ຈ.ມ ຈາກຜູ້ຟັງ 06/29/19

ໄມ​ຊູ​ລີ
2019.06.29
F-READ ອ່ານຈົດໝາຍ, ຄວາມ​ຄຶດ​ຄວາມ​ເຫັນ ຂອງທ່ານ ສູ່ກັນຟັງ ເພື່ອເຜີຍແພ່ ທັສນະ, ແນວຄິດ ທີ່ສ້າງສັນ, ແບ່ງປັນ ຄວາມຮູ້ ສູ່ກັນຟັງ.
RFA

ຮິບໂຮມ ຄວາມຄຶດຄວາມເຫັນ--ຄຳແນະນຳ, ຂໍ້ສເນີ, ຄວາມເປັນຫ່ວງ, ຄຳຮ້ອງທຸກ, ຈຸດບົກຜ່ອງ ຂອງພາກສ່ວນກ່ຽວຂ້ອງ, ການເອົາລັດເອົາປຽບ ແລະ ຄວາມເຫລື່ອມລ້ຳ ໃນສັງຄົມ ເພື່ອໃຫ້ພາກສ່ວນກ່ຽວຂ້ອງ ນຳໄປແກ້ໄຂ…

ຄວາມຄຶດຄວາມເຫັນ ສຳ​ລັບ​ມື້​ນີ້ ແມ່ນ​ຂ່າວ ກ່ຽວ​ກັບ ພະນັກງານເກັບກູ້ຣະເບີດ ແຂວງຈຳປາສັກ ແລະ ແຂວງອັດຕະປື ບໍ່ໄດ້ຮັບເງິນເດືອນ, ປະຊາຊົນລາວບໍ່ພໍໃຈ ອາກອນ ຣາຍໄດ້ ແລະ ທ່ານບຸນທັນ ທັມມະວົງສ໌ ຖືກປ່ອຍອອກຈາກຄຸກ.

ຈັດມາ ສເນີທ່ານ ໂດຍ: ໄມຊູລີ

ເຊີນທ່ານ ຄລິກຟັງສຽງ ຣາຍການໄດ້ ແລະ ອ່ານຄວາມຄຶດຄວາມເຫັນບາງຕອນ ຕໍ່ລົງໄປນີ້.

ກ່ຽວກັບ ຂ່າວ ພະນັກງານເກັບກູ້ຣະເບີດ ແຂວງຈຳປາສັກ ແລະ ແຂວງອັດຕະປື ບໍ່ໄດ້ຮັບເງິນເດືອນ ມາຕັ້ງແຕ່ຕົ້ນປີນີ້ ເຖິງແມ່ນວ່າ ເງິນເດືອນ ສະເພາະ ວຽກດັ່ງກ່າວ ທາງສາກົລຜູ້ໃຫ້ທຶນ ການຊ່ອຍເຫຼືອ ໄດ້ໃຫ້ມາແລ້ວ ແຕ່ຍັງຄາຂອດ ບໍຣິຫານ ການນຳເງິນເດືອນ ມາເບີກຈ່າຍ ຕ້ອງຜ່ານຫຼາຍ ຂັ້ນຕອນ.

ທ່ານ ໜູກອນ ຈາກແດນໃຕ້ ຂຽນວ່າ:

ເປັນເລື້ອງທີ່ສະເທືອນໃຈຫລາຍ ທີ່ເຫັນພະນັກງານ ເກັບກູ້ລະເບີດ ສ່ຽງໄພອັນຕະລາຍ ເອົາຊີວິດຕົນເອງໄປສ່ຽງໄພ ເພື່ອໃຫ້ປະຊາຊົນມີຄວາມປອດໄພ ມີທີ່ດິນທຳມາຫາກິນ ແຕ່ພັດບໍ່ໄດ້ຮັບເງິນເດືອນເປັນເວລາ 6 ເດືອນ. ເປັນຕາອິຕົນຂະເຈົ້າຫລາຍ ແລະ ຫນ້າສັງເວດ ເຈົ້າຫນ້າທີ່ ຜູ້ທີ່ ກັກເງິນໄວ້ ແລະ ເອົາເງິນໄປໃຊ້ທາງອື່ນ. ພວກທ່ານ ກະມີສະຫມອງຄິດຢູ່ບໍ ວ່າ ພວກຂະເຈົ້າສ່ຽງໄພ ຍັງບໍ່ແລ້ວ ຍັງບໍ່ໄດ້ຮັບສິ່ງຕອບແທນ ລະບົບ ການປົກຄອງເຮົາ ມັນມີຫຍັງຜິດປົກກະຕິ ທ່ານ ນາຍົກ ທອງລຸນ, ນາຍົກ ຂວັນໃຈ ພະນັກງານ ສໍ້ລາດບັງຫລວງ ຂວັນໃຈ ພວກພ້ອງ ກົມການເມືອງ. ກອງປະຊຸມສະພາ ກະປິດແລ້ວ ພາກັນ ໂຫ້ໄປແກ້ໃຫ້ແດ່ ເຖິງແມ່ນວ່າ ບໍ່ແກ້ໄຂ ເພື່ອພວກທ່ານ ແຕ່ເປັນການແກ້ໄຂ ໃຫ້ປະຊາຊົນ ຈະໄດ້ປອດໄພ ຈາກລະເບີດ ຫັ້ນນ່າ. ຂອບໃຈ.

………..

(ເພື່ອຮັກສາ ຄວາມໝາຍ ແລະ ຄວາມຄຶດຄວາມເຫັນ ຂອງຜູ່ທີ່ສະແດງອອກມານັ້ນ, ວິທຍຸ ເອເຊັຽ ເສຣີ ໄດ້ຮັກສາ ຕົ້ນສະບັບ ຂອງ ການຂຽນ ແລະ ການສະກົດ ເອົາໄວ້ ເຖິງແມ່ນວ່າ ຈະມີການຜິດພ້ຽນ ໄປແດ່ ກໍຕາມ ແລະ ພຽງແຕ່ ຕັດບາງຄຳສັພ ທີ່ບໍ່ສຸພາບ ອອກ ຫຼື ໃຫ້ເບົາລົງ)

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.