ຮິບໂຮມ ຄວາມຄຶດຄວາມເຫັນ--ຄຳແນະນຳ, ຂໍ້ສເນີ, ຄວາມເປັນຫ່ວງ, ຄຳຮ້ອງທຸກ, ຈຸດບົກຜ່ອງ ຂອງພາກສ່ວນກ່ຽວຂ້ອງ, ການເອົາລັດເອົາປຽບ ແລະ ຄວາມເຫລື່ອມລ້ຳ ໃນສັງຄົມ ເພື່ອໃຫ້ພາກສ່ວນກ່ຽວຂ້ອງ ນຳໄປແກ້ໄຂ…
ເຊີນທ່ານ ຄລິກຟັງສຽງ ຣາຍການໄດ້ ແລະ ອ່ານຄວາມຄຶດຄວາມເຫັນບາງຕອນ ຕໍ່ລົງໄປນີ້.
ຄວາມຄຶດຄວາມເຫັນ ກ່ຽວກັບ ຣາຍການ “ມາຟັງນຳກັນ” ເຣື່ອງ ສະພາບ ພັຍພິບັດນ້ຳຖ້ວມ ໃນເຂດພາກເໜືອ ຍັງໜ້າເປັນຫ່ວງ ແລະ ຊາວບ້ານ ໃນພື້ນທີ່ນ້ຳຖ້ວມ ຍັງລໍຖ້າ ການຊ່ອຍເຫຼືອ ຢ່າງຮີບດ່ວນ.
ປະຊາຊົນ ຈາກວຽງໄຊ ຂຽນວ່າ:
"ປະຊາຊົນ ພວກເຮົາ ຕ້ອງການການຊ່ວຍເຫລືອຫລາຍເນີ ຕາມທີ່ນາງເຈົ້າຫນ້າທີ່ ເມືອງວຽງໄຊ ໄດ້ບອກໄປຫັ້ນ ເຈົ້າຫນ້າທີ່ ກໍມາເບິ່ງ ແຕ່ບໍ່ມີການຊ່ວຍເຫລືອຫຍັງ ຢາກໃຫ້ມີການຊ່ວຍເຫລືອ ມາຫາປະຊາຊົນ ພວກເຮົາ ບໍ່ເຄີຍເຫັນເຫດການນີ້ຈັກເທື່ອ ກຽມຫຍັງກໍບໍ່ທັນ. ຂອບໃຈ ທີ່ວິດທະຍຸ ເອົາມາເວົ້າ ໃຫ້ຄົນລາວໄດ້ຮູ້ກັນ ຢາກໃຫ້ຄົນ ຢູ່ຕ່າງປະເທດ ມາຊ່ວຍແດ່ ຄືກັນກັບ ຊ່ວຍຄົນລາວ ຢູອັດຕະປື ເຮົາຄົນລາວຄືກັນ. ຢາກໃຫ້ ວິທະຍຸ ຂົນຂວາຍໃຫ້ແດ່ ພວກເຮົາຈຳເປັນຫລາຍຫລາຍ."
ກ່ຽວກັບ ຂ່າວ ອົງການສິດທິມະນຸດ ຂໍໃຫ້ ອອສເຕຣເລັຽ ກົດດັນ ສປປລາວ, ຊຶ່ງຂ່າວ ຣາຍງານ ວ່າ: ທ່ານ ຟຽວ ໂຣເບີດຊັນ ຮອງຜູ້ອຳນວຍການ ອົງການສິ້ງຊອມ ສິີດທິມະນຸດ ປະຈຳຂົງເຂດເອເຊັຽ-ປາຊີຟິກ ຮຽກຮ້ອງ ໃຫ້ຣັຖບານ ອອສເຕຣເລັຽ ໃຊ້ກອງປະຊຸມດ້ານສິດທິມະນຸດ ຄັ້ງ ທີ 6 ຣະຫວ່າງ ລາວກັບ ອອສເຕຣເລັຽ ໃນມື້ວັນທີ 12 ສີງຫາ ປີນີ້ ກົດດັນ ຣັຖບານລາວໃຫ້ນັບຖື ສິດທິມະນຸດ ເປັນຕົ້ນ ໃຫ້ເປີດເຜີຍການບັງຄັບ ການຫາຍສາບສູນ ຂອງຄົນລາວ ແລະ ໄທ.
ທ່ານຜູ້ຟັງ ຈາກວຽງຈັນ ຂຽນວ່າ:
"ຫ້າມແຊກແຊງການເມືອງພາຍໃນ ຂອງກັນແລະກັນ (ກົດໝາຍລະຫວ່າງຊາດ) ມີແຕ່ຜູ້ບໍ່ເຂົ້າໃຈ ພາສາເທົ່ານັ້ນ ທີ່ຍັງໄປກ້າວກ່າຍ ສິດທິບັດ ຂອງນານາຊາດ."
ກ່ຽວກັບ ຂ່າວ ຍິງສາວລາວຫາຍໄປລຶກລັບ ອາຈຖືກ ຄ້າມະນຸດ, ຊຶ່ງຂ່າວ ຣາຍງານ ວ່າ: ນາງ ຕັກ ພີມມະລາດ ອາຍຸ 22 ປີ ຊາວບ້ານລ້ອງແຄມ ເມືອງໂພນໂຮງ ແຂວງວຽງຈັນ ໄດ້ຫາຍໄປຢ່າງລຶກລັບ ໃນວັນທີ 09 ສິງຫາ ຜ່ານມາ ຢູ່ຮ້ານອາຫານແຫ່ງນຶ່ງ ໃນເມືອງວັງວຽງ ແຂວງວຽງຈັນ ປັດຈຸບັນຄອບຄົວ ຍັງບໍ່ສາມາດຕິດຕໍ່ໄດ້ ທາງຄອບຄົວ ຈຶ່ງໄດ້ແຈ້ງ ເຈົ້າໜ້າທີ່ ຕຳຣວດ ປກສ ເມືອງວັງວຽງ ເພື່ອຕິດຕາມສືບຫາເຣື່ອງດັ່ງກ່າວ.
ທ່ານ ຈັນພອນ ຈາກວັງວຽງ ຂຽນວ່າ:
"ການຫາຍສູນ ຫລືຫາຍຕົວຂອງນາງຕັກພີມມະລາດ ທີ່ເມືອງວັງວຽງ ຄັ້ງນີ້ກໍ່ເປັນ ການຫາຍຕົວ ໃນຫລາຍໆຄັ້ງ ທີ່ອາດນັບບໍ່ຖ້ວນຫານບໍ່ອອກ ຂອງການຄ້າມະນຸດຢູ່ສປປລາວ. ກົ່ມໜູ່ມສາວ ລາວ ບັນດາຊົນເຜົາເຄິຍຖືກຄົນຕ່າງດ້າວຈິນ ຊັກຊວນນຳຕົວໄປຂາຍເປັນ ໂສເພນີ ເພືອບໍລີການ ຄົນເຈັກຄົນຈິນ ໃນຮ້ານຕ່າງຢູ່ສປປຈີນ. ການຄ້າມະນຸດຢູ່ສປປລາວ ຈະເພີ່ມຂື້ນໄປເລື້້ຍໆ ຊີ່ງພັກລັດ ສປປລາວ ຈະບໍ່ສາມາດຄອບຄູມ ແລະສະກັດກັ້ນໄດ້, ແມ່ຈ້າງນັກເລັງບໍ່ແຜ່ຂະຫຍາຍຂື້ນຢູ່ ບ່ອນ ກາຊີໂນ ໃນເມືອງຕົ້ນເຜີງຢ່າງຫລວງຫລາຍ ຊີ່ງຜູ້ນາມສປປລາວກໍ່ ປິດຫູປີດຕາ ເພືອໃຫ້ເປັນບ່ອນແກ້ອາລົມ ຂອງບັນດາ ພະນັກງານລັດ. ຄິດວ່າອານາຄົດຕໍ່ໄປສປປລາວ ຈະເປັນບ່ອນຄ້າມະນຸດ ແລະ ຢາເສບຕິດ ອັນຍີ່ງໃຫຍ່ "
ກ່ຽວກັບ ຂ່າວ ການຣະບາດຂອງບົ້ງຝູງ ໃນປີນີ້, ຊຶ່ງຂ່າວຣາຍງານວ່າ: ມາເຖິງປະຈຸບັນ, ການຣະບາດຂອງບົ້ງຝູງ ຢູ່ໃນຫຼາຍແຂວງ ຂອງປະເທສລາວ ແລະ ຍັງບໍ່ມີທ່າທີວ່າຈະຫຼຸດລົງເທື່ອ ເຮັດໃຫ້ເນື້ອທີ່ການກະເສຕ ຂອງຊາວບ້ານ, ໂດຍສະເພາະເນື້ອທີ່ ການປູກໝາກສາລີ ໄດ້ຮັບຄວາມເສັຽຫາຍ ຢ່າງໜັກທີ່ສຸດ.
ທ່ານ ທີ່ໃສ່ຊື່ວ່າ ຄົນລາວເອງ ຈາກແຜ່ນດິນພໍ່ແມ່ ຂຽນວ່າ:
" ປະເທດລາວເຮົາ ເປັນປະເທດກະສິກຳ ຊາວໄຮ່ຊາວນາທັງຫລາຍ ອາໃສ ການປູກຝັງ ພໍໄດ້ຢູ່ໄດ້ກິນ ແຕ່ຫລັງໆມານີ້ ມີແມງໄມ້ສັດຕູພືດທຳລາຍຫລາຍ ນອກຈາກນັ້ນ ຍັງປະເຊີນກັບໄພທຳມະຊາດ. ພໍເມື່ອມາຟັງຂ່າວນີ້ແລ້ວ ຍິ່ງເຫັນແຈ້ງວ່າ ບັນຫາຕ່າງໆເກີດຈາກ ການທຳລາຍທຳມະຊາດ ຂອງສີມືຄົນເຮົາເອງ. ເມື່ອເວົ້າເຖິງທຳມະຊາດຖືກທຳລາຍ ກະບໍ່ມີຜູ້ອື່ນຜູ້ໄກ ທຳລາຍດອກ ມີແຕ່ເຈົ້າຫນ້າທີ່ ຂອງພວກເຮົາເອງ ຮ່ວມຫົວມີອ່ຽວກັບ ບັນດານາຍທຶນຫນ້າເລືອດ ຊຶ່ງກະບໍ່ແມ່ນ ຜູ້ອື່ນຜູ້ໄກອີກ ກະແມ່ນຍາດພີ່ນ້ອງລູກຫລານ ຂອງຜູ້ນຳອີກ. ຄົນທຸກຄົນຍາກ ໄທເຮົາເຈົ້າຂ້ອຍ ບໍ່ມີສິດອຳນາດຫຍັງ ຈະໄປທຳລາຍ ທຳມະຊາດໄດ້ດອກ ແມ້ນແຕ່ໄປຕັດໄມ້ມາເຮັດຄອກໄກ່ ກະຍັງຖືກປັບຖືກໄໝ ຂົ່ມຂູ່ຕ່າງໆນາໆ. ພັກລັດນາຍທຶນ ຕັດໄມ້ທຳລາຍປ່າທຳລາຍທຳມະຊາດ ຕໍ່ແຮງໃຊ້ເງິນດອນລ້າ ແຕ່ປະຊາຊົນໄດ້ຮັບຜົນກະທົບຄວາມເດືອນຮ້ອນຕ່າງໆນາໆ ຄວາມຍຸດຕິທຳ ໃນສາທາລະນະລັດປະຊາທິປະໄຕປະຊາຊົນລາວ ມີຢູ່ໃສ. ການຕັດໄມ້ທຳລາຍປ່າ ເຮັດໃຫ້ນ້ຳຖ້ວມ ແຫ້ງແລ້ງ ຂາດແຄນອາຫານປ່າ ຂາດຢາພື້ນເມືອງ ສັດປ່າໝົດໄປ. ມີຫົວຄິດຢູ່ບໍ່ເດ້ ໂອ້ຍ ຕາຍແລ້ວ. ບັດນີ້ແລ້ວ ຊິອຶດຊິຢາກ."
ກ່ຽວກັບ ຣາຍການ ປວັດສາດລາວ: ຕອນ ຝຣັ່ງເສສ ພຍາຍາມ ແຜ່ອິດທິພົນ ເຂົ້າມາລາວ
ທ່ານ ນ້ອຍ ຈາກທາດຫລວງ ຂຽນວ່າ:
"ມັກມາຟັງລາຍການ ປະຫວັດສາດ ກັບ ວິທະຍຸຈາກຕ່າງປະເທດນີ້ ໃຫ້ຄວາມຂໍ້ມູນລະອຽດຫລາຍ ຄົນອ່ານກໍ່ອ່ານຊັດເຈນ ຂຽນກໍ່ເຂົ້າໃຈງ່າຍໆ ບໍ່ສັບສົນຄືກັບນັກຂຽນໃຫມ່ ການໃຊ້ຄຳສັບ ກໍ່ເປັນຕາຟັງ. ຢາກໃຫ້ ຄົນພາຍໃນປະເທດເຮົາ ເຮັດລາຍການແນວນີ້ ອອກມາຫລາຍຫລາຍ. ເຮົາບໍ່ເຄີຍຮູ້ມາກ່ອນວ່າ ຝລັ່ງກັບໄທ ຈະແບ່ງເອົາລາວແບບນີ້. ຢາກຟັງຕອນຕໍ່ໄປໄວໆ. ຂອບໃຈ"
ບັດນີ້ ມາຟັງ ຈົດໝາຍ ຂອງທ່ານ ອຸດົມ ຣັຕນະວົງ, ທີ່ຂຽນມາຈາກປະເທດຍີ່ປຸ່ນ.
ທ່ານຂຽນວ່າ ຟັງ RFA ວັນທີ 7 ເດືອນກໍຣະກະດາ 2019, ລາຍການ “ມາຟັງນຳກັນ” ຂອງທ່ານ ໄຊຍາ ແລະ ພູວົງ ເວົ້າເຖິງເຣື່ອງ ບັນຫາ ທີ່ດິນ ຂອງຊາດ ຢາກໃຫ້ທວງດິນ ກັບເຈົ້າໜ້າທີ່ ຣັຖ.
ຄວາມເຫັນຕ່າງໆ ທີ່ທ່ານໄຊຍາ-ພູວົງ ກ່າວມານັ້ນ ຖືກຕ້ອງດີ. ຜູ້ນຳລາວ ຄວນເປັນ ຕົວຢ່າງອັນດີ ໃຫ້ແກ່ຄົນລາວ ທົ່ວປະເທດ. ຍີ່ປຸ່ນ ຟື້ນປະເທດ (ຟື້ນປະວັດສາດ) ໄດ້ ຍ້ອນການເຂົ້າໃຈ ສ່ວນຮ່ວມ ຍອມເສັຽສະຣະກຽດ, ຍົດ, ຊັບສິນ ດິນດອນ ຄືນໝົດ ໃຫ້ແກ່ປະເທດ, ແລ້ວເລີ້ມຈັດສັນກົດໝາຍ ທີ່ດິນຄືນໃໝ່ໝົດ. ແລ້ວຈຶ່ງເລີ້ມພັທນາ ປະເທດໃໝ່ ດັ່ງບົດ 056 “The Reasons for the Meiji Restoration’s success” ສົ່ງມາໃຫ້ທ່ານອ່ານ ຮູ້ໄວ້ ນຳກັນ. ຖ້າທຸກຄົນ ເສັຽສະຣະຜົນປະໂຍດ ສ່ວນໂຕໄດ້, ແນ່ນອນ Laos ກໍຈະຟື້ນຟູ ປະເທດໄດ້. ແຕ່ເຮົາ ຕ້ອງເດັດດ່ຽວ ມີຄວາມຮັກຊາດແທ້ໆ, ບໍ່ແມ່ນເຮົາ ຈະຫາຄວາມສຸກ ສ່ວນຕົວເທົ່ານັ້ນ, ແຕ່ຄວາມສຸກ ຂອງມະຫາຊົນ ທົ່ວປະເທດ. ປັດຈຸບັນ Laos ຍັງມົວເມົາ ແຕ່ນຳເຣື່ອງສ່ວນຕົວຫລາຍກວ່າ ເຣື່ອງປະເທດ. Laos ຈຶ່ງກາຍເປັນ ປະເທດຮັບໃຊ້ຈີນ ແລະ ວຽດນາມ….
ຂ້ອຍມີໂອກາດ ກັບເມືອເບິ່ງ Laos ແຕ່ປີ 2014-2018, ດຽວນີ້ ຍ່າງບໍ່ໄດ້ໄກແລ້ວ ນັ່ງ wheel chair ຫລືວ່າ ລໍ້ຍູ້ ແລ້ວ.
ຂ້ອຍຊ່ອຍໃຫ້ທຶນສຶກສາ ແກ່ໜຸ່ມລາວ ທີ່ຮຽນພາສາຍີ່ປຸ່ນ 5 ຄົນແລ້ວ ແຕ່ປີ 2014-2017-2019, ເລີຍສວຍໂອກາດ ເບິ່ງປະເທດ Laos ເຮົາ. ຂ້ອຍໃຫ້ໂອກາດ ໜຸ່ມລາວ ທີ່ເສັງຜ່ານ ຂັ້ນສາກົນ ຂອງຍີ່ປຸ່ນ (ພາສາຍີ່ປຸ່ນ) ຈຶ່ງໄດ້ທຶນ 1 ປີ ມາຝຶກຕໍ່ ທີ່ Reitaka University ທີ່ຂ້ອຍເຄີຍສອນມາກ່ອນແລ້ວ 30 ປີ.
ເມື່ອເຂົາ ເຂົ້າຮຽນ ໄດ້ພື້ນຖານ ພາສາຍີ່ປຸ່ນ ແລ້ວເຂົາເຈົ້າ ມີໂອກາດ ເສັງເອົາທຶນ ຂອງຣັຖບານຍີ່ປຸ່ນ ໄດ້ 2 ທຶນແລ້ວ. ດຽວນີ້ ກຳລັງຮຽນຢູ່ ຂັ້ນປະຣິນຍາໂທ ຢູ່ມະຫາວິທະຍາໄລ Kyoto (ເປັນເຜົ່າມົ້ງ ຜູ້ຊາຍ) ແລະ ມະຫາວິທະຍາໄລ Yamagata (ຜູ້ຊາຍເຜົ່າລາວ).
ຂ້ອຍຫວັງວ່າ ໜຸ່ມລາວ ເຫລົ່ານີ້ ຄົງໄດ້ຮຽນຮູ້ ຫລາຍຢ່າງ ຈາກການສຶກສາຍີ່ປຸ່ນ ແລ້ວ ເອົາໄປຄິດເອງ. ເປັນຫຍັງ ຍີ່ປຸ່ນ ຈຶ່ງຟື້ນຕົວຄືນໄດ້ ຫລັງສົງຄາມໂລກ ຄັ້ງທີ 2 (WW II)?
ເຮົາຜູ້ເຖົ້າແກ່ແລ້ວ ຄວນໃຫ້ໂອກາດ ຊາວໜຸ່ມລາວແດ່. ຕາຍໄປແລ້ວ ເຮັດຫຍັງ ໃຫ້ເຂົາ ບໍ່ໄດ້. ເຮັດແນວໃດ ລາວ ຈະຢູ່ໄດ້ນຳໝູ່ ASEAN? “ເສັຽສະລະ ເພື່ອຜູ້ອື່ນແດ່”
ຈາກ ອາຈານ ອຸດົມ ຣັຕນະວົງ.
ວິທຍຸ ເອເຊັຽ ເສຣີ ຂອບໃຈ ກັບທ່ານ ອຸດົມ ຫລາຍໆ ທີ່ສົ່ງຄວາມຄຶດຄວາມເຫັນ ແລະ ສະແດງຄວາມເປັນຫ່ວງ ປະເທດລາວ ມາຮ່ວມຣາຍການ ຂອງພວກເຮົາ. ແລະ ຫວັງວ່າ ຄົງຈະໄດ້ຮັບຈົດໝາຍ ອີກຕໍ່ໄປເລື້ອຍໆ.
ໝາຍເຫດ: ຄວາມຄິດເຫັນ ຂອງທ່ານຜູ່ອ່ານ ທີ່ສະແດງອອກ ໃນເວັບໄຊທ໌ ແລະ ເຟສບຸກຄ໌ ຂອງວິທຍຸ ເອເຊັຽ ເສຣີ ນັ້ນ, ພວກເຮົາ ທິມງານ ວິທຍຸ ເອເຊັຽ ເສຣີ ໃຫ້ຄວາມສຳຄັນ ແລະ ຂອບໃຈ ນຳທຸກໆຖ້ອຍຄຳ, ແລະ ມີໜ້າທີ່ ນຳມາອ່ານໃຫ້ທ່ານ ໄດ້ຮັບຟັງກັນ ແລະ ບໍ່ໄດ້ເສກສັນປັ້ນແຕ່ງໃດໆ, ມີພຽງແຕ່ ປ່ຽນຄຳສັພ ທີ່ບໍ່ສຸພາບ ໃຫ້ເບົາລົງ ເທົ່ານັ້ນ. ດັ່ງນັ້ນ ຂໍໃຫ້ທ່ານຜູ່ຟັງ ຈົ່ງຕັດສິນໃຈເອົາເອງ ວ່າ ຄວາມຄຶດຄວາມເຫັນນັ້ນ ເປັນໜ້າເຊື່ອຖື ແລະ ຄວາມຈິງ ຫຼາຍໜ້ອຍປານໃດ.
(ເພື່ອຮັກສາ ຄວາມໝາຍ ແລະ ຄວາມຄຶດຄວາມເຫັນ ຂອງຜູ່ທີ່ສະແດງອອກມານັ້ນ, ວິທຍຸ ເອເຊັຽ ເສຣີ ໄດ້ຮັກສາ ຕົ້ນສະບັບ ຂອງ ການຂຽນ ແລະ ການສະກົດ ເອົາໄວ້ ເຖິງແມ່ນວ່າ ຈະມີການຜິດພ້ຽນ ໄປແດ່ ກໍຕາມ)