ປະທ້ວງອອນລາຍ ສັນຍາ ລາວ-ວຽດນາມ
2017.07.23

ໃນຕອນແລງ ແຕ່ເວລາ 7 ໂມງເຖິງ 9 ໂມງ ຂອງ ມື້ວັນທີ 17 ກໍຣະກະດາ 2017 ຄນະກໍາມະການປະທ້ວງ ສົນທິສັນຍາ ມິຕພາບ ແລະ ການຮ່ວມມື ຣະຫວ່າງ ສປປລາວ ແລະ ສສວຽດນາມ ໄດ້ທໍາການ ປະທ້ວງ ທາງອອນລາຍ ແລະ ໃນຣາຍການ ໂທຣະທັດ ລາວຟຣີດອມ ທີວີ ຊຶ່ງຂ້າພະເຈົ້າ ຈໍາປາທອງ ມີໂອກາດ ສໍາພາດທ່ານ ອາລົມດີ ຄນະນໍາຂະບວນການ ລາວເປັນລາວຍຸກໃໝ່ ທີ່ສະຫະຣັຖ ອະເມຣິກາ ຊຶ່ງ ທ່ານເວົ້າເຖິງ ການປະທ້ວງ.
ເວົ້າເຖິງ ສົນທິສັນຍາມິຕພາບ ແລະການຮ່ວມມື ຣະຫວ່າງ ສປປລາວ ແລະ ສສ ວຽດນາມ ຂ່າວວ່າ ຖືກລົງນາມ ພໍເປັນພິທີ ໂດຍນາຍົກ ຣັຖມົນຕຣີ ຂອງສອງປະເທສ ທີ່ ນະຄອນຫລວງວວຽງຈັນ ໃນວັນທີ 18 ກໍຣະກະດາ 1977 ຍ້ອນວ່າ ສົນທິສັນຍາ ສະບັບນີ້ ແມ່ນຖືກ ຫົວໜ້າພັກ ຄອມມິວນິສ ວຽດນາມ ແລະ ຫົວໜ້າ ພັກ ປະຊາຊົນ ປະຕິວັດລາວ ຕົກລົງເຫັນດີນໍາກັນ ແລ້ວໃນມື້ກ່ອນນັ້ນ ຄືວັນທີ 17 ກໍຣະກະດາ ຢູ່ທີ່ສູນກາງພັກ ຫລັກ 6 ນະຄອນຫລວງວຽງຈັນ.
ຕລອດຣະຍະ 40 ປີມານີ້ ຫລາຍຄົນເວົ້າວ່າ ຜູ້ນໍາພັກ-ຣັຖ ສປປລາວ ແລະວຽດນາມ ໃຊ້ສົນທິສັນຍາ ມິຕພາບ ແລະການຮ່ວມມື ສະບັບນີ້ ເປັນເຄື່ອງມື ໃນການໂຄສະນາ ເຖິງຄວາມສາມັກຄີພິເສດ, ການພົວພັນ ມິຕພາບ ທີ່ເປັນມູນເຊື້ອ ແລະການຮ່ວມມື ຮອບດ້ານ ຣະຫວ່າງ ສອງປະເທສ ລາວ ແລະວຽດນາມ ແລະ ຖືເອົາເປັນບ່ອນອີງ ໃນການມີໜ້າ ຂອງ ກໍາລັງປະກອບອາວຸດ ທັງທະຫານ, ຕໍາຣວດແລະ ນັກ -ສືບສອດແນມ ຂອງວຽດນາມ ຢູ່ປະເທສລາວ, ເປັນບ່ອນອີງ ໃຫ້ການລົງທຶນ ຂຸດຄົ້ນ ຊັພຍາກອນທັມຊາດ ທັງໄມ້ ທັງແຮ່ທາດ ປະເສີດ ຂອງລາວຂົນໄປວຽດນາມ ເປັນຈໍານວນຫຼວງຫຼາຍ ເພື່ອສ້າງຮັ່ງຄູນມີ ໃຫ້ວຽດນາມ ປະໃຫ້ປະຊາຊົນລາວ ຢູ່ທົ່ວປະເທສ ທຸກຍາກ ລໍາບາກ ຈົນມາຮອດທຸກມື້ນີ້ ແລະ ຈະທຸກຕໍ່ໄປອີກ ຖ້າຫາກວ່າ ຜູ້ນໍາພັກ ປະຊາຊົນ ປະຕິວັດລາວ ຍັງກໍາອໍານາດ ແລະຜູ້ຂາດ ອໍານາດ ແບບ ຜະເດັດການ ຄືໃນສູ່ມື້ນີ້ ແລະຖ້າຫາກວ່າ ບໍ່ມີການປ່ຽນແປງ ການປົກຄອງໄປສູ່ ປະຊາທິປະໄຕ ໃຫ້ປະຊາຊົນ ມີສິດເສຣີພາບ ແລະ ປະຊາທິປະໄຕ ຊຶ່ງເປັນຍອດ ປາຖນາ ຂອງປະຊາຊົນລາວ ທັງຊາດ.
ການສໍາພາດ ທ່ານ ອາລົມດີ ຄນະນໍາຂະບວນການ ລາວເປັນລາວ ຍຸກໃໝ່ ທີ່ສະຫະຣັຖ ອະເມຣິກາ ມີຂຶ້ນໃນຕອນແລງ ຂອງມື້ວັນທີ 17 ກໍຣະກະດາ 2017 ພາຍຫລັງ ການປະທ້ວງ ສົນທິສັນຍາ ມິຕພາບ ແລະ ການຮ່ວມມື ລາວ-ວຽດນາມ ທາງອອນລາຍ ແລະ ໃນຣາຍການ ໂທຣະທັດ ລາວຟຣີດອມ ທີວີ ນັ້ນ.