ຈ.ມ ຈາກຜູ້ຟັງ 02/15/20

0:00 / 0:00

ຮິບ​ໂຮມ ຄວາມ​ຄຶດ​ຄວາມ​ເຫັນ--ຄຳ​ແນະ​ນຳ, ຂໍ້​ສ​ເນີ, ຄວາມ​ເປັນ​ຫ່ວງ​, ຄຳ​ຮ້ອງ​ທຸກ, ຈຸດ​ບົກ​ຜ່ອງ ຂອງ​ພາກ​ສ່ວນ​ກ່ຽວ​ຂ້ອງ, ການ​ເອົາ​ລັດ​ເອົາ​ປຽບ ແລະ ຄວາມ​ເຫລື່ອມ​ລ້ຳ ໃນ​ສັງ​ຄົມ ເພື່ອ​ໃຫ້​ພາກ​ສ່ວ​ນ​ກ່ຽວ​ຂ້ອງ ນຳ​ໄປ​ແກ້​ໄຂ…

ຄວາມ​ຄຶດ​ຄວາມ​ເຫັນ ກ່ຽວ​ກັບຂ່າວ ປະຊາຊົນ 100 ປາຍຄອບຄົວ ຢູ່ບ້ານນາທ່ອນ ໄດ້ຮັບຜົລກະທົບ ຢ່າງໜັກ ຈາກ​ການ​ຈູດ​ຂີ້​ເຫ​ຍື້ອ ຂອງ​ຄົນ​ຈີນ ທີ່​ສົ່ງກິ່ນຂິວ ເກີດເປັນມົລພິດ, ແຂວງບໍລິຄໍາໄຊ ຈະໂຍກຍ້າຍ ປະຊາຊົນ 335 ຄອບຄົວ ທີ່ໄດ້ຮັບຜົລກະທົບ ຈາກໂຄງການ ເຂື່ອນໄຟຟ້ານໍ້າເທີນ 1, ແລະ ການກໍ່ສ້າງເຂື່ອນຫຼວງພຣະບາງ ເຮັດໃຫ້ ຄນະ ກັມມາທິການແມ່ນ້ຳຂອງ ເປັນຫ່ວງ ການຂຶ້ນ-ລົງຂອງປາ, ການໄຫຼ ຂອງຝຸ່ນຕົມ ແລະ ຣະດັບການໄຫຼ ຂອງນ້ຳ ທີ່ ຣັຖບານລາວ ຍັງໃຫ້ຂໍ້ມູນ ບໍ່ລະອຽດ ເຮັດໃຫ້ ນັກຊ່ຽວຊານໄທຍ ເປັນຫ່ວງເຣື່ອງ ຜົລກະທົບ ຂ້າມພົມແດນ.

ຈັດ​ມາ​ສ​ເນີ​ທ່ານ ໂດຍ: ໄມ​ຊູ​ລີ.