ຈ.ມ ຈາກຜູ້ຟັງ 07/06/19

ໄມ​ຊູ​ລີ
2019.07.07
F-READ@ ອ່ານຈົດໝາຍ, ຄວາມ​ຄຶດ​ຄວາມ​ເຫັນ ຂອງທ່ານ ສູ່ກັນຟັງ ເພື່ອເຜີຍແຜ່ ທັສນະ, ແນວຄິດ ທີ່ສ້າງສັນ, ແບ່ງປັນ ຄວາມຮູ້ ສູ່ກັນຟັງ.
RFA

ຮິບໂຮມ ຄວາມຄຶດຄວາມເຫັນ--ຄຳແນະນຳ, ຂໍ້ສເນີ, ຄວາມເປັນຫ່ວງ, ຄຳຮ້ອງທຸກ, ຈຸດບົກຜ່ອງ ຂອງພາກສ່ວນກ່ຽວຂ້ອງ, ການເອົາລັດເອົາປຽບ ແລະ ຄວາມເຫລື່ອມລ້ຳ ໃນສັງຄົມ ເພື່ອໃຫ້ພາກສ່ວນກ່ຽວຂ້ອງ ນຳໄປແກ້ໄຂ…

ເຊີນທ່ານ ຄລິກຟັງສຽງ ຣາຍການໄດ້ ແລະ ອ່ານຄວາມຄຶດຄວາມເຫັນບາງຕອນ ຕໍ່ລົງໄປນີ້.

ຄວາມ​ຄຶດ​ຄວາມ​ເຫັນ ກ່ຽວກັບ ຂ່າວ ຕໍາຣວດຈັບຄົນຈີນ ພ້ອມຢາບ້າ, ຊຶ່ງຂ່າວ ຣາຍງານ ວ່າ: ເຈົ້າໜ້າທີ່ຕໍາຣວດ ປ້ອງກັນຄວາມສງົບ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຈັບທ້າວ ມົວຊິງຟາງ ອາຍຸ 28 ປີສັນຊາດຈີນ ພ້ອມຢາບ້າ 3 ພັນ 540 ເມັດ, ຝິ່ນດິບ 6 ກິໂລ, ສານປະສົມ ຜລິດຢາເສບຕິດ ອີກຈໍານວນຫຼາຍ ພ້ອມທັງປືນ ແລະ ລູກປືນ ນໍາອີກ ໃນມື້ວັນທີ 25 ມິຖຸນານີ້. ການຈັບນັ້ນ ມີຂຶ້ນ ພາຍຫລັງ ທີ່ທ້າວ ມົວຊິງຟາງ ມາເຊົ່າຫ້ອງແຖວ ຢູ່ບ້ານ ດອນມູນ ໄດ້ 2-3 ເດືອນ.

ທ່ານ ທຳມະວົງ ຈາກຕົ້ນເຜິ້ງ ຂຽນວ່າ: ການຈັບກັກຂັງ ຄົນຄ້າຂາຍຢາບ້າ ຄົນຈີນ ເທືອນີ້ ຈະບໍ່ເປັນ ການສຳເລັດຜົນ ແຕ່ປະການໃດ, ລັດຖະບານ ສປປລາວ ໄດ້ເຊັນສັນຍາ ແບບມິດຕະພາບ ກັບ ສປຈິນ, ໂດຽຈະອານູຍາດ ໃຫ້ຊາວຈິນ ຫລັງໄຫລ ເຂົ້າມາລາວ ແບບສະດວກ ໂດຽສະເພາະ ຊາວຫວຽດນາມ ທີ່ເປັນ ກະດູດສັນຫລັງ ຂອງ ສປປ ລາວ ຍັງຖືກຈຳກັດຢູ່. ອານາຄົດ ຕໍ່ໄປແນ່ນອນ ສປປລາວ ຈະກາຍເປັນ ບອ່ນຂະຫຍາຍ ຢາເສບຕິດ ທີ່ຍີ່ງໃຫຍ່ ໃນເອເຊຍ, ເພາະ ສປປ ລາວ ບໍ່ມີຄວາມສາມາດ ພໍທີ່ຈະຮັກສາໄດ້ ຄວາມສະຫງົບ ໃນດ້ານ ການຈາລະຈອນ.

ກ່ຽວກັບ ຣາຍການ ສັມພາດ ນັກໂທດການເມືອງ ທ່ານບຸນທັນ ທັມມະວົງສ໌:

ຜູ່ທີ່ບໍ່ປະສົງ ອອກຊື່ ຂຽນວ່າ:

ຍີນດີກັບອ້າຍ ເປັນຢ່າງຍີ່ງ ທີ່ໄດ້ຮັບ ອີສຣະພາບ ນີ້ ກໍ່ເປັນບາດກ້າວ ທຳອິດ ທີ່ ສປປລາວ ໄຫ້ຄວາມເປັນທັມ ກັບນັກໂທດການເມືອງ.

ສຳລັບ ຣາຍການ ມາຟັງນຳກັນ ເຣື່ອງ ຊາວລາວ ຮູ້ສຶກຍິນດີ ພາຍຫຼັງ ທີ່ຣັຖບານ ມີແຈ້ງການ ຫ້າມໂຄສະນາ ເຄື່ອງດື່ມ ທີ່ມີທາດເຫຼົ້າ ແບບຊະຊາຍ.

ທ່ານ ອ່າງ, ຈາກໄຊເສດຖາ ຂຽນວ່າ:

ຄວາມພູມໃຈ ຂອງລູງຈູມ ຍັງດັງກ້ອງໃນຫູຂອງເຮົາຢູ່ ທີ່ວ່າ ບໍ່ມີຍຸກໃດສະໄໝໃດມີການພັດທະນາ ຄືຍຸກນີ້ ບໍ່ມີຍຸກໃດສະໄໝໃດ ທີ່ບ້ານເຮົາ ມີການສ້າງເສັ້ນທາງ ແຕ່ເຫນືອຮອດໃຕ້. ສ່ວນເສັ້ນທາງ ເຮົາບໍ່ຢາກເວົ້າ ຫຍັງຫລາຍ ເພາະວ່າ ໃຜໆກະເຫັນໝົດແລ້ວ ແລະ ເດັກເລັກເດັກນ້ອຍ ກໍພາກັນໄປ ລົງຫລິ້ນ ປານບວກຄວາຍ. ແຕ່ສິ່ງ ທີ່ເຮົາອົດກັ້ນໄວ້ບໍ່ໄຫວ ແລະ ຢາກເວົ້າໃຫ້ຫມູ່ ເປັນຫ່ວງນຳກັນ ເພາະວ່າ ທາງຜູ້ຮັບຜິດຊອບ ແລະ ພາກສ່ວນກ່ຽວຂ້ອງ ບໍ່ເຫັນແກ້ໄຂ ເພາະວ່າ ຢ້ານເສັຍ ຜົນປະໂຫຍດ ຂອງພວກພ້ອງ ເພິ່ນເອງ ຄື ການກິນເບັຍ ຂອງນ້ອງໆນັກຮຽນ ມັດທະຍົມ. ຍາມໃດ ກໍຊຸມແຊວກັນ ທຸກມື້ທຸກທິດ, ໃນເວລາ ເສັງເລື່ອນຊັ້ນ ແລະ ຈົບຊັ້ນແລ້ວ ກໍພາກັນກິນ ເອົາເປັນເອົາຕາຍ ນຸ່ງຊຸດ ນັກຮຽນແຕ່ ກິນເບັຍເອົາແທ້ ເອົາວ່າ ແກ້ວເບັຍ ຕັ້ງກອງກັນ ເປັນແຖວ. ເມົາແລ້ວ ກໍມີອາການ ແລະ ປະພຶດສິ່ງບໍ່ເໝາະສົມ ເຮັດໃຫ້ເສຍຄົນໄປ. ນີ້ຄືທີ່ມາ ຂອງສັງຄົມ ເປື່ອຍເຍື່ອຍ. ເຫລົ້າເບຍ ທຳລາຍ ຄວາມຄຶດໝົດແລ້ວ ນ້ອງໆເອີຍ. ສ່ວນຜູ້ທີ່ກ່ຽວຂ້ອງ ພັດຕໍ່ແຮງນັບເງິນ ນັ່ງເທິງ ກອງເງິນກອງຄຳຢູ່ ທ່ານເອີຍ.

ນີ້ບໍ່ ຄືຄວາມພູມໃຈ ໃນການສ້າງສາ ພັດທະນາ ປະເທດຊາດຂອງເຮົາ ຊາວຫນຸ່ມ ເປັນກະດູກສັນຫລັງ ຂອງປະເທດຊາດ. ນີ້ບໍ່ ຄືຄວາມພູມໃຈ ຂອງການນຳເຮົາ ທີ່ ບໍ່ມີຍຸກໃດສະໄໝໃດ ມີການພັດທະນາ ຄືຍຸກນີ້. ອັນນີ້ ຍັງບໍ່ທັນ ເວົ້າເຖິງ ການຄ້າຂາຍ ແລະ ຕິດຢາບ້າ ຂອງຊາວໜຸ່ມເຮົາ ເທື່ອເດີ. ຊາວຫນຸ່ມ ປະຕິວັດລາວ ປຽບດັ່ງສິນໄຊ ຫລືວ່າ ອິນຊີ ຍຸກໃໝ່. ເຮົາ ມານັ່ງຄຶດແລ້ວ ມັນຄືກັນ ບ່ອນໃດ ເພາະວ່າ ສິນໄຊ ຖືທະນູ ແຕ່ວ່າ ຍຸກໃໝ່ ຖືແກ້ວເບຍ.

ກ່ຽວກັບ ຣາຍການ ຈົດໝາຍ ຈາກຜູ້ຟັງ, ທ່ານທີ່ໃສ່ຊື່ວ່າ ປະຊາຊົນ ຫາທີ່ເພິ່ງ ຂຽນວ່າ:

ຢາກສະເຫນີ ບັນຫາ ໂທຫາສາຍດ່ວນ ກະຍາກຍາກ ບັນຫາທີ່ຄົນຮ້ອງທຸກໄປ ບໍ່ເຫັນວ່າ ຊິໄດ້ແກ້ໄຂ. ການເປີດສາຍດ່ວນ ກໍເປັນບັງໜ້າ ພໍແກ້ຫນ້າໄປຊື່ໆ. ບໍ່ເຫັນມີຜູ້ເອົາບັນຫາມາແກ້ໄຂ ຢ່າງແທ້ຈິງ. ເລື້ອງທີ່ດິນ ກໍເປັນບັນຫາ ແກ່ຍາວມາໄດ້ຫລາຍສິບປີແລ້ວ ແຕ່ກໍຍັງບໍ່ແກ້ໄຂ. ຊ້ຳບໍ່ຫນຳ ພະນັກງານຂັ້ນສູງ ມີເສັ້ນມີສາຍ ມີຕຳແນ່ງ ຍິ່ງພາກັນ ຍຶດເອົາທີ່ດິນດີໆໄປຄອບຄອງ. ໃນເວລາ ທີ່ຊາວບ້ານເດືອດຮ້ອນ ກໍບໍ່ແກ້ໄຂ, ເວລາ ມີເລື້ອງແດງຂຶ້ນ ເຜີຍແຜ່ ໃນເຟດ ກໍພາກັນ ມາເວົ້າຢູ່ໃນສະພາ ພໍໃຫ້ປະຊາຊົນ ເຫັນວ່າ ຊິແກ້ໄຂ, ແຕ່ກອງປະຊຸມສະພາເທືອໃດ ສະມາຊິສະພາ ຍົກບັນຫາຂຶ້ນມາ ທັງນາຍຍົກ ທັງປະທານສະພາ ທຳທ່າ ສັ່ງໃຫ້ແກ້ໄຂ ທຳທ່າແນວນັ້ນແນວນີ້. ປິດກອງປະຊຸມແລ້ວ ກະປິດປາກພ້ອມ ບໍ່ເວົ້າຫຍັງເລີຍ. ຖ້າຢາກເຮັດແທ້ ມັນກະໄດ້.

ຢາກຮຽກຮ້ອງໃຫ້ ຈຳກັດ ເຈົ້າຫນ້າທີ່ຂັ້ນສູງ ຍຶດຄອງທີ່ດິນ ເປັນຈຳນວນ ຫລວງຫລາຍ. ຄວນອອກກົດ ໝາຍ ຄວບຄຸມ ຈຳນວນທີ່ດິນ ເພື່ອແບ່ງໃຫ້ປະຊາຊົນ ຜູ້ທີ່ບໍ່ມີບ່ອນຫາກິນ ໄດ້ຊົມໃຊ້ ດິນດ່ອນຕ່ອນຫຍ້າ ຊອງປະເທດຊາດ ໃນຖານະ ທີ່ເຂົາເກີດໃນຜືນແຜ່ນດິນລາວ ເປັນສັນຊາດລາວ ເປັນຄົນລາວ ເວົ້າພາສາລາວ ປະຕິບັດ ວັດທະນະທຳລາວ. ຢາກໃຫ້ທວງເອົາດິນ ກັບເຈົ້າຫນ້າທີ່ລັດ ຕັ້ງແຕ່ ຫົວໜ້າກົມ ໄປຮອດ ນາຍຍົກ ແລະ ປະທານປະເທດ ທັງອາດີດ ແລະ ປະຈຸບັນ. ພວກເພິ່ນ ໄດ້ໃຫ້ພີ່ນ້ອງແລະ ລູກເມຍ ໄປກວດຊື້ດິນ ໄວ້ໝົດ ໂດຍໃຊ້ເງິນສໍ້ລາດບັງຫລວງ ແລະ ເງິນກ້ອງໂຕະ ເງິນສິນບົນ ໄປຊື້ໝົດ.

ໝາຍ​ເຫດ: ຄວາມຄິດເຫັນ ຂອງທ່ານຜູ່ອ່ານ ທີ່ສະແດງອອກ ໃນເວັບໄຊທ໌  ແລະ ເຟ​ສ​ບຸກ​ຄ໌ ຂອງວິ​ທ​ຍຸ ເອ​ເຊັຽ ເສ​ຣີ ນັ້ນ, ພວກເຮົາ ທິມງານ ວິທຍຸ ເອເຊັຽ ເສຣີ ໃຫ້ຄວາມສຳຄັນ ແລະ ຂອບໃຈ ນຳທຸກໆ ຖ້ອຍຄຳ, ແລະ ມີໜ້າທີ່ ນຳມາອ່ານ ໃຫ້ທ່ານ ໄດ້ຮັບຟັງກັນ ແລະ ບໍ່ໄດ້ເສກສັນ ປັ້ນແຕ່ງ ໃດໆ, ມີພຽງແຕ່ ປ່ຽນຄຳສັພ ທີ່ບໍ່ສຸພາບ ໃຫ້ເບົາລົງ ເທົ່ານັ້ນ. ດັ່ງນັ້ນ ຂໍໃຫ້ ທ່ານຜູ່ຟັງ ຈົ່ງຕັດສິນໃຈ ເອົາເອງວ່າ ຄວາມຄຶດ​ຄວາມ​ເຫັນນັ້ນ ເປັນໜ້າເຊື່ອຖື ແລະ ຄວາມຈິງ ​ຫຼາຍໜ້ອຍ ປານໃດ.

(ເພື່ອຮັກສາ ຄວາມໝາຍ ແລະ ຄວາມຄຶດຄວາມເຫັນ ຂອງຜູ່ທີ່ສະແດງອອກມານັ້ນ, ວິທຍຸ ເອເຊັຽ ເສຣີ ໄດ້ຮັກສາ ຕົ້ນສະບັບ ຂອງ ການຂຽນ ແລະ ການສະກົດ ເອົາໄວ້ ເຖິງແມ່ນວ່າ ຈະມີການຜິດພ້ຽນ ໄປແດ່ ກໍຕາມ)

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.