ໄວຍະກອນ ລາວ
2014.09.12
ການຮິບໂຮມ ແລະ ພິມ ປຶ້ມ ໄວຍະກອນ ລາວ ໂດຍ ອີງໃສ່ ຫຼັກ ໄວຍະກອນ ທີ່ ຣາຊບັນດິດ ສະພາ ແຫ່ງ ພຣະ ຣາຊອານາຈັກ ລາວ ກໍານົດໄວ້. ຈໍາປາທອງ ມີບົດ ສໍາພາດ ທ່ານ ມະນີວົງ ເພັຽແກ້ວ ທີ່ ຣັດ ຄາລີຟໍເນັຽ ຜູ້ຮິບໂຮມ ແລະ ຈັດພິມ ມາ ສເນີທ່ານ.
ປຶ້ມຮຽນ ເປັນສິ່ງທີ່ ມີຄຸນຄ່າ ອັນຫາ ສິ່ງປຽບໄດ້ ຍາກ ແລະ ບໍ່ແມ່ນ ທຸກຄົນ ຈະແຕ່ງ ຫລື ຮຽບຮຽງ ໄດ້ ໂດຍງ່າຍ. ທ່ານ ມະນີວົງ ເພັຽແກ້ວ ທີ່ ເມືອງ ແຊນດີອາໂກ ຣັຖ ແຄລີຟໍເນັຽ ສະຫະຣັດ ອະເມຣິກາ ເປັນຜູ້ນຶ່ງ ທີ່ ໄດ້ຮິບໂຮມ ແລະ ຈັດພິມ ປຶ້ມ ”ໄວຍະກອນ ລາວ” ຂຶ້ນໃໝ່ ເພື່ອໃຫ້ ຊາວລາວ ແລະ ຜູ້ທີ່ຮຽນ ພາສາລາວ ຂຽນຖືກ ຕ້ອງຕາມ ຫຼັກ ໄວຍະກອນ ທີ່ ບັນພະຊົນ ສມັຍກ່ອນ ແລະ ຄນະ ຣາຊບັນດິດ ສະພາ ເພີ່ນໄດ້ ຈັດແຈງ ດັດແປງ ໄວ້ໃຫ້.
ຂ້າພະເຈົ້າ ໄດ້ ມີໂອກາດ ສໍາພາດ ທ່ານ ມະນີວົງ ກ່ຽວກັບ ການຮິບໂຮມ ແລະ ຈັດພິມ ປຶ້ມ ”ໄວຍະກອນລາວ” ທີ່ ຣາຊບັນດິດ ສະພາ ແຫ່ງ ພຣະ ຣາຊອານາຈັກ ລາວ ກໍານົດ ເອົາໄວ້ ຕາມ ພຣະຣາຊ ອົງການ ເລກທີ 132 ລົງ ວັນທີ 30 ມິຖຸນາ 1971 ແລະ ກ່ຽວກັບ ເປົ້າໝາຍ ຂອງ ຜົລງານ ອັນສໍາຄັນ ຍິ່ງ ຂອງທ່ານ ຊຶ່ງທ່ານ ໄດ້ກ່າວວ່າ: ....ສຽງ..
ທ່ານ ມະນີວົງ ເພັຽແກ້ວ ສໍາເຣັດ ການສຶກສາ ວິຊາກົນຈັກ ແລະ ວິສວະກັມ ທີ່ ແຂວງເກເບັກ ປະເທສ ຄານາດາ ສົກປີ 1966-67. ຫລັງຈາກຈົບ ການສຶກສາ ແລ້ວ ກໍໄດ້ ກັບຄືນ ປະເທສລາວ ປະຕິບັດ ໜ້າທີ່ຢູ່ ກະຊວງ ໂຍທາ ທິການ ເປັນຜູ້ ປະສານງານ ກັບ ອົງການ ຢູເສດ ຂອງ ສະຫະຣັຖ ອະເມຣິກາ ແລະ ກອງໂຍທາ ວຽງຈັນ, ຮັບຜິດຊອບ ເຣຶ່ອງການ ກໍ່ສ້າງ ຂົວ-ທາງ ຈົນເຖິງ ປີ 1976 ທ່ານຈຶ່ງ ໄດ້ພາ ຄອບຄົວ ອົພຍົບ ໄປຂໍລີ້ພັຍ ຢູ່ ປະເທສໄທ ຈົນເຖິງ ປີ 1978 ຈຶ່ງ ໄດ້ມາຢູ່ ສະຫະຣັຖ ອະເມຣິກາ ເມືອງ ແຊນດີອາໂກ ຈົນ ມາຮອດ ເທົ່າທຸກວັນ ນີ້.
ທ່ານ ຜູ້ມີອາຍຸ 74 ປີ ໄດ້ອອກ ບໍານານ ເມື່ອ ອາຍຸ 65 ປີ. ທ່ານມີ ພັລຍາ ແລະ ລູກ 5 ຄົນ ຊາຍ 1 ຍິງ 4. ລູກທຸກຄົນ ໄດ້ຮັບການ ສຶກສາ ແລະ ມີໜ້າທີ່ ການງານ ດີ ທຸກຄົນ ມີຄວາມສຸຂ ສະບາຍ ໃຈ.