ຈ.ມ ຈາກຜູ້ຟັງ 03/05/22

ອ່ານຈົດໝາຍ, ຄວາມຄຶດຄວາມເຫັນ ຂອງທ່ານ ສູ່ກັນຟັງ ເພື່ອເຜີຍແຜ່ ທັສນະ, ແນວຄິດ ທີ່ສ້າງສັນ, ແບ່ງປັນ ຄວາມຮູ້ ສູ່ກັນຟັງ.
ອ່ານຈົດໝາຍ, ຄວາມຄຶດຄວາມເຫັນ ຂອງທ່ານ ສູ່ກັນຟັງ ເພື່ອເຜີຍແຜ່ ທັສນະ, ແນວຄິດ ທີ່ສ້າງສັນ, ແບ່ງປັນ ຄວາມຮູ້ ສູ່ກັນຟັງ. (Photo: RFA)

0:00 / 0:00

ຄວາມຄຶດຄວາມເຫັນ ກ່ຽວກັບຂ່າວ ປະຊາຊົນ ທີ່ມີດິນ ໃນເຂດສງວນ ສອງຟາກ ທາງ 450 ປີ ບໍ່ສາມາດຊື້-ຂາຍ ຫຼືນໍາໃຊ້ດິນ ໃນເຂດດັ່ງກ່າວ ຖ້າຜູ້ໃດຊື້-ຂາຍ ຫຼື ເຮັດສັນຍາກັນເອງ ຖືວ່າຜິດກົດໝາຍ, ຊາວລາວຫລາຍຄົນ ບໍ່ພໍໃຈ ທີ່ບໍຣິສັດທາງຣົຖໄຟ ລາວ-ຈີນ ຈໍາກັດ ຂາຍປີ້ຣົຖໄຟ ຢູ່ສູນການຄ້າວຽງຈັນເຊັນເຕີ້ຣ໌ ໂດຍເກັບຄ່າທໍານຽມນໍາຕື່ມ 20,000 ກີບຕໍ່ປີ້ຕໍ່ຖ້ຽວ ແລະ ລາວຮຽກຮ້ອງ ແກ້ໄຂຂໍ້ຂັດແຍ່ງ ຣັດເຊັຍ-ຢູເຄຣນ ດ້ວຍການທູດ.

ຄວາມເຫັນບາງຕອນ ຈາກ​ທ່ານ​ຜູ້​ຟັງ:

ກ່ຽວກັບຂ່າວ "ປະຊາຊົນ ທີ່ມີດິນ ໃນເຂດສງວນ ສອງຟາກ ທາງ 450 ປີ ບໍ່ສາມາດຊື້-ຂາຍ ຫຼືນໍາໃຊ້ດິນ ໃນເຂດດັ່ງກ່າວ ຖ້າຜູ້ໃດຊື້-ຂາຍ ຫຼື ເຮັດສັນຍາກັນເອງ ຖືວ່າຜິດກົດໝາຍ."

“ຂໍຄວາມເຫັນໃຈ ປະຊາຊົນແດ່ ເງີນທີ່ດີນ ທີ່ຖືກໂຄງການລົດໄຟລາວ-ຈີນ ຍັງບໍ່ໄດ້ປານນີ້ ເມືອງຫາດຊາຍຟອງຫັ້ນ ລົງມາເອົາຂໍ້ມູນ ລະໂພສລົງທາງເພສ ໃຫ້ແດ່ ບໍ່ຈ່າຍ ປະຊາຊົນ ຜູ້ຕາຍ ກະຕາຍໄປແລ້ວ ສ່ວນຜູ້ຍັງ ກະລໍຖ້າ ຍັງບໍ່ໄດ້ຮອດ ປານນີ້ ພີ່ນ້ອງ.”

“ຄືວ່າ ແນວນີ້ເດນໍ ຜູ້ຊື້ກໍຊື້ໄປແລ້ວ ຜູ້ຂາຍກໍຂາຍໄປແລ້ວ ຖອນສີດ ຖອນນຳໃຜ ຖືກໃຜ ກໍບໍ່ດີໃດ ..ດຽວນີ້ ມີຄິວລົດ ມີຕລາດ ມີເຮືອນຫລັງໃຫ່ຍໆ ເປັນຂອງ ພະນັກງານຂອງລັດ.”

( ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)

ຕິດຕາມມາດ້ວຍ ເພງ “ສົງ​ຄາມ ຈຳ​ພາກ” ຈາກ​ສຽງ​ຂັບ​ຮ້ອງ ຂອງ​ທ່ານ ພົມ​ມະ ພິມ​ມະ​ສອນ.