ພຸທອາຣິຍະເມດຕາຣາມ ວັດລາວ ສລອງປີໃໝ່
2019.04.15

ບຸນປີໃໝ່ລາວ ເປັນບຸຸນ ປະເພນີ ທີ່ຮູ້ຈັກກັນ ຢ່າງກວ້າງຂວາງ ແລະ ມີການສເລີມສລອງ ຢ່າງເບີກບານມ່ວນຊື່ນ ທັງຢູ່ພາຍໃນ ແລະ ຕ່າງປະເທດ ຫຼາຍໆປະເທດ ເຊັ່ນ: ສະຫະຣັຖ ອະເມຣິກາ, ການາດາ, ຝຣັ່ງເສດ, ອັງກິດ ແລະ ອອສເຕຣເລັຍ. ແລະ ໃນມື້ນີ້ ວິທຍຸ ເອເຊັຽເສຣີ ມີໂອກາດໄດ້ສັມພາດ ພຣະອາຈານ ຄຸດທະວົງ ສຸດໂທຈາໂລ ເຈົ້າອາວາດວັດລາວ ພຸທອາຣິຍະເມດຕາຣາມ ທີ່ເມືອງມໍຣິສ, ຣັຖ ຄອນເນັກຕິຄັຕ ແລະ ທ່ານບົວສອນ ອຸ່ນຈິດ ປະທານ ກັມມະການບໍຣິຫານ ວັດລາວ ທັມມະຣັຕນະຣາມ ຂອງໝູ່ບ້ານລ້ານຊ້າງ, ທີ່ ເມືອງ ບຣັສເສີດ (Broussard), ຣັຖ ລຸຍຊິແອນນາ ສະຫະຣັຖ ອະເມຣິກາ, ຊຶ່ງໃນເບື້ອງຕົ້ນນີ້ ພຣະອາຈານ ຄຸດທະວົງ ສຸດໂທຈາໂລ ໄດ້ກ່າວເຖິງ ການສອງ ບຸນປີໃໝ່ລາວ ພ.ສ 2562 ທີ່ທາງວັດ ຈະຈັດຂຶ້ນ ໃນວັນທີ 14 ເມສານີ້, ມີພິທີທາງສາສນາ ແລະການສລອງ ຕາມປະເພນີລາວ ນັ້ນວ່າ:
ນອກຈາກວັດລາວ ທີ່ຣັຖ ຄອນເນັກຕິຄັຕ ຈະຈັດບຸນປີໃໝ່ລາວໃສ່ໃນວັນທີ 14 ເມສານີ້ແລ້ວ ຢູ່ວັດລາວ ທີ່ຣັຖ ລຸຍຊິແອນນາ ກໍຈະມີ ການສລອງ ບຸນນີ້ ໃນວັນທີ 19, 20, 21 ເມສາ 2019 ນີີ້ ເຊັ່ນກັນ, ດັ່ງທ່ານ ບົວສອນ ອຸ່ນຈິດ ປະທານກັມມະການ ບໍຣິຫານວັດລາວ ທັມມະຣັຕນະຣາມ ຂອງໝູ່ບ້ານລ້ານຊ້າງ, ເມືອງ ບຣັສເສິດ, ຣັຖລຸຍຊິແອນນາ ໄດ້ກ່າວກ່ຽວກັບການສລອງ ແລະກິຈກັມຕ່າງໆທີ່ຈະມີຂຶ້ນ ໃນງານ ບຸນປີໃໜ່ລາວວ່າ:
ບຸນປີໃຫມ່ລາວ ແມ່ນຈັດຂຶ້ນໃນເດືອນ ເມສາ ຂອງທຸກໆປີ ເພາະໃນເດືອນເມສານີ້ ອາກາດຈະຮ້ອນຫຼາຍ ແລະໄລຍະບຸນປີໃໝ່ ແມ່ນ 3 ມື້, ຊຶ່ງໃນປີນີ້ ກໍຖືກວັນທີ 14 ຫາ ວັນທີ 16 ເມສາ, ຄົນລາວ ບໍ່ວ່າຈະຢູ່ແຫ່ງຫົນໃດໃນໂລກ ກໍຍັງຮັກສາປະເພນີ ວັທນະທັມ ອັນດີງາມ ທີ່ມີ ສືບທອດກັນມາ ແຕ່ສມັຍບູຮານ ຈົນຮອດປັດຈຸບັນ.