ຈ.ມ ຈາກຜູ້ຟັງ 02/26/22

ອ່ານຈົດໝາຍ, ຄວາມຄຶດຄວາມເຫັນ ຂອງທ່ານ ສູ່ກັນຟັງ ເພື່ອເຜີຍແຜ່ ທັສນະ, ແນວຄິດ ທີ່ສ້າງສັນ, ແບ່ງປັນ ຄວາມຮູ້ ສູ່ກັນຟັງ.
ອ່ານຈົດໝາຍ, ຄວາມຄຶດຄວາມເຫັນ ຂອງທ່ານ ສູ່ກັນຟັງ ເພື່ອເຜີຍແຜ່ ທັສນະ, ແນວຄິດ ທີ່ສ້າງສັນ, ແບ່ງປັນ ຄວາມຮູ້ ສູ່ກັນຟັງ. (Photo: RFA)

0:00 / 0:00

ຄວາມຄຶດຄວາມເຫັນ ກ່ຽວກັບຂ່າວ ຊາວຄຣິສຕຽນລາວ ຮຽກຮ້ອງ ຂໍຄວາມເປັນທັມ ພາຍ​ຫຼັງ ເຮືອນ​ຖືກ​ເຜົາ, ຍິງສາວ ຕົກເປັນເຫຍື່ອ ການຄ້າມະນຸດ ໃນເຂດເສຖກິຈ ສາມຫຼ່ຽມຄຳ, ຮຽກ​ຮ້ອງ ໂຄງ​ການຣົຖໄຟລາວ-ຈີນ ​ແກ້ໄຂ ບັນ​ຫາການຊື້ປີ້, ຫ້ອງ​ນ້ຳ ແລະ ບ່ອນ​ຈອດ​ຣົ​ຖ ແລະ ຂ່າວອື່ນໆ…..

ຄວາມເຫັນບາງຕອນ ຈາກ​ທ່ານ​ຜູ້​ຟັງ:

ກ່ຽວກັບຂ່າວ "ຊາວຄຣິສຕຽນລາວ ຮຽກຮ້ອງ ຂໍຄວາມເປັນທັມ ພາຍ​ຫຼັງ ເຮືອນ​ຖືກ​ເຜົາ "

“ການເຊື່ອຖື ເປັນສິດທິ ຂອງບຸກຄົນ ການຕັດສິນ ເປັນຂອງບຸກຄົນ ບໍ່ໃດ້ບັັງຄັບ ຕາມລັດຖະທຳມະນູນ ຄູ້ມຄອງ ສາດສະໜາ ແຫ່ງ ສປປ ລາວ, ແຕ່ພາຍໃຕ້ ກົດໝາຍບ້ານເມືອງ ຄົນທີ່ໄປເວົ້າວ່າ ເຊື່ອຖື ພຣະເຢຊຸ ແລ້ວແຕກແຍກ ແບ່ງບັນ ບໍ່ມີໃຜ ເຮັດດອກ, ພວກເຈົ້າ ຫາກອະຄະຕິເອງ ໄປເວົ້າ ຈັງຊັ້ນຈັງຊິິ ໃຫ້ຂະເຈົ້າວ່າ ຖືສາດສະໜາ ຕ່າງແນວນັ້ນແນວນີ້. ຄົນລາວນຳກັນ ຈົ່ງຮັກແພງກັນເນີ ການທີ່ຈະໄປ ວິພາກວີຈານກັນ ແບບນີ້ ມັນບໍ່ດີ ໃຜຈະເວົ້າຫຍັງກະເວົ້າ ທຸກສາດສະໜາ ສອນໃຫ້ເປັນຄົນດີໝົດ ຂື້ນກັບບຸກຄົນນັໍັ້ນ ຈະປະຕິບັດຕາມ ແລະ ເຮັດໃດ້ຫຼືບໍ່?…”

( ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)

ຕິດຕາມມາດ້ວຍ ເພງ “ຮັກ​ອ້າຍ ໃນ​ຝັນ” ຈາກ​ສຽງ​ຂັບ​ຮ້ອງ ຂອງ ທອງວອນ ຂັນ​ນາ​ຣາ, ສິ​ລ​ປິນ ຈາກ​ປະ​ເທດ ອັອ​ສ​ເຕ​ຣ​ເລັຽ….