ຊາວລາວ ໃນສະຫະຣັຖ ຮ່ວມປະສານ ໃຫ້ຊຸມຊົນລາວ ໄດ້ສັກວັກຊີນ ປ້ອງກັນໂຄວິດ-19
ຈເຣີນສຸຂ
2021.03.30
2021.03.30
ສູນຊ່ວຍເຫລືອລາວ ຣັຖມິນນີໂຊຕາ, ສະຫະຣັຖ ອະເມຣິກາ ຈັດຕັ້ງ ການສັກວັກຊີນ ຕ້ານເຊື້ອ ໂຄວິດ-19 ຂຶ້ນ ໃນວັນທີ 3-4 ເມສາ ເພື່ອໃຫ້ຊາວລາວ ໃນເຂດຣັຖດັ່ງກ່າວນັ້ນ ໄດ້ສັກວັກຊິນ ຢ່າງທົ່ວເຖິງ ພ້ອມທັງ ໃຫ້ຄວາມຮູ້ ແລະ ຄໍາແນະນຳ ໃນການປ້ອງກັນ ແລະ ຫຼີກລ້ຽງ ການຕິດເຊື້ອດັ່ງກ່າວ.
ຈເຣີນສຸຂ ມີສັມພາດ ທ່ານ ພຸດທະກັນຍາ ນັນທະຣາດ, ຜູ້ປະສານງານ ກ່ຽວກັບການສັກວັກຊີນ ແລະ ຍານາງ ແບນນາ ສຸເມໂທ, ຜູ້ຈັດການໂຄງການຊ່ວຍເຫຼືອ ຂອງສູນຊ່ວຍເຫຼືອລາວ ຣັຖມິນນີໂຊຕາ ມາສເນີທ່ານ ໃນຣາຍການລາວ ໃນຕ່າງປະເທດ ປະຈໍາສັປດານີ້.