ຈ.ມ ຈາກຜູ້ຟັງ 06/08/19

ໄມ​ຊູ​ລີ
2019.06.08
F-READ@ ອ່ານຈົດໝາຍ, ຄວາມ​ຄຶດ​ຄວາມ​ເຫັນ ຂອງທ່ານ ສູ່ກັນຟັງ ເພື່ອເຜີຍແຜ່ ທັສນະ, ແນວຄິດ ທີ່ສ້າງສັນ, ແບ່ງປັນ ຄວາມຮູ້ ສູ່ກັນຟັງ.
RFA

ຣາຍການ ຈົດໝາຍ ຈາກ ຜູ້ຟັງ ປະຈຳ ສັປດາ.
ຮິບໂຮມ ຄວາມຄຶດຄວາມເຫັນ--ຄຳແນະນຳ, ຂໍ້ສເນີ, ຄວາມເປັນຫ່ວງ, ຄຳຮ້ອງທຸກ, ຈຸດບົກຜ່ອງ ຂອງພາກສ່ວນກ່ຽວຂ້ອງ, ການເອົາລັດເອົາປຽບ ແລະ ຄວາມເຫລື່ອມລ້ຳ ໃນສັງຄົມ ເພື່ອໃຫ້ພາກສ່ວນກ່ຽວຂ້ອງ ນຳໄປແກ້ໄຂ…
ຈັດມາ ສເນີທ່ານ ໂດຍ: ໄມຊູລີ

ຄວາມ​ຄຶດ​ຄວາມ​ເຫັນ ຈາກ​ເວັບ​ໄຊ​ທ໌ ແລະ ເຟ​ສ​ບຸກ​ຄ໌.

ຂ່າວກ່ຽວກັບ ທາງການລາວ ກວດຊັບສິນ ທ່ານ ສົມບັດ ສົມ​ພອນ.

ຄວາມ​ຄຶດ​ຄວາມ​ເຫັນ:

ແທນທີ່ຜູ້ນໍາ ຂອງສປປລາວ ຄວນທີ່ຈະ ຄົ້ນຫາຄໍາຕອບ ຫຼື ສືບສວນ, ສອບສວນຫາ ການຫາຍສາບສູນ ຂອງທ່ານ ສົມບັດສົມພອນ ແລະ ບອກຄວາມຈິງ ຕໍ່ຊາວໂລກ ໃຫ້ຮັບຮູ້, ຫຼືວ່າ ທາງຄອບຄົວ ຂອງທ່ານ ໄດ້ຮັບຮູ້ ຢ່າງເປັນທໍາ ສິດີກ່ວາໄປ ຄົ້ນຫາ ສັບສົມບັດ ຂອງທ່ານ, ອັນນີ້ ພວກເຮົາ ປະຊາຊົນ ທໍາມະດາ ກໍບໍ່ເຂົ້າໃຈເລີຍວ່າ ເປັນຫັຽງ ຈຶ່ງໄປກວດສອບ ຊັບສົມບັດ ຂອງເພີ່ນ ທັ້ງໆທີ່ ຕົວເພີ່ນກໍຍັງ ຄົ້ນບໍ່ພົບວ່າຢູ່ໃສ, ບາດນາຍດ່ານ ພາສີ ຢູ່ຂ້າງບ້ານ ຂ້ອຍ ທີ່ມີຊີວິດ ນັ່ງຊົກງົກ ຢູ່ດ່ານທຸກມື້ ແລະ ຊັບສີນນັ້ນແມ່ນມີ ຢູ່ ທຸກມຸມ ທຸກແຈ, ແລ້ວ ພວກເຈົ້າ ຄືບໍ່ລົງມາ ກວດສອບເບິ່ງແດ່ ແລະ ພະນັກງານລັດ ທີ່ນຸ່ງເຄື່ອງແບບ ຢູ່ແຖວບ້ານຂ້ອຍນັ້ນ ທຸກຄົນ ແມ່ນຮັ່ງມີ ແລະ ຊັບສົມບັດກໍຫຼາຍ, ນຸ່ງເຄື່ອງແບບໄດ້ ບໍເກີນປີ ຫຼື ສອງປີ ແມ່ນຜິດສັງເກດໂລດ ອັນນີ້ບໍ່ແມ່ນ  ແກ້ງເວົ້າ ໃຜໆກໍຮູ້ດີ, ແລະ ຕາມຂ້ອຍໄດ້ຍິນ ພວກເພີ່ນ ເວົ້າກັນວ່າ ກ່ອນສິໄດ້ມານຸ່ງເຄື່ອງແບບ ຂອງລັດນັ້ນ ມັນໝົດເງິນ ຕັ້ງຫຼາຍແສນ, ເມື່ອໄດ້ແລ້ວ ຕ້ອງເອົາສາກ່ອນ ບໍ່ຊັ້ນ ມັນຈະໝົດໂອກາດ ຊື່ໆວ່າຊັ້ນ, ແລະ ເມື່ອເພີ່ນກວດພົບ ຢ່າງໜ້ອຍ ກໍຖືກໄລ່ອອກ ຫຼືປ່ຽນຕໍາແໜ່ງ ບາງເທື່ອ ຖ້າໂຊກດີ ກໍອາດຈະໄດ້ ຮັບຕໍາແໜ່ງ ທີ່ດີກ່ວາເກົ່າ ແລະ ມີໂອກາດ ຫຼາຍກວ່າ ເກົ່າວ່າຊັ້ນ, ແຕ່ຂ້ອຍມາ ສົງສັຍຢູ່ຕອນ ນຶ່ງວ່າ ພວກເພີ່ນ ສິພາກັນຍຶດ ເອົາຊັບສົມບັດ ຂອງ ຜູ້ຄົນ ທີ່ຫາຍສາບສູນ ໄປໝົດບໍ? ຖ້າເປັນຄືແນວນັ້ນແທ້ ຂ້ອຍຄິດວ່າ ມັນໂຫດຫຼາຍ ກ່ວາ ສິ່ງທີ່ ໂຫດຂອງມະນຸດ ອີກຫຼາຍເທົ່າເນາະ ແລະ ຢ່າງໜ້ອຍ ກໍເກັບຮັກສາໄວ້ ໄຫ້ເພີ່ນສາ ບາດເທື່ອ ເພີ່ນກັບມາ ຫຼືວ່າ ມອບໃຫ້ພັນລະຍາເພີ່ນສາ ຈະດີກ່ວາ, ຢ່າງໜ້ອຍກໍ ມະນຸດຊາດ ດຽວກັນ.”

ສຳ​ລັບ​ຂ່າວ ຊາວລາວ ຂໍໃຫ້ ສະພາ ແກ້ໄຂ ບັນຫາຮີບດ່ວນ:

ຄວາມ​ຄຶດ​ຄວາ​ມ​ເຫັນ 1:

“ຂອ້ຍປະຊາຊົນສາມັນ ກໍຢາກຮຽກຮ້ອງ ທາງຂັ້ນເທິງ ຄືກັນ ແລະ ຢາກໃຫ້ແກ້ໄຂ ໃຫ້ໄວທີ່ສຸດ ເທົ່າທີ່ຈະໄວໄດ້, ການຮຽກຮ້ອງ ຂອງຂ້ອຍ ກໍແມ່ນວ່າ ຢາກໃຫ້ຂັ້ນເທິງ ໃຊ້ມາດຕະການເດັດຂາດ ຕໍ່ ກັບອໍານາດ ການປົກຄອງ ຂັ້ນແຂວງ, ຂັ້ນເມືອງ ລົງມາຮອດ ຂັ້ນບ້ານ ທົ່ວປະເທດ, ເພາະວ່າ ພວກນີ້ ໄຊ້ອໍານາດ ເກິນຂອບເຂດ ໄຊ້ສິດ ແລະ ໜ້າທີ່ການງານ ຂອງໂຕເອັງ, ກົດຂີ່ຂົ່ມເຫັງ ປະຊາຊົນ ມາໂດຍຕະລອດ 40 ກວ່າ ປີມາແລ້ວ, ສະນັ້ນ ໃຫ້ຢຸດເຊົາ ແຕ່ດຽວນີ້ສາ ເພາະວ່າເບື່ອໜ່າຍ ຫຼາຍແລ້ວ ແລະ ຢ້ານມັນຈະ ອົດກັ້ນ ບໍ່ໄດ້ ອີກຕໍ່ໄປ, ຫຼື ບາງເທື່ອ ຄວາມກົດດັນ ຂອງປະຊາຊົນ ຕໍ່ ການກະທໍາ ຂອງພວກຜູ້ມີ ອໍານາດນັ້ນ ຢ້ານມັນ ຮ້າຍແຮງຂື້ນ ຈົນເຖິງທີ່ສຸດ ກໍເປັນໄດ້ບໍ່ມີໄຜຮູ້ ຕໍ່ໜ້າ. ແລະ ການຮຽກຮ້ອງ ອີກຂໍ້ທີ ສອງ ກໍແມ່ນວ່າ ຢາກໃຫ້ຂັ້ນນໍາ ປ່ຽນການ ບໍລິຫານປະເທດ ແບບ ເຊື້ອສາຍ ລາຍລ່ອງ ໂດຍ ບໍ່ຜ່ານການ ເຫັນພ້ອມ ຂອງ ປະຊາຊົນນັ້ນ ໃຫ້ປ່ຽນມາເປັນ ການຫາສຽງ ປ່ອນບັດເລືອກເອົາ ໂດຍ ປະຊາຊົນ ໄດ້ ມີສິດເລືອກ ເອົາຜູ້ນໍາ ທີມີຄຸນສົມບັດ ທີ່ດີ ມາບໍລິຫານ ປະເທດແທນຜູ້ນໍາປະຈຸບັນນີ້ສາ ຈະດີກ່ວາ ຂ້ອຍວ່າ.”

ຄວາມ​ຄຶດ​ຄວາ​ມ​ເຫັນ 2:

“ແກ້ໄຂເລື້ອງອື່ນ ມັນຍັງຍາກຢູ່ ແທ້ໆ ແລະ ຢາກໄຫ້ແກ້ໄຂ ເລື່ອງອາຊີບ ຂອງປະຊາຊົນ ລາວເຮົານີ້ ຕົວຢ່າງ ອາຊີບ: ຕັດຜົມ ສ້ອມລົດ ກໍ່ສ້າງ ຄ້າຂາຍ ເຄື່ອງຕ່າງໆ ພາຍໃນຕະຫລາດ ບໍ່ວ່າ ຢູ່ບ້ານນອກ ຫລືໃນເມືອງ ສ່ວນຫລາຍ ເຫັນຕາຍ ແຕ່ ຫວຽດກັບຈີນ.”

ຄວາມ​ຄຶດ​ຄວາ​ມ​ເຫັນ 3:

“ປະຊາຊົນ ເດຶອດຮ້ອນ ເຮັດທາງບໍ່ແລ້ວ ຈັກເທຶ່ອ ວຽດເຂົ້າມາລາວ ກໍ່ຫລາຍ ບໍ່ເຄິຍຫ້າມ ວຽດ ມາຍາດທີ່ ທຳມາຫາກິນ ປະຊາຊົນ ພັກລັດກະ ບໍ່ເບິ່ງ. ໄລ່ມັນເມືອແດ່ວຽດຫັ້ນນະ ນິ້ ປະເທດລາວ ບໍ່ແມ່ນປະເທດວຽດ.”

ຄວາມ​ຄຶດ​ຄວາ​ມ​ເຫັນ 4:

“ຢາກໃຫ້ສະພາແກ້ໄຂ ບັນຫາ ທີ່ປະຊາຊົນ ຈັບຈອງທີ່ດີນ ເປັນຫລາຍຮ້ອຍເຮັກຕາ ຕໍ່ຄອບຄົວຫນື່ງ ສະນັ້ນ ເຮັດໃຫ້ຜູ້ອື່ນ ບໍ່ມີດີນ ທຳການຜະລິດແລ້ວ.”

ຄວາມ​ຄຶດ​ຄວາ​ມ​ເຫັນ 5:

“ແກ້ໄຂເງີນເດືອນລັດ ໃຫ້ເທົ່າທຽມກັບ ປະເທດອາຊຽນ ໄດ້ຄົງຈະດີ ເພາະຄ່າຄອງຊີບ ຢູ່ລາວແພງຫລາຍ ແລະ ປະກາດແຈ້ງການ ຂື້ນຕະຫລອດ.”

ຄວາມ​ຄຶດ​ຄວາ​ມ​ເຫັນ 6:

“ແກ້ໄຂບັນຫາ ການຈັດສັນທີ່ຢູ່ ໃຫ້ພ່ໍແມ່ປະຊາຊົນ ທີ່ໃດ້ຮັບຜົນກະທົບ ຈາກການເຮັດເຂື່ອນໄຟຟ້າແດ່ ທາງພາກເໜືອເຂື່ອນ ຫລາຍພິລືກ ເຂດນໍ້າອູ ມີບ້ານປະຊາຊົນ ຖືກຍ້າຍ ແຕ່ພວກໜືງພັດ ບໍ່ໃດ້ເຮືອນ ບໍ່ໃດ້ດີນ ທັງທີຂັ້ນເທິງບອກຍ້າຍໝົດ ບ້ານອັນນິ້ ກໍຢາກໃຫ້ພາກສວ່ນກ່ຽວຂ້ອງ ໄປກວດກາຄືນ ບໍ່ແມ່ນເຫັນແຕ່ ຜົນປະໂຫຍດ ບ່ໍຄິດເຫັນ ພໍ່ແມ່ປະຊາຊົນ.”

ຄວາມ​ຄຶດ​ຄວາ​ມ​ເຫັນ 7:

“ກະລຸນາຟັງສຽງ ປະຊາຊົນ ຜູ້ເປັນເຈົ້າຂອງ ແຜ່ນດິນດ້ວຍ. ບັນຫາຄວາມເດືອດຮ້ອນ ຂອງປະຊາຊົນ ຜູ້ແທນ ຢີບຍົກຂຶ້ນມາສະເໜີ ຢູ່ສະພາ ຍັງບໍ່ເປີດໃຈເວົ້າເຕັມ ສົບເຕັມປາກໄດ້ ເພື່ອແກ້ບັນຫາສັງຄົມ.”

ຄວາມ​ຄຶດ​ຄວາ​ມ​ເຫັນ 8:

“ຢາກໃຫ້ແກ້ບັນຫາ ການປູກສວນກ້ວຍຈີນ ຢູ່ທົ່ວປະເທດ ໃຫ້ເກີດເປັນ ຮູບປະທຳກ່ອນ ແລະດ່ວນໆ ເພາະຢູ່ທຸກບ່ອນ ຖືກກະທົບໝົດ ດ້ານການດຳລົງຊີວິດ ຂອງປະຊາຊົນ.”

ຄວາມ​ຄຶດ​ຄວາ​ມ​ເຫັນ 9:

“ເຫັນດີສະເຫນີ ສະພາ ແກ້ໄຂຕາມທິດ ປະຊາທິປະໄຕ ເພາະວ່າ ປ/ຊ ຍັງທຸກ ຮຽກຮ້ອງໃຫ້ ພາກລັດ ຊົດເຊີຍ ທີດິນໃຫ້ຜູ້ທີຖືກ ຜົນກະທົບ ພໍໃຈ ກັບຄ່າທີດິນໃນຍຸກນີ້.”

ທ່ານ​ຜູ່​ຟັງ​ທີ່​ເຄົາ​ຣົບ, ນັ້ນ​ກໍ​ແມ່ນ ຄວາມ​ຄຶດ​ຄວາມ​ເຫັນ ຂອງ​ທ່ານ​ຜູ່​ອ່ານ ທີ່​ສະ​ແດງ​ອອກ ໃນ​ເວັບ​ໄຊ​ທ໌ ແລະ ເຟ​ສ​ບຸກ​ຄ໌ ຂອງ​ພວກ​ເຮົາ, ແລະ ພວກ​ເຮົາ ທິມ​ງານ ​ວິ​ທ​ຍຸ ​ເອ​ເຊັຽ ​ເສ​ຣີ ໃຫ້​ຄວາມ​ສຳຄັນ ແລະ ຂອບ​ໃຈ ນຳ​ທຸກໆ​ຖ້ອຍ​ຄຳ, ແລະ ມີ​ໜ້າ​ທີ່ ນຳ​ມາ​ອ່ານ​ໃຫ້​ທ່ານ ໄດ້​ຮັບ​ຟັງ​ກັນ ແລະ ບໍ່​ໄດ້​ເສກ​ສັນ​ປັ້ນ​ແຕ່ງ​ໃດໆ, ມີ​​ພຽງ​ແຕ່ ປ່ຽນ​ຄຳ​ສັ​ພ ທີ່ບໍ່​ສຸ​ພາບ ໃຫ້​ເບົາ​ລົງ ເທົ່າ​ນັ້ນ. ດັ່ງ​ນັ້ນ ຂໍ​ໃຫ້​ທ່ານ​ຜູ່​ຟັງ ຈົ່ງ​​ຕັດ​ສິນ​ໃຈ​ເອົາ​ເອງ ວ່າ ຄວາມ​ຄິດ​ເຫັນ​ນັ້ນ ເປັນໜ້າ​ເຊື່ອ​ຖື ແລະ ຄວາມ​ຈິງ​ ຫລາຍ​ໜ້ອຍ​ປານ​ໃດ.

(​ເພື່ອ​ຮັກ​ສາ ຄວາມ​ໝາຍ ແລະ ຄວາມ​ຄຶດ​ຄວາມ​ເຫັນ ຂອງ​ຜູ່​ທີ່​ສະ​ແດງ​ອອກ​ມາ​ນັ້ນ, ວິ​ທ​ຍຸ ເອ​ເຊັຽ ເສ​ຣີ ໄດ້​ຮັກ​ສາ ຕົ້ນ​ສະ​ບັບ ຂອງ ການ​ຂຽນ ແລະ ​ການສະ​ກົດ ເອົາ​ໄວ້ ເຖິງ​ແມ່ນ​ວ່າ ຈະ​ມີ​ການ​ຜິດ​ພ້ຽ​ນ​ໄປ​ແດ່ ກໍ​ຕາມ ແລະ ພຽງ​ແຕ່ ຕັດບາງ​ຄຳ​ສັ​ພ ທີ່ບໍ່​ສຸ​ພາບ ອອກ ຫຼື ໃຫ້​ເບົາ​ລົງ)

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.