ສັມພາດ ທ່ານສະເພົາທອງ ກໍມະນີ
2014.08.01

ພົຈນານຸກົມ ຫລືວ່າ ວັຈນານຸກົມ ຈາກ ພາສາ ນຶ່ງ ເປັນອີກ ພາສານຶ່ງ ມີຄວາມ ສໍາຄັນ ອັນຈໍາເປັນ ຕໍ່ການຮຽນ ການສອນ ແລະ ການຄົ້ນຄວ້າ ເພື່ອ ການພັທນາ. ສໍາລັບ ພົຈນານຸກົມ ສັບ ກົດໝາຍ ອັງກິດ-ລາວ ທີ່ ທ່ານ ສະເພົາທອງ ກໍມະນີ ແຕ່ງຂຶ້ນນີ້ ກໍຫວັງ ສົ່ງເສີມ ສິ່ງ ດັ່ງກ່າວ ແລະ ເພື່ອ ຮັກສາໄວ້ ຊຶ່ງ ພາສາລາວ ໃຫ້ຄົງຢູ່ ແລະ ຂຍາຍຕົວ ຕໍ່ໄປ.
ພົຈນານຸກົມ ຫລືວ່າ ວັຈນານຸກົມ ມີຄວາມ ສໍາຄັນຍິ່ງ ໃນການ ແປພາສາ ຈາກ ພາສານຶ່ງ ໄປເປັນອີກ ພາສານຶ່ງ ສໍາລັນ ການຮຽນ, ການສອນ ແລະ ການຄົ້ນຄວ້າ ເພື່ອການ ພັທນາ ຮອບດ້ານ. ແຕ່ກ່ອນ ຈະແຕ່ງຂຶ້ນ ມາໄດ້ ກໍບໍ່ແມ່ນ ເຣຶ່ອງງ່າຍ ເພາະຕ້ອງໄດ້ ພາກພຽນ ພຍາຍາມ ແລະ ໃຊ້ເວລາ ໃຊ້ ຊັພສິນ ພໍສົມຄວນ ກ່ອນທີ່ຈະ ເຮັດຂຶ້ນ ມາໄດ້.
ສໍາລັບ ພົຈນານຸກົມ ສັບ ກົດໝາຍ ອັງກິດ-ລາວ ທີ່ທ່ານ ສະເພົາທອງ ກໍມະນີ ຜູ້ຮຽນ ຈົບຊັ້ນ ປຣິນຍາຕຣີ ດ້ານການ ປົກຄອງ ບໍຣິຫານ, ຈົບຊັ້ນ ປຣິນຍາໂທ ຝ່າຍຄຣູ ແລະ ທັງເປັນ ນັກກົດໝາຍ ໄດ້ແຕ່ງຂຶ້ນ ແລະ ພິມໃນປີ 2014 ນີ້ ເພື່ອ ຮັກສາໄວ້ ຊຶ່ງ ພາສາລາວ ສໍາລັບ ຄົນລຸ້ນ ປັດຈຸບັນ ແລະ ລຸ້ນຕໍ່ໄປ ຊຶ່ງເບື້ອງຕົ້ນ ທ່ານ ສະເພົາທອງ ໄດ້ກ່າວເຖິງ ລັກສນະ ສະເພາະ ຕົວ ຂອງ ພົຈນານຸກົມ ນັ້ນວ່າ: ...ສຽງ...
ທ່ານ ສະເພົາທອງ ກໍມະນີ ເປັນຄົນ ເມືອງ ໂພນທອງ ແຂວງ ຈໍາປາສັກ, ເກີດເມື່ອປີ 1942 ໄດ້ແຕ່ງດອງ ກັບ ຍານາງ ປຣະດິດ ສຸລິສັກ ໃນປີ 1969 ແລະ ມີລູກຊາຍນໍາກັນ 2 ຄົນ. ໃນປີ 1978 ທ່ານໄດ້ພາ ຄອບຄົວ ໜີອອກຈາກ ສາທາຣະນະຣັຖ ປະຊາທິປະຕັຍ ປະຊາຊົນລາວ ໄປຂໍລີ້ພັຍ ຢູ່ ຣາຊອານາຈັກ ໄທ. ໃນປີ 1979 ໄດ້ອົພຍົບ ມາຢູ່ ສະຫະຣັຖ ອະເມຣິກາ ທີ່ຣັຖ Virginia ແລະ ປັດຈຸບັນ ທ່ານ ພ້ອມດ້ວຍ ຄອບຄົວ ມີ ຄວາມສຸກ ສະບາຍ ຢູ່ເມືອງ Elk River ຣັຖ Minnesota ສະຫະຣັຖ ອະເມຣິກາ.