ຈ.ມ ຈາກຜູ້ຟັງ 07/20/19

ຈ​ເຣີນ​ສຸ​ຂ
2019.07.20
F-READ@ ອ່ານຈົດໝາຍ, ຄວາມ​ຄຶດ​ຄວາມ​ເຫັນ ຂອງທ່ານ ສູ່ກັນຟັງ ເພື່ອເຜີຍແຜ່ ທັສນະ, ແນວຄິດ ທີ່ສ້າງສັນ, ແບ່ງປັນ ຄວາມຮູ້ ສູ່ກັນຟັງ.
RFA

ຮິບໂຮມ ຄວາມຄຶດຄວາມເຫັນ--ຄຳແນະນຳ, ຂໍ້ສເນີ, ຄວາມເປັນຫ່ວງ, ຄຳຮ້ອງທຸກ, ຈຸດບົກຜ່ອງ ຂອງພາກສ່ວນກ່ຽວຂ້ອງ, ການເອົາລັດເອົາປຽບ ແລະ ຄວາມເຫລື່ອມລ້ຳ ໃນສັງຄົມ ເພື່ອໃຫ້ພາກສ່ວນກ່ຽວຂ້ອງ ນຳໄປແກ້ໄຂ…

ເຊີນທ່ານ ຄລິກຟັງສຽງ ຣາຍການໄດ້ ແລະ ອ່ານຄວາມຄຶດຄວາມເຫັນບາງຕອນ ຕໍ່ລົງໄປນີ້.

ຄວາມຄຶດຄວາມເຫັນ ກ່ຽວກັບ ຂ່າວ ເປັນຄຣູອາສາຫຼາຍປີ ບໍ່ມີ ໂອກາດ ເປັນຣັຖກອນ, ຊຶ່ງຂ່າວຣາຍງາຍວ່າ: ຄຣູອາສາສມັກ ຢູ່ທົ່ວ ສປປລາວ ບໍ່ໄດ້ຄ່າແຮງງານ ຄືບໍ່ໄດ້ເງິນເດືອນ ແລະບໍ່ ມີສະຫວັດດິການໃດໆ ເຖິງແມ່ນ ຈະມີກົດໝາຍຮອງຮັບ ກ່ຽວກັບ ຜູ້ໃຊ້ແຮງງານ ຕ້ອງໄດ້ກຳນົດ ເງິນເດືອນໃຫ້ຜູ້ອອກແຮງງານ ດັ່ງທີ່ ກົດໝາຍ ວ່າດ້ວຍແຮງງານ ມາດຕຣາ 24 ຣະບຸເອົາໄວ້ວ່າ ຜູ້ໃຊ້ແຮງງານ ຕ້ອງກໍານົດເງິນເດືອນ ຫຼື ຄ່າແຮງ ງານຕາມລະດັບ ສີມືແຮງງານ ຂອງຜູ້ອອກແຮງງານ ຄືແນວນັ້ນ ກໍຕາມ ແຕ່ທາງການລາວ ກໍຍັງບໍ່ປະຕິບັດໄດ້ ແລະ ຄຣູອາສາສມັກ ຈຳນວນ 10 ພັນປາຍຄົນ ໃນປັດຈຸບັນ ທີ່ທາງຣັຖບານລາວ ບໍ່ສາມາດແກ້ໄຂ ໃຫ້ເຂົ້າເປັນຣັຖກອນ ໄດ້ນັ້ນ ກໍເປັນບັນຫາໃຫຍ່ ແລະ ຫຍຸ້ງຍາກມານານຫລາຍປີ.

ອາດິດ ຄູ ຈາກນາຊາຍທອງ ຂຽນວ່າ:

“ເຮົາລອງມາທົບທວນ ຄຳຂວັນ ທີ່ພັກລັດ ພະຍາຍາມ ສ້າງຄວາມເຊື່ອໝັ້ນ ໃຫ້ກັບພວກເຮົາ ເຊື່ອມາຫລາຍປີ ແລ້ວນັ້ນ ເບິ່ງຄັກໆແລ້ວ ເປັນການຕົວະຍົວະຫລອກລວງ ກັນທັງນັ້ນ. ເຊັ່ນວ່າ ພັກນຳພາ ລັດຄຸ້ມຄອງ ປະຊາຊົນ ເປັນເຈົ້າ, ຊາວໜຸ່ມ ເປັນກະດູກສັນຫລັງ ຂອງຊາດ, ການສຶກສາ ໄປກ່ອນບາດກ້າວນຶ່ງ. ການທີ່ຊາວໜຸ່ມ ຈະເປັນກະດູກສັນຫລັງ ຂອງຊາດ ເຊິ່ງໄດ້ສ້ຽມສອນກັນມາ ແລະ ຮັບເອົາສະມາຊິກ ຕັ້ງແຕ່ ຊັ້ນມັດທະຍົມພຸ້ນ ມັນກໍຕ້ອງເພິ່ງພາ ຄວາມຮູ້ຄວາມສາມາດ. ນັ້ນກໍລ້ວນແລ້ວແຕ່ ມາຈາກການສຶກສາ ການສິດສອນ ໃນໂຮງຮຽນ ແຕ່ມາເບິ່ງ ບັນດາຄູອາຈານແລ້ວ ຍັງຫລ້າຫລັງຢູ່. ແມ້ແຕ່ ຄູອາສາ ກໍຍັງບໍ່ໄດ້ຮັບ ການເອົາໃຈໃສ່ ຈາກລັດຖະບານເລີຍ ຊ້ຳບໍ່ໜຳ ຍັງໃຊ້ເຂົາລ້າໆ ບໍ່ຈັດງົບປະມານ ໃຫ້ເຂົາໄດ້ຢູ່ໄດ້ກິນ ໃນຂະນະທີ່ ພວກເຂົາໃຈ ເສຍສະຫລະ ໄປສອນ ໃຫ້ຄວາມຮູ້ ແກ່ເດັກນ້ອຍລາວ. ຖ້າລະດັບຜູ້ນຳ ເບິ່ງບໍ່ເຫັນ ແລະບໍ່ເຂົ້າໃຈ ບັນຫານີ້ ເຮົາຊິເອີ້ນວ່າ ຜູ້ນຳຢູ່ບໍ, ຜູ້ນຳຕ້ອງເຂົ້າໃຈບັນຫາ ຂອງປະເທດຊາດ ຕ້ອງເຂົ້າໃຈ ສັງຄົມລາວ ຕ້ອງເຂົ້າໃຈ ຄວາມຕ້ອງການ ຂອງປະຊາຊົນ ແລະ ປະເທດຊາດ. ບັນດາຄູອາສາທັງຫລາຍ ມີບົດບາດ ແລະ ຄວາມສຳຄັນ ຫລາຍກວ່າບັນຫາ ຜູ້ນຳຫລາຍໆຄົນ ທີ່ມີແຕ່ລໍຖ້າກົງເງິນກົງຄຳ ຍາດເອົາຜົນປະໂຫຍດໃສ່ໂຕເອງ.”

ກ່ຽວກັບ ຂ່າວ ທາງການລາວ ໂຕ້ຕອບ ຣາຍງານ ຂອງ ສປຊ, ຊຶ່ງຂ່າວຣາຍງານ ວ່າ: ສາສດາຈານ Philip Alston ຜູ້ຣາຍງານພິເສດ ສະຫະປະຊາຊາດ ດ້ານຄວາມທຸກຍາກທີ່ສຸດ ແລະ ສິດທິມະນຸດ ຜູ້ທີ່ໄດ້ໄປເຫັນ ສະພາບ ຄວາມເປັນຈິງ ຕ່າງໆ ທັງຢູ່ພາກເໜືອ ແລະ ພາກໃຕ້ ຂອງປະເທດລາວ ເປັນເວລາ 11 ມື້ ໃນທ້າຍເດືອນ ມິນາ ທີ່ຜ່ານມາ ໄດ້ຣາຍງານ ແບບສັງເຂບ ຕໍ່ກອງປະຊຸມສມັຍສາມັນ ຄັ້ງທີ 41 ຂອງ ສະພາສິດທິມະນຸດ ສະຫະປະຊາຊາດ ທີ່ນະຄອນ Geneva ປະເທດ Switzerland ໃນມື້ວັນທີ 28 ມິຖຸນາ 2019 ນີ້.

ໃນຣາຍງານນັ້ນ ທ່ານ Alston ໄດ້ກ່າວເຖິງ ຄໍາເຫັນ ຂອງທາງຣັຖບານ ສປປ ລາວ ທີ່ໄດ້ອອກຜ່ານ ຂ່າວສານປະເທດລາວ ກ່ອນໜ້ານີ້ ວ່າ:

ໃນຄໍາເຫັນລ່າສຸດນີ້ ຣັຖບານ ສປປ ລາວ ໄດ້ເລັ່ງໃສ່ ພາຣະກິດ ຂອງຂ້າພະເຈົ້າ ແທນທີ່ວ່າ ຈະເລັ່ງໃສ່ ຣາຍງານຂອງ ຂ້າພະເຈົ້າ ຊຶ່ງມີ ທັງການໃຫ້ຣາຍລະອຽດ ກ່ຽວກັບ ຂໍ້ແນະນໍາ ດ້ວຍນັ້ນ. ໃນຣາຍງານ ຂອງທ່ານນັ້ນ ໄດ້ເວົ້າວ່າ ສປປລາວ ໄດ້ປະສົບຜົລສໍາເຣັດ ຢ່າງໜ້າ ປະທັບໃຈຫລາຍ ໃນການເຮັດໃຫ້ ເສຖກິດ - ຮວມຍອດມູນຄ່າຜລິຕພັນ ພາຍໃນ ຫລື GDP ເຕີບໂຕ ໃນໄລຍະຫລາຍປີ ຜ່ານມາ. ແຕ່ທ່ານເຫັນວ່າ ການເຕີບໂຕນັ້ນ ບໍ່ໄດ້ຊ່ອຍ ໃຫ້ປະຊາຊົນ ສ່ວນໃຫຍ່ ພາຍໃນປະເທດ ຊຶ່ງມີ ຊີວິດການເປັນຢູ່ ທຸກຍາກນັ້ນ ດີຂຶ້ນໄດ້."

ໃນມື້ວັນທີ 28 ມິຖຸນານັ້ນ ທ່ານ ຄໍາອິນ ຄິດຈະເດດ (Kham-Inh Khitchadeth) ຫົວໜ້າຄນະຜູ້ແທນ ສປປ ລາວ ກໍໄດ້ກ່າວຕອບໂຕ້ ບົດຣາຍງານ ຂອງທ່ານ ຟີລິບ ໃນຕອນນຶ່ງວ່າ:

“ພວກຂ້າພະເຈົ້າ ຜິດຫວັງຢ່າງຍິ່ງ ຕໍ່ທັສນະ ທີ່ບໍ່ກໍ້າເກິ່ງ ຂອງຜູ້ຣາຍງານພິເສດ ສະຫະປະຊາຊາດ ດ້ານຄວາມທຸກຍາກ ທີ່ສຸດ ແລະ ສິດທິມະນຸດ. ນັ້ນເປັນພື້ນຖານຂໍ້ມູນ ທີ່ບໍ່ຖືກຕ້ອງ, ບິດເບືອນ ແລະບໍ່ສະທ້ອນເຖິງ ສະພາບຄວາມເປັນຈິງ ຢູ່ ສປປ ລາວ. ແລະວ່າ ສິ່ງທີ່ວ່ານັ້ນ ເປັນການກ່າວຫາ ບົນພື້ນຖານແຫລ່ງຂ່າວ ທີ່ບໍ່ໜ້າເຊື່ອຖື ແລະຂໍ້ມູນ ທີ່ເສກສັນ ປັ້ນແຕ່ງ ຊຶ່ງອົງການ ທີ່ບໍ່ຂຶ້ນກັບ ຣັຖບານ ສນອງໃຫ້.”

ທ່ານລາວ ຈາກບ້ານທົ່ງ ສະແດງຄວາມຄຶດຄວາມເຫັນ ວ່າ:

“ຕາມທີ່ ຂ້ອຍໄດ້ຍິນວ່າ ທາງຄະນະຜູ້ຕາງໜ້າ ຫຼື ຜູ້ແທນ ຂອງສປປລາວ ສະແດງຄວາມບໍ່ພໍໃຈ ແລະ ຜິດຫັວງເປັນຢ່າງຍິ່ງ ຕໍ່ການຖະແຫຼງຂ່າວ ຂອງຜູ້ກວດກາ ຂອງສຫປຊາດ ທີ່ເອົາຄວາມຈິງ ມາເວົ້າໄຫ້ໂລກ ໄດ້ຮັບຮູ້ ແລະ ໄດ້ເຂົ້າໃຈນັ້ນ, ແລະ ຜູ້ຕາງໜ້າ ຂອງສປປລາວ ກ່າວຫາວ່າ ສຫປຊາດ ອອກຂ່າວບິດເບືອນ ແລະ ຂ່າວບໍ່ມີຄວາມຈິງ; ຂ້ອຍຢາກໄຫ້ ທ່ານຄໍາອີນ ຄິດຈະເດັດ ພິຈາລະນາ ເບິ່ງຄັກໆ ກ່ອນວ່າ ທ່ານ Fillip ອອກຂ່າວນັ້ນ ມັນມີຄວາມຈິງ ໜ້ອຍຫຼາຍປານໄດ, ຫຼືວ່າ, ຖ້າທ່ານຄໍາອີນນັ້ນ ມີຈິຕະນິສັຍ ສົມເປັນຕົວແທນ ລະດັບປະເທດແລ້ວ ບໍ່ຄວນອອກມາ ສແດງຄວາມຜິດຫັວງ ຫຼືເສັຽໃຈ ຕໍ່ໜ້າກອງປະຊູມເລີຍ ລໍຖ້າ ກັບບ້ານແລ້ວ ຈັ່ງຄ່ອຍອອກມາຕອບໂຕ້ ທາງຊື່ມວນຊົນ ຫຼື ທາງໂທລະທັດ ຢູ່ບ້ານ ຕາມທີຫຼັງ ກໍໄດ້ ຄັນຖ້າວ່າຂ່າວ ບໍ່ເປັນຄວາມຈິງ, ອັນນີ້ ຄວາມຈິງ ມັນດັງຂື້ນມາແລ້ວ, ຜູ້ບໍມັກ ຫຼື ບໍ່ມີຄວາມຈິງ ຢູ່ໃນໃຈ ກໍເລີຍຊັ່ນໆເຊັນໆ ຢາກອອກມາສະແດງ ທ່າທີໂລດ, ອັນນີ້ ຄືຄວາມຄິດເຫັນ ຂອງຂ້ອຍເອັງ, ມີໃຜຄິດ ຄືຂ້ອຍບໍ່? ຄັນຖ້າຄົນໃດ ມີຄວາມຈິງ ຢູ່ໃນໃຈແລ້ວ ເຂົາຈະບໍ່ຮີບຮ້ອນ ແລະ ກັງວົນ ອີຫັຽງເລີຍ, ຄວາມຈິງ ມັນກໍຄືຄວາມຈິງ ຢູ່ເໝືອນເດີມ.”

ສ່ວນ ທ່ານ ລາວ ຈາກ ປາກຊັນ ຂຽນວ່າ:

“ຜູ້ຕາງໜ້າລາວ ໄດ້ສະແດງເຖິງ ຄວາມກ້າວໜ້າ ແລະ ການລົງທືນ ຂອງລັດທະບານ ທີ່ແນໄສ່ ບົນພື້ນຖານ ຂອງການແກ້ໄຂ ຂອງຄວາມທຸກຍາກ ຂອງປະຊາຊົນລາວ ແລະ ຕັ້ງໜ້າປະຕິບັດ ຕໍ່ສິດທິມະນຸດ ຢູ່ໃນລາວ ມາຕັ້ງແຕ່ ຈຸດເລີ້ມຕົ້ນ ກໍຄື 43 ປີ ຈົນມາຮອດ ທຸກມື້ນີ້, ອັນນີ້ ຂ້ອຍຄິດວ່າ ແມ່ນຄໍາເວົ້າ ທີ່ບິດເບືອນ ແລະ ຄໍາເວົ້າ ທີ່ກົງກັນຂ້າມ ກັບ ສະພາບຕົວຈຶງ ຂອງ ທ່ານ Fillip ເວົ້າມາ, ເພາະພວກເພີ່ນ ພາກັນເຮັດກັນສ້າງ ແລະ ພັດທະນາ ແຕ່ສິ່ງທີ່ໂລກ ເຂົາເຊົາເຮັດກັນແລ້ວ ແລະ ເຮັດແຕ່ສິ່ງ ທີ່ຈະເຮັດໄຫ້ ປະຊາຊົນ ທຸກຊໍ້າຕື່ມອີກ, ທາງດ້ານສິດທິມະນຸດ ກໍຍັງຈໍາກັດ ທຸກດ້ານ. ແລ້ວສິເອົາ ຫັຽງມາເວົ້າອີກ ແລະ ຢ່າຄິດວ່າ ໂລກນີ້ ເຂົາເຈົ້າ ບໍ່ໄດ້ມືນຕາ ເບິ່ງພວກທ່ານ, ເຂົາເຈົ້າ ຮູ້ໝົດວ່າ ເຈົ້າມີໄກ່, ມີເປັດ ມີງົວ ມີຄວາຍ ມີໝູ ມີເຂົ້າຈັກເມັດ ຢູ່ໃນບ້ານ ຂອງເຈົ້າ ເຊົາສາ ຢ່າຊອກຫາ ທາງມາຕົວະ ຕໍ່ໄປ.”

ອີກທ່ານນຶ່ງ ທີ່ບໍ່ປະສົງ ອອກຊື່ ຂຽນວ່າ:

“ຄະນະຜູ້ແທນ ຂອງສປປລາວ ທີ່ໄປຮ່ວມກອງປະຊຸມ ທີ່ຈັດຂື້ນ ຢູ່ເຈັນນີວາ ວ່າງບໍ່ນານມານີ້, ທີ່ກ່ຽວກັບ ຄວາມທຸກຍາກທີ່ສຸດ ແລະ ສິດທິມະນຸດ ຢູ່ໃນລາວ, ແລະ ພວກເພີ່ນເວົ້າວ່າ ທ່ານ Fillip ເວົ້າບໍ່ມີ ຄວາມຈິງ, ເວົ້າບິດບຽນຂ່າວ ແລະວ່າ ເກັບຂ່າວ ມາຈາກບ່ອນອື່ນ ທີ່ສນອງໄຫ້ ຕ່າງໆນາໆ, ທ່ານຜູ້ແທນ ສປປລາວ ຄົງຈະບໍ່ເຂົ້າໃຈ ຄໍາວ່າ ທຸກຍາກທີ່ສຸດ ແລະ ສິດທິມະນຸດ ຂອງສະຫະປະຊາຊາດ ມອບໝາຍໄຫ້ ພວກທ່ານນໍາໄປປະຕິບັດ, ສະນັ້ນ ທ່ານ Fillip ຈຶ່ງໄດ້ໄປເບີ່ງ ດ້ວຍຕົນເອງ ແລະ ເຫັນສພາບຕົວຈິງລາວ ຈຶ່ງເອົາມາເວົ້າ ຕາມທີ່ ລາວໄປເຫັນມາ, ແລະ ຂອ້ຍຄິດວ່າ ທ່ານຜູ້ແທນ ສິບປີໄດຊາວປີໄດ ຄືສິບໍ່ລົງ ມາເບີ່ງດ້ວຍຕາ ຂອງທ່ານເອັງ ຄື ທ່ານ Fillip ເລີຍຕິນໍ້, ນີ້ແມ່ນ ຄວາມຈິງທັງໝົດ ທີ່ມັນເກີດຂື້ນ ຢູ່ສປປລາວ ໃນປະຈຸບັນ, ແລະ ພວກທ່ານ ຈະເອົາ ອີຫັຽງ ມາຕໍ່ວ່າອີກ ມັນກໍບໍ່ເກີດ ຜົນເພາະຄວາມຈິງ ມັນກໍຄືຄວາມຈຶງ.”

ທ່ານລາວ ຈາກວຽງຈັນ ຂຽນວ່າ:

“ຜູ້ທີ່ເຫັນຄວາມຈິງ ກໍເອົາຄວາມຈິງ ມາເວົ້າສູ່ກັນຟັງ, ບາດຜູ້ ບໍ່ເຄີຍພົບ ແລະ ເຄີຍເຫັນຄວາມຈິງ ຈັກເທື່ອນັ້ນ ຊໍ້າຜັດວ່າ ບິດບຽນຂ່າວ ແລະ ບໍ່ມີພື້ນຖານ ໃນການອອກຂ່າວວ່າຊັ້ນ, ຂ້ອຍປະຊາຊົນ ສາມັນທໍາມະດາ ຢາກຈະຖາມ ທ່ານຜູ້ແທນ ຂອງຂ້ອຍແດ່ວ່າ ທ່ານໄດ້ລົງມາເບີ່ງ ສະພາບຕົວຈິງ ຈັກເທື່ອແລ້ວ ນັບແຕ່ ພວກທ່ານຂື້ນມາ ເປັນຜູ້ແທນ ຂອງສປປລາວ ຂ້ອຍຄິດວ່າ ຄົງຈະບໍ່ມີເລີຍ ຖ້າບໍ່ມີງົບປະມານມາໄຫ້, ແລະຂ້ອຍຂໍບອກຜູ້ແທນອີກຕື່ມແດ່ວ່າ Fillip ຄືຈະບໍ່ແມ່ນຄົນຂີ້ຕົວະ ແລະບໍ່ແມ່ນຄົນ ທີ່ຮັບສີນບົນ ກ້ອງໂຕະທີ່ໄຫ້ມາອອກຂ່າວ ດັ່ງກ່າວແນ່ນອນ.”

ເພງ ປະ​ກອບ ຣາຍ​ການ: “ຮ້ອງ ເພື່ອ​ສິດ​ທິ​ມະ​ນຸດ” ຮ້ອງ​ໝູ່ ໂດຍ ສິ​ລ​ປິນ ຈາກ​ປະ​ເທດ​ຝ​ຣັ່ງ​ເສດ.

………..

ໝາຍ​ເຫດ: ຄວາມຄິດເຫັນ ຂອງທ່ານຜູ່ອ່ານ ທີ່ສະແດງອອກ ໃນເວັບໄຊທ໌  ແລະ ເຟ​ສ​ບຸກ​ຄ໌ ຂອງວິ​ທ​ຍຸ ເອ​ເຊັຽ ເສ​ຣີ ນັ້ນ, ພວກເຮົາ ທິມງານ ວິທຍຸ ເອເຊັຽ ເສຣີ ໃຫ້ຄວາມສຳຄັນ ແລະ ຂອບໃຈ ນຳທຸກໆຖ້ອຍຄຳ, ແລະ ມີໜ້າທີ່ ນຳມາອ່ານໃຫ້ທ່ານ ໄດ້ຮັບຟັງກັນ ແລະ ບໍ່ໄດ້ເສກສັນປັ້ນແຕ່ງໃດໆ, ມີພຽງແຕ່ ປ່ຽນຄຳສັພ ທີ່ບໍ່ສຸພາບ ໃຫ້ເບົາລົງ ເທົ່ານັ້ນ. ດັ່ງນັ້ນ ຂໍໃຫ້ທ່ານຜູ່ຟັງ ຈົ່ງຕັດສິນໃຈເອົາເອງ ວ່າ ຄວາມຄຶດ​ຄວາມ​ເຫັນນັ້ນ ເປັນໜ້າເຊື່ອຖື ແລະ ຄວາມຈິງ ​ຫຼາຍໜ້ອຍປານໃດ.

(ເພື່ອຮັກສາ ຄວາມໝາຍ ແລະ ຄວາມຄຶດຄວາມເຫັນ ຂອງຜູ່ທີ່ສະແດງອອກມານັ້ນ, ວິທຍຸ ເອເຊັຽ ເສຣີ ໄດ້ຮັກສາ ຕົ້ນສະບັບ ຂອງ ການຂຽນ ແລະ ການສະກົດ ເອົາໄວ້ ເຖິງແມ່ນວ່າ ຈະມີການຜິດພ້ຽນ ໄປແດ່ ກໍຕາມ)

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.