ຈ.ມ ຈາກຜູ້ຟັງ 08/10/19

ໄມ​ຊູ​ລີ
2019.08.11
F-READ ອ່ານຈົດໝາຍ, ຄວາມ​ຄຶດ​ຄວາມ​ເຫັນ ຂອງທ່ານ ສູ່ກັນຟັງ ເພື່ອເຜີຍແພ່ ທັສນະ, ແນວຄິດ ທີ່ສ້າງສັນ, ແບ່ງປັນ ຄວາມຮູ້ ສູ່ກັນຟັງ.
RFA

ຮິບໂຮມ ຄວາມຄຶດຄວາມເຫັນ--ຄຳແນະນຳ, ຂໍ້ສເນີ, ຄວາມເປັນຫ່ວງ, ຄຳຮ້ອງທຸກ, ຈຸດບົກຜ່ອງ ຂອງພາກສ່ວນກ່ຽວຂ້ອງ, ການເອົາລັດເອົາປຽບ ແລະ ຄວາມເຫລື່ອມລ້ຳ ໃນສັງຄົມ ເພື່ອໃຫ້ພາກສ່ວນກ່ຽວຂ້ອງ ນຳໄປແກ້ໄຂ…

ຈັດ​ມາ​ສ​ເນີ​ທ່ານ ໂດຍ: ໄມ​ຊູ​ລີ.

ເຊີນທ່ານ ຄລິກຟັງສຽງ ຣາຍການໄດ້ ແລະ ອ່ານຄວາມຄຶດຄວາມເຫັນບາງຕອນ ຕໍ່ລົງໄປນີ້.

ຄວາມ​ຄຶດ​ຄວາມ​ເຫັນ ກ່ຽວກັບ ວີດີໂອ ການກໍ່ສ້າງ ເສັ້ນທາງຣົດໄຟ ຈີນ-ລາວ ພາກ-2 ຈາກ ເມືອງກາສີ ເຂົ້າສູ່ ນະຄອນຫຼວງ ວຽງຈັນ, ທີ່ບັງຄັບໃຫ້ ຊາວບ້ານ ໂຍກຍ້າຍ ອອກຈາກ ບ້ານເຮືອນ, ໃນຂນະທີ່ ປະຊາຊົນ ຮ້ອງທຸກວ່າ ຄ່າຊົດເຊີຍ ບໍ່ເປັນທັມ.

ຜູ້ໃຊ້ເຟສບຸກຄ໌ ທ່ານນຶ່ງ ຂຽນວ່າ: ຢ່າ ສະແດງວ່າ ແຕ່ໂຕເກັ່ງ ພວກກຳອຳນາດ ສປປລາວ. ບໍ່ຮູ່ວ່າ ໃຜໂງ່ ຫລື ໃຜສລາດ ກັນແທ້ ລະຫວ່າງການປົກຄອງ ລະບອບເກົ່າ ກັບ ລະບອບໃຫມ່, ກ່ອນ 1975 ປະເທດລາວ ຕົກຢູ່ລະຍະ ເສິກກັບ ພວກແນວລາວໂດຍມີ ຫວຽດ ໜູນຫລັງ, ເຖິງຊິຢູ່ ໃນລະຍະ ເສິກສົງຄາມ, ລັຖ ຍັງໃຫ້ ການສຶກສາແກ່ ປະຊາຊົນ ແຕ່ ຂັ້ນປະຖົມ ຮອດ ມະຫາວິທະຍາໄລ ຢ່າງບໍ່ໄດ້ຈ້າງຮຽນ, ຊໍ້າບໍ່ໜາ ລັຖບານ ຍັງມີເງິນຄ່າ ໃຊ້ສ່ວນໂຕ ແກ່ນັກຮຽນ ຢູ່ວິທະຍາໄລ ຮອດ ມະຫາວິທະຍາໄລອີກ ! ຮຽນອອກມາແລ້ວ ທຸກຄົນ ມີວຽກເຮັດ. ໂຮງຮຽນ ທີ່ຢູ່ທຸກແຂວງ ແມ່ນ ມໍຣະດົກ ທີ່ພວກເຮົາ ສ້າງໄວ້. ອີກຢ່າງນື່ງ, ປະຊາຊົນ ທຸກຄົນ ເຂົ້າໂຮງໝໍ ບໍ່ໄດ້ເສັຍເງິນ. ໂຮງໝໍ 103, ໂຮງໝໍມະໂຫສົດ ພວກເຮົາໄດ້ສ້າງໄວ້, ແຕ່ ພວກເຈົ້າ ບໍ່ມີປັນຍາ ຮັກສາ ປົວແປງ, ປ່ອຍໃຫ້ມັນ ຊຸຸດໂຊມ ແລ້ວ ແລ່ນໄປຢືມເງິນ ນຳຈີນມາ ປຸກໄໝ່. ຊິ ສ້າງສາຫຍັງ, ພວກຜະເດັດການ ຕ້ອງ ໄດ້ຢືມເງິນ ມາສ້າງ: ເຊັ່ນ ເຂື່ອນ, ທາງລົດໄຟ, ໂຮງໝໍ, ໂຮງຮຽນ, ຖນົນຫົນທາງ...ຈົນ ດຽວນີ້ ໝີ້ຖ້ວມຄໍຫອຍ, ເງິນຫາໄດ້ເທົ່າໃດ ເອົາມາໃຊ້ ຫນີ້ໝົດ, ບໍ່ມີເງິນ ບໍລິຫານປະເທດ ກໍເລີິຍ ມາຂູດຮິດ ເອົານຳປະຊາຊົນ: ຄ່າຮຽນ, ຄ່າໂຮງໝໍ, ຄ່າຫົນທາງ, ສັມມະປິຄ່າ. ໃນລະບອບການປົກຄອງ ຂອງ ສປປລາວ 44 ປີ ປະຊາຊົນ ແມ່ນໄດ້ຮັບ ຄວາມເດືອດຮ້ອນ ຈົນເລືອດຕາ ຊິອອກ, ອັນນີ້ບໍ ທີ່ວ່າ ຈະເຣີນຂອງເຈົ້າ. 44ປີຄືນຫລັງ, ປະເທດລາວ ບໍ່ໄດ້ເປັນໝີ້ ປະເທດອື່ນ, ບໍ່ໄດ້ ຕັດໄມ້ ທຳລາຍປ່າ, ບໍ່ໄດ້ຂູດບໍ່ແຮ່ ຕ່າງໆ ມາເຂົ້າຖົງ ພວກຜູ້ນຳ ປະຊາຊົນ ມີຢູ່ ມີກີນ. ລູກລາວ ຫລານລາວ ບໍ່ໄດ້ຂ້າມ ໄປຝັ່ງໄທ ໄປ ຂາຍແຮງງານ ຫລື ຂາຍໂຕ (ແມ່ຍິງລາວ ສມັຍນັ້ນ ມີກຽດ ແລະສັກສີເຕັມໂຕ) ມາສມັຍນີ້, ພວກ ກຳອຳນາດ ມັນທຳລາຍ ທຸກຢ່າງ ທີ່ ທໍາລາຍ ກຽດແລະ ສັກສີ ຂອງຄົນລາວ ເຈົ້າເອັງຍັງ ມີ ຫນ້າມາອ້າງວ່າ ພວກຂາຍຊາດດີ, ເພາະເຈົ້າເອັງ ກະຊົ່ວ ທີ່ໄປ ສົ່ງເສີມ ໃຫ້ ເຂົາ ທຳລາຍຊາດ ໂຕເອັງ ບໍ່ພຽງແຕ່ ເທົ່ານັ້ນ ຍັງເປັນໃຈ ໃຫ້ເຂົາ ຂາຍແຜ່ນດິນ ໃຫ້ ເຈັກອີກ…..ຂ້ອຍ ຂໍປະນາມ ພວກຂາຍຊາດ ຂາຍ ປະຊາຊົນ ຢ່າງ ສຸດໃຈ. ພວກ ຂາຍຊາດ ຍັງ ບໍ່ເຂົ້າໃຈວ່າ ລັຖບານ ຊິລົ້ມລະລາຍ ມື້ໃດ ເພາະ ບໍ່ມີເງິນ ຈ່າຍດອກເບັ້ຍ ຫລືຈ່າຍໜີ້, 20 ພັນ ລ້ານ ດອນລາຣ໌, ເຂົ້າໃຈບໍ! ຢ່າມາຫາເລື້ອງຜິດ ກັບລາວນອກ ຜູ້ທີ່ຮັກ ແລະ ເປັນຫ່ວງ ໃນຊາຕາກັມ ຂອງຊາດ. ຜູ້ ໃດທີ່ບໍ່ມີຄວາມ ສາມາດ ບໍຣິຫານປະເທດ ມັນສົມຄວນ ລ້າງມືລາອອກຊະ ກ່ອນ ປະຊາຊົນ ຊິອອກມາ ໄລ່ ພວກມັນອອກ..

ຜູ້ອ່ານ ທ່ານນີ້ ຂຽນວ່າ: ລະບອບໃດ ກະຕາຍ ຄືກັນ ຫັນລະ ບໍ່ມີດອກ ເຫັນຜົນປະໂຫຍດ ຂອງ ປະເທດຊາດ ຂອງ ປະຊາຊົນ ມາກອ່ນ ມີແຕ່ໂຕເອງ ມາກອ່ນ ກິນເຫຼືອຈັ່ງແມ່ນ ຂອງ ປະຊາຊົນ ຄັນບໍ່ພໍ ແມ່ນຊອກຢືມ ປຊຊໃຊ້ ໜີ້.

ຜູ້ໃຊ້ ເຟສບຸກສ໌ ທ່ານນີ້ ໃຫ້ ຄໍາເຫັນ ເພີ້ມຕື່ມວ່າ “ພີ່ນ້ອງຄົນລາວ ຢ່າຊູ່ໄປຊາ ນຳພວກບໍ່ມີປັນຍາ ສ້າງສາ ປະເທດຊາດ ຮູ້ແຕ່ ຂົນລະເບີດ ມາຖິ້ມ ໃສ່ປະເທດ ເບິ່ງພວກເຂົາບໍລິຫານປະເທດມາຈັກປີ ແລ້ວ ມີຫຍັງຈະເລີນແດ່ ເບີ່ງ ວຽງຈັນ ຄືເມືອງຮ້າງ ໂຮງໝໍໂຮງຮຽນ ທີ່ທັນສມັຍ ກໍບໍ່ມີ ປານນັ້ນ ອ້າງ ວອກໆ...

ກ່ຽວກັບຂ່າວ ຄົນງານລາວ 2 ຄົນ ອາຍຸ 25 ປີ ຈາກບ້ານນາປົ່ງ ເມືອງຄົງເຊໂດນ ແຂວງສາຣະວັນ ໄປເຮັດວຽກ ຢູ່ໄທ ແລະ ຖືກນາຍຈ້າງ ໃຊ້ແຮງງານ ແລະ ບໍ່ໄດ້ຮັບ ຄ່າຈ້າງ ຕາມສັນຍາ ຈິ່ງ ຂໍຄວາມເປັນທັມ ຕໍ່ ກົມສວັດດີການ ແລະ ຄຸ້ມຄອງແຮງງານ ຂອງໄທ ແລະ ເຈົ້າຫນ້າທີ່ ເຄືອຄ່າຍ ສົ່ງເສີມ ຄຸນນະພາບ ຊິວິດແຮງງານ ຫລື LPN.

ລູງຜາຂຽນວ່າ:

“ລູກຫລານເອີ່ຍ ຖືກເຂົາບັງຄັບ ຂົ່ມເຫັງອີກແລ້ວ, ເພື່ອຢາກ ມີຢູ່ ມີກິນ ແຕ່ໂຊກຮ້າຍ. ຢາກໃຫ້ ການນຳລາວ ປະສານງານ ກັບໄທ ແກ້ໄຂ ບັນຫາ ແຮງງານລາວ ຖືກ ເອົາປຽບນີ້ແດ່… ຢູ່ປະເທດໃດ ເຂົາກໍ ເຂົ້າ ຊ່ອຍເຫລືອ. ເບິ່ງແຕ່ ພະມ້າ ເຂົາຍັງ ມີຕົວແທນ ແລະ ການ ຈັດຕັ້ງ ເຂົ້າມາດູແລ ເພື່ອ ປົກປ້ອງ ປະຊາຊົນ ຂອງເຂົາເອງ. ມັນ ກະທຳມະດາ ທີ່ວ່າ ເຮົາບໍ່ມີວຽກ ຢູ່ບ້ານເຮົາ ແຕ່ ໃນເມື່ອປະເທດ ເພື່ອນບ້ານ ສະໜອງ ວຽກງານໃຫ້ປະຊາຊົນເຮົາແລ້ວ ທ່ານຜູ້ນໍາ ໃນນາມ ລັດຖະບານ ກໍ ຕ້ອງທຳຫນ້າທີ່ ຂອງ ປະຊາຊົນ ບໍ່ແມ່ນ ຊິໄປຕິເຂົາວ່າ ເປັນຫຍັງ ມາເຮັດວຽກ ຢູ່ເມືອງໄທ ເປັນ ຫຍັງບໍ່ຢູ່ບ້ານ. ຖ້າຫາກວ່າ ຢູ່ບ້ານ ມີວຽກເຮັດ ງານທຳ ກໍ ບໍ່ມີໃຜຢາກ ໄກ ບ້ານດອກ ຊ້ວງ ຫລັງໆ ມານີ້ ໄດ້ຍິນແຕ່ຂ່າວ ແຮງງານລາວ ຕົກເປັນເຍື່ອ.

ຜູ້ໃຊ້ເຟສບຸກຄ໌ ຊາວໄທ ທ່ານນີ້ ໃຫ້ຄໍາເຫັນວ່າ: ແຈ້ງເຈົ້າໜ້າທີ່ ພາກຣັຖ ໄດ້ເລີຍ ເດິ ຖ້າພີ່ນ້ອງຄົນລາວ ຫຼື ຕ່າງດ້າວ ທີ່ເຂົ້າມາເຮັດວຽກ ໃນໄທ ຖືກ ຕ້ອງຕາມກົດໝາຍ ແລ້ວຖືກນາຍຈ້າງ ເອົາປຽບ ໃຫ້ແຈ້ງຕໍ່ເຈົ້າໜ້າທີ່ຕໍາຣວດ ໄດ້ທຸກເທື່ຶອ ເຂົາຈະປະສານ ກະຊວງແຮງງານ ໂດຍກົງ ສື່ຈະອອກທາງ TV ຜູ້ມີສ່ວນກ່ຽວຂ້ອງ ຈະນັ່ງສບາຍບໍ່ໄດ້ ບຶດດຽວຂ່າວດັງ ຄົນທໍາຜິດ ກໍຈະຖືກລົງໂທດ ຄົນຮ້ອງທຸກ ທີ່ບໍ່ໄດ້ຮັບຄວາມເປັນທັມ ຂໍໃຫ້ສບາຍໃຈ ໄດ້ເລີຍ.

​ອີກຄໍາເຫັນນຶ່ງ ຂຽນວ່າ: ກ່ອນ ຈະໄປເຮັດງານ ຢູ່ໃສ່ ກໍ່ແລ້ວແຕ່ ຄວນສຶກສາ ຂໍ້ມູນນັ້ນ ໃຫ້ຄົບຖ້ວນ ເສຍກ່ອນ ແລ້ວ ຈື່ງຕັດສີນໃຈ, ພ້ອມດຽວກັນ ນັ້ນ ເຮົາເປັນແຮງງານ ຕ່າງດ້າວ ຕ້ອງມີບັດ ແຮງງານ (MOU) ແລະ ເອກະສານ ຕ່າງໆ ທີກ່ຽວຂ້ອງ, ມີຄົນເຊັນຮັບປະກັນ ຖືກຕ້ອງ ຕາມກົດໜາຍ,ເວລາ ມີບັນຫາ,ຖືກ ເອົາປຽບ ຈາກນາຍຈ້າງ ທາງເຈົ້າໜ້າທີ່ ຈື່ງ ຈະຊວຍໄດ້ ,ແຕ່ ໃນທາງ ກົງກັນຂ້າມ ຂ້ອຍເຫັນ ສ່ວນຫຼາຍ ຄົນທີໄປເຮັດງານ,ມັກ ບໍ່ມີບັດ ແຮງງານ ມັນເລີຍເປັນ ສ່ອງວ່າງ ໃຫ້ນາຍຈ້າງ ເຖີງເຮົາຈະຮ້ອງຟ້ອງ ເຂົາເຈົ້າ ,ທາງເຮົາ ກໍ່ຊ່ວຍ ບໍ່ໄດ້,ເພາະ ເຈົ້າ ບໍ່ມີເອກະສານ ຄົບຖ້ວນ,ແຕ່ ໃນກໍ່ລະນີ ມີເອກະສານ ຄົບຖ້ວນ,ມີ ບັດແຮງງານ ຖຶກຕ້ອງ ເຮົາສາມາດ ໃຊ້ ລະບຽບ ແລະປັບໃໝ ນາຍຈ້າງ ໄດ້ຕາມ ຂະບວນການ ຂອງກົດໝາຍ ,ສະນັ້ນແລ້ວ ໃຫ້ ທຸກຄົນເຮັດເອກະສານ ໃຫ້ຄົບຖ້ວນ,ມັນ ຈື່ງຈະບໍ່ມີ ບັນຫາ ຕາມພາຍຫຼັງ.

ໝາຍ​ເຫດ: ຄວາມຄິດເຫັນ ຂອງທ່ານຜູ່ອ່ານ ທີ່ສະແດງອອກ ໃນເວັບໄຊທ໌  ແລະ ເຟ​ສ​ບຸກ​ຄ໌ ຂອງວິ​ທ​ຍຸ ເອ​ເຊັຽ ເສ​ຣີ ນັ້ນ, ພວກເຮົາ ທິມງານ ວິທຍຸ ເອເຊັຽ ເສຣີ ໃຫ້ຄວາມສຳຄັນ ແລະ ຂອບໃຈ ນຳທຸກໆຖ້ອຍຄຳ, ແລະ ມີໜ້າທີ່ ນຳມາອ່ານໃຫ້ທ່ານ ໄດ້ຮັບຟັງກັນ ແລະ ບໍ່ໄດ້ເສກສັນປັ້ນແຕ່ງໃດໆ, ມີພຽງແຕ່ ປ່ຽນຄຳສັພ ທີ່ບໍ່ສຸພາບ ໃຫ້ເບົາລົງ ເທົ່ານັ້ນ. ດັ່ງນັ້ນ ຂໍໃຫ້ທ່ານຜູ່ຟັງ ຈົ່ງຕັດສິນໃຈເອົາເອງ ວ່າ ຄວາມຄຶດ​ຄວາມ​ເຫັນນັ້ນ ເປັນໜ້າເຊື່ອຖື ແລະ ຄວາມຈິງ ​ຫຼາຍໜ້ອຍປານໃດ.

(ເພື່ອຮັກສາ ຄວາມໝາຍ ແລະ ຄວາມຄຶດຄວາມເຫັນ ຂອງຜູ່ທີ່ສະແດງອອກມານັ້ນ, ວິທຍຸ ເອເຊັຽ ເສຣີ ໄດ້ຮັກສາ ຕົ້ນສະບັບ ຂອງ ການຂຽນ ແລະ ການສະກົດ ເອົາໄວ້ ເຖິງແມ່ນວ່າ ຈະມີການຜິດພ້ຽນ ໄປແດ່ ກໍຕາມ)

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.