ວັດນາວະຣາມບ່ອນບໍາເພັນສິລ

0:00 / 0:00

ທີ່ສະຫະຣັຖອະເມຣິກາ ມີວັດລາວຫລາຍວັດ ຊຶ່ງໃນນັ້ນຮວມທັງວັດ ນາວະຣາມ ທີ່ເມືອງ Sanford ຣັຖ Florida ຊຶ່ງໄດ້ຖືກສ້າງຂຶ້ນເມື່ອ 12ປີກ່ອນນັ້ນມີຄວາມສໍາຄັນ ສໍາລັບຊາວພຸດທັງຫລາຍ ຊຶ່ງທ່ານ ຄໍາໝັ້ນ ນໍລະວົງ ຜູ້ເປັນປະທານ ຄະນະກັມການອຸປຖັມວັດມາໄດ້ 11 ແລ້ວນັ້ນເວົ້າວ່າວັດນີ້ ເປັນທີ່ເພິ່ງທາງໃຈຂອງຊາວພຸທ ໃຫ້ມີຄວາມປຸ້ມລຸມ,ສາມັກຄີ,ຮັກແພງ ແລະຊ່ວຍເຫລືອຊຶ່ງກັນແລະກັນເປັນຢ່າງດີ:

....................ສຽງ.....................

ໃນຕອນທ້າຍຂອງການສໍາພາດ ທ່ານ ຄໍາໝັ້ນ ນໍລະວົງ ປະທານຄະນະ ກັມການອຸປຖັມວັດ ນາວະຣາມ ທີ່ເມືອງ Sanford ຣັຖ Florida ເວົ້າວ່າໄດ້ອົພຍົບຈາກ ປະເທດລາວ ມາຢູ່ສະຫະຣັຖອະເມຣິກາ ທີ່ຣັຖວິສຄອນຊິນ ເມື່ອ ປີ 1980 ແລະໄດ້ຍ້າຍມາຢູ່ຣັຖ Florida ໃນປີ 1987.ທ່ານເປັນຜູ້ນຶ່ງ ທີ່ໄດ້ນໍາພາຊາວພຸດລາວສ້າງວັດແລະເຮັດບຸນສິນກິນທານໃນວັດນີ້.