ສໍາພາດ ດຣ.ຄອນເພັດ ຫຼື Lily ຫຼ່ຽມທອງສມຸດ

ມະນີຈັນ
2019.04.07
ທິມງານ ດຣ. ຄອນເພັດ ຫຼ່ຽມທອງສະໝຸດ ຣະດົມ ຫາສຽງສນັບສນູນ ເພື່ອໃຫ້ມີ ການຮຽນ ການສອນປວັດສາດ ແລະ ວັທນະທັມລາວ ໃນໂຮງຮຽນຕ່າງໆ ທົ່ວຣັຖ ແຄລິຟໍເນັຽ, ສະຫະຣັຖ ອະເມຣິກາ.
DR.KHONEPHET

ຮ່າງກົດໝາຍ ວ່າດ້ວຍປວັດສາດ ແລະວັທນະທັມລາວ ຊຶ່ງຊາວລາວ-ອາເມຣິກັນ ຢູ່ ຣັຖຄາລີຟໍເນັຍ ກຳລັງຣະດົມຫາສຽງສນັບສນູນ ເພື່ອໃຫ້ມີການ ຮັບຜ່ານກົດໝາຍສະບັບ ດັ່ງກ່າວຢູ່ນີ້ ມີຄວາມສຳຄັນຫລາຍ ຍ້ອນຈະເຣັດໃຫ້ມີການຮຽນ ການສອນປວັດສາດ ແລະ ວັທນະທັມລາວ ຕັ້ງແຕ່ຊັ້ນ ອະນຸບານ ໄປຈົນເຖິງ ຊັ້ນມັທຍົມ ປີສຸດທ້າຍ, ໃນໂຮງຮຽນຕ່າງໆ ທົ່ວຣັຖ ຄາລີຟໍເນັຍ.

ຮ່າງກົດໝາຍວ່າດ້ວຍ ປວັດສາດ ແລະ ວັທນະທັມລາວ AB 1393 ຊຶ່ງຊາວລາວ-ອາເມຣິກັນ ທີ່ຣັຖ California ເລີ່ມລະດົມຫາສຽງ ສນັບສນູນ ມາແຕ່ເດືອນກັນຍາ 2018 ແລະຈະມີການເປີດ ຮັບຟັງຄໍາຊີ້ແຈງ ໃນມື້ວັນທີ 10 ເມສາ 2019 ນີ້ ຢູ່ສະພາຣັຖ California.

ການລະດົມຫາສຽງມາເຖິງປັດຈຸບັນ ໄດ້ຮັບການສນັບສນູນເປັນຢ່າງດີ ຈາກຊຸມຊົນຊາວລາວ ທີ່ສະຫະຣັຖອາເມຣິກາ ເປັນຕົ້ນຢູ່ຣັຖ California, ເຮັດໃຫ້ເຊື່ອວ່າ ຮ່າງກົດໝາຍ ສະບັບນີ້ ຈະຖືກຮັບ ຜ່ານໂດຍດີ. ແລະເມື່ອຖືກຮັບຜ່ານແລ້ວ ກໍຈະນໍາໄປສູ່ການສ້າງຕົວແບບ ຫລັກສູດການສອນ ວິຊາປວັດສາດ ແລະວັທນະທັມລາວ ໃນໂຮງຮຽນ ຕັ້ງແຕ່ຊັ້ນອະນຸບານ ໄປເຖິງມັທຍົມປາຍ ຫລື High School ຫ້ອງ 12 ໃນທົ່ວຣັຖ California -ຕາມຄໍາໃຫ້ສັມພາດ RFA ຂອງ ດຣ. ຄອນເພັດ ຫລື Lily ຫລ່ຽມທອງສມຸດ ນຶ່ງໃນຄນະນໍາພາລະດົມ ຫາສຽງ ສນັບສນູນ ຮ່າງກົດໝາຍ AB 1393 ຢູ່ຣັຖ California ໃນມື້ວັນທີ 27 ມີນາ ຜ່ານມາ.

ດຣ. ຄອນເພັດ ຫລື Lily ຫລ່ຽມທອງສມຸດ ເປັນນຶ່ງໃນບັນດານັກຮຽນຮູ້ ປັນຍາຊົນລາວ ລຸ່ນໜຸ່ມນ້ອຍ ຊຶ່ງມາເຕີບໃຫຍ່ຢູ່ ສະຫະຣັຖ ອາເມຣິກາ ຊຶ່ງລະດົມຫາສຽງ ສນັບສນູນ ເພື່ອໃຫ້ຮ່າງກົດໝາຍ ວ່າດ້ວຍປວັດສາດ ແລະ ວັທນະທັມລາວ AB 1393 ໄດ້ຮັບຜ່ານ ເພື່ອເຮັດໃຫ້ມີການຮຽນ ການສອນປວັດສາດ ແລະ ວັທນະທັມລາວ ໃນໂຮງຮຽນຕັ້ງແຕ່ຊັ້ນອະນຸບານ ໄປເຖິງມັທຍົມປາຍ ຫລື High School ຫ້ອງ 12 ໃນທົ່ວຣັຖ California.

ດຣ.ຄອນເພັດ ເປັນອົພຍົບ ຈາກ ສປປລາວ ມາຕັ້ງຖິ່ນຖານ ຢູ່ສະຫະຣັຖອາເມຣິກາ ກັບພໍ່ແມ່ ເມື່ອປີ 1984 ຊຶ່ງຕອນນັ້ນ ມີອາຍຸ 11 ປີ. ນາງຈົບການສຶກສາ ຂັ້ນປຣິນຍາເອກ ດ້ານການສຶກສາ ຢູ່ ມະຫາວິທຍາລັຍ Sanfrancisco University. ປັດຈຸບັນເປັນເຈົ້າໜ້າທີ່ ຣະດັບສູງ ດ້ານການສຶກສາ ຂອງຣັຖ California.

ປວັດສາດ ແລະວັທນະທັມລາວ ທີ່ຈະນໍາມາເປັນຫລັກສູດ ການຮຽນ-ການສອນ ນັ້ນ ດຣ. ຄອນເພັດ ຫລ່ຽມທອງສມຸດ ບອກວ່າ ໄປພ້ອມໆກັນກັບສມັຍກ່ອນສົງຄາມ ແລະ ສມັຍສົງຄາມນັ້ນ ກໍຈະເນັ້ນໃສ່ສມັຍຫຼັງປີ 1975 ຊຶ່ງເປັນປີ ທີ່ປະເທດລາວ ມີການປ່ຽນແປງ ຣະບອບ ການປົກຄອງ ຈາກ ພຣະຣາຊອານາຈັກ ມາເປັນສາທາຣະນະຣັຖ ຄືໃນສູ່ມື້ນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.