ທ.ພີເຈ ເຈົ້າໜ້າທີ່ຕຳຣວດ ວໍຊິງຕັນ ດີຊີ
2018.03.05

ເຈົ້າໜ້າທີ່ຕຳຣວດເປັນອາຊີພນຶ່ງ ທີ່ຫຼາຍຄົນຢາກເປັນ ບໍ່ວ່າຜູ້ນ້ອຍຫຼືຜູ້ໃຫຍ່ ຕ່າງກໍໄຝ່ຝັນຢາກຈະເປັນ, ຕຳຣວດແມ່ນອາຊີພ ທີ່ຕ້ອງຢູ່ກັບ ການໃຊ້ຊີວິດປະຈຳວັນ ຂອງປະຊາຊົນ ຕ້ອງຮັບຜິດຊອບ ເປັນຜູ້ຄຸ້ມຄອງປະຊາຊົນ ໃຫ້ມີຄວາມສງົບສຸກ. ນອກຈາກນັ້ນແລ້ວ ຕຳຣວດ ຍັງມີໜ້າທີ່ເບິ່ງແຍງ ຄວາມເປັນລະບຽບຮຽບຮ້ອຍ ປາບປາມຄົນທີ່ກະທຳຜິດ ກົດໝາຍ ອາຊີພຕຳຣວດນີ້ ເປັນອາຊີພ ທີ່ຊົງກຽດ, ແລະມີ ຫຼາຍຜແນກ ທີ່ຮັບຜິດຊອບ ແຕກຕ່າງກັນ ເຊັ່ນ: ຕຳຣວດກວດກາ ຄວາມຮຽບຮ້ອຍ ຂອງປະຊາຊົນ ຫຼື ຕຳຣວດ ນະຄອນບານ, ຕຳຣວດ ຈາຣະຈອນ, ຕຳຣວດດັບເພີງ, ຕຳຣວດເສຖກິດ, ຕຳຣວດລັບ ແລະ ຍັງມີຕຳຣວດ ທີ່ມີໜ້າທີ່ຮັບຜິດຊອບ ດ້ານອື່ນໆອີກ.
ຂ້າພະເຈົ້າ ສຸພັດຕາ ໄດ້ມີໂອກາດສັມພາດ ຕຳຣວດ ກວດກາຄວາມຮຽບຮ້ອຍ ປະຈຳການ ຢູ່ສະຖານນີ ທີ 5 ຂອງນະຄອນຫຼວງ ວໍຊີງຕັນ ດີຊີ ແລະ ກ່ອນທີ່ຈະໄດ້ເປັນຕຳຣວດ ຕ້ອງຜ່ານຂັ້ນຕອນ ການຄັັັດເລືອກ ແລະ ການຝຶກຊ້ອມ ແບບໃດແດ່ນັ້ນ ເຊີນທ່ານຮັບຟັັງ ຈາກ ທ່ານ ພີເຈ ອິນທິລາດ ໄດ້ເລີຍ...