ຈ.ມ ຈາກຜູ້ຟັງ 08/07/21

ອ່ານຈົດໝາຍ, ຄວາມຄຶດຄວາມເຫັນ ຂອງທ່ານ ສູ່ກັນຟັງ ເພື່ອເຜີຍແຜ່ ທັສນະ, ແນວຄິດ ທີ່ສ້າງສັນ, ແບ່ງປັນ ຄວາມຮູ້ ສູ່ກັນຟັງ.
ອ່ານຈົດໝາຍ, ຄວາມຄຶດຄວາມເຫັນ ຂອງທ່ານ ສູ່ກັນຟັງ ເພື່ອເຜີຍແຜ່ ທັສນະ, ແນວຄິດ ທີ່ສ້າງສັນ, ແບ່ງປັນ ຄວາມຮູ້ ສູ່ກັນຟັງ. (RFA)

0:00 / 0:00

ຄວາມ​ຄຶດ​ຄວາມ​ເຫັນ ກ່ຽວ​ກັບ ຄົນງານລາວຖືພາຢູ່ໄທຍ ຕິດໂຄວິດ-19 ໂຮງໝໍ ບໍ່ມີຕຽງ ໃຫ້ນອນ, ເຂດເສຖກິຈ ພິເສດ ສາມຫຼ່ຽມຄໍາ ຖືກປິດ 15 ມື້, ສະຫະຣັຖ ໃຫ້ການ ຊ່ອຍເຫຼືອ ຕ້ານໄຂ້ ມາເລເຣັຽ ແລະ ຂ່າວ​ອື່ນໆ.

ຄວາມຄຶດຄວາມເຫັນ ບາງຕອນ:

ເຂດເສຖກິດພິເສດ ສາມຫຼ່ຽມຄໍາ ຖືກປິດ 15 ມື້, ຊຶ່ງຂ່າວ ຣາຍງານວ່າ: ທາງການ ແຂວງບໍ່ແກ້ວ ສັ່ງໃຫ້ປິດການເຂົ້າ-ອອກ ເຂດເສຖກິດ ພິເສດ ສາມຫຼ່ຽມຄໍາ ຕັ້ງແຕ່ ມື້ວັນທີ 1 ຫາ ວັນທີ 15 ສິງຫາ 2021 ນີ້ ຍ້ອນກວດພົບວ່າ ຄົນງານລາວ ຈາກເຂດນີ້ ກັບຄືນເມືອບ້ານ ຕິດໂຄວິດ-19 ເຖິງແມ່ນວ່າ ກ່ອນຈະໄດ້ກັບບ້ານ ຜູ້ກ່ຽວໄດ້ຜ່ານ ການກວດຫາ ເຊື້ອໂຄວິດ-19 ວ່າບໍ່ຕິດແລ້ວ ກໍຕາມ ຫລື ເປັນກໍຣະນີ ທີ່ຕິດເຊື້ອແລ້ວ ແຕ່ບໍ່ສະແດງ ອາການ. ເຖິງຢູ່ເມືອງຕົ້ນເຜິ້ງ ກວດບໍ່ພົບວ່າ ມີຄົນຕິດ ເຊື້ອແລ້ວ ແຕ່ກໍຍັງມີ ມາຕການປ້ອງກັນ ເຂັ້ມງວດ ຢູ່ຄືເກົ່າ.
ຄວາມຄຶດຄວາມເຫັນ ຈາກທ່ານ ທີ່ບໍ່ປະສົງອອກນາມ ໃນເວັບໄຊທ໌ ຂຽນວ່າ: ຄົນງານລາວ ຫລາຍໆຄົນ ທີ່ເຮັດວຽກ ຢູ່ເຂດເສດຖະກິດ ພິເສດ ບໍ່ມີວຽກເຮັດ ເຕັມເມັດເຕັມຫນ່ວຍ ບໍ່ໄດ້ ເງິນເດືອນເຕັມ ບາງຄົນ ກໍບໍ່ໄດ້ເຮັດວຽກ. ພວກເຂົາເຈົ້າ ຢາກກັບບ້ານ ແຕ່ກໍ່ບໍ່ສາມາດ ກັບໄດ້ ເງິນກະບໍ່ມີ ບາງຄົນ ໄດ້ແຕ່ຢູ່ກັບ ໝູ່ກິນກັບໝູ່ ບາງຄົນ ກໍ່ຢູ່ຮ່ວມກັນກິນຮ່ວມກັນ. ການຣະບາດ ຂອງພະຍາດໂຄວິດ ກໍ່ແພ່ຫລາຍ ເປັນຕາອີດູຕົນ ເຂົາເຈົ້າເດ້. ເຈົ້າໜ້າທີ່ ທ້ອງຖິ່ນກໍ່ຊ່ວຍຫຍັງ ບໍ່ໄດ້ ພາກລັດ ກໍ່ຊ່ວຍຫຍັງ ບໍ່ໄດ້. ໃນລະຍະນີ້ ປະຊາຊົນລາວ ຮວມທັງ ພາກສ່ວນ ທຸລະກິດຕ່າງໆ ທັງທົ່ວປະເທດ ເດືອດຮ້ອນຫລາຍ. ພັກແລະລັດ ຫາຊ່ອງທາງ ຊ່ວຍຊາວລາວ ແດ່ເດີ.