ປວັດສາຕການເມືອງລາວ ຮ່ວມສມັຍ ຕອນທີ 7

0:00 / 0:00

ຣາຍການປວັດສາຕ ການ​ເມືອງ​ລາວ ຮ່ວມສມັຍ ຕັ້ງແຕ່ເວລາ ປະເທດລາວ ໄດ້ພົ້ນຈາກ ການເປັນ ຫົວເມືອງຂຶ້ນ ຂອງປະເທດຝຣັ່ງເສສ ຈົນເຖິງເວລາ ມີການປ່ຽນແປງ ລະບອບ ການປົກຄອງ ໃນປີ 1975.

ລຳ​ດັບ​ຕໍ່​ໄປ ວຽງ​ໄຊ ຈະ​ສ​ເນີ​ ເຣື່ອງການ​ຖົກ​ຖຽງ​ກັນ​ ໃນ​ກອງ​ປະຊຸມ​ນາໆຊາ​ຕ ວ່າ​ດ້ວຍ ​ບັນຫາ​ສົງຄາມ ​ໃນ​ອິນດູຈີນ ​ແລະ ​ການ​ຕົກລົງ​ ໃຫ້​ຮວບ​ຮວມ​ເອົາ ​ທີ່​ເອີ້ນ​ວ່າ ຄນະ​ປະ​ເທດ​ລາວ​​ ໄປ​ໄວ້​ ໃນ​ແຂວງ​ຊໍາ​ເໜືອ ​ແລະ ​ຜົ້ງສາ​ລີ ​​ກ່ອນ​ຈະ​ມີ ​ການ​ເຈຣະຈາ ລະຫວ່າງ ​ຄນະ​ປະ​ເທດ​ລາວ​ ແລະ ຣັຖບານ ພຼະບາດ​ສົມ​​ເດັດ​ພຼະ​ເຈົ້າ ມະຫາ​ຊີວິຕ ​ເພື່ອ​ຊອກ​ຊ່ອງ​ທາງ ​ຈັດ​ໃຫ້​ພວກ​ເຂົາ ​ເຂົ້າມາ​ຮ່ວນ ​ວົງສາ​ຄນະ​ຍາຕ ຊາຕລາວ. ​ເຊີນ​ທ່ານ​ຮັບ​ຟັງ ຕອນ​ທີ 7 ໄດ້.