ປວັດສາຕການເມືອງລາວ ຮ່ວມສມັຍ ຕອນທີ 35

0:00 / 0:00

ຣາຍການປວັດສາຕ ຮ່ວມສມັຍ ຕັ້ງແຕ່ເວລາ ປະເທດລາວ ໄດ້ພົ້ນຈາກ ການເປັນ ຫົວເມືອງຂຶ້ນ ຂອງປະເທດຝຣັ່ງເສສ ຈົນເຖິງເວລາ ມີການປ່ຽນແປງ ລະບອບ ການປົກຄອງ ໃນປີ 1975.

ລຳ​ດັບ​ຕໍ່​ໄປ ວຽງ​ໄຊ​ ຈະ​ເວົ້າ​ເຖິງ​ເຣື່ອງ ການ​ທີ່​ເລຂາທິການ​ໃຫຍ່ ​ແຫ່ງ​ອົງການ​ສະ​ຫະປະຊາ​ຊາຕ​ ເດີນທາງ​ໄປ ​ນະຄອນຫຼວງ​ວຽງ​ຈັນ​ ເພື່ອ​ວາງ​ແຜນຊ່ອຍ​ເຫຼືອ​ ດ້ານ​ເສ​ຖກິ​ຈ​ແກ່​ລາວ ທັງ​ແນະ​ນໍາ​ໃຫ້​ລາວ ຜູກສັມພັນ ​ທາງ​ເສ​ຖກິຈ​ ແລະ ​ວັທນະ​ທັມ ກັບປະ​ເທດ​ໃກ້​ຄຽງ, ຊຶ່ງ​ປົກຄອງ​ ດ້ວຍລະບອບ​ຄອມ​ມິ​ວນີສຕ໌ ອັນ​ໄດ້​ແກ່ ​ຈີນ​ແດງ ​ແລະ ​ວຽຕນາມ​ເໜືອ ​ເພື່ອ​ລາວ​ຈະ​ສາມາດ​ ດໍາຣົງຕົວ​ຢູ່​ ຢ່າງ​ເປັນກາງ​ໄດ້.

ເຊີນ​ທ່ານ​ຮັບ​ຟັງ ຕອນ​ທີ 35 ໄດ້ເລີ​ຍ.