເສ​ຣີ, ພວກເຮົາ ທິມງານ ວິທຍຸເອເຊັຽເສຣີ ໃຫ້ຄວາມສຳຄັນ ແລະ ຂອບໃຈ ນຳທຸກໆຖ້ອຍຄຳ, ແລະ ມີໜ້າທີ່ ນຳມາອ່ານໃຫ້ທ່ານ ໄດ້ຮັບຟັງກັນ ແລະ ບໍ່ໄດ້ເສກສັນປັ້ນແຕ່ງໃດໆ, ມີພຽງແຕ່ ປ່ຽນຄຳສັພ ທີ່ບໍ່ສຸພາບ ໃຫ້ເບົາລົງ ເທົ່ານັ້ນ. ດັ່ງນັ້ນ ຂໍໃຫ້ທ່ານຜູ່ຟັງ ຈົ່ງຕັດສິນໃຈເອົາເອງ ວ່າ ຄວາມຄິດເຫັນນັ້ນ ເປັນໜ້າເຊື່ອຖື ແລະ ຄວາມຈິງ ຫລາຍ-ໜ້ອຍ ປານໃດ. ພ້ອມ​ດຽວ​ກັນ​ນັ້ນ​, ພວກ​ເຮົາ ຍັງ​ໄດ້​ຮັກ​ສາ ການສະກົດຄຳສັ​ພ ສ່ວນຫຼາຍ ເອົາ​ໄວ້ ເພື່ອບໍ່ໃຫ້ ຄວາມໝາຍປ່ຽນໄປຫຼາຍ. ຂອບໃຈ!