ຄວາມຮູ້ສຶກເມື່ອອອກ ບໍານານ: ລາວ-ອະເມຣິກັນ

ທ່ານ ໜານ ຈັນທະບູຣີ ອະດີດນາຍແພດ ທະຫານ ກອງທັບ ແຫ່ງ ພຣະຣາຊອານາຈັກລາວ ທີ່ໄດ້ອົພຍົບອອກຈາກ ສປປລາວ ເມື່ອປີ 1975
ທ່ານ ໜານ ຈັນທະບູຣີ ອະດີດນາຍແພດ ທະຫານ ກອງທັບ ແຫ່ງ ພຣະຣາຊອານາຈັກລາວ ທີ່ໄດ້ອົພຍົບອອກຈາກ ສປປລາວ ເມື່ອປີ 1975 (RFA/ໜານ ຈັນທະບູຣີ)

0:00 / 0:00

ບ້ານພັກສໍາລັບຜູ້ເຖົ້າ ຂອງຣັຖບາລ ທີ່ເມືອງໂບມັນ ຣັຖຄາລິຟໍເນັຍ ສະຫະຣັຖ ອະເມຣິກາ ທີ່ ທ່ານ ໜານ ຈັນທະບູຣີ ອະດີດນາຍແພດ ທະຫານກອງທັບ ແຫ່ງ ພຣະຣາຊອານາຈັກລາວ ຜູ້ໄດ້ອົພຍົບອອກຈາກ ສປປລາວ ປີ 1975 ມາຕັ້ງຖິ່ນຖານ ແລະໃຊ້ຊີວິດ ພ້ອມດ້ວຍ ຄອບຄົວ ຢູ່ສະຫະຣັຖອະເມຣິກາ ມາແຕ່ປີ 1979. ປັດຈຸບັນຢູ່ບ້ານພັກຜູ້ເຖົ້າ ຂອງຣັຖບາລ ພາຍຫລັງໄດ້ເຮັດວຽກມາຫລາຍປີ ຊຶ່ງ ທ່ານ ບອກວ່າ ມີຄວາມສະດວກສະບາຍທຸກຢ່າງ ຊຶ່ງເບື້ອງຕົ້ນ ທ່ານ ກໍໄດ້ສເນີໂຕ ແລະເວົ້າແບບສັງລວມ ເຖິງຄວາມເປັນມາ ທີ່ຄາວຍັງຢູ່ ເມືອງລາວ ສູ່ຟັງ....