ຈ.ມ ຈາກຜູ້ຟັງ 08/03/19

ອ່ານຈົດໝາຍ, ຄວາມ​ຄຶດ​ຄວາມ​ເຫັນ ຂອງທ່ານ ສູ່ກັນຟັງ ເພື່ອເຜີຍແພ່ ທັສນະ, ແນວຄິດ ທີ່ສ້າງສັນ, ແບ່ງປັນ ຄວາມຮູ້ ສູ່ກັນຟັງ.
ອ່ານຈົດໝາຍ, ຄວາມ​ຄຶດ​ຄວາມ​ເຫັນ ຂອງທ່ານ ສູ່ກັນຟັງ ເພື່ອເຜີຍແພ່ ທັສນະ, ແນວຄິດ ທີ່ສ້າງສັນ, ແບ່ງປັນ ຄວາມຮູ້ ສູ່ກັນຟັງ. (RFA)

0:00 / 0:00

ຮິບໂຮມ ຄວາມຄຶດຄວາມເຫັນ--ຄຳແນະນຳ, ຂໍ້ສເນີ, ຄວາມເປັນຫ່ວງ, ຄຳຮ້ອງທຸກ, ຈຸດບົກຜ່ອງ ຂອງພາກສ່ວນກ່ຽວຂ້ອງ, ການເອົາລັດເອົາປຽບ ແລະ ຄວາມເຫລື່ອມລ້ຳ ໃນສັງຄົມ ເພື່ອໃຫ້ພາກສ່ວນກ່ຽວຂ້ອງ ນຳໄປແກ້ໄຂ…

ຈັດ​ມາ​ສ​ເນີ​ທ່ານ ໂດຍ: ໄມ​ຊູ​ລີ.

ເຊີນທ່ານ ຄລິກຟັງສຽງ ຣາຍການໄດ້ ແລະ ອ່ານຄວາມຄຶດຄວາມເຫັນບາງຕອນ ຕໍ່ລົງໄປນີ້.

ຄວາມຄຶດຄວາມເຫັນ ກ່ຽວກັບ ຂ່າວ ສະພາ ຂ.ສວັນນະເຂດ ອອກແກ້ ບັນຫາ ໂຮງງານ ຊັນເປເປີ້ ຊຶ່ງຂ່າວ ຣາຍງານວ່າ: ເມື່ອວັນທີ 19 ກໍຣະກະດາ ທີ່ຜ່ານມາ ສະມາຊິກສະພາປະຊາຊົນ ແຂວງສວັນນະເຂດ ເມືອງເຊໂປນ ໄດ້ລົງພື້ນທີ່ ໄປຍັງໂຮງງານຜລິດ ເຈັ້ຽ ຊັນເປເປີ້ ໂຮນດິ້ງລາວ ຈໍາກັດ ຢູ່ ບ້ານມັ່ນຈິ ເມືອງເຊໂປນ ເພື່ອແກ້ບັນຫາ ໂຮງງານ ສົ່ງກິ່ນເໝັນ ກະທົບປະຊາຊົນ ພາຍຫຼັງປະຊາຊົນ ທີ່ຢູ່ໃກ້ໂຮງງານ ໄດ້ຮ້ອງຮຽນ ໄປຍັງ ສະພາປະຊາຊົນ ໃຫ້ແກ້ໄຂ.

ທ່ານລາວແທ້ ຂຽນວ່າ:

“ສະແດງຄວາມ ຊົມເຊີຍ ທີ່ ສະພາແຂວງ ສະຫວັນນະເຂດ ລົງໄປ ແກ້ໄຂບັນຫາ. ຫວັງວ່າ ບັນຫາ ທີ່ ແກ່ຍາວ ມາເຖິງປະຈຸບັນ ນີ້ ຄົງຈະໄດ້ຮັບ ການແກ້ໄຂ, ເພາະວ່າ ຜ່ານມາ ອຳນາດ ການປົກຄອງ ທ້ອງຖິ່ນ ກໍໍ່ ເຮັດຫຍັງ ບໍ່ໄດ້ ຄ້າຍກັບ ວ່າ ໄປນຳເຂົາ ອ້ອຍຕ້ອຍ ເຮັດໃຫ້ປະຊາຊົນ ລຳບາກ ແລະ ເສຍຜົນ ປະໂຫຍດ ໄປຊື່ໆ. ການເປີດກວ້າງ ໃຫ້ນັກລົງທຶນ ເຂົ້າມາ ປະຊາຊົນ ຕ່າງ ກໍ່ຫວັງວ່າ ຈະ ໄດ້ຮັບຜົນປະໂຫຍດ ແລະ ຊີວິດ ການເປັນຢູ່ ທີ່ດີຂຶ້ນ ແຕ່ ຊ້ຳພັດກົງກັນຂ້າມ ປານວ່າ ເອົາ ຕ່າງຊາດມາ ກົດຂີ່ ພວກເຮົາ ຕື່ມ. ພັກລັດ ອຳນາດ ການປົກຄອງ ທ້ອງຖິ່ນ ກົດ ຂີ່ຂົມເຫງ ປະຊາຊົນ ພວກເຮົາ ຍັງບໍ່ພໍ. ຄຳວ່າ ປົດປ່ອຍ ທົ່ວປະເທດ ອອກຈາກ ສັກດິນາ ແລະ ພວກ ລ່າເມືອງຂຶ້ນ ມັນໝາຍຄວາມວ່າ ແນວໃດ? ມາເຖິງ ທຸກມື້ ນີ້ ຄືວ່າ ຍັງມີຢູ່ ໃນສັງຄົມລາວ. ເພງ ແດນແຫ່ງ ອິດສະລະ ທີ່ ເປີດຕາມ ສະຖານີ ວິດທະຍຸ ແລະ ໂທລະພາບນັ້ນ ການນຳ ແລະ ກົມການເມືອງ ກະຟັງ ແລະ ເຂົ້າໃຈຄວາມ ໝາຍຢູ່ບໍ່ ຄຳວ່າ ຊົນຊາດ ທັງມວນ ມີສິດເສລີ ໝາຍວ່າ ແນວໃດ? ຮ່ວມ ສາມັກຄີ ເປັນພີ່ນ້ອງດຽວ ຕໍ່ສູ້ ເດັດດ່ຽວ ສ້າງຊີວິດໃໝ່ ໝາຍຄວາມວ່າ ແນວໃດ? ເມກ ມືດຜ່ານໄປ ຊີວິດໃໝ໋ ເຂົ້າມາແທນ ທີ່ ດິນແດນ ແຫ່ງນີ້ ສຸດທີ່ ລ້ຳຄ່າ (ລ້ຳຄ່າ ສຳລັບຜູ້ໃດ?) ບັນດາ ນັກຮ້ອງ ກະຮ້ອງ ຫ້າວໃສ່ ດຸດໆ ກະບໍ່ ເຂົ້າໃຈ ຄວາມໝາຍຫຍັງ ຮ້ອງ ຕົວະກັນຊື່ໆ. ເວົ້າຫລາຍ ມັນຍາວ ມັນຍືດ ປານເປົ່າ ປີ່ໃສຫູງົວ.”

ຄວາມຄິດ ຄວາມເຫັນຕໍ່ໄປ ກ່ຽວກັບຂ່າວ ຄົນງານລາວ ຖືກນາຍຈ້າງ ນາບຂູ່ ໂກງແຮງງານ. ຊຶ່ງຂ່າວ ຣາຍງານວ່າ: ຄອບຄົວຄົນງານລາວ ຈາກເມືອຄົງເຊໂດນ ແຂວງສາຣະວັນ ທີ່ໄປເຮັດວຽກຢູ່ບາງກອກ ປະເທດໄທ ເມື່ອຕົ້ນປີ 2019 ຖືກນາຍຈ້າງບັງຄັບ ໃຊ້ແຮງງານ ໂດຍບໍ່ມີມື້ພັກ ພ້ອມກັນນັ້ນກໍຍັງຈ່າຍ ຄ່າແຮງງານບໍ່ເປັນໄປຕາມ ທີ່ໄດ້ຕົກລົງກັນໄວ້ ເມື່ອໄປຂໍເງິນ ຄ່າແຮງງານກໍຖືກນາຍ ຈ້າງນາບຂູ່ ຫລາຍແນວ.

ຜູ້ຟັງທີ່ໃສ່ຊື່ວ່າ “ພໍ່ເລົ່າໃຫ້ຟັງ” ຂຽນວ່າ:

“ຊາວຫນຸ່ມ ໄວລຸ້ນລາວ ຍັງ ຫລັ່ງໄຫລ ເຂົ້າໄປ ເຮັດວຽກ ໃນປະເທດໄທ ຫລາຍຢູ່ ແລະ ກໍ ຖືກເອົາລັດເອົາປຽບ ຈາກ ນາຍຈ້າງ ອຳມະຫິດ, ໂອ.. ຄົນ ລາວເອີຍ!... ໜີເສືອ ໄປ ພໍ້ແຂ້ເນາະ. ຢູ່ບ້ານຕົວ ເອງ ກໍ ຖືກ ເອົາລັດ ເອົາປຽບ ຖືກ ຂົ່ມເຫັງ, ດິນດອນ ຕ່ອນຫຍ້າ ທົ່ງໄຮ່ ທົງນາ ກໍ ຖືກເຈົ້າຫນ້າທີ່ ລັດ ໂກງເອົາ ບໍ່ ມີບ່ອນ ທຳມາຫາກິນ ວຽກການ ຢູ່ບ້ານ ກໍບໍ່ມີ. ເຈົ້າຫນ້າທີ່ ຜູ້ນຳ ກໍ່ແຂ່ງຂັນ ກັນ ຍາດຮັ່ງຍາດມີ ໂກງ ເອົາແຕ່ ຊັບສົມບັດ ຂອງຊາດ ບໍ່ ມີເວລາ ເບິ່ງແຍງ ປະຊາຊົນ. ບໍ່ຮູ້ ສ້າງວຽກເຮັດງານທໍາ ໃຫ້ປະຊາຊົນ ຄັນ ຜູ້ມີວຽກ ກໍ່ມີແຕ່ ອາສາ ສະໝັກ ຄືກັນກັບ ຄູອາສາ ທີ່ ເຮັດແຕ່ວຽກ ໃຫ້ລັດ ແຕ່ ບໍ່ໄດ້ເງິນ. ອີກ ດົນປານໃດ ພາຍໃຕ້ ການນຳພາ ຂອງ ພັກປະຊາຊົນ ປະຕິວັດລາວ ຈຶ່ງຈະ ສາມາດ ເຮັດໃຫ້ ປະຊາຊົນລາວ ມີ ວຽກເຮັດ ງານທຳ ພາຍໃນ ປະເທດ ຕົນເອງ ໂດຍ ບໍ່ຕ້ອງໄປສ່ຽງໄພ ອັນຕະລາຍ ແລະ ຖືກສໍ້ໂກງ ຢູ່ ປະເທດໃກ້ຄຽງ. ໄປ ປະເທດຈີນ ແຮ່ງປ່ າເຖື່ອນ ແລະ ສ່ຽງຕໍ່ອັນຕະລາຍ ທີ່ ຮ້າຍແຮງ ປານນັ້ນ ໂຄສະນາວ່າ ມີ ສາຍສຳພັນ ກັບຈີນ ທີ່ດີເອີຍ… ທີ່ວ່າ ເປັນປະເທດ ໃກ້ຄຽງ ທີ່ດີ ເປັນບ້າ ນພີ່ເມືອງນ້ອງ ທີ່ດີ ເປັນ ສະຫາຍ ທີ່ດີ. ອາແປະ ຜູ້ນໍາລາວ ທີ່ເປັນເຊຶ້ອຊາດຈີນ ກໍມີແຕ່ ຫາ ເພື່ອນຮ່ວມ ເຊື້ອຊາດ ຈີນ ຂອງຕົນເອງ ມາ ຂົນເອົາ ຊັບສົມບັດ ຂອງລາວ ໄປ. ສ່ວນ ລູກຫລານ ນັກປະຕິວັດ ສມັຍກ່ອນ ທີ່ ຖືກຈີນ ເບິ່ງແຍງ ມາ ແຕ່ເລັກ ແຕ່ນ້ອຍ ກໍ ເອົາແຕ່ ຜົນປະໂຫຍດ ໃຫ້ຈີນ. ຖ້າຫາກ ວ່າ ຮັກປະເທດລາວ ແທ້ ຮັກຄົນ ລາວແທ້ ເປັນຫຍັງ ຄື ບໍ່ສ້າງປະໂຫຍດ ໃຫ້ປະເທດລາວ ແດ່ ເປັນຫຍັງ ບໍ່ໄປ ເຈລະຈາ ໃຫ້ ເຈົ້າຫນ້າທີ່ ຈີນ ກວດລ້າງ ພວກມາ ຫລອກລວງ ເດັກນ້ອຍ ແມ່ຍິງລາວ ໄປຂາຍເປັນ ໂສເພນີ ແລະ ຂົ່ມເຫງ ຢູ່ຈີນ. ໃຫ້ ເຂົາຮ່ວມມື ຫລາຍໆ ແດ່ໄດ້ບໍ່. ເປັນຫຍັງ ບໍ່ໃຫ້ ຈີນຮັບເອົາຄົນງານລາວ ເຮັດວຽກຫລາຍແດ່ ໃນການລົງທຶນ ຢູ່ລາວ ຕາມທີ່ ໄດ້ຕົກລົງກັນ. ຖ້າຄົນລາວ ບໍ່ ມີຄວາມຮູ້ ປະສົບການ ກໍຕ້ອງຝຶກ ອົບຮົມຊັ້ນຕົ່ວ ເຂົາກໍ່ ປະຕິບັດກັນ ໃນ ປະເທດອື່ນ. ຊ່ອຍ ປະເທດລາວ ແລະ ປະຊາຊົນ ລາວ ແດ່ ການ ປະຕິວັດ ມີມາ ຫລາຍສິບປີ ແລ້ວ ບໍ່ ເຫັນຫຍັງ ດີຂຶ້ນ ເຫັນແຕ່ ລູກຫລານ ວົງຕະກຸນນັກປະຕິວັດ ເທົ່ານັ້ນ ມີ ຢູ່ມີກິນ ຮັ່ງ ມີສີສຸກ.”

ກ່ຽວກັບ ຂ່າວ ນໍ້າຖ້ວມກະທັນຫັນຢູ່ ມ.ນານ 7 ບ້ານ ລອຍນະທີ, ຊຶ່ງຂ່າວ ຣາຍງານ ວ່າ: ເກີດເຫດນໍ້າໄຫລເຂົ້າຖ້ວມ 7 ບ້ານ ຂອງເມືອງນານ ແຂວງຫຼວງພຣະບາງ ຢ່າງກະທັນຫັນ ໂດຍບໍ່ມີການແຈ້ງເຕືອນມາກ່ອນ. ເນື່ອງຈາກ ຝົນຕົກໜັກ ຕັ້ງແຕ່ 03 ໂມງເຊົ້າ ຂອງ ວັນທີ 30 ກໍຣະກະດາ.

ທ່ານ ຫຸມແພງ (ຫລວງພຣະບາງ) ຂຽນວ່າ:

“ໃຜໆກໍ່ຈົ່ມ ບໍ່ທັນແລ້ວ ເລື້ອງໄພ ແຫ້ງແລ້ງ ຂາດນ້ຳ ແຕ່ ບໍ່ພໍເທົ່າ ຊ້ຳພັດ ມີນ້ຳທັ່ງລົງມາ ພັດພາເຮືອນຊານ ບ້ານຊ່ອງ ເສຍຫາຍ ຢ່າງຫນັກຫນ່ວງ. ໄພທຳມະຊາດ ເກີດຂຶ້ນຫລາຍ ໃນເວລານີ້ ປະເທດເຮົາ ບໍ່ເຄີຍພົບ ກະໄດ້ພົບ ສິ່ງທີ່ ບໍ່ເຄີຍເກີດ ກະເກີດຂຶ້ນ ຍ້ອນ ມະນຸດເຮົາ ໄປທຳລາຍ ກໍ່ກວນ ທຳມະຊາດ. ການຕັດໄມ້ທຳ ລາຍປ່າ ກໍ່ ເປັນຕົ້ນເຫດ ເຮັດໃຫ້ ນ້ຳຖ້ວມ ເພາະ ບໍ່ມີຮາກໄມ້ ແລະ ຕົ້ນໄມ້ ດູດນ້ຳເອົາໄວ້, ເຮັດໃຫ້ ດິນເຈື່ອນ ອີກ. ການສ້າງເຂື່ອນ ກໍເຮັດໃຫ້ ປະເທດ ລຸ່ມນ້ຳ ແຫ້ງແລ້ງ ແລະ ແຕ່ ທາງເທິງ ພັດນ້ຳອັ່ງ ຈັກ ຊິເຮັດແນວໃດ… ທຸກມື້ນີ້ ຜູ້ນຳ ແລະ ເຈົ້າພະນັກງານລັດ ທີ່ ໄດ້ມີສ່ວນ ໃນການຕັດໄມ້ ແລະ ໄດ້ຜົນປະໂຫຍດ ຄວນ ມີຈິດສຳນຶກ ແລະ ຮັບຜິດຊອບ, ຍ້ອນວ່າ ພວກທ່ານ ໄດ້ເງິນໄດ້ຄຳ ຈາກການ ຂາຍຊັບພະຍາກອນ ທຳມະຊາດ ທີ່ ເປັນຂອງປະຊາຊົນ ໝົດທຸກຄົນ. ຜົນສຸດທ້າຍ ກໍແມ່ນ ປະຊາຊົນ ໄດ້ຮັບ ຄວາມເດືອນຮ້ອນ ຄືເກົ່າ. ບໍ່ມີຍຸກໃດ ສະໄຫມໃດ ຂີ້ຮ້າຍ ເທົ່າຍຸກນີ້, ບໍ່ມີຍຸກໃດ ສະໄໝໃດ ຄໍລັບເຊິນ (corruption) ຄື ຍຸກນີ້ ບໍ່ມີ ຕີນຊ້າງ ໃນຍຸກໃດ ສະໄຫມໃດ ໃຫຍ່ ແລະຫນັກ ກ່ອນ ຍຸກນີ້, ໄດ້ຍິນແຕ່ເພິ່ນ ວ່າ ສະໄໝກ່ອນ ຕີນຊ້າງ ຢຽບປາກນົກ ແຕ່ ສະໄຫມນີ້ ຕີນຊ້າງກະທືບ ໂຕນົກ ຈົນ ແປແລບແຊບ…. ຢ່າງໃດ ກໍ່ຢາກໃຫ້ ລັດຖະບານ ນຳໂດຍ ທ່ານ ທອງລຸນ ທີ່ເປັນນາຍຍົກ ຂັວນໃຈ ປະຊາຊົນ ແກ້ໄຂບັນຫາ ໂດຍດ່ວນ.”

ຜູ່ໃຊ້ເຟສບຸກຄ໌ ທ່ານນຶ່ງ ຂຽນວ່າ:

“ນໍ້າຖວ້ມ ກະທັນຫັນ ມັນກະ ເປັນຍ້ອນ ທັມມະຊາດ ພີ່ນ້ອງເອີຍ…. ທ່ານຜູ້ນຳເພີ່ນ ບໍ່ຖີ້ມ ບໍ່ປະດອກ ຍາມໃດ ກໍ ເປັນຫ່ວງ ເປັນໃຍ ຂໍໃຫ້ພາກັນ ອອກມາ ຊົມເຊີຍກັນ ຫຼາຍໆ ເພື່ອ ສົ່ງທ່ານ ຜູ້ນຳພັກ ລັດຂັ້ນເທິງ ກ້າວຂຶ້ນສູ່ ສັງຄົມນິຍົມ ຕາມຈຸດປະສົງ ຂອງ ຂັ້ນເທິງ.”

ຕໍ່ໄປ ແມ່ນຄວາມຄິດ ຄວາມເຫັນ ກ່ຽວກັບ ຂ່າວ ຄະດີການເງິນ ຈຸລພາກ ຍັງແກ້ ບໍ່ໄດ້, ຊຶ່ງຂ່າວ ຣາຍງານ ວ່າ: ປະຊາຊົນ ຜູ້ ເສັຽຫາຍ ຍ້ອນຖືກ ສະຖາບັນການເງິນ ຈຸລພາກ ເພື່ອ ການພັທນາ ຢູ່ບ້ານ ສົງເປືອຍ ເມືອງ ນາຊາຍທອງ ນະຄອນຫຫຼວງ ວຽງຈັນ ຢາກໃຫ້ ທາງການ ເລັ່ງ ແກ້ໄຂ ຄະດີ ສໍ້ໂກງ ຂອງສະຖາບັນ ການເງິນ ນີ້. ເຖິງແມ່ນ ວ່າ ຜູ້ອຳນວຍການ ສະຖາບັນ ການເງິນກໍ ຖືກຈັບໄປ ແລ້ວ ກໍ່ຕາມ ແຕ່ພາກສ່ວນ ກ່ຽວຂ້ອງ ຍັງບໍ່ເຄີບ ແຈ້ງ ຄວາມຄືບໜ້າ ຂອງຄະດີນີ້ ໃຫ້ຜູ້ເສັຽຫາຍ ຊາບນໍາ ເລີຍ.

​ຜູ່ໃຊ້ເຟສບຸກຄ໌ ທ່ານນຶ່ງ ຂຽນວ່າ:

“ເວົ້ານຳລະບົບໂຈນ ຄອງເມືອງ ກົດຫມາຍ ກໍ ເປັນ ກົດຫມາຍ ໜ້າເຈັ້ຍ ລ້າລ້າ ເບິ່ງຄະດີ ແມັກຂີ້ ລະແລ້ວໂລດ, ພວກ ໂຈນແທ້ໆ ກໍໂຕການ ພັກລັດຫັ້ນ ແຫລະ, ບໍ່ມີຍຸກໃດ ສະໃຫມໃດ ຈະມີ ບໍລິສັດ ຕົ້ມຕຸ່ນ ຊ້ຳຊາກ ຊ້ຳຊ້ອນ ທຸກໆ ທົດສະວັດ ຄືຍຸກນີ້ ສະໃຫມນີ້ ຕັ້ງແຕ່ ປົດປ່ອຍ ສະຖາປະນາ ເປັນ ສປປລາວ ມາ. ຄະດີແມັກກີ້ ແຮ່ງ ດຳເນີນກ່ອນ ຫມູ່ ຕໍ່ຈາກນັ້ນ ກະ ອາຊຽນເຟດ, ພີເອັດ (PS), ລາວຄຳ, ສະຖາບັນການເງິນ ສົງເປືອຍ, ແລະ ອື່ນໆ ຍັງມີຫລາຍ ພວກ ໂຈນໃສ່ສູດ ໃນຄາບ ຜູ້ດີ ມັນໃຊ້ ລູກແຫລ່ງ ຕີນມື ເປີດ ບໍລິສັດ ຈອມປອມ ຂື້ນ ແລະ ມີພວກຫນ້າມ້າ ທຳທ່າ ເປັນລູກຄ້າ (ຜູ້ເສຍຫາຍ ຈອມປອມ ຜູ້ແອບອ້າງເປັນເຈົ້າຫນີ້ ຕາມກົດຫມາຍມາດຕາ 51 ເລກຫມາ) ແລ້ວ ເອົາເງິນ ປະຊາຊົນປາຍແຖວ ຄືພວກເຮົານີ້ ແລ້ວໄປຟອກ ແລະ ກໍຍັງມາຕີຫນ້າ ເຊີ້ ວ່າ ພວກເຂົາກໍເປັນ ຜູ້ເສຍຫາຍ ຄືກັນ ຈົນ ມຸ່ນອຸ້ຍປຸ້ຍ ແລ້ວ ພວກມັນ ກະພາກັນ ຫລິ້ນລະຄອນ ສາກການເມືອງ ເອົາເງິນຄົນ ທຳທ່າ ເອົາກັນ ໄປຕິດຄຸກ ທາດແທ້ ແມ່ນໄປເຊື່ອງ ຢູ່ ເຊຶ່ອງ ກິນຢ່າງລາຊາ ເວົ້າມາແລ້ວ ພວກນີ້ ສົມຄວນ ເອົາໄປລົງໂທດ ປະຈານ, ເວົ້າມາລະເຫລືອໃຈ ຂາຍ ມູນທັງ ສັງຂະຫຍາມາ ແທນທີ່ ຈະລືມຕາ ອ້າປາກໄດ້ ແຮ່ງ ຊ້ຳມາ ທຸກກວ່າເກົ່າ. ພວກ ສໍ້ລາດບັງຫລວງນີ້, ພວກມັນບອກ ວ່າ ພວກເຮົາ ໂງ່, ພວກເຮົາ ໂລບມາກ, ແຕ່ ມັນບໍ່ງົມ ເບິ່ງງ່ອນ ດົ້ນ ພວກມັນເອງ ທີ່ ໄດ້ກິນ ໄດ້ຢູ່ ທຸກມື້ນີ້ ມີລົດມີລາງ ທັງ ປ້າຍເຫລືອງ ປ້າຍຟ້າ ງາມໆ ຂີ່ ທັງ ລູກຫລານ ເຫລັນຫລ້ອນ ພວກເຂົາ ສົ່ງກັນໄປຮຽນ ຕ່າງປະເທດ ກະຍ້ອນ ພາສີ ແຜ່ນດິນປະຊາຊົນ ທີ່ ພວກເຂົາ ພາກັນ ໂກງກິນ ນີ້ຕົ່ວະ….”

ຄໍາເຫັນຕໍ່ໄປ ຂຽນວ່າ:

“ປະເທດລາວ ມັນກໍພໍສໍ່ານີ້ລະ ຄະດີ PS ກໍມິດໄປຊື່ໆ ພັກລັດເພີ່ນ ຄືສິບໍ່ມີປັນຍາແກ້ໄຂ ໃຫ້ປະຊາຊົນ ໄດ້ດອກ ຄືສິມິດໄປເລີຍ ຄືຄະດີອື່ນໆ ຫັ້ນແຫລາະ ທ່ານເອີ່ຍ.”

“ຖ້າລັຖະບານ ມີສວ່ນຮວ່ມແລ້ວ ແກ້ບໍ່ຕົກດອກ ເພາະເຂົາເອົາ ກົດໝາຍໂຈນ ມາໃຊ້ໃນ ເມືອງລາວ.ຖືວ່າຖືກ ປຸ້ນກະແລ້ວໃປ.”

………..

ໝາຍ​ເຫດ: ຄວາມຄິດເຫັນ ຂອງທ່ານຜູ່ອ່ານ ທີ່ສະແດງອອກ ໃນເວັບໄຊທ໌ ແລະ ເຟ​ສ​ບຸກ​ຄ໌ ຂອງວິ​ທ​ຍຸ ເອ​ເຊັຽ ເສ​ຣີ ນັ້ນ, ພວກເຮົາ ທິມງານ ວິທຍຸ ເອເຊັຽ ເສຣີ ໃຫ້ຄວາມສຳຄັນ ແລະ ຂອບໃຈ ນຳທຸກໆຖ້ອຍຄຳ, ແລະ ມີໜ້າທີ່ ນຳມາອ່ານໃຫ້ທ່ານ ໄດ້ຮັບຟັງກັນ ແລະ ບໍ່ໄດ້ເສກສັນປັ້ນແຕ່ງໃດໆ, ມີພຽງແຕ່ ປ່ຽນຄຳສັພ ທີ່ບໍ່ສຸພາບ ໃຫ້ເບົາລົງ ເທົ່ານັ້ນ. ດັ່ງນັ້ນ ຂໍໃຫ້ທ່ານຜູ່ຟັງ ຈົ່ງຕັດສິນໃຈເອົາເອງ ວ່າ ຄວາມຄຶດ​ຄວາມ​ເຫັນນັ້ນ ເປັນໜ້າເຊື່ອຖື ແລະ ຄວາມຈິງ ​ຫຼາຍໜ້ອຍປານໃດ.

(ເພື່ອຮັກສາ ຄວາມໝາຍ ແລະ ຄວາມຄຶດຄວາມເຫັນ ຂອງຜູ່ທີ່ສະແດງອອກມານັ້ນ, ວິທຍຸ ເອເຊັຽ ເສຣີ ໄດ້ຮັກສາ ຕົ້ນສະບັບ ຂອງ ການຂຽນ ແລະ ການສະກົດ ຂອງ​ພວກ​ເພິ່ນ​ ເອົາໄວ້ ເຖິງແມ່ນວ່າ ຈະມີການຜິດພ້ຽນ ໄປແດ່ ກໍຕາມ)