ແມ່ຍິງ ເຂດຫ່າງໄກ ສອກຫລີກ ຕົກເປັນເຫຍື່ອ ການຄ້າມະນຸສ

ອ່ານຈົດໝາຍ, ຄວາມຄຶດຄວາມເຫັນ ຂອງທ່ານ ສູ່ກັນຟັງ ເພື່ອເຜີຍແຜ່ ທັສນະ, ແນວຄິດ ທີ່ສ້າງສັນ, ແບ່ງປັນ ຄວາມຮູ້ ສູ່ກັນຟັງ.
ອ່ານຈົດໝາຍ, ຄວາມຄຶດຄວາມເຫັນ ຂອງທ່ານ ສູ່ກັນຟັງ ເພື່ອເຜີຍແຜ່ ທັສນະ, ແນວຄິດ ທີ່ສ້າງສັນ, ແບ່ງປັນ ຄວາມຮູ້ ສູ່ກັນຟັງ. (Photo: RFA)

0:00 / 0:00

ຄວາມຄຶດຄວາມເຫັນ ກ່ຽວກັບຂ່າວ ການກໍ່ສ້າງ ເຂື່ອນໄຟຟ້າ ນ້ຳພາກ, ການຄ້າມະນຸສ ຍັງເປັນພັຍຂົ່ມຂູ່ ຕໍ່ ກັບແມ່ຍິງລາວ ທີ່ຢູ່ເຂດຫ່າງໄກ ສອກຫຼີກ, ເລັ່ງປະຕິຮູບ ຣັ​ຖວິສາຫະກິຈ ໄຟຟ້າລາວ ທີ່ມີໜີ້ສູງ ແລະ ຂ່າວ​ອື່ນໆ.

ຄວາມເຫັນບາງຕອນ ຈາກທ່ານຜູ້ຟັງ:

ກ່ຽວ​ກັບ ​ຣາຍ​ການ ມາ​ຟັງ​ນຳ​ກັນ ເຣື່ອງ "ເລັ່ງປະຕິຮູບ ຣັ​ຖວິສາຫະກິຈ ໄຟຟ້າລາວ ທີ່ມີໜີ້ສູງ"

“ຮູ້ບັນຫາ ແຕ່ແກ້ບໍ່ໄດ້ ຍ້ອນມີແຕ່ ລູກເຈົ້າຫລານຂ້ອຍ ຢູ່ຫັນ ປະຕິຮູບ ກະໄດ້ແຕ່ ຊື່ທໍ່ນັ້ນລະ ມີແຕ່ປ່ຽນບ່ອນນັ່ງຊື່ໆ ຫົວບໍ່ໄດ້ປ່ຽນໄປໃສ ກະຄືເກົ່າ ຊິເອົາຄົນໃໝ່ມາ ພັດແຮງຮ້າຍ ບໍ່ຮູ້ຈັກໄຟ້າ ດຽວກະຊ໋ອດຕາຍ ເປັນແຖວ,​ ທີ່ຈິ່ງ ມັນຜິດຜູ້ນໍາພາທໍາອິດ ບາດມີບັນຫາຄ້ອນຟາດ ຫົວເດັກນ້ອຍ,​ ທີ່ຈິງ ປະຊາກອນລາວ ມີພຽງ 7​ ລ້ານປາຍຄົນ ຖ້າສະເລັ່ຍ ພະລັງງານໄຟ້າ ທີ່ມີຢູ່ໃນລາວ ຄິດວ່າ ບໍ່ເກີນ10 ແຫ່ງ ໃນລາວ ເຂື່ອນໄຟ້າ ທີຈໍາເປັນ​ ອັນນີ້ ຄວາມຢາກມີ ຮອດ 100 ເປັນ 1000 ແຕ່ວ່າ ເປັນຂອງໂຕເອງ ບໍ່ມີຈັກຢ່າງ ຊິປະຕິຮູບແບບໃດ ກະໄປບໍ່ຫຼອດ ອັນນີ້ ເປັນບົດຮຽນອັນຄ້າ, ​ເຂື່ອນໄຟ້າ ຄິດວ່າ ຄວນຢຸດສໍານີ້ ໄດ້ແລ້ວ ຖ້າປະເທດຊາດ ຢາກພັດທະນາ ທີ່ແທ້ຈິ່ງ ຄວນເລ່ງສ້າງທາງ ຄົມມະນາຄົມ ການຂົນສົ່ງ ໃຫ້ຫຼາຍໆ ຫຼາຍທໍໃດຍິງດີ ໄປແຕ່ລະເຂດ ຮອດເຂດຊົນນະບົດ ບາດນັ້ນຊີວິດການເປັນຢູ່ ຫາກຊິດີເອງ ເບິ່ງຈີນ ເປັນຕົວຢ່າງ ການພັດທະນາ ເຫັນບໍ່ເສັນທາງລົດໄຟ ສ້າງລາຍຮັບ ໃຫ້ລັດ ກະບໍ່ແມ່ນໜ້ອຍ​ຕື້.​”

( ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)

ໝາຍເຫດ: ວິທຍຸ ເອເຊັຽ ເສຣີ ໃຫ້ຄວາມສຳຄັນ ທຸກໆຖ້ອຍຄຳ ຂອງທຸກໆທ່ານ, ແລະ ຮັກສາ ການສະກົດຄຳ ເປັນສ່ວນຫຼາຍ ຂອງຜູ່ທີ່ອອກຄວາມຄຶດຄວາມເຫັນໄວ້ ເພື່ອບໍ່ໃຫ້ ຄວາມໝາຍປ່ຽນໄປຫຼາຍ, ພຽງແຕ່ ປ່ຽນຄຳສັພ ທີ່ບໍ່ສຸພາບ ໃຫ້ເບົາລົງເທົ່ານັ້ນ. ດັ່ງນັ້ນ ຂໍໃຫ້ທ່ານຜູ່ຟັງ ຈົ່ງພິຈາຣະນາ ເອົາເອງວ່າ ຄວາມຄຶດຄວາມເຫັນນັ້ນ ມີຄວາມຈິງຫຼາຍໜ້ອຍປານໃດ. ຂອບໃຈ!