ສໍາພາດຊາວລາວຫຼັງພະຍຸ Irma

ສຸພັດຕາ
2017.09.17
F-Irma ທ່ານ ໂຂງສະຫວັນ ສີລາເພັດ ຊາວລາວ-ອະເມຣິກັນ ຢູ່ເມືອງ Pinellas Park ເຂດ Saint Petersburg ທີ່ຕັ້ງຢູ່ຝັ່ງ ຕະເວັນຕົກ ຂອງແຫລມ ຟລໍຣີດາ.
ໂຂງສະຫວັນ ສີລາເພັດ

ພະຍຸ ເອີມາ ທີ່ພັດເຂົ້າ ຣັຖ ຟລໍຣີດາ ເມື່ອ ວັນອາທິດ ທີ 10 ກັນຍາ ໄດ້ທໍາລາຍໂຄງຮ່າງ ພື້ນຖານ ແລະບ້ານເຮືອນ ຫລາຍແຫ່ງ ໃນ ເກືອບທົ່ວຣັຖ. ເຂດທີ່ຖືກນໍ້າຖ້ວມ ສ່ວນຫລາຍແລ້ວ ແມ່ນເມືອງ ຢູ່ແຄມຝັ່ງ ມະຫາສະມຸດ ເຊັ່ນ Miami, Miami beach, cape coral, Fort Myers, Fort Lauderdale, Palm Bay, Daytona Beach, Naples.

ຫລັງຈາກ ພະຍຸ ເອີມາ ຜ່ານໄປ ປະຊາຊົນ ຜູ້ທີ່ອົພຍົບ ອອກໄປຢູ່ຕ່າງຣັຖ ຕ່າງກໍພາກັນກັບຄືນ ມາບ້ານເຮືອນ ຂອງຕົນ. ສ່ວນເມືອງ ທີ່ ໄດ້ຮັບ ຜົນກະທົບ ຈາກພະຍຸ ເອີມາ ນັ້ນກໍຕ້ອງໃຊ້ເວລາ ໃນການສ້ອມແປງ ໃຫ້ກັບມາເປັນ ປົກກະຕິ.

ໃນມື້ນີ້ ສຸພັດຕາ ໄດ້ສຳພາດ ຊາວລາວ-ອະເມຣິກັນ ສອງທ່ານ ຢູ່ເມືອງ Pinellas Park ເຂດ Saint Petersburg ທີ່ຕັ້ງຢູ່ເບື້ອງຝັ່ງ ຕະເວັນຕົກ ຂອງແຫລມ ຟລໍຣີດາ. ເຊີນທ່ານຮັບຟັງ ຈາກ ທ່ານ ໂຂງສະຫວັນ ສີລາເພັດ ໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.