ສລອງຄົບຮອບ 20 ປີ ລ້ານນາ
ຈເຣີນສຸຂ
2019.12.14
2019.12.14
ສະບາຍດີ ທ່ານຜູ່ຟັງ ທີ່ເຄົາຣົບ
ເນື່ອງໃນໂອກາດ ຄົບຮອບ 20 ປີ ຂອງສັມພັນທະມິດ ຊາວລາວ-ອະເມຣິກັນ ໃນສະຫະຣັຖ ອະເມຣິກາ ຫຼື ພາສາອັງກິດ ວ່າ Laotian-American National Alliance ຫຼື ເອີ້ນຫຍໍ້ໆວ່າ ລ້ານນາ (LANA), ຂ້າພະເຈົ້າ, ຈເຣີນສຸຂ. ມີໂອກາດ ໄດ້ສັມພາດ ເຈົ້າ ດາຣາພົນ ສຸວັນນະພູມາ ສຕິກລິສ, ທີ່ປຶກສາ ຂອງລ້ານນາ ແລະ ນາງສາວ ອາລີ໋ນ ສະໂມນາ, ຮັບຜິດຊອບ ເຣື່ອງບັນຊີການເງິນ, ຊຶ່ງໃນເວລາສັມພາດນີ້ ເຈົ້າດາຣາພົນ ສຸວັນນະພູມາ ຢູ່ໃນຫ້ອງສົ່ງຂອງພວກເຮົາ ນີ້ເອງ, ສ່ວນ ອາລີ໋ນ ແມ່ນສັມພາດ ຜ່ານທາງໂທຣະສັບ ຈາກນະຄອນ ລອສ ເວກັດ, ຣັຖ ເນວາດາ… ບັດນີ້ ມາຖາມສະບາຍດີ ກັບພວກເພິ່ນ ທັງສອງກັນເລີຍ…